ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ອັຟການິສຖານ ຄັດຄ້ານ ແຜນການ ສະຫະລັດ


ໜັງສືພິມ ທີ່ສຳຄັນສະບັບນຶ່ງ ຂອງສະຫະລັດ ລາຍງານວ່າ ຜູ້ບັນຊາການຄົນໃໝ່ ຂອງກຳລັງ ສະຫະລັດ ແລະອົງການເນໂຕ້ ໃນອັຟການິສຖານ ພວມໄດ້ຮັບການຄັດຄ້ານ ຈາກປະທານາທິບໍດີ ອັຟການິສຖານ ທ່ານຮາມິດ ກາໄຊ.

ໜັງສືພິມ WASHINGTON POST ລາຍງານ ໃນວັນເສົາມື້ນີ້ວ່າ ການພົບປະ ເທື່ອທຳອິດ ລະຫວ່າງນາຍພົນ DAVID PETRAEUS ແລະປະທານາທິບໍດີ ຮາມິດ ກາໄຊ ເກີດຄວາມເຄັ່ງຕຶງຂຶ້ນ ຫຼັງຈາກ ປະທານາທິບໍດີ ອັຟການິສຖານ ໄດ້ຄັດຄ້ານອີກຄັ້ງນຶ່ງ ຕໍ່ແຜນການ ທີ່ຈະເກັບເກນ ເອົາພວກຊາວບ້ານ ເຂົ້າຮັບໃຊ້ ໃນໂຄງການ ປ້ອງກັນທ້ອງຖິ່ນ.

ໂຄງການ ປ້ອງກັນທ້ອງຖິ່ນ ແມ່ນອົງປະກອບ ອັນສຳຄັນ ໃນຍຸດທະສາດ ທາງທະຫານ ຂອງສະຫະລັດ ໃນອັຟການິສຖານ. ໜັງສືພິມ WASHINGTONPOST ເວົ້າວ່າ ການບໍ່ເຫັນພ້ອມ ຂອງທ່ານກາໄຊ ກັບໂຄງການ ດັ່ງກ່າວນີ້ ແມ່ນເປັນບັນຫາ ທ້າທາຍຂັ້ນຕົ້ນ ຕໍ່ນາຍພົນ PETRAEUS ທີ່ພວມພະຍາຍາມ ຈະສ້າງຕັ້ງ ຄວາມສຳພັນ ແບບຮ່ວມມືກັນ ກັບຜູ້ນຳ ຂອງອັຟການິສຖານ.

ໃນມື້ວັນສຸກ ວານນີ້ ລັດຖະມົນຕີ ການຕ່າງປະເທດ ເຢຍຣະມັນ ທ່ານ GUIDO WESTERWELLE ກ່າວວ່າ ທະຫານ ອົງການເນໂຕ້ ຈະເລີ້ມໂອນ ຄວາມຮັບຜິດຊອບ ກ່ຽວກັບ ການຮັກສາ ຄວາມປອດໄພ ໃຫ້ແກ່ກຳລັງ ໃນເຂດທ້ອງຖິ່ນ ຢູ່ໃນ 3 ຫາ 4 ແຂວງ ຂອງອັຟການິສຖານ ໃນປີໜ້ານີ້.

XS
SM
MD
LG