ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດອັຟການິສຖານ ແລະຫົວໜ້າ​ ຖືກສານຕັດສິນ ໃຫ້ຕິດ​ຄຸກ ​​ເປັນ​ເວລານຶ່ງ​ປີ


ພວກຜູ້ຊາຍອັຟການິສຖານ ຢືນຢູ່ຕໍ່ໜ້າສານສູງສຸດ ປະທ້ວງ ຮຽກຮ້ອງໃຫ້ສິດທິຜູ້ຍິງ.
ພວກຜູ້ຊາຍອັຟການິສຖານ ຢືນຢູ່ຕໍ່ໜ້າສານສູງສຸດ ປະທ້ວງ ຮຽກຮ້ອງໃຫ້ສິດທິຜູ້ຍິງ.

ສານແຫ່ງ​ນຶ່ງ ຢູ່ໃນນະຄອນຫລວງ Kabul ​ໄດ້​ຕັດສິນ​ລົງ​ໂທດ
ເຈົ້າ​ໜ້າ​ທີ່ຕຳຫລວດ 11 ຄົນ ຮວມທັງ​ຫົວໜ້າ​ຕຳຫລວດປະຈຳ
​ເຂດ​ຄົນ​ນຶ່ງ ​ໃຫ້​ຄິດ​ຄຸກເປັນ​ເວລານຶ່ງ​ປີ ​ໃນ​ຂະນະ​ທີ​ອີກ​ແປດ
​ຄົນຖືກປ່ອຍໂຕໃຫ້​ເປັນ​ອິດ​ສະຫລະກ່ຽວ​ກັບ​ການທີ່ຝູງຊົນທຸບ
​ຕີ​ແມ່ຍິງ​ຄົນ​ນຶ່ງ​ເຖິງ​ຕາຍ ທີ່​ນະຄອນຫຼວງ Kabul ເມື່ອ​ຕົ້ນ​ປີ​ນີ້.

ຜູ້​ພິພາກສາ ​ໄດ້​ພົບ​ເຫັນ​ວ່າ ​ເຈົ້າ​ໜ້າ​ທີ່​ຕຳຫລວດ 11 ຄົນ​ມີ​
ຄວາ​ມຜິດ​ໃນ​ຖານ​ ບໍ່​ຫົວຊາ​ຕໍ່ໜ້າ​ທີ່ ​ເພື່ອ​ປ້ອງ​ກັນນາງ
Farkhunda ອາຍຸ 27 ປີຈາກ​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ເມື່ອ
ວັນ​ທີ 19 ​ເດືອນ​ມີນາ ທີ່​ເກີດຂຶ້ນຍ້ອນຖືກ​ກ່າວ​ຫາຢ່າງ​ຜິດ
ພາດ​ວ່າ ນາງ​ໝິ່ນປະໝາດ​ຄຳພີ Koran ທີ່​ສັກສິດ​ຂອງສາສະໜາອິສລາມ.

ວີ​ດີ​ໂອ ທີ່ຖ່າຍຈາກ​ມື​ຖືໄດ້ສະ​ແດງ​ໃຫ້​ເຫັນ​ຜູ້ຄົນ​ພາກັນ​ຫຸ້ມທຸບ​ຕີ​ນາງ ດ້ວຍ​ໄມ້ຄ້ອນ ຊຸກ
ນາງລົງ​ຈາກ​ຫລັງຄາ​ເຮືອນ ​ແລະ​ເອົາ​ລົດ​ແລ່ນຢຽບ​ຂ້າມ​ໄປມາ ກ່ອນຈະແກ່ໄປຕາມ
​ຖະໜົນ​ໃນນະຄອນຫຼວງ Kabul ​ຫລັງ​ຈາກ​ນັ້ນ​ກໍໄດ້ເອົາໄຟເຜົາ​ ​ແລະໂຍນ​ລົງ​ແມ່​ນໍ້າ.

ການ​ໂຈມ​ຕີ​ນີ້ ໄດ້ພາໃຫ້​ເກີດ​ມີ​ການ​ປະ​ທ້ວງ ​ຢູ່ໃນອັຟກາ​ນິສຖານ ​ແລະຄວາມ ໂກດແຄ້ນ
​ແຜ່​ລາມ​ອອກ​ໄປ​ແຫ່ງ​ອື່ນໆ ຮວມທັງ​ການ​ປະນາມ​ຈາກ ປະທານາທິບໍດີອັຟກາ​ນິສຖານ
ທ່ານ Ashraf Ghani ​ແລະ​ອົງການສະຫະ​ປະຊາ​ຊາດ.

ບັນດາ​ເຈົ້າ​ໜ້າ​ທີ່ອັຟກາ​ນິສຖານ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ທີ່ຈະນຳເອົາພວກຮັບຜິດ ຊອບມາ
ລົງໂທດ​ຢ່າງ​ວ່ອງ​ໄວ.

ພົນລະ​ເຮືອນ​ສາມ​ສິບ​ຄົນ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່ຕຳຫລວດ 19 ຄົນ ​ໄດ້​ຖືກ​ຈັບ ​ແລະ​ກ່າວ
​ຫາ​ວ່າ ​ເຂົ້າຮ່ວມ​ໃນ​ການ​ໂຈມ​ຕີຫຼື​ບໍ່ສາມາດຍຸດຕິການໂຈມຕີດັ່ງກ່າວ.

​ໃນ​ຕົ້ນ​ເດືອນ​ນີ້ ສານ​ໄດ້​ຕັດສິນ​ລົງ​ໂທດປະຫານຊີວິດ ສີ່​ໃນ​ຈຳນວນພວກພົນລະເ​ຮື​ອນ
​ທີ່ເຂົ້າຮ່ວມ ຮວມທັງຜູ້ສອນສາສະໜາ Mullah Zainul Abideen ​ທີ່​ໄດ້​ກ່າວ​ຫາ​ນາງ Farhunda ຢ່າງ​ຜິດພາດວ່າ ໝິ່ນປະໝາດຕໍ່ຄຳພີ Quran. ແປດ​ຄົນ​ໄດ້​ຖືກ​ຕິດ​ຄຸກ ​
ເປັນເວລາ 16 ປີ.

ສະມາຊິກສະພາ​ຜູ້ຍິງ ຈາກ​ເຂດນະຄອນຫລວງ Kabul ຜູ້​ທີ່ມີ​ຊື່ຄືກັນກັບ​ຜູ້ຍິງ​ທີ່​ເສຍ​ຊີວິດ​
ໄປ​ ຄືນາງ Farkhunda Zahra Nadiri ​ໄດ້​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຕໍ່ການ​ຕັດສິນ. ທ່ານ
​ນາງ ກ່າວ​ວ່າ ນີ້​ເປັນເລື້ອງການ​ເມືອງ ​ແລະ​ບໍ່​ເປັນ​ການ​ຕັດສິນ​ທາງ​ດ້ານ​ກົດໝາຍ ​ເພາະ
ວ່າ ມັນ​ພົວພັນ​ພຽງ​ແຕ່​ເຈົ້າ​ໜ້າ​ທີ່​ຕຳຫລວດ​ຊັ້ນ​ຕໍ່າ. ທ່ານ​ນາງ ກ່າວ​ວ່າ ຜູ້ບັນຊາການ​ຕຳ
ຫລວດ​ ໃນນະຄອນຫລວງ Kabul ​ແລະ​ຫົວໜ້າຮັບຜິດຊອບເລື້ອງຄະດີອາຍາ​ຂອງ​
ກະຊວງ​ພາຍ​ໃນ ​ຄວນທີ່​ຈະ​ຖືກ​ດຳ​ເນີນ​ຄະດີ​ເຊັ່ນ​ກັນ​ ພ້ອມທັງຄວາມ​ປະພຶດ​ຂອງ​ຕຳຫລວດນຳດ້ວຍ.

Afghanistan Trial
please wait
Embed

No media source currently available

0:00 0:00:52 0:00

XS
SM
MD
LG