ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບໍລິສັດ ຟາຍເຊີ-ໄບໂອເອັນເທັກ ຈະສະໜອງ ຢາວັກຊິນຕື່ມອີກ 100 ລ້ານໂດສ ເພື່ອແຈກຢາຍ ຢູ່ໃນສະຫະລັດ


ເຈົ້າໜ້າທີ່ຟາກມາຊີ ຄົນນຶ່ງກຳລັງດູດຢາໃສ່ເຂັມ ບ່່ອນທີ່ວັກຊິນປ້ອງກັນໂຄວິດ-19 ຮັກສາເອົາໄວ້ ຢູ່ໂຮງໝໍ Mount Sinai Queens ນະຄອນນິວຢອກ ວັນທີ 9 ທັນວາ 2020.
ເຈົ້າໜ້າທີ່ຟາກມາຊີ ຄົນນຶ່ງກຳລັງດູດຢາໃສ່ເຂັມ ບ່່ອນທີ່ວັກຊິນປ້ອງກັນໂຄວິດ-19 ຮັກສາເອົາໄວ້ ຢູ່ໂຮງໝໍ Mount Sinai Queens ນະຄອນນິວຢອກ ວັນທີ 9 ທັນວາ 2020.

ບໍລິສັດເພສັດຊະກຳຟາຍເຊີ-ໄບໂອເອັນເທັກ (Pfizer-BioNTech) ກ່າວໃນ ວັນພຸດວານນີ້ວ່າ ເຂົາເຈົ້າຈະສະໜອງຢາວັກຊີນ ກັນໄວຣັສໂຄໂຣນາໃຫ້ແກ່ ສະຫະລັດຕື່ມອີກ 100 ລ້ານໂດສໃນຂະນະທີ່ສະຫະລັດພວມດິ້ນຮົນຫາທາງຮັບມືກັບການແຜ່ລະບາດທີ່ມີເພີ້ມຂຶ້ນ.

ບັນດາບໍລິສັດຜະລິດຢາດັ່ງກ່າວເວົ້າວ່າ ເຂົາເຈົ້າຄາດວ່າຈະເສັດສິ້ນການຈັດສົ່ງ ຢາວັກຊີນໄປໃຫ້ພາຍໃນທ້າຍເດືອນກໍລະກົດ ໃນການຕົກລົງທີ່ມີມູນຄ່າ 2 ພັນ ລ້ານໂດລາ ກັໍບລັດຖະບານກາງ.

ລັດຖະມົນຕີກະຊວງສາທາລະນະສຸກແລະບໍລິການມະນຸດທ່່ານອາເລັກສ໌ ອາຊາ (Alex Azar) ກ່າວຢູ່ໃນຖະແຫຼງການວ່າ “ການໄດ້ຮັບຢາວັກຊີນເພີ້ມຂຶ້ນຈາກ ບໍລິສັດຟາຍເຊີ-
ໄບໂອເອັນເທັກ (Pfizer ແລະ BioNTech) ທີ່ສົ່ງໄປໃຫ້ ໃນ ໄຕມາດທີສອງຂອງປີ 2021
ຈະເຮັດໃຫ້ພວກເຮົາມີຢາວັກຊີນຫຼາຍຂຶ້ນໃນການ ການປະຕິບັດງານຢ່າງວ່ອງໄວຫຼື
Operation Warp Speed. ທ່ານກ່າວຕື່ມວ່າ ການຊື້ຢາງວດໃໝ່ຂອງລັດຖະບານກາງ
ນີ້ ສາມາດເຮັດໃຫ້ຊາວອາເມຣິກັນ ມີຄວາມໝັ້ນໃຈຫຼາຍຂຶ້ນວ່າ ພວກເຮົາມີຢາວັກຊີນ
ພຽງພໍເພື່ອສັກໃຫ້ແກ່ຊາວອາເມຣິກັນທຸກໆຄົນ ຜູ້ທີ່ຕ້ອງການໃນເດືອນມິຖຸນາ ປີ 2021.”

ໃນວັນທີ 11 ທັນວາຜ່ານມາ ຫ້ອງການອາຫານແລະຢາຂອງສະຫະລັດ ໄດ້ໃຫ້ ການອະນຸ”
ມັດ ໃນການນຳໃຊ້ແບບສຸກເສີມຢາວັກຊິນຂອງບໍລິສັດຟາຍເຊີ-ໄບໂອເອັນເທັກ (Pfizer-BioNTech) ຊຶ່ງເປັນການແຜ້ວທາງ ໃຫ້ບໍລິສັດຜະລິດຢາດັ່ງກ່າວ ສົ່ງຢາວັກຊີນໄປໃຫ້
ແກ່ລັດຖະບານໃນຂັ້ນຕົ້ນ 100 ລ່້ານໂດສ.

ຂໍ້ຕົກລົງທີ່ໄດ້ປະກາດໃນວັນພຸດວານນີ້ກໍານົດເງື່ອນໄຂວ່າບັນດາບໍລິສັດດັ່ງກ່າວຈະຕ້ອງສົ່ງ
ຢາ ຢ່າງໜ້ອຍ 70 ລ້ານໂດສ ໄປໃຫ້ ພາຍໃນວັນທີ 30 ເດືອນມິຖູນາ ແລະສ່ວນທີ່ຍັງເຫຼືອ 30 ລ້ານໂດສ ຈະສົ່ງໄປໃຫ້ພາຍໃນວັນທີ 31 ກໍລະກົດ. ລັດຖະບານຍັງສາມາດຊື້
ຢາເພີ້ມອີກ ໄດ້ເຖິງ 400 ລ້ານໂດສ.

ວັກຊິນຂອງບໍລິສັດ Pfizer-BioNTech ເປັນນຶ່ງໃນສອງບໍລິສັດທຳອິດທີ່ໄດ້ຮັບການອະ
ນຸມັດເພື່ອໃຫ້ນຳໃຊ້ສຸກເສີນ ຈາກຫ້ອງການອາຫານແລະຢາຂອງສະຫະ ລັດ ສ່ວນອີກ
ຊະນິດນຶ່ງ ແມ່ນພັດທະນາໂດຍຄູ່ແຂ່ງ ກໍຄືບໍລິສັດ Moderna. ການສົ່ງວັກຊິນຊຸດທຳອິດ
ຂອງບໍລິສັດ Pfizer-BioNTech ໄປທົ່ວສະຫະລັດ ໄດ້ເລີ້ມຂຶ້ນໃນວັນທີ 13 ທັນວາ ທີ່
ຜ່ານມານີ້.

ສະຫະລັດ ຍັງສືບຕໍ່ເປັນປະເທດທີ່ນຳໜ້າໂລກ ໃນການເສຍຊີວິດຍ້ອນໂຄວິດ-19 ຄືເກືອບ 323,00 ຄົນ ແລະຍັງມີຜູ້ຕິດເຊື້ອຫຼາຍກວ່າ 18 ລ້ານ 2 ແສນ ຄົນ ອີງຕາມມະຫາວິທະຍາໄລ Johns Hopkins. ເຊື້ອໄວຣັສໂຄໂຣນາເປັນ ສາເຫດພາໃຫ້ພະບາດ
ໂຄວິດ-19.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG