ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານອັຟການິສຖານກໍາລັງປະເຊີນກັບວິກິດການ “ທີ່ຫລີກລ້ຽງບໍ່ໄດ້”


ຄະນະຜູ້ແທນຂອງກຸ່ມຕາລີບານ ກ່າວຢູ່ໃນການເຈລະຈາ ລະຫວ່າງລັດຖະບານອັຟການິສຖານແລະກຸ່ມຕາລີບານ ໃນນະຄອນໂດຮາຂອງກາຕ້າ
ຄະນະຜູ້ແທນຂອງກຸ່ມຕາລີບານ ກ່າວຢູ່ໃນການເຈລະຈາ ລະຫວ່າງລັດຖະບານອັຟການິສຖານແລະກຸ່ມຕາລີບານ ໃນນະຄອນໂດຮາຂອງກາຕ້າ

ລັດຖະບານອັຟການິສຖານ ໃນນະຄອນຫຼວງກາບູລຈະຕໍ່ສູ້ ເພື່ອຄວາມຢູ່ລອດຂອງຕົນແລະອາດຈະເສຍໄຊໃຫ້ແກ່ກຸ່ມຕາລີບານຫຼັງຈາກສະຫະລັດໄດ້ເສັດສິ້ນການຖອນກຳລັງທະຫານອອກຈາກປະເທດດັ່ງກ່າວໃນເດືອນສິງຫາທີ່ຈະມາເຖິງນີ້, ອີງຕາມອົງການສິ້ງຊອມຂອງລັດຖະບານສະຫະລັດທີ່ຮັບຜິດຊອບໃນການຕິດຕາມກວດກາສະພາບການຕ່າງໆ ຢູ່ທາງພື້ນດິນ.

ເຖິງແມ່ນວ່າຈະມີການປະເມີນຜົນໃນແງ່ດີໃນຢ່າງລະມັດລະວັງໂດຍເຈົ້າໜ້າທີ່ລະດັບສູງຂອງກອງທັບສະຫະລັດແລະຜູ້ນຳອັຟການິສຖານກໍຕາມ, ລາຍງານ ໃໝ່ຈາກອົງການກວດກາໃຫຍ່ພິເສດສຳລັບການກໍ່ສ້າງອັຟການິຖານຄືນ ຫລື SIGAR ໄດ້ອະທິບາຍກ່ຽວກັບສະຖານະການດັ່ງກ່າວວ່າ “ມືດມົວ” ແລະກ່າວເຖິງຄວາມເປັນຫ່ວງວ່າກຳລັງຮັກສາຄວາມປອດໄພອັຟການິສຖານຍັງບໍ່ພ້ອມທີ່ຈະເພີ້ມການຕໍ່ສູ້ຕ້ານທານ ທີ່ມີຄວາມໝາຍໃດໆເລີຍ.

ທ່ານຈອນ ໂຊປໂກ (John Sopko), ຜູ້ກວດກາໃຫຍ່ພິເສດຂຽນໃນບົດລາຍງານທີີເຜີຍແຜ່ອອກມາໃນວັນພຸດວານນີ້ວ່າ, "ແນວໂນ້ມໂດຍລວມແມ່ນບໍ່ຄ່ອຍດີສໍາລັບລັດຖະບານອັຟການິສຖານ, ເຊິ່ງອາດຈະປະເຊີນກັບວິກິດການທີ່ມີຢູ່ຖ້າມັນບໍ່ໄດ້ຮັບການແກ້ໄຂ ແລະປີ້ນກັບ".

ທ່ານກ່າວຕື່ມວ່າ “ກອງທັບ ANDSF ຫລືກອງກຳລັງປ້ອງກັນຊາດແລະຄວາມໝັ້ນຄົງແຫ່ງຊາດອັຟການິສຖານໄດ້ຍຶດເອົາບາງເມືອງຄືນ ແລະລັດຖະບານອັຟການິສຖານຍັງຄວບຄຸມທັງໝົດ 34 ແຂວງໄດ້, ໃນນັ້ນ ທັງນະຄອນຫລວງກາບູລ." ທ່ານກ່າວຕໍ່ໄປວ່າ “ແຕ່ວ່າຈາກການລາຍງານຂອງປະຊາຊົນທົ່ວໄປ, ANDSF ປາກົດວ່າແປກໃຈແລະບໍ່ພ້ອມ, ແລະຕອນນີ້ກຳລັງຢູ່ໃນສະພາບຖອຍ ຫລັງ."

ນັບຕັ້ງແຕ່ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນໄດ້ປະກາດ ໃນເດືອນເມສາວ່າ ກອງກຳລັງສູ້ລົບຂອງອາເມຣິກາ ຈະອອກຈາກອັຟການິສະຖານໄປ, ເຈົ້າໜ້າທີ່ສະຫະລັດໄດ້ລະມັດລະວັງບໍ່ໃຫ້ຫຼຸດຜ່ອນສິ່ງທ້າທາຍທີ່ລັດຖະບານອັຟການິສຖານປະເຊີນຢູ່.

ພຽງແຕ່ວັນອາທິດທີ່ຜ່ານມານີ້, ຜູ້ບັນຊາການກຳລັງສະຫະລັດໃນພາກຕາເວັນ
ອອກກາງ, ນາຍພົນ ເຄນເນັດ “ແຟຣງ” ແມັກເຄນຊີ (Kenneth“ Frank” McKenzie) ກ່າວຕໍ່ບັນດານັກຂ່າວທີ່ນະຄອນຫຼວງກາບູລວ່າລັດຖະບານອັຟການິສຖານ “ປະເຊີນກັບການທົດສອບທີ່ໜັກໜ່ວງ.”

ແຕ່ທ່ານກ່າວຕື່ມວ່າ ເຖິງແມ່ນວ່າພວກຕາລີບານຈະພະຍາຍາມສ້າງຄວາມຮູ້ສຶກທີ່ບໍ່ສາມາດຫຼີກລ່ຽງໄດ້ກໍຕາມ, "ບໍ່ມີການສະຫລຸບໃດໆລ່ວງໜ້າ ຕໍ່ການຕໍ່ສູ້ນີ້."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG