ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັຟການິສຖານ ຈັດວັນໄວ້ອາໄລ ແຫ່ງຊາດ ໃຫ້ແກ່ຜູ້ເສຍຊີວິດ ຈາກເຫດລະເບີດແຕກ


ປະຊາຊົນ ອັຟການິສຖານ ສູດມົນໃນລະຫວ່າງພິທີ
ສົ່ງສະການພວກເຄາະຮ້າຍ ທີ່ຖືກຂ້າຕາຍໃນວການ
ໂຈມຕີດ້ວຍລະເບີດສະຫຼະຊີບ, ນະຄອນຫຼວງ ກາບູລ, ອັຟການິສຖານ. 28 ມັງກອນ, 2018.
ປະຊາຊົນ ອັຟການິສຖານ ສູດມົນໃນລະຫວ່າງພິທີ ສົ່ງສະການພວກເຄາະຮ້າຍ ທີ່ຖືກຂ້າຕາຍໃນວການ ໂຈມຕີດ້ວຍລະເບີດສະຫຼະຊີບ, ນະຄອນຫຼວງ ກາບູລ, ອັຟການິສຖານ. 28 ມັງກອນ, 2018.

ອັຟການິສຖານ ກຳລັງຈັດວັນໄວ້ອາໄລແຫ່ງຊາດໃນວັນອາທິດມື້ນີ້. ທຸງຊາດໄດ້ຖືກ
ຫຼຸດລົງເຄິ່ງເສົາໃນທົ່ວປະເທດ ແລະ ສະຖານທູດ ອັຟການິສຖານໃນຕ່າງປະເທດ,
ມື້ນຶ່ງຫຼັງຈາກພວກກະບົດໄດ້ໃຊ້ລົດໂຮງໝໍທີ່ບັນຈຸລະເບີດເຕັມລົດ ເພື່ອໂຈມຕີທີ່ໂຫດ
ຮ້າຍ.

ບັນດາເຈົ້າໜ້າທີ່ໄດ້ກ່າວໃນວັນອາທິດມື້ນີ້ວ່າ ຈຳນວນຜູ້ເສຍຊີວິດສູງສຸດໄດ້ເພີ່ມຂຶ້ນ
ເປັນ 103 ຄົນ, ໃນຂະນະທີ່ 235 ຄົນໄດ້ຮັບບາດເຈັບໃນການໂຈມຕີທີ່ນະຄອນຫຼວງ
ຂອງປະເທດ.

ປະທານາທິບໍດີ ອັຟການິສຖານ ທ່ານ ອາສຣັຟ ການີ "Ashraf Ghani" ໄດ້ຂຽນຂໍ້
ຄວາມໃນ Twitter ວ່າ ວັນຈັນຈະເປັນວັນພັກ ໃນນະຄອນຫຼວງ ກາບູລ “ເພື່ອອະນຸ
ຍາດໃຫ້ການຊ່ວຍເຫຼືອຕ່າງໆ ສະໜອງການບໍລິການທີ່ດີຂຶ້ນ “ໃຫ້ປະຊາຊົນຜູ້ທີ່ໄດ້
ຮັບຜົນກະທົບຈາກການໂຈມຕີທີ່ໂຫດຫ້ຽມຕໍ່ພົນລະເຮືອນໃນວັນເສົາວານນີ້.

ນອກນັ້ນ ທ່ານປະທານາທິບໍດີ ຍັງໄດ້ກ່າວໃນ Twitter ວ່າ ວັນອັງຄານຈະເປັນວັນ
ສູດມົນ ພ້ອມກັບພິທີທ່ອງຄຳພີ ກູຣານ ໃນທົ່ວປະເທດ.

ຕຳຫຼວດ ອັຟການິສຖານ ກວດກາສະຖານທີ່ການໂຈມຕີດ້ວຍລະເບີດໃນນະຄອນຫຼວງ ກາບູລ, ປະເທດ ອັຟການິສຖານ. 28 ມັງກອນ, 2018.
ຕຳຫຼວດ ອັຟການິສຖານ ກວດກາສະຖານທີ່ການໂຈມຕີດ້ວຍລະເບີດໃນນະຄອນຫຼວງ ກາບູລ, ປະເທດ ອັຟການິສຖານ. 28 ມັງກອນ, 2018.

ລົດລະເບີດສະຫຼະຊີບ ໄດ້ແຕກຂຶ້ນ ໃນຂົງເຂດທີ່ແອອັດ ຢູ່ນອກຕຶກລັດຖະບານໃນນະຄອນຫຼວງ ກາບູລ ເມື່ອວັນເສົາວານນີ້.

ພວກຕາລີບານ ໄດ້ອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີດັ່ງກ່າວ.

ໃນຂະນະທີ່ທ່ານ ການີ ໄດ້ກ່າວວ່າ ການໂຈມຕີ ແມ່ນແນໃສ່ພົນລະເຮືອນນັ້ນ, ພວກ
ຕາລີບານໄດ້ກ່າວວ່າ ພວກເຂົາໄດ້ແນເປົ້າໝາຍໃສ່ກອງກຳລັງຕຳຫຼວດ ແລະ ໜ່ວຍ
ປາບປາມລັດທິກໍ່ການຮ້າຍ.

ຊາວ ອັຟການິສຖານ ບາງຄົນໃນວັນອາທິດມື້ນີ້ ໄດ້ໄປຮ່ວມພິທີສົ່ງສະການ ແລະ
ໄປຢ້ຽມຢາມຄົນຮັກຂອງເຂົາເຈົ້າຢູ່ໂຮງໝໍແຫ່ງຕ່າງໆ, ແລະ ຄົນອື່ນໆໄດ້ສະແດງ
ຄວາມໂມໂຫ ແລະ ສັບສົນກັບໂຈມຕີໃນນະຄອນຫຼວງ ກາບູລຄັ້ງນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG