ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍ​ງານລັບຂອງ ສ​ຫລ ເວົ້​າ​ວ່າ ກຸ່ມ​ຕາ​ລີ​ບານ ມີ​ແຜນ​ທີ່​ຈະບໍ່​ເຮັດ​ຕາມ​​ ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ ກັບ​ ສ​ຫ​ລ


ທ. Mullah Abdul Ghani Baradar, ຜູ້ນຳຄະ​ນະ​ຜູ້​ແທນກຸ່ມ​ຕາ​ບີ​ບານ ແລະ​ ທ. Zalmay Khalilzad, ທູດ​ພິ​ເສດຂອງ ສ​ຫລ ໃນ​ການ​ເຈ​ລະ​ຈາ​ໃນ​ເລື້ອງອັ​ຟ​ກາ​ນິ​ສ​ຖານຈັບ​ມື​ກັບ ພາຍ​ຫລັງ ເຊັນຂໍ້​ຕົກ​ລົງ ໃນ​ພິ​ທີເຊັນ​ຂໍ້​ຕົກ​ລົງ ໃນນະ​ຄອນ​ໂດ​ຮ່າ ຂອງ​ກາ​ຕາ
ທ. Mullah Abdul Ghani Baradar, ຜູ້ນຳຄະ​ນະ​ຜູ້​ແທນກຸ່ມ​ຕາ​ບີ​ບານ ແລະ​ ທ. Zalmay Khalilzad, ທູດ​ພິ​ເສດຂອງ ສ​ຫລ ໃນ​ການ​ເຈ​ລະ​ຈາ​ໃນ​ເລື້ອງອັ​ຟ​ກາ​ນິ​ສ​ຖານຈັບ​ມື​ກັບ ພາຍ​ຫລັງ ເຊັນຂໍ້​ຕົກ​ລົງ ໃນ​ພິ​ທີເຊັນ​ຂໍ້​ຕົກ​ລົງ ໃນນະ​ຄອນ​ໂດ​ຮ່າ ຂອງ​ກາ​ຕາ

ອົງ​ການ​ຂ່າວ​ຂອງ​ສະ​ຫະ​ລັດ​ແຫ່ງ​ນຶ່ງ ກຳ​ລັງ​ລາຍ​ງານ​ວ່າ ລັດ​ຖະ​ບານ​ສະ​ຫະ​ລັດ ໄດ້​ຮັບຂ່າວ​ຈາກ​ຝ່າຍ​ສືບລັບ​ທີ່ເວົ້​າ​ວ່າ ກຸ່ມ​ຕາ​ລີ​ບານບໍ່​ມີ​ແຜນ​ທີ່​ຈະ​ເຮັດ​ຕາມ​ສັນ​ຍາ​ທີ່​ພວກ​ເຂົາ​ເຈົ້າ​ໃຫ້​ໄວ້ ຢູ່​ໃນ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ກັບ​ສະ​ຫະ​ລັດ.

ອົງ​ການ​ຂ່າວ NBC ໄດ້​ອ້າງ​ອີງ​ເຖິງ​ຄຳ​ເວົ້າ​ຂອງບັນ​ດາ​ເຈົ້າ​ໜ້າ​ທີ່​ສືບ​ລັ​ບ​ທີ່​ບໍ່​ປະ​ສົງ​ບອກ​ນາມ​ຢູ່​ໃນ​ລາຍ​ງານ​ດັ່ງ​ກ່າວ ໂດຍ​ເວົ້າ​ວ່າ ການ​ສືບ​ລັບ​ຂອງ​ສະ​ຫະ​ລັດ ສະ​ແດງໃຫ້​ເ​ຫັນ​ວ່າ ກຸ່ມ​ຕາ​ລີ​ບານມອງ​ຂັ້ນ​ຕອນ​ສັນ​ຕິ​ພາບ​ວ່າເປັນ​ວິ​ທີ​ທາງ​ອັນ ນຶ່ງ​ທີ່​ເຮັດ​ໃຫ້ຮັບ​ປະ​ກັນ​ໄດ້​ວ່າ ​ຈະ​ມີ​ການ​ຖອນ​ທະ​ຫານ​ຂອງສະ​ຫະ​ລັດ​ອອກ​ໄປ. ພາຍ​ຫລັງ​ທີ່​ທະ​ຫານ​ອອກໄປ​ຈາກ​ອັ​ຟ​ກາ​ນິ​ສ​ຖານແລ້ວ ກຸ່ມ​ຕາ​ລີ​ບານ​ມີ​ແຜນ​ທີ່​ຈະ​ໂຈມ​ຕີ​ລັດ​ຖະ​ບານ​ຂອງ​ອັ​ຟ​ການ​ນິ​ສ​ຖານ​ທີ່​ໄດ້​ຮັບ​ການ​ໜູນ​ຫລັງ​ຈາກ​ສະ​ຫະ​ລັດ​ນັ້ນ, ອີງ​ຕາມ​ລາຍ​ງານ​ດັ່ງ​ກ່າວ.

ຂໍ້​ຕົກ​ລົງ​ລະ​ຫວ່າງ​ສະ​ຫະ​ລັດກັບ​ກຸ່ມ​ຕາ​ລີ​ບານ​ທີ່ໄດ້ເຊັນ​ໃນ​ວັນ​ເສົາຜ່ານ​ມານີ້
ຮຽກ​ຮ້ອງ​ໃຫ້​ກຸ່ມ​ຕາ​ລີ​ບານ​ຍຸ​ຕິ​ການ​ໃຫ້​ບ່ອນ​ລີ້​ຊ່ອນ​ແກ່ພວກກໍ່​ການ​ຮ້າຍ ແລະ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ກັບ​ລັດ​ຖະ​ບານ​ອັ​ຟ​ກາ​ນິ​ສ​ຖານ ເພື່ອ​ແລກ​ປ່ຽນ​ກັບການ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຂອງ​ສະ​ຫະ​ລັດ​ທີ່​ຈະ​ຖອນ​ທະ​ຫານ​ອອກ​ໄປ.

ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ແມ່ນ​ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ວໍ​ຊິງ​ຕັນ​ປິດ​ສົງ​ຄາມ​ຂອງ​ອາ​ເມ​ຣິ​ກາ ທີ່​ຍືດ​ຍາວທີ່​ສຸດນັ້ນ​ລົງ ແລະ​ເອົາ​ທະ​ຫານ​ປະ​ມານ 13,000 ທີ່​ປະ​ຈຳ​ການ​ຢູ່​ໃນ​ປະ​ເທດນັ້ນ​ໃນ​ປັດ​ຈຸ​ບັນກັບ​ຄືນ​ບ້ານ​ພາຍ​ໃນ 14 ເດືອນ​ຂ້າງ​ໜ້ານີ້.

ຂໍ້​ຕົກ​ລົງທີ່​ວ່ານັ້ນ ຍັງ​ຮຽກ​ຮ້ອງ​ໃຫ້​ທັງ​ສອງ​ຝ່າຍບໍ່​ໃຫ້​ໂຈມ​ຕີກຳ​ລັງ​ທະ​ຫານ​ຂອງ​ກັນ ແລະ​ກັນ ແລະ​ຜູກ​ມັດ​ໃຫ້​ກຸ່ມ​ກະ​ບົດ​ດັ່ງ​ກ່າວບໍ່​ໃຫ້​ດຳ​ເນີນ​ກາ​ນ​ວາງ​ລະ​ເບີດ ສະ​ຫລະ​ຊີບ ແລະ​ວາງ​ລະ​ເບີດ​ແບບ​ອື່ນໆ ຢູ່​ໃນ​ສູນ​ກາງ​ຕ່າງໆ ໃນ​ເຂດ​ໃນ​ເມືອງ​ຂອງ​ອັ​ຟ​ກາ​ນິ​ສ​ຖານ.

ເຖິງ​ຈະ​ມີຂໍ້​ຕົກ​ລົງ​ດັ່ງ​ກ່າວ​ກໍ​ຕາມ ໄດ້​ມີ​ການກໍ່​ຄວາມ​ຮຸນ​ແຮງ​ຢູ່​ສະ​ໜາ​ລົບ​ເພີ້ມສູງ​ຂຶ້ນຢູ່​ໃນ​ອາ​ທິດນີ້. ແຕ່​ວ່າ ຜູ້​ບັນ​ຊາ​ການ​ທະ​ຫານ​ສະ​ຫະ​ລັດ ໄດ້​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ມັນ ແລະ​ສັນ​ຍາ​ວ່າ ຈະ​ຮັກ​ສາ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​ໄວ້.

ທ່ານ​ໄມ​ຄ໌ ພອມ​ພຽວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ "ພວກ​ເຮົາ​ຍັງ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ນຳ​ຂອງ​ກຸ່ມ​ຕາ​ລີ​ບານກຳ​ລັງ​ເຮັດ​ວຽກ​ຮ່ວມກັນ​ເພື່ອ​ເຮັດ​ຕາມ​ຄຳໝັ້ນ​ສັນ​ຍາ​ຂອງ​ຕົນ,” ເຖິງແມ່ນ​ວ່າ ຈະ​ມີ​ການກໍ່​ຄວາມ​ຮຸນ​ແຮງ​ກຳ​ລັງ​ດຳ​ເນີນ​ໄປ​ຢູ່​ກໍ​ຕາມ. ແຕ່​ວ່າ ທ່ານ​ກໍ​ໄດ້​ຮັບ​ຮູ້​ວ່າ "ເສັ້ນ​ທາງ​ກ້າວ​ໄປ​ຂ້າງ​ໜ້າ​ຈະ​ເປັນ​ເລື້ອງ​ຫຍຸ້ງ​ຍາກ​ຢູ່.”

ອ່ານ​ຂ່າວນີ້​ເພີ້ມ​ເປ​ັນ​ພາ​ສາ​ອັງ​ກິດ

XS
SM
MD
LG