ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກິດຈະກໍາໃນແຕ່ລະວັນຂອງທ່ານບຸນຕຽງ ໄຊຍະຈັກ ດາວເຮືອງ ຫລັງຈາກອອກບໍານານແລ້ວ


ທ່ານ​ບຸນ​ຕຽງ ໄຊ​ຍະ​ຈັກ ດາວ​ເຮືອງ
ທ່ານ​ບຸນ​ຕຽງ ໄຊ​ຍະ​ຈັກ ດາວ​ເຮືອງ

ທ່ານຜູ້ຟັງ, ໃນລາຍການຊຸມຊຸົນລາວ ໃນທະວີບອາເມຣິກາຂອງວີໂອເອສໍາລັບແລງມື້ນີ້ ພວກເຮົາຈະພາທ່ານໄປຮູ້ຈັກກັບທ່ານບຸນຕຽງ ໄຊຍະຈັກ ດາວເຮືອງ, ຜູ້ທີ່ອາໄສຢູ່ເມືອງສະວານນາ, ລັດຈໍເຈຍ ເຖິງເລື້ອງລາວການມາຕັ້ງຖິ່ນຖານໃໝ່ ຢູ່ສະຫະລັດຂອງເພິ່ນ, ການມີສ່ວນຮ່ວມ ຢູ່ໃນຊຸມຊົນ ແລະການເຂົ້າຮ່ວມເປັນສະມາຊິກສະມາຄົມລາວ ເຊິ່ງ ທິບສຸດາ ຈະນໍາເອົາການໂອ້ລົມ ກັບທ່ານບຸນຕຽງ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານບຸນຕຽງ ໄຊຍະຈັກ ດາວເຮືອງ ໄດ້ອົບພະຍົບອອກຈາກປະເທດລາວ ໃນຊ່ວງທ້າຍຂອງຊຸມປີ 1970 ແລະມາເຖິງສະຫະລັດໃນປີ 1981, ເຊິ່ງເພິ່ນ ແລະຄອບຄົວ ໄດ້ຍົກຍ້າຍອອກຈາກປະເທດລາວ ຂ້າມໄປຢູ່ສູນທີ່ປະເທດໄທ, ຈາກນັ້ນ ຈຶ່ງໄດ້ຍົກຍ້າຍມາຕໍ່ທີ່ສະຫະລັດ. ໂດຍເພິ່ນໄດ້ກ່າວເຖິງລາຍລະລຽດໃນຕອນນີ້ໃຫ້ຟັງວ່າ:

ລິງໂດຍກົງ

ເພິ່ນໄດ້ກ່າວໃຫ້ຟັງວ່າ ໃນຊ່ວງທໍາອິດ ທີ່ມາເຖິງນັ້ນແມ່ນ ມີຄວາມຫຍຸ້ງຍາກຫລາຍ, ເພາະຄອບຄົວເພິ່ນເປັນຄອບຄົວໃຫຍ່ ອາໄສຢູ່ນໍາກັນຫລາຍໆຄົນ ມີພາລະໜ້າທີ່ຫລາຍຢ່າງ ທີ່ຕ້ອງໄດ້ຮັບຜິດຊອບ, ເພິ່ນ ແລະພັນລະຍາຈຶ່ງໄດ້ອອກໄປເຮັດວຽກເປັນຫລາຍໆຊົ່ວໂມງຕິດຕໍ່ກັນ ເພື່ອໃຫ້ມັນພຽງພໍທີ່ຈະລ້ຽງດູທຸກໆຄົນຢູ່ໃນຄອບຄົວໄດ້. ພໍດີມີໝູ່ໄທບ້ານດຽວກັນ ສະໄໝທີ່ອາໄສຢູ່ເມືອງລາວ ແລະໄດ້ມາອາໄສຢູ່ທີ່ເມືອງສະວານນາ ລັດຈໍເຈຍນີ້ກ່ອນແລ້ວ ໄດ້ຊັກຊວນໃຫ້ພວກເພິ່ນມາຢູ່ທີ່ນີ້ ເພາະຄ່າຄອງຊີບບໍ່ສູງຫລາຍ, ດິນດອນກໍ່ບໍ່ແພງ. ເພິ່ນ ແລະພັນລະຍາຈຶ່ງຕັດສິນໃຈຍົກຍ້າຍມາ ເພາະເຫັນວ່າ ເໝາະສົມກວ່າ, ເຊິ່ງເພິ່ນໄດ້ກ່າວເຖິງຊ່ວງເວລານີ້ ໃຫ້ທາງ VOA ຟັງດັ່ງນີ້:

ລິງໂດຍກົງ

ຫລັງຈາກກະສຽນອາຍຸຈາກການເຮັດວຽກ ເພິ່ນກໍ່ມ່ວນຊື່ນກັບການເຮັດຮົ້ວເຮັດສວນໃນແຕ່ລະວັນຂອງເພິ່ນ ເຊິ່ງເພິ່ນໄດ້ປູກໝາກເພີຊິິມມອນ (persimmon) ຫລືຫລາຍໆຄົນ ຮ້ອງກັນວ່າ ໝາກເຫລືອງ ໂດຍລະດູການນີ້ ກໍເປັນຊ່ວງເກັບໝາກເຫລືຶຶອງພໍດີ ແລະກໍ່ສ້າງລາຍໄດ້ໃຫ້ເພິ່ນດີສົມຄວນ ແລະເພິ່ນກໍ່ຍັງກ່າວອີກວ່າ ຄົນລາວທີ່ອາໄສຢູ່ທີ່ນີ້ ໂດຍສະເພາະຄົນທີ່ມີອາຍຸຮຸ້ນລາວຄາວດຽວກັນແມ່ນມັກເຮັດການກະເສດ, ປູກຜັກ, ປູກໝາກໄມ້ ນອກນັ້ນກໍມີບາງຄົນທີ່ສ້າງລາຍໄດ້ເສີມໂດຍການອອກທະເລໄປເອົາປູ, ກຸ້ງ, ປາ ມາຂາຍນໍາອີກດ້ວຍ, ເຊິ່ງເພິ່ນໄດ້ເລົ່າເຖິງລາຍລະອຽດສູ່ທາງພວກເຮົາຟັງວ່າ:

ລິງໂດຍກົງ

ທ່ານບຸນຕຽງ ໄຊຍະຈັກ ດາວເຮືອງຍັງກ່າວສູ່ຟັງອີກວ່າ ໂດຍສ່ວນໃຫຍ່ ແມ່ນບໍ່ຄ່ອຍໄດ້ອອກໄປທາງໃດ ຍິ່ງຊ່ວງນີ້ເປັນຊ່ວງທີ່ມີການລະບາດຂອງພະຍາດໂຄວິດ-19 ແດ່ ກໍເລີຍຕ້ອງໄດ້ລະມັດລະວັງເລື້ອງການໄປການມາ, ນອກຈາກເກັບໝາກເຫລືອງໄປສົ່ງໃຫ້ລູກຄ້າແລ້ວ ເພິ່ນກໍໄປຕະຫລາດກັບພັນລະຍາ, ໄປຫາໝໍ ເພື່ອກວດສຸຂະພາບ...ແລະອື່ນໆທີ່ຈໍາເປັນ. ນອກຈາກສິ່ງຕ່າງໆ ທີ່ກ່າວມາແລ້ວ, ອີກສິ່ງນຶ່ງທີ່ເພິ່ນໄດ້ພົວພັນຢູ່ປະຈໍາກໍ່ຄື “ສະມາຄົມລາວ” ເຊິ່ງເປັນສະມາຄົມຂອງຄົນລາວທີ່ຊ່ວຍເຫລືອກັນ ໃນຍາມທີ່ສະມາຊິກໃນຄອບຄົວຂອງຜູ້ຮ່ວມສະມາຊິກຢູ່ໃນສະມາຄົມດັ່ງກ່າວເສຍຊີວິດ, ໂດຍມີສູນກາງຢູ່ທີ່ນະຄອນ ແອັດແລນຕ້າ ເຊິ່ງເພິ່ນໄດ້ອະທິບາຍລາຍລະອຽດຕ່າງໆ ສູ່ຟັງດັ່ງນີ້:

ລິງໂດຍກົງ

ທ່ານບຸນຕຽງ ໄຊຍະຈັກ ດາວເຮືອງ ຍັງກ່າວຕື່ມວ່າ, ເພິ່ນມັກຢູ່ເຂດນີ້ຫລາຍ ອາດຈະເປັນນໍາເພິ່ນລື້ງເຄີຍກັບສະຖານທີ່ແລ້ວ ເພິ່ນຈຶ່ງບໍ່ຢາກຈະຍ້າຍໄປທາງໃດອີກ. ຢູ່ທີ່ນີ້ເໝືອນດັ່ງຢູ່ບ້ານເກີດຂອງຕົນເອງ, ເມືອງແຫ່ງນີ້ ເປັນເມືອງທີ່ສະຫງົບ, ເປັນເມືອງເກົ່າ ມີສະຖານທີ່ທາງປະຫວັດສາດຫລາຍແຫ່ງເຊັ່ນ ມີປ້ອມທະຫານປ້ອງກັນແຄມຝັ່ງທີ່ເກົ່າແກ່...ແລະອື່ນໆ ໂດຍເພິ່ນໄດ້ເລົ່າສູ່ຟັງວ່າ:

ລິງໂດຍກົງ

ຢ່າງໃດກໍຕາມ ຄວາມສຸກເປັນຊ່ວງເວລາທີ່ສັ້ນ ບາງຄັ້ງພວກເຮົາກໍຕັ້ງໃຈເຮັດວຽກ ເພື່ອຈະເຕີມຄວາມຕ້ອງການຕ່າງໆໃຫ້ກັບຄອບຄົວ ຈົນລືມເວລາແຫ່ງຄວາມສຸກທີ່ຕົນເອງ ແລະຄອບຄົວຕ້ອງມີຮ່ວມກັນ, ການກະກຽມ ແລະມີການວາງແຜນກ່ອນການອອກບໍານານ ກໍເປັນປັດໄຈສໍາຄັນໃນການສ້າງກິດຈະກໍາທີ່ພວກເຮົາຈະຕ້ອງໄດ້ປະຕິບັດໃນແຕ່ລະວັນເພື່ອບໍ່ໃຫ້ຫງ່ວມເຫງົາແລະມີຄວາມ ສຸກໃນແຕ່ລະມື້ ເໝືອນດັ່ງກັບທີ່ທ່ານບຸນຕຽງ ໄດ້ມີການວາງແຜນໄວ້.

ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ແມ່ນລາຍການຊຸມຊົນລາວ ໃນທະ ວີບອາເມຣິກາ ຊຶ່ງໃນອາທິດນີ້ ໄດ້ນຳເອົາການໂອ້ລົມ ກັບ ທ່ານບຸນຕຽງ ເຖິງເລື້ອງລາວຄວາມເປັນມາ, ການມາຕັ້ງຖິ່ນຖານໃໝ່ຂອງເພິ່ນແລະການເຂົ້າຮ່ວມສະມາຄົມລາວຂອງເພິ່ນ...ກະລຸນາຕິດຕາມຮັບຟັງລາຍການຊຸມຊົນຊາວລາວໃນທະວີບອາເມຣິກາ ຂອງເຮົາໄດ້ອີກຄັ້ງ ໃນວັນອາທິດໜ້າ ເວລາດຽວກັນນີ້.

XS
SM
MD
LG