ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງໜ້ອຍ 2 ຄົນ ເສຍຊີວິດ ໃນເຫດລະເບີດ ຢູ່ ອັຟການິສຖານ


ແຜນທີ່ ສະແດງໃຫ້ເຫັນ ເມືອງຈາລາລາບາດ ຂອງປະເທດ ອັຟການິສຖານ
ແຜນທີ່ ສະແດງໃຫ້ເຫັນ ເມືອງຈາລາລາບາດ ຂອງປະເທດ ອັຟການິສຖານ

ຢ່າງໜ້ອຍ 2 ຄົນ ໄດ້ຖືກສັງຫານ ແລະອີກ 4 ຄົນ ໄດ້ຮັບບາດເຈັບ ຫຼັງຈາກ ຜູ້ໂຈມຕີ
ສະຫລະຊີບຄົນນຶ່ງ ໄດ້ບີບຄະນວນລະເບີດໃຫ້ແຕກຂຶ້ນ ຢູ່ໃກ້ໆສຳນັກງານເລືອກຕັ້ງ
ຢູ່ໃນ ເມືອງຈາລາລາບາດ ທາງພາກຕາເວັນອອກສຽງເໜືອຂອງ ອັຟການິສຖານ
ອີງຕາມຄຳເວົ້າ ຂອງເຈົ້າໜ້າທີ່ອັຟການິສຖານ ໃນວັນເສົາມື້ນີ້.

ບັນດາເຈົ້າໜ້າທີ່ ໄດ້ກ່າວວ່າ ລະເບີດທີ່ແຕກນັ້ນ ເກີດຂຶ້ນໃນຂະນະທີ່ ຜູ້ໂຈມຕີດັ່ງກ່າວ
ໄດ້ຍ່າງເຂົ້າໄປຫາພວກປະທ້ວງຫຼາຍສິບຄົນ ຢູ່ໃກ້ກັບສຳນັກງານຄະນະກຳມາທິການ
ເລືອກຕັ້ງ. ພວກເຂົາເຈົ້າໄດ້ໄປເຕົ້າໂຮມກັນ ເພື່ອປະທ້ວງຕໍ່ການຕັດສິນໃຈ ທີ່ຈະຕັດສິດ
ຂອງຜູ້ສະໝັກຄົນນຶ່ງ ຈາກການເລືອກຕັ້ງ ທີ່ຈະມີຂຶ້ນ ໂດຍໄດ້ກ່າວຫາວ່າ ຜູ້ກ່ຽວມີສາຍ
ສຳພັນກັບກຸ່ມຫົວຮຸນແຮງ.

ຜູ້ອຳນວຍການ ພະແນກສາທາລະນະສຸກຂອງແຂວງ ທ່ານນາຈິບ ຄາມາວອລ ແລະ
ທ່ານ ອັດຕາຮູລລາ ໂຄຈີອານີ ໂຄສົກຂອງຜູ້ປົກຄອງແຂວງນານກາຮາ ໄດ້ຢືນຢັນວ່າ
ມີຜູ້ເສຍຊີວິດ ຢ່າງໜ້ອຍສອງຄົນ.

ທ່ານ ໂຄຈີອານີ ໄດ້ກ່າວວ່າ “ພວກເຮົາ ຂໍຮ້ອງໃຫ້ພວກປະທ້ວງຢຸດເຊົາ ການເດີນ
ຂະບວນປະທ້ວງຂອງພວກເຂົາຊະ ເພາະວ່າພວກເຂົາ ອາດຈະຕົກເປັນເປົ້າໝາຍ
ຂອງພວກຫົວຮຸນແຮງກໍເປັນໄດ້ ແຕ່ພວກເຂົາ ກໍໄດ້ປະຕິເສດ ບໍ່ຟັງຄຳເຕືອນທາງ
ດ້ານຄວາມປອດໄພຂອງພວກເຮົາ.”

ທ່ານ ໂຄຈີອານີ ໄດ້ກ່າວບອກ ອົງການຂ່າວ ເອຟີ ວ່າ ຈຳນວນຂອງຜູ້ເສຍຊີວິດນັ້ນ
ມີທ່າທາງວ່າ ອາດຈະສູງຂຶ້ນຕື່ມ.

ບໍ່ມີກຸຸຸ່ມໃດ ໄດ້ອອກມາອ້າງເອົາຄວາມຮັບຜິດຊອບ ສຳລັບການໂຈມຕີ ໃນຕອນເຊົ້າ
ວັນເສົາມື້ນີ້ ແຕ່ກຸ່ມທີ່ເປັນເຄືອຂ່າຍຂອງລັດອິສລາມ ແລະກຸ່ມຕາລີບານ ແມ່ນກຳລັງ
ເຄື່ອນໄຫວ ຢູ່ໃນຂົງເຂດທາງພາກຕາເວັນອອກສຽງເໜືອຂອງປະເທດ.

ກຸ່ມຕາລີບານ ໄດ້ເຕືອນຊາວອັຟການິສຖານ ບໍ່ໃຫ້ໄປລົງຄະແນນສຽງ ໃນການເລືອກ
ຕັ້ງສະພາ ທີ່ຈະມີຂຶ້ນ ແລະ ການເລືອກຕັ້ງຂັ້ນທ້ອງຖິ່ນ ທີ່ໄດ້ກຳນົດໃສ່ເດືອນຕຸລານີ້.
20 ກວ່າຄົນ ໄດ້ຖືກສັງຫານ ໃນການໂຈມຕີຫຼາຍຄັ້ງ ຕໍ່ສູນຂຶ້ນທະບຽນຕ່າງໆ ອີງຕາມ
ລາຍງານຂອງອົງການຂ່າວຣອຍເຕີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG