ຜູ້ບັນຊາການເຂດຊາຍແດນຂອງປະທານາທິບໍດີ ດໍໂນລ ທຣຳ ກ່າວໃນວັນອາທິດທີ່ຜ່ານມາວ່າ ບູລິມະສິດສູງສຸດໃນປັດຈຸບັນຂອງລັດຖະບານ ແມ່ນການເນລະເທດຄົນເຂົ້າເມືອງຜິດກົດໝາຍ ຜູ້ທີ່ເຊື່ອວ່າ ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງປະເທດ. ແຕ່ທ່ານໄດ້ຢ້ຳວ່າ ຄົນເຂົ້າເມືອງຜິດກົດໝາຍທົ່ວໄປ ກໍຈະບໍ່ໄດ້ຮັບອະນຸຍາດໃຫ້ຢູ່ຄືກັນ.
ລັດຖະບານທ່ານ ທຣຳ ໄດ້ເລີ່ມເນລະເທດຜູ້ຍົກຍ້າຍຖິ່ນຖານຫຼາຍຮ້ອຍຄົນທີ່ມີປະຫວັດອາຊະຍາກຳ ຊຶ່ງຢູ່ໃນ ສະຫະລັດ ຢ່າງຜິດກົດໝາຍອາທິດແລ້ວນີ້. ທ່ານ ທອມ ໂຮແມນ ຜູ້ບັນຊາການຊາຍແດນກ່າວລະຫວ່າງການໃຫ້ສຳພາດໃນລາຍການ This Week ຂອງໂທລະພາບ ABC ໃນວັນອາທິດທີ່ຜ່ານມາວ່າ ການເນລະເທດຜູ້ຍົກຍ້າຍຖິ່ນຖານທີ່ບໍ່ມີເອກະສານ ແລະ ບໍ່ມີປະຫວັດອາຊະຍາກຳ ບໍ່ແມ່ນເລື່ອງທີ່ເປັນໄປບໍ່ໄດ້.
ທ່ານ ທອມ ໂຮແມນ ຜູ້ບັນຊາການເຂດຊາຍແດນ ກ່າວວ່າ “ປັດຈຸບັນນີ້, ເຮົາກຳລັງຮັບມືກັບໄພຄຸກຄາມຕໍ່ຄວາມປອດໄພສາທາລະນະ, ໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງຊາດ. ນັ້ນແມ່ນປະຊາກອນມີຈຳນວນໜ້ອຍກວ່າ. ດັ່ງນັ້ນ ເຮົາຈະດຳເນີນການຕາມລຳດັບຄວາມສຳຄັນຕາມທີ່ປະທານາທິບໍດີ ທຣຳ ໄດ້ໃຫ້ຄຳໝັ້ນສັນຍາໄວ້ ແຕ່ເມື່ອງຊ່ອງທາງດັ່ງກ່າວ ເປີດກວ້າງຂຶ້ນ ມັນຈະມີການຈັບກຸມເພີ່ມຫຼາຍຂຶ້ນທົ່ວປະເທດ.”
ໃນວັນອັງຄານວານນີ້, ຂໍ້ຈຳກັດຕ່າງໆ ໄດ້ຖືກຍົກເລີກສຳລັບບັນດາເຈົ້າໜ້າທີ່ກວດຄົນເຂົ້າເມືອງ ແລະ ພາສີ ແລະ ເຈົ້າໜ້າທີ່ພາສີ ແລະ ປ້ອງກັນເຂດຊາຍແດນ ໃນການບັງຄັບໃຊ້ກົດໝາຍກວດຄົນເຂົ້າເມືອງ ໃນສະຖານທີ່ໆມີຄວາມອ່ອນໄຫວ ເຊັ່ນ ໂບດ, ໂຮງຮຽນ ແລະ ໂຮງໝໍ. ທ່ານ ໂຮແມນ ກ່າວວ່າ ການຈັບກຸມທີ່ວ່ານັ້ນ ຈະຖືກດຳເນີນການເປັນແຕ່ລະກໍລະນີ.
ທ່ານ ທອມ ໂຮແມນ ກ່າວວ່າ “ບັນດາເຈົ້າໜ້າທີ່ຄົນເຂົ້າເມືອງ ແລະ ພາສີ ຫຼື ICE ຄວນມີຄວາມລະມັດລະວັງເພື່ອຕັດສິນວ່າ ໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງແຫ່ງຊາດ ຫຼື ໄພຂົ່ມຂູ່ຕໍ່ຄວາມປອດໄພຂອງສາທາລະນະ ແມ່ນຢູ່ໃນນຶ່ງສະຖານທີ່ໆວ່ານີ້ ຫຼືບໍ່, ຕໍ່ຈາກນັ້ນມັນຄວນເປັນຕົວເລືອກໃຫ້ເຂົາເຈົ້າ ເພື່ອທຳການຈັບກຸມ.”
ຄຳເຕືອນ ແລະ ວິທີການດ້ານຄົນເຂົ້າເມືອງຂອງລັດຖະບານ ທ່ານ ທຣຳ ໄດ້ຖືກຕຳໜິວິຈານ ໂດຍສະມາຊິກສະພາສູງພັກເດໂມແຄຣັດ ທ່ານນາງ ເອລິສຊາ ສລັອດກິນ.
ທ່ານນາງ ເອລິສຊາ ສລັອດກິນ ກ່າວວ່າ “ຂ້າພະເຈົ້າຄິດວ່າ ມັນເກີນກວ່າສັນຍານໃນຄວາມພະຍາຍາມ ແລະ ຫ້າມຄົນບໍ່ໃຫ້ມາເຂດຊາຍແດນທີ່ພະຍາມເຂົ້າມາໃນປະເທດ. ແລະມັນເປັນສ່ວນນຶ່ງຂອງການຫັນປ່ຽນນີ້ ທີ່ເຂົາເຈົ້າບໍ່ທັນເຂົ້າໃຈປານໃດ ລະຫວ່າງການໂຄສະນາຫາສຽງ ແລະ ການປົກຄອງ.”
ກອງທັບ ສະຫະລັດ ໄດ້ຖືກມອບວຽກໂດຍປະທານາທິບໍດີ ດໍໂນລ ທຣຳ ເພື່ອຮັກສາຄວາມປອດໄພຢູ່ເຂດຊາຍແດນ. ເຮືອບິນຂອງກອງທັບ ສະຫະລັດ ແມ່ນຖືກໃຊ້ສຳລັບການເນລະເທດແລ້ວ, ແຕ່ບົດບາດຂອງກອງທັບຄວນເປັນຕາມລັດຖະທຳມະນູນຄືເກົ່າ, ສະມາຊິກສະພາສູງ ສລັອດກິນ ໄດ້ຊີ້ໃຫ້ເຫັນ.
ສະມາຊິກສະພາສູງ ເອລິສຊາ ສລັອດກິນ ກ່າວວ່າ “ອີງຕາມລັດຖະທຳມະນູນຂອງພວກເຮົາ, ເຈົ້າສາມາດໄປເຮັດໃນບົດບາດຜູ້ສະໜັບສະໜູນ, ການຂົນສົ່ງ, ຂັບລົດ, ຈັດຕັ້ງສະຖານທີ່ຕ່າງໆ, ກໍ່ຕັ້ງຂຶ້ນ ຄືທ່ານກໍຮູ້ ຢູ່ເຂດຊາຍແດນ, ແມ່ນຫຍັງກໍຢ່າ. ມັນແຕກຕ່າງຫຼາຍ ເວລາເຈົ້າຂ້າມເສັ້ນເຂົ້າໄປເປັນຜູ້ບັງຄັບໃຊ້ກົດໝາຍ.”
ກຳລັງທະຫານທີ່ປະຈຳການຢູ່ປະມານ 1,500 ຄົນ ໄດ້ເລີ່ມເດີນທາງໄປຮອດເຂດຊາຍແດນຕິດກັບປະເທດ ເມັກຊິໂກ ເມື່ອອາທິດແລ້ວນີ້ ແລະ ຕົວເລກອາດຈະເພີ່ມຂຶ້ນໃນບໍ່ເທົ່າໃດວັນຂ້າງໜ້າ. ທ່ານ ໂຮແມນ ກ່າວໃນວັນອາທິດທີ່ຜ່ານມາວ່າ ການມີໜ້າຂອງກອງທະຫານຈະສົ່ງ “ສັນຍານເນັ້ນຢ້ຳທີ່ແຂງແກ່ນ” ໃຫ້ໂລກຮູ້ວ່າ ເຂດຊາຍແດນຂອງພວກເຮົາແມ່ນຖືກປິດແລ້ວ.
ອ່ານລາຍງານນີ້ເປັນພາສາອັງກິດ
President Donald Trump’s border czar said Sunday that the administration’s current priority is to deport undocumented immigrants who are deemed to pose security threats to the country. But he stressed that illegal immigration in general, won’t be tolerated.
The Trump administration began deporting hundreds of migrants with criminal records last week who are in the United States illegally. Deporting undocumented migrants without criminal records isn’t off the table, said border czar Tom Homan during an interview Sunday on ABC’s “This Week” show.
“Right now, it's countering public safety threats, national security threats. That's a smaller population. So we're going to do this on a priority base, as President Trump promised. But as that aperture opens, there’ll be more arrests nationwide.”
On Tuesday, restrictions were removed for Immigration and Customs Enforcement and Customs and Border Protection agents to carry out immigration enforcement in sensitive places like churches,
schools and hospitals. Homan said such arrests would be carried out on a case-by-case basis.
“ICE officers should have discretion to decide if a national security threat or public safety threat is in one of these facilities, then it should be an option of them to make the arrest.”
The Trump administration's immigration warnings and approach were criticized by Democratic Senator Elissa Slotkin.
“I think that's more of a signal to try and keep people from coming to the border trying to get in. And it's part of this transition that they're not quite into yet, between campaigning and governing.”
The U.S. military has been tasked by President Donald Trump with aiding border security. U.S. military planes are already being used for deportations, but the military’s role should remain in line with the Constitution, Senator Slotkin pointed out.
“According to our Constitution, you can go in supporting roles, logistics, driving, setting up facilities, setting up, you know, border locations, whatever. It's very different when you cross the line into law enforcement.”
Some 15-hundred active-duty military troops began arriving at the border with Mexico last week and their numbers could go up in the coming days. Homan said Sunday the troops’ presence sends a quote “strong signal to the world our border is closed.”
ຟໍຣັມສະແດງຄວາມຄິດເຫັນ