ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ​ລັດ​ອິສລາມ ​ໄດ້​ອອກ​ມາ​ອ້າງ​ເອົາ ຄວາມ​ຮັບຜິດຊອບ ​ໃນ​ການ​ໂຈມ​ຕີ​ສະຫຼະຊີບ ​ໃນ​ອັຟກາ​ນິສຖານ


ເຈົ້່າໜ້າທີ່ອັຟກາ​ນິສຖານ ເຝົ້າຍາມສະຖານທີ່ເກີດເຫດ ການໂຈມ
ຕີສະຫຼະຊີບ ​ໃນ​ນະຄອນຫຼວງ​ກາ​ບູລ, ອັຟກາ​ນິສຖານ, 28 ທັນວາ 2017.
ເຈົ້່າໜ້າທີ່ອັຟກາ​ນິສຖານ ເຝົ້າຍາມສະຖານທີ່ເກີດເຫດ ການໂຈມ ຕີສະຫຼະຊີບ ​ໃນ​ນະຄອນຫຼວງ​ກາ​ບູລ, ອັຟກາ​ນິສຖານ, 28 ທັນວາ 2017.

ການ​ໂຈມ​ຕີ​ສະຫຼະ​ຊີບ​ໃສ່​ຕຶກ ​ໃນ​ນະຄອນຫຼວງ​ກາ​ບູລ (Kabul) ທີ່​ເປັນ​ບ່ອນຕັ້ງ​ຂອງ
​ສູນ​ກາງ​ວັດ​ທະນະ​ທຳ​ມຸສລິ​ມຊາວ​ຊີ​ໄອ​ຕ໌ (Shi’ite) ທີ່​ພົວພັນ​ກັບ​ອີຣ່ານ ​ໄດ້​ສັງຫານ
ຜູ້​ຄົນ ​ແລະເຮັດ​ໃຫ້​ບາດ​ເຈັບຫຼາຍສິບຄົນ.

​ທ່ານ ນູສຣັຕ໌ ຣາຮີມີ (Nusrat Rahimi) ຮອງໂຄສົກ ຂອງ​ກະ​ຊວ​ງພາຍ​ໃນອັຟກາ​
ນິສຖານ ​ໄດ້​ຢືນຢັນກັບ ວີ​ໂອ​ເອ (VOA) ວ່າ ມີ 40 ຄົນ ​ໄດ້​ຖືກ​ສັງຫານ ​ແລະ​ອີກ 30 ຄົນ
​ໄດ້​ຮັບ​ບາດ​ເຈັບ ​ແລະຄາດວ່າ ຈຳ​ນວນ​ຜູ້​ບາດ​ເຈັບ ຈະ​ເພີ່ມ​ຂຶ້ນ.

ກຸ່ມ​ລັດ​ອິສລາມ ​ໄດ້​ອອກ​ມາ​ອ້າງ​ຄວາມ​ຮັບຜິດຊອບ ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້. ຖະ​ແຫຼ​ງການ
​ສະບັບ​ນຶ່ງ​ໃນ​ສື່​ສັງຄົມ​ອອນ​ໄລ​ນ໌ ​ໄດ້​ລະບຸ​ວ່າ ການ​ໂຈມ​ຕີ​ນີ້​ ແມ່ນເປັນ​ການສະ​ຫຼະຊີບ
​ແລະ​ວ່າ​ລະ​ເບີດ​ອີກ 3 ລູກ ກໍ​ໄດ້​ຖືກນຳໃຊ້. ການ​ໂຈມ​ຕີ​ກ່ອນ​ໜ້າ​ນັ້ນ ​ໃສ່​ໂບດ ສະຖານ​ທີ່​ສັກກາລະ​ບູຊາ​ ​ແລະ​ທຳ​ມະ​ກິດ ຂອງ​ຊາວ​ຊີ​ໄອ​ຕ໌ ​ໃນ​ນະຄອນ​ກາ​ບູລ ​ແລະ​ໃນ​ສະຖານ​ທີ່​
ອື່ນໆ ​ໃນ​ອັຟກາ​ນິສຖານ ກໍ​ແມ່ນກຸ່ມ​ລັດ​ອິສລາມ ​ໄດ້​ອ້າງ​ເອົາ​ຄວາມ​ຮັບ​ປິດ​ຊອບ​.

ຜູ້​ວາງ​ລະ​ເບີດ ຕາມ​ທີ່​ພວກ​ເຫັນ​ເຫດການ​ໄດ້​ລາຍ​ງານ​ນັ້ນ ​ໄດ້​ລະ​ເບີດ​ຕົວ​ເອງ​ຕາຍ ​
ໃກ້​ໆກັບສະຖານ​ທີ່​ຊຸມນຸມ​ກັນ ​ໃນຫ້ອງ​ໃຕ້​ດິນ​ໃນ​ຕຶກ​ສູນວັດທະນະທຳ ສັງຄົມ ​ເທັບຢານ
ຫຼື Tebyan Social and Culture Center ບໍ່​ດົນ ກ່ອນລະ​ເບີດລູກອື່ນໆຈະແຕກ​ຂຶ້ນ.

ທ່ານ ​ໂມ​ຫາ​ມັດ ຊາ​ເບີຣ໌ ນາ​ຊີບ (Mahammad Sabir Nasib) ຜູ້ອຳນວຍການ
​ໂຮງພະຍາບານ​ກາ​ບູລ ​ໄດ້​ບອກວີ​ໂອ​ເອ ວ່າ ​ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ມາຢ່າງ​ນ້ອຍ ​11 ສົບ
​ແລະອີກ 18 ຄົນ ທີ່ “ບາດ​ເຈັບ​ສາຫັດ” ​ໂດຍ​ກ່າວ​ວ່າ ຈຳ​ນວນ​ຜູ້​ຄົນ​ບາດ​ເຈັບ​ລົ້ມ​ຕາຍ​ນັ້ນ
​ແມ່ນ​ຈະມີ​ເພີ່ມ​ຂຶ້ນ. ພວກ​ແມ່​ຍິງ ​ກໍແມ່ນ ສ່ວນນຶ່ງ​ໃນ​ຈຳນວນພວກ​ທີ່​ໄດ້​ຮັບ​ເຄາະ​
ອີງຕາມຄຳເວົ້າຂອງ​ທ່ານ​.

ຊາຍຜູ້ນຶ່ງທີ່ໂກດແຄ້ນ ເສົ້າໂສກເສຍໃຈ ໄດ້ຖືກຫາມອອກຈາກສະຖານທີ່ເກີດເຫດ ໃນການໂຈມຕີໃນນະຄອນກາບູລ (Kabul), ອັຟການິສຖານ , 28 ທັນວາ 2017.
ຊາຍຜູ້ນຶ່ງທີ່ໂກດແຄ້ນ ເສົ້າໂສກເສຍໃຈ ໄດ້ຖືກຫາມອອກຈາກສະຖານທີ່ເກີດເຫດ ໃນການໂຈມຕີໃນນະຄອນກາບູລ (Kabul), ອັຟການິສຖານ , 28 ທັນວາ 2017.


ສຳນັກງານ​ ສຽງ​ອັຟກາ​ນິສຖານ (Afghan Voice Agency) ທີ່ເປັນ ອົງການ​ຂ່າວ
ຕັ້ງຢູ່ໃກ້ໆ​ກັບ​ສູນວັດທະນະທຳດັ່ງກ່າວ. ອົງການ​ຂ່າວຣອຍ​ເຕີ​ສ໌ (Reuters) ລາຍ​ງານ
ວ່າ ຢ່າງ​ນ້ອຍ ນັກ​ຂ່າວ​ຈາກອົງການ​ຂ່າວ (AVA) ​ກໍແມ່ນຜູ້​ນຶ່ງ​ທີ່​ຖືກ​ສັງຫານ.

ປະທານາທິບໍດີ ອາຊຣາຟ ກາ​ນີ (Ashraf Ghani) ​ໄດ້​ເອີ້ນ​ການ​ໂຈມ​ຕີ​ນີ້​ວ່າ “​ເປັນ​ອາ
ຊາ​ຍາ​ກຳ ຕໍ່ຕ້ານ​ມວນ​ມະນຸດ.”

ທຳນຽບປະທານາທິບໍດີ ​ໄດ້​ກ່າວໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ວ່າ ລັດຖະບານ​ອັຟກາ
​ນິສະຖານ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ວ່າ​ຈະ​ຕັດ​ຮາກ​ຖອນ​ໂຄນ​ພວກ​ກໍ່​ການ​ຮ້າຍນີ້.


A suicide attack on a building in Kabul that houses a Shi'ite Muslim cultural center with ties to Iran, has killed and wounded dozens of people.

Nusrat Rahimi, a deputy spokesman at Afghanistan's Interior Ministry, confirmed to VOA that 40 people were killed and 30 more wounded and he expects the casualty toll will increase.

Islamic State claimed responsibility for the attack. An online statement said the attack was carried out by a suicide bomber, and that three other bombs were also used. Previous attacks on Shi'ite worship places and processions in Kabul and elsewhere in Afghanistan were also claimed by Islamic State.

The bomber, witnesses reported, blew himself up near a big meeting in the basement of the Tebyan Social and Cultural Center building shortly before other devices went off.

Mohammad Sabir Nasib, director at a Kabul hospital, told VOA they have received at least 11 bodies and 18 "critically" injured people, saying the death toll was likely to increase. Women were also among the victims, he added.

The offices of the Afghan Voice Agency (AVA), a news organization, are near the cultural center. Reuters reports that at least one AVA journalist is among those killed.

President Ashraf Ghani called the attack a "crime against humanity."

The presidential palace said in a statement the Afghan government is committed to eliminating terrorism.

"Terrorists groups and their backers must know that the Afghan people are united and stand firm to any plot carried out by their enemies; these heinous attacks will not break the resolve of the Afghan people," the statement read.

NATO's Resolute Support mission in a statement condemned the bloodshed.

"Cultural advancement and freedom of speech will not be deterred. Our mutual enemies must know they will not win and the Afghan people will not be silenced," said the mission, which comprises mostly American troops.

The Taliban insurgency distanced itself from the attack, saying its fighters do not target civilian facilities, especially those housing education and cultural centers.

Meanwhile, an overnight bomb blast in the northern province of Balkh killed at least six children. The incident took place in the district of Dawlatabad. Officials reported the victims found an improvised explosive device planted by anti-government militants, and were playing with it when it exploded.
XS
SM
MD
LG