ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີອັງກິດ ຢ້ຽມຢາມອັຟກາ​ນິສຖານ​


ນາຍົກລັດຖະມົນຕີອັງກິດ David Cameron (ກາງ) ເດີນທາງໄປຢ້ຽມຢາມອັຟການິສຖານ ໂດຍບໍ່ມີການປະກາດ ໃຫ້ຊາບລ່ວງໜ້າ, ວັນທີ 7 ທັນວາ 2010.
ນາຍົກລັດຖະມົນຕີອັງກິດ David Cameron (ກາງ) ເດີນທາງໄປຢ້ຽມຢາມອັຟການິສຖານ ໂດຍບໍ່ມີການປະກາດ ໃຫ້ຊາບລ່ວງໜ້າ, ວັນທີ 7 ທັນວາ 2010.

ທ່ານ David Cameron ນາຍົກລັດຖະມົນຕີຂອງ​ອັງ
ກິດ ກໍ​ໄດ້ໄປຢ້ຽມຢາມອັຟການິສຖານ​ ແບບ​ບໍ່​ມີ​ປະກາດ
ໃຫ້ຊາບ​ລ່ວງ​ໜ້າ​ເຊ່ນ​ກັນ ຊຶ່ງ​ທ່ານ​ໄດ້​ກ່າວຢູ່​ທີ່​ນັ້ນວ່າ
ກອງ​ທະຫານ​ອັງກິດ​ອາດ​ສາມາດ​ເລີ່​ມຖອນອອກ​ຈາກ
ອັຟກາ​ນິສຖານ​ໄປ​ໄດ້ໃນຕົ້ນ​ປີໜ້າ ຢ່າງ​ໄວທີ່​ສຸດ.

ເຮືອບິນ​ຂອງທ່ານ Cameron ​ໄດ້​ໄປ​ລົງທີ່​ແຂວງ
Helmand ​ໃນ​ວັນ​ຈັນ​ມືື້ວານ​ນີ້ ບ່ອນທີ່​ກໍາລັງສ່ວນ
ໃຫຍ່ຂອງ​ອັງກິດ​ປະ​ຈໍ​າການຢູ່​.

ທ່ານ Cameron ​ແລະ​ຜູ້​ບັນຊາ​ການ​ສູງສຸດ​ຂອງ​ອັງກິດ, ນາຍ​ພົນ David Richards
ກ່າວ​ວ່າ ສະຖານະ​ການ​ດ້ານຄວາມ​ປອດ​ໄພ​ທີ່​ດີ​ຂຶ້ນເມື່ອ​ໄວໆ​ມາ​ນີ້ ສາມາດອໍານວຍ​ໃຫ້
ອັງກິດລົດກອງ​ກໍາ​ລັງ​ຂອງ​ຕົນ​ໃນອັ​ຟກາ​ນິສຖານ​ລົງໄດ້ໃນ​ປີ 2011.

ບັນດາສະມາຊິກ​ຂອງ​ອົງການເນ​ໂຕໄດ້​ຕົກລົງ​ກັນ​ໃນ​ເດືອນ​ແລ້ວ​ນີ້ ​ທີ່​ຈະ​ມອບໂອນ​ກາ​ນ
ຄວບ​ຄຸມ​ທາງ​ທະຫານ​ໃຫ້​ແກ່ກອງ​ກໍາລັງ​ຂອງອັ​ຟກາ​ນິສຖານໃນ​ປີ 2014.

ທ່ານ Cameron ກ່າວ​ໃນ​ວັນ​ຈັນວານ​ນີ້​ວ່າ ​ເປົ້າ​ໝາຍຂອງ​ທ່ານ​ ກໍ​ຄື​ ຖອນ​ກອງ​ກໍາລັງ
ທະຫານ​ຂອງ​ອັງກິດ ອອກ​ຈາກອັ​ຟກາ​ນິສຖານ​ໄປໃຫ້​ໝົດ​ພາຍ​ໃນ​ປີ 2015.


ອັງກິດ​ມີທະຫານ​ປະມານ 9,500 ຄົນ ຢູ່​ໃນອັ​ຟກາ​ນິສຖານ​ ຊຶ່ງ​ເປັນ​ກໍາລັງ​ທີ່ໃຫ່ຽອັນ​ດັບ
2 ທີ່​ສົມທົບເຂົ້າກັບກອງ​ກໍາລັງຂອງເນ​ໂຕ ​ແລະ​ກໍ​ໄດ້​ມີທະຫານອັງກິດເສຍ​ຊີວິດ​ໄປ ເຖິງ
340 ຄົນ​ແລ້ວ ​ໃນ​ການ​ປະຕິບັດ​ງານ​ຢູ່​ອັຟກາ​ນິສຖານ​ນັ້ນ.




XS
SM
MD
LG