ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອງເຈົ້າແຂວງເສຍຊີວິດ ໃນການໂຈມຕີຢູ່ອັຟການິສຖານ


ການໂຈມຕີສະລະຊີບທີ່ເຮັດໃຫ້ຮອງເຈົ້າແຂວງການດາຮາເສຍຊີວິດ (29 ມັງກອນ 2011)
ການໂຈມຕີສະລະຊີບທີ່ເຮັດໃຫ້ຮອງເຈົ້າແຂວງການດາຮາເສຍຊີວິດ (29 ມັງກອນ 2011)

ເຈົ້າໜ້າທີ່ອັຟການິສຖານກ່າວວ່າ
ການໂຈມຕີ ດ້ວຍລະເບີດສະລະ
ຊີບເຮັດໃຫ້ຮອງເຈົ້າແຂວງໆການ
ດາຮາໃນພາກໃຕ້ອັຟການິສຖານ
ເສຍຊີວິດ ແລະອີກ 5 ຄົນໄດ້ຮັບບາດເຈັບ.

ເຈົ້າໜ້າທີ່ເວົ້າວ່າ ຜູ້ໂຈມຕີສະລະຊີບທີ່ຂີ່ລົດຈັກ ໄດ້ແລ່ນເຂົ້າຕຳ ລົດຂອງທ່ານ Abdul
Latif Ashna ໃນວັນເສົາມື້ນີ້ ຂະນະທີ່ທ່ານພວມຢູ່ໃນລະຫວ່າງການ ເດີນທາງໄປເຮັດ
ວຽກທີ່ເມືອງການດາຮາ ເມືອງເອກຂອງແຂວງ.

ອົງການຂ່າວຝຣັ່ງລາຍງານວ່າ ພວກທາລີບານໄດ້ອ້າງເອົາຄວາມຮັບຜິດຊອບ ໃນການ
ໂຈມຕີທີ່ວ່ານີ້.

ແຂວງການດາຮາແມ່ນຖືກັນວ່າ ເປັນທີ່ຕັ້ງທາງດ້ານຈິດໃຈຂອງກຸ່ມທາລີບານ.

ໃນວັນສຸກວານນີ້ຜູ້ໂຈມຕີສະລະຊີບຄົນນຶ່ງກໍໄດ້ສັງຫານ 9 ຄົນທີ່ຕະຫຼາດຊູເປີ້ມາກເກັດ
ທີ່ຊາວຕ່າງປະເທດມັກໄປ ຢູ່ນະຄອນຫຼວງກາບູລ.

ນອກນັ້ນແລ້ວກຸ່ມທາລີບານຍັງໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີທີ່ນະຄອນ ຫຼວງຂອງອັຟການິສຖານນຳດ້ວຍ.

XS
SM
MD
LG