ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດກ່າວວ່າ ມີຄວາມກ້າວໜ້າ ໃນຫລາຍເຂດ ຢູ່ອັຟການິສຖານ


ປະທານາທິບໍດີ Hamid Karzai ແຫ່ງອັຟການິສຖານ
ປະທານາທິບໍດີ Hamid Karzai ແຫ່ງອັຟການິສຖານ

ກະ​ຊວງ​ປ້ອງ​ກັນ​ປະ​ເທດສະຫະລັດ​ລາຍ​ງານວ່າ ​ໄດ້​ມີ
ຄວາມກ້າວໜ້າ​ໃນ​ການ​ສ້າງ​ຄວາມ​ໝັ້ນຄົງໃນ​ຫລາຍໆ
ເຂດ​ສໍາຄັນ​ຂອງອັຟກາ​ນິສຖານ ​ແຕ່​ກໍ​ເວົ້າ​ວ່າ ກຸ່ມ​ຕາ​ລີ
ບັນ ຍັງຄົງເປັນສັດຕູທີ່​ທົນ​ທານ ປັບ​ໂຕ​ຄືນໄດ້​ງ່າຍ ​ແລະ
ຍັງ​ມີຄ​ວາ​ມ​ສາມາດ ຫລາຍ​ສົມຄວນຢູ່.

ໃນ​ລາຍ​ງານ​ເຄິ່ງປີທີ່​ໄດ້​ພິມອອກ​ເຜີຍ​ແຜ່ໃນ​ວັນ​ອັງຄານ
ວານນີ້,ທໍານຽບຫ້າ​ແຈ ຍັງ​ໄດ້ຍອມຮັບ​ວ່າ ​ຄວາມ​ພະຍາ
ຍາມໃນ​ການກໍ່ສ້າງລັດຖະບານ​ອັ​ຟການິສຖານ​ ແລະ​ສົ່ງ
ເສີມ​ການ​ພັດທະນາ​ດ້ານເສດຖະກິດນັ້ນ ​ແມ່ນ​ເຊື່ອງ​ຊ້າ
ກ່ວາ​ການດໍາ​ເນີນງານ​ສ້າງຄວາມ​ໝັ້ນຄົງ​.

ລາຍ​ງານ​ດັ່ງກ່າວ​ ຊຶ່ງ​ລັດຖະສະພາ​ສະຫະລັດບັງຄັບ​ໃຫ້​ເຮັດ
ອອກ​ນັ້ນ ກ່າວ​ອີກ​ວ່າ​ ​ຍັງ​ມີ​ວຽກ​ງານຫຼາຍໆ​ຢ່າງ​ທີ່​ຈະ​ຕ້ອງ
ເຮັດ​ ​ເພື່ອເກ້​ຍກ່ອມປະຊາຊົນ​ອັ​ຟການິສຖານ ໃຫ້ສົ່ງ​ເສີມ
ແລະ​ໃຫ້ການ​ຊ່ອຍ​ເຫຼືອ​ແກ່​ລັດ​ຖະບານ ​ແທນ​ທີ່​ຈະໄປ​ຊ່ອຍ ພວກ​ກະບົດ​ຕາ​ລີ​ບານ.

XS
SM
MD
LG