ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກວິເຄາະ ເຕືອນ ທີ່ຜູ້ນຳ ອັຟການິສຖານ ບໍ່ຍອມເຊັນ ຂໍ້ຕົກລົງ (ສະໄລດ໌/ວີດີໂອ)


ປະທາທິບໍດີອັຟການິສຖານ ທ່ານ Hamid Karzai ພວມອອກມາຈາກກອງປະຊຸມມື້ສຸດທ້າຍ ຂອງສະພາຜູ້ນຳຊົນເຜົ່າ ຫຼື Loya Jirga ທີ່ນະຄອນຫຼວງກາບູລ (24 ພະຈິກ 2013)
ປະທາທິບໍດີອັຟການິສຖານ ທ່ານ Hamid Karzai ພວມອອກມາຈາກກອງປະຊຸມມື້ສຸດທ້າຍ ຂອງສະພາຜູ້ນຳຊົນເຜົ່າ ຫຼື Loya Jirga ທີ່ນະຄອນຫຼວງກາບູລ (24 ພະຈິກ 2013)
ພວກນັກວິເຄາະດ້ານຄວາມໝັ້ນຄົງ ທີ່ນະຄອນຫຼວງກາບູລເຕືອນ
ວ່າ ຈະເກີດຜົນຕິດຕາມມາທີ່ໜ້າຢ້ານກົວຢູ່ໃນຂົງເຂດຖ້າກຸງວໍຊິງ
ຕັນແລະກຸງກາບູລຫາກບໍ່ສາມາດແກ້ໄຂ ບັນຫາການປະເຊີນໜ້າ ກ່ຽວກັບຂໍ້ຕົກລົງຄວາມໝັ້ນຄົງສອງຝ່າຍ ທີ່ສຳຄັນນັ້ນ. ປະທານາ
ທິ ບໍດີອັຟການິສຖານທ່ານຮາມິດ ກາໄຊໄດ້ປະຕິເສດບໍ່ຍອມເຊັນ
ຂໍ້ຕົກລົງດັ່ງກ່າວຈົນເທົ່າປີໜ້າ ຊຶ່ງກຸງວໍຊິງຕັນກ່າວວ່າອາດຈະນຳ
ໄປສູ່ ການຖອນທະຫານສະຫະລັດທັງໝົດ ອອກຈາກ ອັຟການິສ
ຖານ ກ່ອນທ້າຍປີ 2014. Sharon Behn ມີລາຍງານເລື່ອງນີ້
ຈາກນະຄອນຫລວງອິສລາມາບັດ ດັ່ງໄພສານຈະນຳເອົາລາຍລະ
ອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.


ທີ່ນະຄອນຫຼວງກາບູລ ກຳລັງມີຄວາມວິຕົກກັງວົນເພີ້ມຂຶ້ນຢ້ານວ່າ ການປະຕິເສດແບບບໍ່ ຄາດຝັນ ຂອງປະທານາທິບໍດີຮາມິດ ກາໄຊ ທີ່ບໍ່ຍອມລົງນາມໃນຂໍ້ຕົກລົງ ວ່າດ້ວຍຄວາມ ໝັ້ນຄົງກັບສະຫະລັດນັ້ນ ອາດຈະມີຜົນທີ່ຕິດຕາມມາ ຢ່າງໜ້າຢ້ານກົວ ສຳລັບອະນາຄົດ ຂອງປະເທດດັ່ງກ່າວ.

ທ່ານ Mirwais Mugbil ຈາກກຸ່ມທີ່ປຶກສາ ທາງດ້ານການເມືອງ Mabastagi ທີ່ມີສຳນັກ ງານຢູ່ນະຄອນຫຼວງກາບູລກ່າວວ່າ ທຸກໆຄົນກັງວົນ ກ່ຽວກັການຕັດສິນໃຈຂອງທ່ານກາ ໄຊ.

ທ່ານ Mugbil ກ່າວວ່າ “ມັນເປັນບາດກ້າວ ທີ່ຫາຍະນະ ແລະຈະມີຜົນທີ່ຕິດຕາມ ມາຢ່າງໜ້າຢ້ານກົວ ຕໍ່ສະຖານະການທາງດ້ານການເມືອງແລະສັງຄົມຢູ່ໃນອັຟ ການິສ ຖານ.”

ຂໍ້ຕົກລົງ ວ່າດ້ວຍຄວາມໝັ້ນຄົງ ໄດ້ກ່າວເຖິງເງື່ອນໄຂຕ່າງໆ ຊຶ່ງພາຍໃຕ້ເງື່ອນໄຂເຫຼົ່ານີ້ ກຳລັງທະຫານສະຫະລັດ ປະມານ 10 ພັນຄົນ ຍັງຈະຢູ່ໃນອັຟການິສຖານຕໍ່ໄປ ເພື່ອໃຫ້ ຄວາມຊ່ອຍເຫຼືອ ແກ່ລັດຖະບານຂອງປະເທດດັ່ງກ່າວ ໃນການເຮັດສົງຄາມຕໍ່ຕ້ານພວກ ກະບົດຕາລີບານ. ນອກນັ້ນແລ້ວ ມັນຍັງຈະພົວພັນກັບການໃຫ້ຄວາມຊ່ອຍເຫຼືອເປັນເງິນ ຫຼາຍພັນລ້ານໂດລາແກ່ກຳລັງຮັກສາຄວາມສະຫງົບແລະສະຖາບັນປະຊາທິປະໄຕທີ່ຫາ ກໍເກີດໃໝ່ ບໍ່ທັນແຂງແຮງ ຂອງອັຟການິສຖານ.

ໃນລະຫວ່າງການພົບປະທີ່ນະຄອນຫຼວງກາບູລໃນມື້ວັນຈັນຜ່ານມານີ້ທ່ານກາໄຊກ່າວຕໍ່ ທ່ານນາງ Susan Rice ທີ່ປຶກສາທາງດ້ານຄວາມໝັ້ນຄົງແຫ່ງຊາດ ຂອງສະຫະລັດ ທີ່ ພວມຢ້ຽມຢາມອັຟການິສຖານວ່າທ່ານຈະບໍ່ຍອມອ່ອນຂໍ້ໃຫ້ໃນການທີ່ທ່ານໄດ້ປະຕິເສດ ບໍ່ຍອມເຊັນຂໍ້ຕົກລົງດັ່ງກ່າວ.



ນອກຈາກນັ້ນແລ້ວ ທ່ານກາໄຊຍັງໄດ້ຕັ້ງຂໍ້ຮຽກຮ້ອງໃໝ່ ຮວມທັງຢາກໃຫ້ຄໍ້າປະກັນເພີ້ມ ຕື່ມວ່າທະຫານສະຫະລັດ ຈະບໍ່ບຸກເຂົ້າໄປກວດຄົ້ນບ້ານເຮືອນຂອງຊາວອັຟການິສຖານ ອີກແລະໃຫ້ສະຫະລັດສະແດງອອກຊຶ່ງຄວາມໝັ້ນໝາຍຢ່າງຈິງຈັງທີ່ຈະຊ່ອຍໃຫ້ການເຈ ລະຈາສັນຕິພາບກັບພວກກະບົດຕາລີບານທີ່ຕົກຢູ່ໃນສະພາບບໍ່ໄປບໍ່ມານັ້ນເລີ້ມຄືນໃໝ່.

ນອກນີ້ແລ້ວ ທ່ານຍັງກ່າວຢໍ້າໃນຄຳຮຽກຮ້ອງຂອງທ່ານ ໃຫ້ສະຫະລັດໝັ້ນໝາຍທີ່ຈະຄໍ້າ ປະກັນ ໃຫ້ມີການເລືອກຕັ້ງປະທານາທິບໍດີ ທີ່ເສລີ ແລະມີຄວາມໂປ່ງໃສ ຢູ່ໃນອັຟການິສ ຖານ ໃນວັນທີ 5 ເມສາປີໜ້າ.

ສ່ວນຢູ່ທີ່ປາກິສຖານຊຶ່ງເປັນປະເທດເພື່ອນບ້ານ ນັກວິເຄາະການເມືອງ Rasul Basksh Rais ກໍມີຄວາມກັງວົນໃຈເຊັ່ນດຽວກັນ ກ່ຽວກັບທ່າທີຂອງທ່ານກາໄຊ. ທ່ານກ່າວວ່າ ອັນ ທີ່ເອີ້ນວ່າ "ທາງເລືອກສູນຂອງວໍຊິງຕັນ" ທີ່ຈະບໍ່ປະກຳລັງທະຫານອາເມຣິກັນໃຫ້ເຫຼືອໄວ້ ເລີຍຫຼັງຈາກປີ 2014 ນັ້ນ ອາດຈະ ເປີດໂອກາດໃຫ້ເກີດຄວາມຮຸນແຮງເພີ່ມຕື່ມ.

ທ່ານ Rais ເວົ້າວ່າ “ຖ້າຂໍ້ຕົກລົງນີ້ ຫາກບໍ່ມີການເຊັນກັນແລ້ວ ຫຼັງຈາກນັ້ນ ພວກ ຫົວຮຸນແຮງຈີຮາດີ ໃນປາກິສຖານ ກໍຈະເພີ້ມຂຶ້ນ ມັນຈະຢູ່ໃນຂອບເຂດທີ່ກວ້າງ ຂວາງກວ່າເກົ່າຈະມີຜູ້ຄົນເປັນຈຳນວນຫຼວງຫຼາຍຍົກຍ້າຍເຂົ້າໄປໃນອັຟການິສ ຖານ ເພື່ອສູ້ລົບຄຽງບ່າຄຽງໄຫລ່ກັບພວກຕາລີບານແລະຂ້າພະເຈົ້າຄິດວ່າ ເຂົາ ເຈົ້າຈະບໍ່ຢູ່ໃນອັຟການິສຖານຕະຫຼອດໄປ ແລະພວກເຂົາກໍຈະກັບຄືນມາ ແລະ ດຳເນີນການຕາມແຜນການເຮັດສົງຄາມຈີຮາດແບບດຽວກັນເພື່ອຕໍ່ຕ້ານປະເທດ
ປາກິສຖານ.”


ໃນມື້ວັນອາທິດຜ່ານມານີ້ ສະພາຂອງພວກຜູ້ນຳຊົນເຜົ່າ ຫລືLoya Jirga ທີ່ສັ່ງໃຫ້ເປີດ ໂດຍທ່ານກາໄຊນັ້ນ ໄດ້ໃຫ້ການສະໜັບສະໜຸນຕໍ່ຂໍ້ຕົກລົງຄວາມໝັ້ນຄົງກັບສະຫະລັດ ແລະຮຽກຮ້ອງໃຫ້ປະທານາທິບໍດີກາໄຊລົງນາມໃນຂໍ້ຕົກລົງນີ້ ໃນທັນທີ. ເວລາໃດຫາກ ມີການເຊັນກັນແລ້ວ ຂໍ້ຕົກລົງສະບັບນີ້ ກໍຈະມີຜົນບັງຄັບໃຊ້ ນັບແຕ່ວັນທີ 1 ມັງກອນ ປີ 2015 ເປັນຕົ້ນໄປ.

ກຳລັງສູ້ລົບຂອງຕ່າງປະເທດທັງໝົດ ຢູ່ໃນອັຟການິສຖານ ມີກຳນົດ ທີ່ຈະຖອນອອກໄປ ພາຍໃນທ້າຍປີ 2014.

Afghanistan’s Loya Jirga Approves US Security Deal
please wait

No media source currently available

0:00 0:02:52 0:00
ລິງໂດຍກົງ
XS
SM
MD
LG