ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທ​າ​ນາ​ທິ​ບໍ​ດີ ກາ​ນີ ກ່າວ​ວ່າ ບໍ່​ມີ​ການ​ໝັ້ນ​ໝາຍ ໂດຍ​ອັ​ຟ​ກາ​ນິ​ສ​ຖານ ທີ່​ຈະ​ປ່ອຍ​ພວກ​ນັກ​ໂທດ ຕາ​ລີ​ບານ 5,000 ຄົນ


ປະ​ທາ​ນາ​ທິ​ບໍ​ດີ ອັ​ຟ​ກາ​ນິ​ສ​ຖານ ທ່ານ​ອາ​ສ​ຣາຟ ກາ​ນີ, ​ກ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫລງ​ຮ່ວມ ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ນະ​ຄອນຫຼວງ ກາ​ບູ​ລ ຂອງອ​ັ​ຟ​ກາ​ນິ​ສ​ຖານ, ​ວັນ​ເສົາ ທີ 29 ກຸມ​ພາ 2020.
ປະ​ທາ​ນາ​ທິ​ບໍ​ດີ ອັ​ຟ​ກາ​ນິ​ສ​ຖານ ທ່ານ​ອາ​ສ​ຣາຟ ກາ​ນີ, ​ກ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫລງ​ຮ່ວມ ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ນະ​ຄອນຫຼວງ ກາ​ບູ​ລ ຂອງອ​ັ​ຟ​ກາ​ນິ​ສ​ຖານ, ​ວັນ​ເສົາ ທີ 29 ກຸມ​ພາ 2020.

ປະ​ທາ​ນາ​ທິ​ບໍ​ດີ ອາ​ສ​ຣາຟ ກາ​ນີ ໄດ້​ກ່າວ​ໃນ​ວັນ​ອາ​ທິດມື້ນີ້ ວ່າ ລັດ​ຖະ​ບານ​ຂອງ​ທ່ານ ບໍ່​ໄດ້​ໝັ້ນ​ໝາຍ​ວ່າ ຈະ​ປ່ອຍ​ພວກ​ນັກ​ໂທດ​ຕາ​ລີ​ບານ 5,000 ຄົນ ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບທີ່​ເປັນ​ຂີດ​ໝາຍ​ສຳ​ຄັນ ທີ່​ສະ​ຫະ​ລັດ ໄດ້​ລົງ​ນາມ​ກັບ ກຸ່ມ​ກະ​ບົດ​ອິ​ສ​ລາມ ຫຼື ກຸ່ມ​ຕາ​ລີ​ບານ ເມື່ອ​ວັນ​ເສົາ​ວານນີ້.

ທ່ານ​ກາ​ນີ ໄດ້​ກ່າວ​ທີ່​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ໃນ​ນະ​ຄອນຫຼວງ​ກາ​ບູ​ລ ວ່າ ຂໍ້​ຮຽກ​ຮ້ອງ​ໃຫ້​ປ່ອຍ​ພວກ​ນັກ​ໂທດ​ກະ​ບົດ​ນັ້ນ ບໍ່​ສາ​ມາດ​ເປັນ “ເງື່ອນ​ໄຂ​ຕໍ່​ລອງ” ສຳ​ລັບ​ການ​ເປີດ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບພາຍ​ໃນ​ອັ​ຟ​ກາ​ນິ​ສ​ຖານ ກັບ​ກຸ່ມ​ຕາ​ລີ​ບານ. ທ່ານ​ໄດ້​ຢືນ​ຢັດ​ວ່າ ຂໍ້​ຮຽກ​ຮ້ອງ​ຂອງ​ກຸ່ມ​ກະ​ຍົດ ອາດ​ລວບ​ລວມ​ເຂົ້າ​ໃນ​ວາ​ລະ​ຂອງ​ການ​ສົນ​ທະ​ນາ​ປຶກ​ສາ​ຫາ​ລື ທີ່​ຈະ​ມີ​ຂຶ້ນນັ້ນ.

“ອຳ​ນາດ​ໃນ​ການ​ປ່ອຍ​ພວກ​ນັກ​ໂທດ ແມ່ນ​ຂຶ້ນ​ຢູ່​ກັບ​ລັດ​ຖະ​ບານ​ອັ​ຟ​ກາ​ນິ​ສ​ຖານ ແລະ​ບໍ່​ແມ່ນ​ສະ​ຫະ​ລັດ” ທ່ານ​ກາ​ນີ ໄດ້​ກ່າວ​ໄປ ແລະ​ກ່າວ​ອີກວ່າ ລັດ​ຖະ​ບານ​ຂອງ​ທ່ານ ຈະ​ບໍ່​ຍອມ​ຮັບ​ເອົາ​ການ​ກົດ​ດັນ​ໃດໆ ກ່ຽວ​ກັບ​ເລື້ອງ​ການ​ແລກ​ປ່ຽນ​ນັກ​ໂທດ.

ຂໍ້​ຕົກ​ລົງ​ລະ​ຫວ່າງ ສະ​ຫະ​ລັດ ແລະ​ກຸ່ມ​ຕາ​ລີ​ບານ ໄດ້​ຖືກ​ປະ​ທັບ​ຕາແລ້ວ ໃນ​ວັນ​ເສົາ​ວານນີ້ ຢູ່​ໃນ​ປະ​ເທດ​ກາ​ຕ້າ ໂດຍ​ມີ​ບັນ​ດາ​ຜູ້​ຕາງ​ໜ້າ​ອະ​ວຸ​ໂສ​ຂອງ 20 ປະ​ເທດ​ໃນ​ທົ່ວ​ໂລກ ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພະ​ຍານ ທີ່​ກຳ​ນົດ​ໃຫ້​ທຸກ​ຝ່າຍ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ເປີດ​ການ​ເຈ​ລະ​ຈາ​ໂດຍ​ກົງ ໃນວັນ​ທີ 10 ມີ​ນາ ຫຼື ພາຍ​ໃນ​ວັນ​ດັ່ງ​ກ່າວ ເພື່ອ​ໃຫ້​ຕົກ​ລົງ​ກັນ ກ່ຽວ​ກັບ ການ​ຢຸດ​ຍິງ​ຢ່າງ​ຖາ​ວອນ​ໃນ​ທົ່ວ​ປະ​ເທດ ແລະ​ການ​ແບ່ງ​ປັນ​ອຳ​ນາດ​ຮ່ວມ​ກັນ.

ເຖິງ​ຢ່າງ​ໃດ​ກໍ​ຕາມ ບາງ​ສ່ວນ​ຂອງ​ຂັ້ນ​ຕອນ ທີ່​ໄດ້​ກຳ​ນົດ​ໃຫ້​ເອົາ ກ່ອນ​ໜ້າ​ການ​ເຈ​ລະ​ຈາ ປະ​ກອບ​ດ້ວຍ ການ​ປ່ອຍ​ນັກ​ໂທດ​ຕາ​ລີ​ບານ ຫຼາຍ​ເຖິງ 5,000 ຄົນ ຈາກ​ຄຸກ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ແລະ ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຂອງ​ລັດ​ຖະ​ບານ ຫຼາຍ​ເຖິງ 1,000 ຄົນ ຜູ້​ທີ່​ຖືກ​ຄວບ​ຄຸມ​ຕົວ​ໂດຍ​ພວກ​ກະ​ບົດ.

​ຂໍ້​ຄວາມ​ຂອງຂໍ້​ຕົກ​ລົງ​ດັ່ງ​ກ່າວອ່ານ​ວ່າ “ສະ​ຫະ​ລັດ ໝັ້ນ​ໝາຍ​ທີ່​ຈະ​ເລີ້ມ​ທຳ​ງານ​ຮ່ວມ​ກັບ​ທຸກ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ທັງ​ໝົດໃນ​ທັນ​ທີ ກ່ຽວ​ກັບ​ແຜນ​ການ​ທີ່​ຈະ​ປ່ອຍ​ຕົວ ພວກ​ນັກໂທດທີ່​ເປັນນັກ​ລົບ​ແລະ​ພວກ​ນັກ​ໂທດ​ດ້ານ​ການ​ເມືອງແບບ​ເລັ່ງ​ລັດ ອັນ​ເປັນ​ມາດ​ຕະ​ການ​ເພື່ອ​ສ້າງ​ຄວາມ​ໝັ້ນ​ໃຈ ດ້ວຍ​ການ​ປະ​ສານ​ງານແລະ​ການຮັບ​ຮອງ​ໂດຍ​ທຸກ​ຝ່າຍ​ທີ່​ກ່ຽວ​ຂ້ອງ.”

ບັນ​ດາຜູ້​ນຳ​ອະ​ວຸ​ໂສ​ຂອງ​ກຸ່​ມ​ຕ​າ​ລີ​ບານ ໃນ​ຂະ​ນະ​ທີ່ ກ່າວຖະ​ແຫລງ ​ຕໍ່​ບັນ​ດາ​ນັກ​ຂ່າວ​ຢູ່​ທີ່​ພິ​ທີ​ລົງ​ນາມ​ຂໍ້​ຕົກ​ລົງ​ ໃນ​ນະ​ຄອນ​ຫຼວງ​ໂດ​ຮາ​ຂອງ​ກາ​ຕ້າ ໄດ້​ກ່າວ​ວ່າ ວໍ​ຊິງ​ຕັນ ໄດ້​ໝັນ​ໝາຍ​ທີ່​ຈະ​ອຳ​ນວຍ​ຄວາມ​ສະ​ດວກ ໃນ​ການ​ແລກ​ປ່ຽນ​ນັກ​ໂທດ ໂດຍ​ຢືນ​ຢັດ​ວ່າ ການ​ເຈ​ລະ​ຈາ​ພາຍ​ໃນ​ອັ​ຟ​ກາ​ນິ​ສ​ຖານ ຈະ​ເລີ້ມ​ຂຶ້ນ​ ຫຼັງ​ຈາກ ພວກ​ນັກ​ໂທດກຸ່ມ​ຕາ​ລີ​ບານ ຖືກ​ປ່ອຍຕົວ​ເປັນ​ອິດ​ສະ​ຫລະ ເທົ່າ​ນັ້ນ.

ອ່ານ​ຂ່າວນີ້​ຕື່​ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG