ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ແນວ​ໂຮມ​ນາໆຊາດ ​ໂຈມ​ຕີ​​ ພວກ​ນັກ​ລົບ​ ລັດ​ອິສລາມ ໃກ້​ຊາຍ​ແດນ ຊີ​ເຣຍ-​ເທີ​ກີ


ນັກລົບຈາກກຸ່ມ Free Syrian Army (FSA) ນັ່ງຢູ່ເທິງສິ່ງກີດຂວາງ ໃນຂະນະທີ່ລາວ ປ້ອງກັນທີ່ໝັ້ນແຫ່ງໜຶ່ງ ຢູ່ແນວໜ້າ ໃນເມືອງ Aleppo ທາງພາກເໜືອ ຂອງຊີເຣຍ.
ນັກລົບຈາກກຸ່ມ Free Syrian Army (FSA) ນັ່ງຢູ່ເທິງສິ່ງກີດຂວາງ ໃນຂະນະທີ່ລາວ ປ້ອງກັນທີ່ໝັ້ນແຫ່ງໜຶ່ງ ຢູ່ແນວໜ້າ ໃນເມືອງ Aleppo ທາງພາກເໜືອ ຂອງຊີເຣຍ.

ກຸ່ມ​ສັງ​ເກດ​ການສິດທິ​ມະນຸດ​ຊີ​ເຣຍທີ່​ຕັ້ງ​ຢູ່​ອັງກິດ ​ກ່າວ​ວ່າ ຝ່າຍ
​ແນວ​ໂຮມ​ນາໆ​ຊາດ​ ​ທີ່​ນຳພາ​ໂດຍ​ສະຫະລັດ ​ໄດ້​ໂຈມ​ຕີເມືອງ​ນຶ່ງ
ທີ່ສຳຄັນ ຢູ່ເລາະ​ຕາມ​ຊາຍ​ແດນ ຊີ​ເຣຍ-​ເທີ​ກີ ບ່ອນ​ທີ່​ກຳລັງ​ຂອງ
​ຊາວ​ເຄີ​ດພວມ ຕໍ່ສູ້​ຕ້ານ​ຢັນ ພວກ​ນັກ​ລົບ​ຂອງ​ກຸ່ມ​ອິສລາມ.

ກຸ່ມ Syrian Observatory ​ເວົ້າວ່າ ​ເຮືອບິນ​ຂອງ​ຝ່າ​ຍ​ແນວ​ໂຮມ
​ໄດ້ທຳ​ການ​ໂຈມ​ຕີ ຢ່າງ​ນ້ອຍ 5 ຖ້ຽວ ​ໃນ​ວັນ​ພຸດ​ມື້​ນີ້ ຢູ່​ທາງກ້ຳ​ໃຕ້
​ຂອງ ​ເມືອງ Kobani ທີ່​ມີ​ອີກ​ຊື່​ນຶ່ງ​ວ່າ Ayn Arab. ການ​ປະ​ທະ​ກັນ
​ຢູ່​ໃນ​ເຂດ​ນັ້ນ ​ໃນ​ໄລຍະ​ບໍ່​ເທົ່າ​ໃດ​ອາທິດ​ຜ່ານ​ມາ​ນີ້ ​ໄດ້​ເຮັດ​ໃຫ້​
ປະຊາຊົນ ຫລາຍ​ກ່ວາ 160.000​ ຄົນ ພາກັນ​ອົບ​ພະຍົບໜີ​ໄປ​ສູ່​ບ່ອນ​ປອດ​ໄພ.

ຢູ່​ໃນ​ປະ​ເທດ​ເພື່ອນ​ບ້ານ​ອີຣັກນັ້ນ ​ເຮືອບິນ​ລົບ​ຂອງ​ອັງກິດ​ ກໍ​ໄດ້​ທຳ​ການ​ໂຈມ​ຕີ​ເປັນ​ມື້​ທີ​ສອງ ຕໍ່​ກຸ່ມ​ລັດ​ອິສລາມ. ກະຊວງ​ປ້ອງ​ກັນ​ປະ​ເທດ ອັງກິດ​ກ່າວ​ວ່າ ​ເຮືອບິນ​ອັງກິດ​ຂຶ້ນ​ບິນປະຕິບັດ​ງານ ​ໃຫ້ການສະໜັບ ສະໜຸນ​ແກ່ກອງ​ກຳລັງ​ຂອງ​ອີຣັກ ​ແລະ​ໄດ້​ຍິງ​ລູກ​ສອນ​ໄຟ ​ໃສ່​ລົດ​ຂອງ​ພວກ​ຫົວ​ຮຸນ​ແຮງ ຢູ່​ທາງ​ກ້ຳ​ຕາ​ເວັນ​ຕົກ​ຂອງ​ແບກ​ແດດ.

​ໃນ​ຂະນະ​ດຽວ​ກັນ ທີ່​ອອສ​ເຕຣ​ເລຍ ນາຍົກລັດຖະມົນຕີ Tony Abbott ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ​ເຮືອບິນ​ທະຫານ​ຂອງ​ປະ​ເທດ​ຂອງ​ທ່ານ​ຈະ​ຂຶ້ນ​ບິນ​ສະໜັບສະໜຸນ ການ​ປະຕິບັດ​ງານ​ຂອງ​ຝ່າຍ​ແນວ​ໂຮມ ທີ່​ນຳພາ​ໂດຍ​ສະຫະລັດ​ນັ້ນ ​ແຕ່​ຈະ​ບໍ່​ທຳ​ການ​ໂຈມ​ຕີ​ໃດໆຂອງ​ຕົນ​ເອງ​ເທື່ອ.

XS
SM
MD
LG