ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມໝັ້ນຄົງໃນ ອັຟການິສຖານ ກຳລັງເຊື່ອມໂຊມລົງ


ກຳລັງຮັກສາ ຄວາມປອດໄພ ອັຟການິສຖານ ປະເມີນຄວາມເສຍຫາຍ ຫຼັງຈາກ ການປະທະກັນ ລະຫວ່າງ ພວກນັກລົບ ຕາລີບານ ແລະ ກຳລັງຮັກສາຄວາມປອດໄພ ອັຟການິສຖານ ຢູ່ທີ່ ສະໜາມບິນ Kandahar ຂອງອັຟການິສຖານ, ວັນທີ 9 ທັນວາ 2015.
ກຳລັງຮັກສາ ຄວາມປອດໄພ ອັຟການິສຖານ ປະເມີນຄວາມເສຍຫາຍ ຫຼັງຈາກ ການປະທະກັນ ລະຫວ່າງ ພວກນັກລົບ ຕາລີບານ ແລະ ກຳລັງຮັກສາຄວາມປອດໄພ ອັຟການິສຖານ ຢູ່ທີ່ ສະໜາມບິນ Kandahar ຂອງອັຟການິສຖານ, ວັນທີ 9 ທັນວາ 2015.

ກະຊວງ​ປ້ອງ​ກັນ​ປະ​ເທດ ສະຫະລັດ ກ່າວໃນ​ວັນ​ອັງຄານ​ວານ​ນີ້
ວ່າ ຄວາມ ​ປ​ອດ​ໄພຢູ່​ໃນ ອັຟກາ​ນິສຖານ ​ໄດ້​ເຊື່ອມ​ລົງ​ໃນ​ບໍ່
​ເທົ່າ​ໃດ​ເດືອນ​ທີ່​ຜ່ານ​ມາ​ນີ້. ​ນັບ​ແຕ່ ສະຫະລັດ ​ໄດ້​ຈຳກັດ​ການ​ພົວ
ພັນ​ທາງ​ທະຫານມາ Taliban ​ໄດ້​ປະສົບ​ຜົນ​ສຳ​ເລັດ​ຫລາຍ​ຂື້ນ ​
ໃນ​ການ​ເລີ້ມໂຈມ​ຕີກຳລັງ​ທະຫານ ອັຟກາ​ນິສຖານ.

​ໃນ​ກາ​ນສັ່ງ​ຊາ​ໃໝ່ ຂອງ ​ບັນດາ​ສະມາ​ຊິກ​ສະພາ ສະຫະລັດນັ້ນ
ທໍາ​ນຽບຫ້າ​ແຈກ່າວ​ວ່າ ​ ການບາດເຈັບລົ້ມຕາຍໃນ​ອັຟກາ​ນິສຖານ
ໄດ້ເພີ້ິມຂື້ນ 27 ​ເປີ​ເຊັນ ຈາກ​ເດືອນ​ມັງ​ກອນ ຫາ​ກາງ​ເດືອນ​ພະຈິກ
ປີ​ນີ້ ປຽບທຽບ​ໃສ່ ປີ 2014​. ລາຍ​ງານ​ກ່າວ​ວ່າ ກຳລັງ Kabul ​ໄດ້​
ສ​ະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເພີ່ງ​ພໍ​ໃຈ​ໃນ​ການ​ສູ້​ລົບ ​ແຕ່​ວ່າ ຄວາມ​
ໝັ້ນຄົງ​ຂອງ​ປະ​ເທດແມ່ນມີ​ຄວາມ​ອ່ອນ​ແອ​ຢູ່​ໃນ​ບາງ​ຂົງ​ເຂດ ​ແລະ​ອ່ອນ​ເພຍ​ລົງ​ຢູ່​ໃນ​ບາງເຂດ​.

ລາຍ​ງານ​ດັ່ງກ່າວເວົ້າ​ວ່າ “ການກັບ​ຄືນມາຂອງກຸ່ມ ທີ່​ນຳພາ​ໂດຍພວກກະບົດ ​Taliban”
ຍັງ​ຄົງເປັນການ​ຂົ່ມຂູ່​ຕໍ່​ກຳລັງແນວ​ໂຮມ ສະຫະລັດ ​ແລະ ກຳລັງ​ອັ​ຟກາ​ນິສຖານ ພ້ອມ​ທັງ​ປະຊາຊົນ ອັຟກາ​ນິສຖານນຳ.”

ປັດຈຸບັນ​ນີ້ ສະຫະລັດ ມີ​ກຳ​ລັງ​ທະຫານ​ຢູ່ 9,800 ຄົນ ໃນອັຟກາ​ນິສຖານ ຊຶ່ງຈຳນວນ​
ໜຶ່ງແມ່ນ​ພົວພັນ​ກັບ​ການ​ປະ​ຕິບັ​ດງານ ຕໍ່ຕ້ານພວກກໍ່​ການ​ຮ້າຍ. ​ແຕ່​ວ່າ ສະຫະລັດ ​ໄດ້ເສັດສີ້ນການ​ປະຕິບັດ​ງານ​ທາ​ງທະຫານ​ຢ່າງ​ໃຫຍ່​ຫລວງລົງໃນ​ປະ​ເທດ ທີ່​ໄດ້​ເລີ້ມມາ
​ເປັ​ນເທື່ອທຳ​ອິດ​ ຫລັງ​ຈາກ​ປີ 2001 ນ້ອຍ​ໜຶ່ງ ຫຼັງຈາກ al-Qaida ​ໄດ້​ນຳພາການໂຈມ
​ຕີ​ກໍ່​ການ​ຮ້າຍ ຢູ່​ໃນ​ສະຫະລັດ ​ສັງຫານ​ເກືອບ 3,000 ຄົນ.

ລາຍ​ງານ​ກະຊວງ​ປ້ອງ​ກັນ​ປະ​ເທດ ກ່າວ​ວ່າ ຄວາມ​ໝັ້ນຄົງ​ໄດ້ຖືກ​ຂົ່ມຂູ່ ຢູ່​ໃນ​ອັຟກາ​ນິສ
ຖານ ຈາກ​ຫລາຍ​ກຸ່ມ​ກະບົດ ​ແລະ​ລະບົບ​ຫົວຮຸນ​ແຮງ ​ໂດຍ​ສະ​ເພາະ​ຢ່າງ​ຍິງ ແມ່ນ
Taliban ​ແລະ ລະບົບ Haqqani ​ແລະ​ຫລຸດ​ລົງ​ມາກໍ່​ແມ່ນ ພວກ​ນັກ​ລົບ al-Qaida ​ ແລະພວກ​ທີ່​ພົວພັນ​ກັບ ລັດ​ອິສລາມ ສູ້​ລົບ​ກັບ Taliban​. ທຳນຽບຫ້າ​ແຈ ​ໄດ້​ສະຫລຸບ​ວ່າ ກຳລັງ​ຮັກສາ​ຄວາມ​ປອດ​ໄພ ອັຟກາ​ນິສຖານ

“​ປະຕິບັດ​ການສູ້​ລົບ​ມາຕະຫຼອດລະດູ ​ແລະ​ໃນຫົກ​ເດືອນ​ທີ່​ຜ່ານ​ມາ​ ບໍ່ມີຄວາມສະ​ໝໍ່າສະ​ເມີ ​ແລະ​ບໍ່ເປັນປົກກະຕິ.”

XS
SM
MD
LG