ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັຟການິສຖານ ກຽມຮັບມື ກັບການປະທ້ວງທີ່ຮຸນແຮງ ເພີ່ມຕື່ມ


ການປະທ້ວງ ຕໍ່ຕ້ານການຈູດຄຳພິກູຣານ ໃນອັຟການິສຖານ (24 ກຸມພາ 2012)
ການປະທ້ວງ ຕໍ່ຕ້ານການຈູດຄຳພິກູຣານ ໃນອັຟການິສຖານ (24 ກຸມພາ 2012)

ໃນ​ວັນ​ສຸກ​ມື້ນີ້ອັຟກາ​ນິສຖານ​ພວມ​ກຽມ​ຮັບ​ມື​ກັບ​ການ​ປະ​ທ້ວງ​ຕໍ່ຕ້ານ​ສະຫະລັດ​ຢ່າງ​ຮຸນ​ແຮງ​
ທີ່​ອາດ​ມີ​ຂຶ້ນ​ເປັນມື້ທີ 4 ລຽນຕິດ ຍ້ອນ​ການ​ຈູດ​ພະ​ຄຳ​ພີກູຣານ ທີ່ຖານ​ທັບ​ແຫ່ງ​ນຶ່ງຂອງ​ອົງ
ການເນ​ໂຕ້. ມີ​ຢ່າງ​ນ້ອຍ 13 ຄົນ​ແລ້ວ​ໄດ້​ເສຍ​ຊີວິດ​ ນັບ​ແຕ່​ການ​ປະ​ທ້ວງ​ໄດ້​ເລີ່​ມຂຶ້ນ​ໃນ​ວັນ​
ອັງຄານ​ຜ່ານ​ມາ.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ​ ​ໂອ​ບາ​ມາໄດ້​ສົ່ງ​ການ​ຂໍ​ຂະ​ມາ​ໂທດຢ່າງ​ເປັນ​ລາຍ​ລັກ
ອັກສອນ​ສະບັບ​ນຶ່ງ ​ໄປ​ຍັງ​ປະທານາທິບໍດີ​ອັຟກາ​ນິສຖານທ່ານຮາ​ມິດກາ​ໄຊ ກ່ຽວ​ກັບ​ການ​ບໍ່
ໃຫ້ຄວາມເຄົາລົບ ຕໍ່ພະ​ຄຳ​ພີທີ່​ສັກສິດ​ຂອງ​ສາສະໜາ​ອິສລາມ ຢູ່​ທີ່​ຖານ​ທັບ​ອາກາດ Bag-
ram. ປະ​ນ​າທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ ຄວາມ​ຜິດພາດທີ່​ວ່ານີ້​ ແມ່ນ​ເກີດ​ຂຶ້ນ​ໂດຍບໍ່​ໄດ້ຕັ້ງ​ໃຈ
ແລະພວກ​ເຈົ້າໜ້າ​ທີ່​ຈະ​ເອົາ​ບາດກ້າວ​ອັນ​ເໝາະ​ສົມ​ ເພື່ອ​ຫຼີກລ້ຽງ​ບໍ່​ໃຫ້​ເລື່ອງແບບ​ນີ້​ເກີດ​ຂຶ້ນ
ຊໍ້າ​ອີກແລະ​ໃຫ້​ພວກ​ກະທຳຜິດ​ເປັນ​ຜູ້​ຮັບຜິດຊອບ.

ສະຖານທູດ​ສະຫະລັດ​ໄດ້​ຮຽກຮ້ອງ​ໃຫ້​ຊາວ​ອາ​ເມຣິກັນຫຼີກລ້ຽງ​ການ​ເດີນທາງ​ໄປມາ​ທີ່​ບໍ່​ຈຳ​
ເປັນທັງ​ຫຼາຍຢູ່​ພາຍ​ໃນ​ອັຟກາ​ນິສຖານ.

ໃນ​ວັນ​ພະຫັດ​ວານ​ນີ້ ​ເຈົ້າໜ້າ​ທີ່​ຂອງ​ອົງການ​ເນ​ໂຕ້​ກ່າວ​ວ່າ ມີ​ຄົນ​ໃສ່​ເຄື່ອງ​ແບບທະຫານ​ອັຟ
ກາ​ນິສຖານ​ຜູ້​ນຶ່ງໄດ້​ຍິງ​ສັງຫານ​ກຳລັງ​ປະສົມ 2 ຄົນ​ທີ່ແຂວງ Nangarhar ​ໃນ​ພາກ​ຕາ​ເວັນ​
ອອກ​ຂອງ​ປະ​ເທດ ​ໃນ​ລະຫວ່າງ​ທີ່​ມີ​ການ​ປະ​ທ້ວງ​ກ່ຽວກັບ​ການ​ຈູດ​ພະ​ຄຳ​ພີ​ກູຣານນັ້ນ.

ໃນ​ຕອນ​ເຊົ້າຂອງ​ມື້ວານ​ນີ້ ​ກຸ່ມ​ຕາ​ລີ​ບານ​ໄດ້​ອອກ​ຖະ​ແຫຼງການ​ສະບັບ​ນຶ່ງ​ຮຽກຮ້ອງ​ໃຫ້​ຊາວ
ອັຟກາ​ນິສຖານ​ທຳ​ການ​ໂຈມ​ຕີເປົ້າໝາຍ​ຕ່າງໆ​ຂອງ​ຊາວ​ຕ່າງປະເທດ​ເພື່ອ​ເປັນ​ການ​ຕອບ​ໂຕ້
ຕໍ່​ການ​ໝິ່ນປະໝາດພະ​ຄຳ​ພີ​ທີ່​ສັກສິດ​ຂອງ​ສາສະໜາ​ອິສລາມ.

ແຕ່​ໃນ​ຖະ​ແຫຼງການ​ຮ່ວມ​ສະບັບ​ນຶ່ງ ຄະນະ​ຜູ້ຕາງໜ້າ​ຂອງ​ອັຟກາ​ນິສຖານ​ທີ່​ຖືກແຕ່ງຕັ້ງ​ໃຫ້​
ເປັນ​ຜູ້​ທຳ​ການ​ສືບສວນ​ ກ່ຽວ​ກັບ​ເຫດຮ້າຍ​ດັ່ງກ່າວ ​ໄດ້​ຮ້ອງ​ຂໍ​ໃຫ້​ຊາວອັຟກາ​ນິສຖານ​ ໃຊ້​
ຄວາມ​ຢັບຢັ້ງ​ແລະ​ຄວາມ​ລະມັດລະວັງ​ເປັນ​ພິ​ເສດ ​ແລະ​ຫຼີກລ້ຽງ​ຕໍ່​ການ​ການ​ປະ​ທ້ວງຕ່າງໆທີ່​
ອາດ​ອຳນວຍ​ໃຫ້​ພວກ​ສັດຕູ​ສວຍ​ໃຊ້​ສະຖານະການດັ່ງກ່າວ​ນີ້.

XS
SM
MD
LG