ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ເລືອກ​ຕັ້ງ ​ປະ​ທາ​ນາ​ທິ​ບໍ​ດີ ອັ​ຟ​ກາ​ນິ​ສ​ຖານ ຖືກ​ເລື່ອນ​ໄປ​ຈັດໃສ່​​ວັນ​ທີ 20 ກໍ​ລະ​ກົດ


ຜູ້​ຊາຍ ອັ​ຟ​ກາ​ນິ​ສ​ຖານ ລຽນ​ແຖວ​ເພື່ອ​ປ່ອນ​ບັດ​ຄະ​ແນນ​ສຽງ​ຂອງ​ເຂົາ​ເຈົ້າ ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ຢູ່​ສະ​ຖານ​ທີ່​ປ່ອນ​ບັດ. ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ. 21 ຕຸ​ລາ, 2018.
ຜູ້​ຊາຍ ອັ​ຟ​ກາ​ນິ​ສ​ຖານ ລຽນ​ແຖວ​ເພື່ອ​ປ່ອນ​ບັດ​ຄະ​ແນນ​ສຽງ​ຂອງ​ເຂົາ​ເຈົ້າ ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ຢູ່​ສະ​ຖານ​ທີ່​ປ່ອນ​ບັດ. ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ. 21 ຕຸ​ລາ, 2018.

ບັນ​ດາ​ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ​ໃນ ອັ​ຟ​ກາ​ນິ​ສ​ຖານ ໄດ້​ເລື່ອນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ
ດີຂອງປີໜ້າອອກໄປ 3 ເດືອນ ແລະ ຕອນນີ້ ມັນຈະຖືກຈັດຂຶ້ນໃນວັນທີ 20 ກໍລະກົດ.

ຫົວ​ໜ້າ​ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ​ເອ​ກະ​ລາດ ຫຼື ICE ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານ
ນີ້ວ່າ ການເລື່ອນເວລາດັ່ງກ່າວ ຈະເຮັດໃຫ້ສະຖາບັນຂອງທ່ານ ມີເວລາເພີ່ມຂຶ້ນ ເພື່ອ
ແກ້ໄຂບັນຫາທາງເຕັກນິກ ແລະ ຝ່າຟັນສິ່ງທ້າທາຍຕ່າງໆທີ່ກ່ຽວຂ້ອງກັນ “ເພື່ອກະ
ກຽມ ສຳລັບການເລືອກຕັ້ງໃຫ້ດີກວ່າເກົ່າ.”

ປະ​ທານ ICE ທ່ານ ກູ​ລາ ຈານ ອັບ​ດູ​ລ ຊາ​ຢາດ (Gula Jan Abdul Sayad) ໄດ້​
ອະທິບາຍໃຫ້ບັນດານັກຂ່າວໃນນະຄອນຫຼວງ ກາບູລ ຟັງວ່າ ໃນເບື້ອງຕົ້ນການເລືອກ
ຕັ້ງແມ່ນມີກຳນົດຈັດຂຶ້ນໃນວັນທີ 20 ເມສາ ແຕ່ຍ້ອນລະດູໜາວທີ່ຮ້າຍແຮງ, ສິ່ງທ້າ
ທາຍດ້ານຄວາມປອດໄພ ແລະ ຂໍ້ຈຳກັດດ້ານການເງິນ ໄດ້ກີດກັ້ນການກະກຽມຕ່າງໆ
ແລະ ການຂົນສົ່ງວັດຖຸການເລືອກຕັ້ງ ສຳລັບການລົງຄະແນນສຽງຕາມເວລາ.

ທ່ານ​ໄດ້​ກ່າວ​ວ່າ ການ​ເລືອກ​ຕັ້ງ​ໃນ​ແຂວງ ກາ​ສ​ນີ ພ້ອມ​ກັບ​ການ​ເລືອກ​ຕັ້ງ​ຂັ້ນເມືອງ
ແລະ ສະພາແຂວງນັ້ນ ຈະຖືກຈັດຂຶ້ນໃນວັນດຽວກັນກັບການເລືອກຕັ້ງປະທານາທິ
ບໍດີ.

ລັດ​ຖະ​ບານ​ອັນ​ນຶ່ງ​ດຽວ​ກັນທີ່​ກຳ​ລັງ​ປົກ​ຄອງ​ປະ​ເທດ​ຢູ່ ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ສ​ຣັ​ຟ
ການີ, ຜູ້ທີ່ມີເຈຕະນາທີ່ຈະລົງແຂ່ງຂັນເອົາຕຳແໜ່ງສະໄໝທີສອງນັ້ນ, ໄດ້ມີຄວາມ
ຍິນດີກັບການເລື່ອນເວລາດັ່ງກ່າວນັ້ນ ເຖິງແມ່ນວ່າກ່ອນໜ້ານີ້ເຂົາເຈົ້າໄດ້ຢືນຢັນ
ແລ້ວວ່າ ການເລືອກຕັ້ງຈະຖືກຈັດຂຶ້ນຕາມກຳນົດເວລາກໍຕາມ.

ການ​ປະ​ກາດ​ໃນ​ວັນ​ອາ​ທິດ​ວານນີ້​ ໄດ້​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່ ICE ຍັງ​
ຄົງດີ້ນຮົນທີ່ຈະລວບລວມຄະແນນສຽງ ທີ່ໄດ້ປ່ອນໃນການເລືອກຕັ້ງສະພາແຫ່ງຊາດ
ເມື່ອເດືອນຕຸລາທີ່ຜ່ານມາ ເຊິ່ງໄດ້ຕົກຢູ່ໃນສະພາບທີ່ເປັນບັນຫາ. ການລົງຄະແນນ
ສຽງດັ່ງກ່າວໄດ້ຈັດຂຶ້ນໃນ 33 ຈາກ 34 ແຂວງ. ປັດຈຸບັນນີ້, ICE ໄດ້ປະກາດຜົນຄະ
ແນນເບື້ອງຕົ້ນສຳລັບ 31 ແຂວງແລ້ວ.

ການ​ເລືອກ​ຕັ້ງ​ໃນ​ແຂວງ ກາ​ນ​ຊີ ທາງ​ພາກ​ຕາ​ເວັນ​ອອກ​ກາງ ອາ​ດ​ຈະ​ບໍ່​ໄດ້​ຖືກ​ຈັດ
ຂຶ້ນຍ້ອນຄວາມບໍ່ປອດໄພ ແລະ ພວກກະບົດຕາລີບານທີ່ມີອິດທິພົນຍິ່ງຂຶ້ນໃນຫຼາຍໆ
ເມືອງຂອງເຂົາເຈົ້າ. ບັນດາເຈົ້າໜ້າທີ່ຍັງໄດ້ອ້າງເຖິງຄວາມຂັດແຍ້ງ ກ່ຽວກັບ ການມີ
ໜ້າລະຫວ່າງກຸ່ມຊົນເຜົ່າຕ່າງໆໃນແຂວງ ກາສນີ ອີກດ້ວຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG