ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ບໍລິສັດທີ່ປຶກສາ ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳເທີນ-1 ຢືນຢັນວ່າ ໂຄງການເຂື່ອນນ້ຳເທີີນ-1 ມີຄວາມປອດໄພ


ເຂື່ອນໄຟຟ້ານ້ຳເທີນ-1 ຕັ້ງຢູ່ໃນເຂດຕອນລຸ່ມຂອງນ້ຳກະດິງ ທີ່ບ້ານໂພນສີ ເມືອງປາກະດິງ ແຂວງບໍລິຄຳໄຊ
ເຂື່ອນໄຟຟ້ານ້ຳເທີນ-1 ຕັ້ງຢູ່ໃນເຂດຕອນລຸ່ມຂອງນ້ຳກະດິງ ທີ່ບ້ານໂພນສີ ເມືອງປາກະດິງ ແຂວງບໍລິຄຳໄຊ

ບໍລິສັດທີ່ປຶກສາໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳເທີນ-1 ຢືນຢັນວ່າ ໂຄງການເຂື່ອນນ້ຳເທີີນ-1 ມີຄວາມປອດໄພ 100 ເປີເຊັນ ໂດຍບັນຫານໍ້າຮົ່ວຊຶມ ກໍບໍ່ກ່ຽວຂ້ອງ ແລະບໍ່ກະທົບຕໍ່ໂຄງສ້າງເຂື່ອນ ຊຶ່ງ ຊົງລິດ ໂພນເງິນ ມີລາຍງານ ຈາກບາງກອກ.

ທ່ານບຸນຍັງ ເພັງສຸວັນ ທີ່ປຶກສາຂອງບໍລິສັດໄຟຟ້ານ້ຳເທີນ-1 ຜູ້ນຮັບຜິດຊອບໃນດ້ານການພົວພັນແລະປະສານງານກັບພາກລັດຖະບານລາວ ໄດ້ຖະແຫລງຢືນຢັນ ພາຍຫຼັງກອງປະຊຸມປຶກສາຫາລືຮ່ວມກັບ ຄະນະກວດກາຂອງກະຊວງພະລັງງານແລະບໍ່ແຮ່ ຢູ່ທີ່ເຂດກໍ່ສ້າງເຂື່ອນນ້ຳເທີນ-1 ເມືອງປາກກະດິງ ແຂວງບໍລິຄຳໄຊ ເມື່ອວັນທີ 17 ກໍລະກົດ 2022 ນີ້ ວ່າ ການຮົ່ວຊຶມຂອງນ້ຳທີ່ເບື້ອງຂວາມື ທີ່ດ້ານໜ້າປະຕູເຂື່ອນ ທີ່ໄດ້ເກີດຂຶ້ນນັບແຕ່ທ້າຍເດືອນມິຖຸນາ 2022 ເປັນຕົ້ນມານັ້ນ ເປັນຜົນຈາກການກັກເກັບນໍ້າໄວ້ ໃນເຂດອ່າງໂຕ່ງຂອງເຂື່ອນ ຊຶ່ງເປັນເຫດການປົກກະຕິ ທີ່ສາມາດເກີດຂຶ້ນໄດ້ ທັງບໍ່ກ່ຽວຂ້ອງ ແລະສົ່ງຜົນກະທົບຕໍ່ໂຄງສ້າງຂອງເຂື່ອນອີກດ້ວຍ ສະນັ້ນຈຶ່ງບໍ່ມີອັນຕະລາຍໃດໆທີ່ຈະເກີດຂຶ້ນຈາກນ້ຳຮົ່ວໄຫລດັ່ງກ່າວ ແລະບໍລິສັດໄຟຟ້າລາວ ໝັ້ນໃຈວ່າ ຈະແກ້ໄຂໄດ້ໃນໄວໆນີ້ ດັ່ງທີ່ທ່ານບຸນຍັງ ໄດ້ຢືນຢັນວ່າ:

“ທີ່ປຶຶກສາ ໄດ້ວິເຄາະການຮົ່ວຊຶມຂອງເຂື່ອນໃຫ້ຄະນະຕິດຕາມໂຄງການຂອງພາກລັດຟັງຢ່າງລະອຽດ ພ້ອມທັງຊີ້ນຳວິທີແກ້ໄຂຢ່າງຖືກຕ້ອງ ແລະເປັນລະ ບົບ ພວກເຮົາເຊື່ອໝັ້ນວ່າ ໃນເວລາອັນໃກ້ໆນີ້ ບໍລິສັດຈະພະຍາຍາມແກ້ໄຂບັນຫາບົນພື້ນຖານການຊີ້ນຳ ແລະແບບຂອງບໍລິສັດທີ່ປຶກສາທີ່ໃຫ້ແກ່ພວກເຮົາ ແລະໃຫ້ຄວາມເຊື່ອໝັ້ນວ່າ ບໍລິສັດ ຈະພັດທະນາໂຄງການບົນພື້ນຖານຄວາມຮັບຜິດຊອບ ເຖິງຄວາມປອດໄພຂອງເຂື່ອນຢ່າງເຕັມກຳລັງຄວາມສາມາດ ປັດ ຈຸບັນ ເຂື່ອນມີຄວາມປອດໄພດີ.”

ໂຄງການເຂື່ອນນ້ຳເທີນ 1 ຕັ້ງຢູ່ໃນເຂດຕອນລຸ່ມຂອງນ້ຳກະດິງ ທີ່ບ້ານໂພນສີ ເມືອງປາກກະດິງ ແຂວງບໍລິຄຳໄຊ ຕັ້ງຢູ່ກົງກັນຂ້າມ ກັບອຳເພີບຸ່ງຄ້າ ຈັງຫວັດບຶງການ ດຳເນີນໂຄງການໂດຍບໍລິສັດໄຟຟ້ານ້ຳເທີນ 1 ຈຳກັດ ທີ່ເປັນການຮ່ວມລົງທຶນລະຫວ່າງບໍລິສັດພອນສັກ ກຣຸບ (PSG) ຖືຮຸ້ນ 60 ເປີເຊັນ ບໍລິ ສັດຜະລິດໄຟຟ້າ (EGCO) ຂອງການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ຖືຮຸ້ນ 25 ເປີເຊັນ ແລະບໍລິສັດໄຟຟ້າລາວ (ມະຫາຊົນ) ຫຼື EDL-Gen ຖືຮຸ້ນ 15 ເປີເຊັນ ຂອງມູນຄ່າການລົງທຶນລວມ 1,335 ລ້ານໂດລາ ໂດຍຮູບແບບການກໍ່ສ້າງເປັນເຂື່ອນຄອນກຣີດອັດແຮງທີ່ສັນເຂື່ອນມີຄວາມຍາວ 771 ແມັດ ສູງ 177 ແມັດ ອ່າງໂຕ່ງມີເນື້ອທີ່ລວມ 9,360 ເຮັກຕາ ສາມາດກັກເກັບນ້ຳໄດ້ໃນປະລິມານລວມ 3,000 ລ້ານແມັດກ້ອນ ມີກຳລັງຕິດຕັ້ງ 650 ເມກາວັດ ແລະສາມາດຜະລິດໄຟຟ້າໄດ້ເຖິງ 2,562 ລ້ານກິໂລວັດ/ໂມງຕໍ່ປີ ໃນນີ້ ຈະສົ່ງຂາຍໃຫ້ EGAT ຂອງໄທ 5143 ເມກາວັດ ແລະ 130 ເມກາວັດ ຂາຍໃຫ້ກັບລັດວິສາຫະກິດໄຟຟ້າລາວ (EDL) ດ້ວຍສັນຍາຊື້-ຂາຍ ທີ່ມີອາຍຸ 27 ປີ ໂດຍນັບຈາກເດືອນພຶດສະພາ 2022 ເປັນຕົ້ນໄປ.

ແຕ່ຢ່າງໃດກໍຕາມ ເຄືອຂ່າຍປະຊາຊົນໄທ 8 ຈັງຫວັດໃນລຸ່ມນ້ຳຂອງ ກໍໄດ້ສະ ແດງການຄັດຄ້ານການຊື້ໄຟຟ້າຈາກລາວ ມາຢ່າງຕໍ່ເນື່ອງ ໂດຍຫລ້າສຸດກໍໄດ້ອອກຖະແຫລງການ ເພື່ອຄັດຄ້ານການຕົກລົງຂອງລັດຖະບານໄທ ທີ່ຈະຮັບຊື້ພະລັງງານໄຟຟ້າຈາກລາວ ເພີ້ມຂຶ້ນຈາກ 9,000 ເມກາວັດ ເປັນ 10,500 ເມກາວັດ ເພາະວ່າ ປະເທດໄທ ມີພະລັງງານໄຟຟ້າສຳຮອງເກີນຄວາມຕ້ອງ ການຕົວຈິງເຖິງ 19,000 ເມກາວັດ ຊຶ່ງຄິດເປັນ 51 ເປີເຊັນຂອງພະລັງງານໄຟຟ້າທັງໝົດ ທີ່ໄທຊົມໃຊ້ໃນປັດຈຸບັນນີ້ ຈຶ່ງບໍ່ມີຄວາມຈຳເປັນ ທີ່ຈະຕ້ອງຊື້ໄຟຟ້າຈາກລາວ ເພີ້ມຂຶ້ນອີກແຕ່ຢ່າງໃດ.

ທັງນີ້ ລັດຖະບານໄທ ໄດ້ຕົກລົງຊື້ກະແສໄຟຟ້າຈາກລາວ ເພີ້ມຈາກ 9,000 ເປັນ 10,500 ເມກາວັດ ພາຍໃນປີ 2035 ໃນໂອກາດທີ່ ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີລາວ ໄດ້ເດີນທາງຢ້ຽມຢາມໄທ ຢ່າງເປັນທາງການ ໃນວັນທີ 1-2 ມິຖຸນາ 2022 ທີ່ເປັນສ່ວນນຶ່ງໃນການຮ່ວມມື ລາວ-ໄທ ໃນຖານະ ຮຸ້ນສ່ວນຍຸດທະສາດເພື່ອການຈະເລີນເຕີບໂຕແລະການພັດທະນາຢ່າງຍືນຍົງ.

ປັດຈຸບັນ ລາວ ມີແຫລ່ງຜະລິດໄຟຟ້າ 90 ແຫ່ງ ທີ່ມີກຳລັງຕິດຕັ້ງລວມເກືອບ 11,000 MW ໃນນີ້ 72 ເປີເຊັນ ເປັນກະແສໄຟຟ້າທີ່ສົ່ງອອກໄປຕ່າງປະເທດກັບ 28 ເປີເຊັນ ຕອບສະໜອງການຊົມໃຊ້ພາຍໃນ ໂດຍໃນເຂດຕົວເມືອງ ເຂດເທດສະບານ ແລະເຂດນະຄອນ ໄດ້ຊົມໃຊ້ໄຟຟ້າເຖິງ 100 ເປີເຊັນເຕັມ ແລະ 93 ເປີເຊັນຂອງຈຳນວນບ້ານທັງໝົດນັ້ນ ໄດ້ຊົມໃຊ້ໄຟຟ້າ ສ່ວນເຂື່ອນໄຟຟ້າອີກ 12 ໂຄງການ ກໍຈະກໍ່ສ້າງແລ້ວສຳເລັດ ໃນທ້າຍປີ 2022 ຊຶ່ງຈະເຮັດໃຫ້ລາວ ມີແຫລ່ງຜະລິດໄຟຟ້າ 102 ແຫ່ງ ມີກຳລັງຕິດຕັ້ງ 13,000 MW ທີ່ຜະລິດໄຟຟ້າໄດ້ 67,000 ລ້ານກິໂລວັດ/ໂມງຕໍ່ປີ ໃນນີ້ 85 ເປີເຊັນ ຈະສົ່ງອອກໄປຕ່າງປະເທດເປັນດ້ານຫລັກ.

XS
SM
MD
LG