ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ແລະ ອັຟກາ​ນີສຖານ ຍັງບໍ່ທັນ ບັນລຸ ການຕົກລົງ ກັນເທື່ອ (ວີດີໂອ)


ນັກ​ສຶກສາ​ຊາວ​ອັ​ຟກາ​ນີສຖານ ຮ້ອງ​ໂຮ ຕໍ່ຕ້ານ​ ອາ​ເມຣິກາ
ນັກ​ສຶກສາ​ຊາວ​ອັ​ຟກາ​ນີສຖານ ຮ້ອງ​ໂຮ ຕໍ່ຕ້ານ​ ອາ​ເມຣິກາ
ລັດຖະບານອັຟການີສຖານ ກ່າວວ່າ ສະຫະລັດໄດ້ຕົກລົງວ່າ
ຈະບໍ່​ໃຫ້ກໍາລັງຂອງ​ຕົນ​ບຸກ​ເຂົ້າ​ໄປ​ກວດ​ຄົ້ນ ຕາມບ້ານເຮືອນ
ຂອງປະຊາຊົນຊາວອັຟການີສຖານທໍາມະດາສາມັນພາຍໃຕ້
ຂໍ້ຕົກລົງການຮັກສາຄວາມປອດໄພ ທີ່​ມີ​ການສະ​ເໜີ​ໄປ​ນັ້ນ.

ການ​ໃຫ້ການຄໍ້າປະກັນຂອງສະຫະລັດແມ່ນມີຂຶ້ນໃນລະຫວ່າງ
​ການໂອ້ລົມສົນທະນາທາງໂທລະສັບ ລະຫວ່າງລັດຖະມົນຕີ
ການ​ຕ່າງປະ​ເທດສະຫະລັດທ່ານ ຈອນ ແຄຣີ ກັບປະທານາ
ທິບໍດີອັຟການີສຖານ ທ່ານ hamid Karzai ໃນວັນອັງຄານ
ວານນີ້ຊຶ່ງໂຄສົກຂອງທ່ານKarzai ກໍຄືທ່ານ Emal Faizi
ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວ.

ແຕ່ໂຄສົກຍິງຂອງກະຊວງການຕ່າງປະເທດຂອງສະຫະລັດ ທ່ານນາງ Jen Psaki ໄດ້ກ່າວ
ໃນວັນອັງຄານວານນີ້ວ່າ​ ໃນຂະນະທີ່ໄດ້ມີການຄືບໜ້າໃນບາງຢ່າງ​ເພື່ອແກ້ໄຂບັນຫາທີ່​
ຍັງ​ຄ້າງຄາ ພົວພັນ​ກັບ​ຂໍ້​ຕົກລົງໃນການຮັກສາຄວາມປອດໄພນັ້ນ ຊຶ່ງທາງສະຫະລັດ
ແລະອັຟການີສຖານ ຍັງບໍ່ທັນໄດ້ບັນລຸເປົ້າໝາຍເທື່ອ.

ການບຸກ​ເຂົ້າ​ໄປ​ກວດຄົ້ນຢູ່​ຕາມບ້ານເຮືອນຂອງປະຊາຊົນຊາວອັຟການີສຖານ ໂດຍກອງ
ກໍາລັງ​ຂອງສະຫະລັດນັ້ນ ແມ່ນໄດ້ກາຍ​ເປັນ​ຂໍ້​ຄ້າງ​ຄາ ໃນການເຈລະຈາຕໍ່ລອງ​ແລະຂົ່ມຂູ່
ວ່າຈະ​ເຮັດ ​ໃຫ້ບໍ່​ສາມາດ​ບັນລຸ​ການ​ຕົກລົງ​ກັນ​ໄດ້ ກ່ຽວ​ກັບ​ຂໍ້​ຕົກລົງຄວາມປອດໄພສອງຝ່າຍ
​ຊຶ່ງ​ຈະ​ໃຫ້ການ ຄຸ້ມ​ຄອງຕໍ່​ການ​ມີໜ້າ​ຂອງ​ກຳລັງ​ສະຫະລັດ ຢູ່​ໃນ​ອັຟກາ​ນິສຖານ ຫລັງ​ຈາກ
​ທະຫານ​ຕ່າງປະ​ເທດ ສ່ວນ​ໃຫຍ່​ຖອນ​ອອກ​ໄປ​ໃນ​ທ້າຍ​ປີໜ້າ.

ວີດີໂອ: ຊາວອັຟການິສຖານອະພິປາຍ ກ່ຽວກັບກອງທະຫານສະຫະລັດ:

Future Role of US Troops in Afghanistan Debated
please wait

No media source currently available

0:00 0:02:52 0:00
ລິງໂດຍກົງ

ໂຄສົກຂອງອັຟການີສຖານ ໄດ້ກ່າວວ່າ ທ່ານ ໂອບາມາ ຍັງໄດ້ຕົກລົງທີ່ຈະຂຽນຈົດໝາຍ
ເຖິງປະຊາຊົນຊາວອັຟການີສຖານ ໂດຍໄດ້ຮັບຮູ້ເຖິງຄວາມຜິດພາດໃນການເຮັດສົງຄາມ
ປາບ​ປາມ “ພວກກໍ່ການຮ້າຍ” ແຕ່ທ່ານນາງ Psaki ໄດ້ກ່າວວ່າ ທ່ານນາງຍັງບໍ່ສາມາດໃຫ້
ການ​ຢືນຢັນ ກ່ຽວກັບການຕອບຮັບຂອງແຜນການທາງການທູດເທື່ອວ່າ ມັນມີແບບນັ້ນ
ແທ້ບໍ່?
XS
SM
MD
LG