ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ADB ເປັນຫ່ວງນໍາ ລາຄາອາຫານການກິນ ໃນເອເຊຍ ໃນອະນາຄົດ


ສໍານັກງານໃຫຍ່ຂອງ ທະນາຄານພັດທະນາເອເຊຍ ຫລື ADB ທີ່ເມືອງ Mandaluyong ປະເທດຟີລິບປີນ​.
ສໍານັກງານໃຫຍ່ຂອງ ທະນາຄານພັດທະນາເອເຊຍ ຫລື ADB ທີ່ເມືອງ Mandaluyong ປະເທດຟີລິບປີນ​.
ລາຍ​ງານ​ການ​ສຶກສາ​ໃໝ່​ສະບັບ​ນຶ່ງ​ຂອງ ທະນາຄານ​ພັດທະນາ​
ເອ​ເຊຍ​ ​ຫລື ADB ກ່າວ​ວ່າ ຄວາມ​ສາມາດ​ຂອງເອ​ເຊຍ ທີ່​ຈະ​
ຮັກສາ​ລາຄາ​ອາຫານ​ການ​ກິນ ​ໃຫ້​ຢູ່​ພາຍໃຕ້​ການ​ຄວບ​ຄຸມ ​
ແລະ​ຮັບປະກັນຄວາມ​ໝັ້ນຄົງ ດ້ານອາຫານ ໄລຍະ​ຍາວຂອງ
ຂົງ​ເຂດ ​ແມ່ນ​ຈໍາ​ເປັນ​ຈະ​ຕ້ອງມີ​ສາຍ​ໂສ້​ລໍາລຽງ​ພື​ດຜົນ ​ຈາກ
​ຟາ​ມ ຫລື​ໄຮ່ນາ​ຮົ້ວ​ສວນ ໄປ​ຍັງ​ຕະຫລາດ ​ທີ່​ພຽງພໍ​ຫລາຍ​ຂື້ນ
​ແລະປະ​ຫຍັດ​ລາຄາ.

ທ່ານ Bindu Lohani ຮອງ​ປະທານຄົນ​ນຶ່ງ​ຂອງ​ທະນາຄານ ADB ກ່າວ​ໃນ​ວັນ​ຈັນມື້​ນີ້​ວ່າ ​ເອ​ເຊຍ ປະ​ເຊີນກັບ​ການ​ທ້າ​ທາຍ​ອັນໜ້າ​ຢ້ານ​ກົວ ​ໃນ​ການ​ລ້ຽງດູ​ປະຊາກອນ 5 ພັນ​ລ້ານ​ຄົນ ພາຍໃນ​ປີ 2030​.

ການ​ສຶກສາໃຫ້​ຂໍ້​ສັງ​ເກດ​ວ່າ ລາ​ຄາ​ພະລັງງານ ​ຄ່າແຮງ​ງານ ​ແລະ​ ​ເຄື່ອງ​ໃຊ້​ໃນການ​ປູກຝັງ ​ເຊ່ນວ່າ ຝຸ່ນ​ປຸຍ ​ແລະ​ແກ່ນ​ພືດ​ຕ່າງໆ ຍັງສືບ​ຕໍ່​ສູງ​ຢູ່ ​ຊຶ່ງສາ​ມາ​ດ​ສົ່ງ​ຜົນ​ໃຫ້ ອາຫານຂາຍ​ຫຍ່ອຍ ມີ​ລາ​ຄາແພງຂຶ້ນ.

ລາຍ​ງານ​ຍັງ​ກ່າວ​ຕໍ່​ໄປ​ອີກ​ວ່າ ມັນ​ບໍ່​ມີ “ວິ​ທີ​ແກ້​ໄຂວິເສດທີ່​ງ່າຍໆ” ​ເພື່ອແກ້​ໄຂ​ ບັນຫາລາຄາ
ອາຫານ​ທີ່​ແພງ​ຂື້ນນັບ​ມື້​ນັ້ນ ​ແລະ ບໍ່​ມີ “ວິທີ​ນຶ່ງ​ດຽວ ທີ່​ຈະແກ້​ໄຂບັນຫາ​ໄດ້ນໍາ​ກັນໝົດ” ​ເພາະວ່າແຕ່ລະ​ຂົງ​ເຂດ​ທີ່​ແຕກ​ຕ່າງ​ກັນຢ່າງ​ກວ້າງ​ຂວາງ​ຂອງເອ​ເຊຍ ​ແມ່ນ​ຕ້ອງ​ກັນ​ວິ​ທີການ​ແກ້​ໄຂ ທີ່​ເໝາະ​ສົມສະ​ເພາະ​ກັບ​ຂົງ​ເຂດ​ນັ້ນໆ.
XS
SM
MD
LG