ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານຍອມຮັບວ່າ ໄດ້ເອົາເງິນສົດ ໃຫ້ອັຟການິສຖານ


ໂຄສົກກະຊວງການຕ່າງປະເທດອີຣ່ານ ທ່ານ Ramin Mehmanparast
ໂຄສົກກະຊວງການຕ່າງປະເທດອີຣ່ານ ທ່ານ Ramin Mehmanparast

ອີຣ່ານໄດ້ຮັບຮູ້ກ່ຽວກັບການສົ່ງເງິນໄປໃຫ້ລັດຖະບານອັຟການິສຖານ ເພື່ອຊ່ອຍບູລະນະ
ສ້າງສາປະເທດດັ່ງກ່າວ.

ໂຄສົກກະຊວງການຕ່າງປະເທດອີຣ່ານທ່ານ Ramin Mehmanparast ກ່າວ ໃນວັນ
ອັງຄານມື້ນີ້ວ່າອີຣ່ານມີຄວາມວິຕົກກັງວົນກ່ຽວກັບສັນຕິພາບແລະສະເຖຍລະພາບຢູ່ໃນ
ອັຟການິສຖານທີ່ເປັນເພື່ອນບ້ານນັ້ນ ແລະຈະໃຫ້ການຊ່ອຍເຫຼືອສືບຕໍ່​ໄປ.

ປະທານາທິບໍດີອັຟການິສຖານ ທ່ານຮາມິດ ກາໄຊ ກ່າວໃນມື້ວັນຈັນວານນີ້ວ່າ ຫ້ອງການ
ຂອງທ່ານໄດ້ຮັບເງິນເປັນໄຖ່ໆຈາກອີຣ່ານ ຊຶ່ງທ່ານເວົ້າວ່າເປັນການ ຊ່ອຍເຫຼືອໃນຮູບແບບ
ທີ່ໂປ່ງໃສ ​ແລະວ່າເງິນເຫຼົ່ານີ້ບໍ່ແມ່ນເງິນລັບ ຫຼືເງິນທີ່ໃຫ້ແບບຜິດປົກກະຕິ.

ສະຫະລັດກ່າວວ່າ ຕົນຍັງມີຄວາມສົງໃສບໍ່ແນ່ໃຈກ່ຽວກັບຈຸດປະສົງຂອງອີຣ່ານ ເມື່ອພິຈາ
ລະນາ​ເຖິງປະວັດຜ່ານມາຂອງອີຣ່ານ ​ກ່ຽວ​ກັບບົດບາດທີ່​ເປັນການສ້າງຄວາມບໍ່ທຸ່ນທ່ຽງ
ຢູ່ໃນຂົງເຂດ.

ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານ Philip Crowley ກ່າວໃນວັນຈັນ
ວານນີ້ວ່າ ວໍຊິງຕັນບໍ່ໄດ້ຕັ້ງຄຳຖາມກ່ຽວກັບສິດທິໃນການໃຫ້ຄວາມຊ່ອຍເຫຼືອຂອງອີຣ່ານ
ແກ່ອັຟການິສຖານຫຼືສິດທິຂອງອັຟການິສຖານໃນການຮັບເອົາການຊ່ອຍເຫຼືອຈາກອີຣ່ານ.

ທ່ານ Crowley ກ່າວວ່າ ວໍຊິງຕັນກໍໄດ້ຈັດສົ່ງການຊ່ອຍເຫຼືອເປັນເງິນສົດໄປໃຫ້ເຈົ້າໜ້າ
ທີ່ອັຟການິສຖານ ແຕ່ການກະທຳດັ່ງກ່າວ ໄດ້​ຫລຸດນ້ອຍ​ລົງ​ຢ່າງ​ຫລວງຫລາຍໃນໄລຍະ
ສອງສາມປີຜ່ານມານີ້.

XS
SM
MD
LG