ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

22 ຄົນເສຍຊີວິດ ຍ້ອນນໍ້າຖ້ວມ ຢູ່ອັຟການິສຖານ (ວິດີໂອ)


Afghanistan
please wait
Embed

No media source currently available

0:00 0:00:25 0:00

ເບິ່ງວີດິໂອ: ຊາວອັຟການິສຖານ ທີ່ຖືກໄພນໍ້າຖ້ວມ ແລະພິທີສົ່ງສະການພວກເສຍຊີວິດ.

ຝົນຕົກ​ໜັກ ​ແລະ​ພາຍຸ​ໝາກ​ເຮັບ ​ໄດ້​ເຮັດ​ໃຫ້ 22 ຄົນ​ເສຍ​ຊີວິດ
​ໃກ້ກັບເມືອງຫລວງ Kabul ຂອງ​ອັຟກາ​ນິສຖານ.

ຝົນ​ໄດ້​ເລີ້ມ​ຕົກ​ລົງ​ມາໃນ​ຕອນ​ແລງ​ວັນ​ເສົາ ​ແລະ​ສືບ​ຕໍ່​ມາ​ຈົນ
​ຮອດ​ວັນ​ອາທິດ.

ບັນດາ​ຜູ້​ເຄາະ​ຮ້າຍ​ ​ມີ​ຮວມ​ທັງ​ເດັກນ້ອຍ ເຈັດ​ຄົນ.

ຜູ້​ເຄາະ​ຮ້າ​ຍສ່ວນ​ຫລາຍ ​ແມ່ນ​ຢູ່່​ໃນ​ລົດທີ່ຖືກ​ນໍ້າ​ພັດ​ໄປ ​ແລະ​ຈົມ​ລົງ​ໃນນໍ້າທີ່​ໄຫລ​ຖ້ວມ.

ຢ່າງ​ໜ້ອຍ 10 ຫລັງຄາ​ເຮືອນ​ໃນ​ເມືອງ Chakardara ​ໄດ້​ຖືກ​ນໍ້າ​ພັດ​ໄປ ຫລື​ໄດ້​ຮັບ​ຄວາ​ມ​ເສຍ​ຫາຍ​ໜັກ.

​ເຄື່ອງມື​ຂົນ​ຍ້າຍ​ດິນ ​ໄດ້​ຖືກ​ສົ່ງ​ເຂົ້າ​ໄປ​ຍັງ​ເຂດຖືກ​ກະທົບ ​ເພື່ອ​ຊອກ​ຫາ​ຜູ້​ເຄາະ​ຮ້າຍຕື່ມ​ອີກ ຫລື​ພວກລອດ​ຊີວິດທີ່ອາດ​ຖືກ​ຝັງ​ຢູ່​ໃນ​ຂີ້ຕົມ.

ອາທິດ​ແລ້ວ​ນີ້ ນໍ້າ​ທີ່​ໄຫລ​ຖ້ວມ​ຢ່າງ​ກະທັນຫັນ ຍ້ອນ​ຝົນຕົກ​ໜັກ ​ໄດ້​ເຮັດ​ໃຫ້​ປະມານ 75 ຄົນ​ເສຍ​ຊີວິດ ຢູ່ໃນ​ຫ້າ​ແຂວງ​ທາງພາກ​ຕາ​ເວັນ​ອອກຂອງ​ອັຟກາ​ນິສຖານ.
XS
SM
MD
LG