ບັນດາຄູ່ແຂ່ງທີ່ສະໝັກເປັນປະທານາທິບໍດີອັຟການິສຖານ
ທ່ານ Ashraf Ghani ແລະທ່ານ Abdullah Abdullah
ໄດ້ລົງນາມໃນຂໍ້ຕົກລົງແບ່ງປັນອຳນາດກັນໃນວັນອາທິດມື້
ນີ້ ເພື່ອຈັດຕັ້ງ ລັດຖະບານສາມັກຄີຊາດຂຶ້ນ.
ພິທີລົງນາມໃນຂໍ້ຕົກລົງດັ່ງກ່າວມີຂຶ້ນທີ່ທຳນຽບປະທານາທິ
ບໍດີໃນນະຄອນຫຼວງຄາບູລ ກັບປະທານາທິບໍດີ Hamid Kar
zai ທີ່ຈະພົ້ນຈາກຕຳແໜ່ງໄປ ແລະພວກອາວຸໂສອັຟການິສ
ຖານ ຕະຫຼອດທັງບັນດາຜູ້ນຳດ້ານສາສະໜາ ກໍໄດ້ໄປມີໜ້າ
ໃນພິທີດັ່ງກ່າວ.
ຜູ້ສະໝັກຮັບເລືອກຕັ້ງທັງສອງໄດ້ຈັບມືກັນ ແລະກອດກັນ ຫຼັງຈາກໄດ້ເຊັນຂໍ້ຕົກລົງກັນທາງການເມືອງ ທີ່ຄອງຄອຍຖ້າກັນມາເປັນເວລາດົນນານນັ້ນ. ຫຼັງຈາກນັ້ນ ທ່ານ Karzai ໄດ້ມີຄວາມເຫັນສັ້ນໆໃນພິທີ ດັ່ງກ່າວ ແລະກ່າວຊົມເຊີຍທັງທ່ານ Ghani ແລະທ່ານ Abdullah
ທີ່ໄດ້ບັນລຸຂໍ້ຕົກລົງແບ່ງປັນອຳນາດຮ່ວມກັນ. ທ່ານ Karzai ໄດ້ຄອງອຳນາດມາຕັ້ງແຕ່ແນວໂຮມພາຍໃຕ້ການນຳພາຂອງສະຫະລັດ ໄດ້ຂັບໄລ່ກຸ່ມຕາລີບັນ ອອກຈາກອຳນາດໄປ ໃນທ້າຍປີ 2001 ເປັນຕົ້ນມາ.
ຄະນະກຳມະການເລື້ອງຕັ້ງທີ່ເປັນອິດສະລະ ກໍມີກຳນົດຈະປະກາດຜົນຂອງການເລືອກຕັ້ງ
ປະທານາທິບໍດີຮອບຊີ້ຂາດໃນວັນທີ 14 ມິຖຸນານັ້ນ ໃຫ້ຮູ້ເຊັ່ນກັນ ຊຶ່ງຄາດວ່າ ຈະປະກາດ
ໃຫ້ທ່ານ Ghani ເປັນຜູ້ຊະນະການເລືອກຕັ້ງ.
ພາຍໃຕ້ຂໍ້ຕົກລົງແບ່ງປັນອຳນາດກັນນີ້ ຜູ້ສະໝັກທີ່ປາໄຊ ຈະມີສິດຂຶ້ນເປັນ ຫຼືແຕ່ງຕັ້ງ ຫົວໜ້າ
ຫ້ອງການບໍລິຫານທີ່ຈັດຕັ້ງຂຶ້ນໃໝ່ ທີ່ຈະດຳເນີນງານຢ່າງໃກ້ຊິດກັບປະທານາທິບໍດີຄົນໃໝ່
ເພື່ອປົກຄອງປະເທດ. ລາຍລະອຽດທີ່ຄັກແນ່ຂອງຂໍ້ຕົກລົງກັນນັ້ນ ຍັງບໍ່ທັນໄດ້ເປີດເຜີຍ
ໃຫ້ຊາບເທື່ອ.
ທ່ານ Aimal Faizi ໂຄສົກປະຈຳປະທານາທິບໍດີ Karzai ກ່າວວ່າທ່ານ Ghani ຄາດວ່າ
ຈະສາບານໂຕເຂົ້າຮັບຕຳແໜ່ງປະທານາທິບໍດີພາຍໃນນຶ່ງອາທິດ ແລະກ່າວອືກວ່າ ນຶ່ງໃນ
ວຽກງານທຳອິດຂອງທ່ານ Ghani ຈະແມ່ນການລົງນາມໃນຂໍ້ຕົກລົງດ້ານຄວາມປອດໄພ
ສອງຝ່າຍກັບສະຫະລັດ ທີ່ລໍຖ້າມາເປັນເວລາດົນນານນັ້ນ ເພື່ອອະນຸມັດໃຫ້ກຳລັງທະຫານ
ຕ່າງຊາດໃນຈຳນວນນ້ອຍໆ ຢູ່ໃນອັຟການິສຖານກາຍ ປີ 2014 ໄປໄດ້.