ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫົວໜ້າ ກຊ ປ້ອງກັນປະເທດ ສຫລ ຮຽກຮ້ອງ ໃຫ້ປາບປາມ ເລື້ອງການລວນລາມ ທາງເພດ


ລັດຖະມົນຕີວ່າການຊົ່ວຄາວ ກະຊວງປ້ອງກັນປະເທດສະ​ຫະ​ລັດ ທ່ານ ແພດທຣິກ ແຊນນາແຮນ ນັ່ງຟັງ, ວັນທີ 1 ພຶດສະພາ 2019, ໃນລະຫວ່າງ ການພິຈາລະນາ ຂອງ ອະນຸກຳມະການ ຈັດສັນງົບປະມານຂອງສະພາຕ່ຳ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ.
ລັດຖະມົນຕີວ່າການຊົ່ວຄາວ ກະຊວງປ້ອງກັນປະເທດສະ​ຫະ​ລັດ ທ່ານ ແພດທຣິກ ແຊນນາແຮນ ນັ່ງຟັງ, ວັນທີ 1 ພຶດສະພາ 2019, ໃນລະຫວ່າງ ການພິຈາລະນາ ຂອງ ອະນຸກຳມະການ ຈັດສັນງົບປະມານຂອງສະພາຕ່ຳ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ.

ລັດຖະມົນຕີວ່າການຊົ່ວຄາວ ກະຊວງປ້ອງກັນປະເທດສະ​ຫະ​ລັດ ທ່ານ ແພດທຣິກ
ແຊນນາແຮນ ໄດ້ຮຽກຮ້ອງໃຫ້ມີການປ່ຽນແປງຢ່າງໃຫຍ່ ໃນ ວິທີທາງທີ່ກອງທັບ ຮັບມື
ກັບເລື້ອງການລວນລາມທາງເພດ ແລະການກົດຂີ່ຂົ່ມ ເຫັງ ໃນຂະນະທີ່ທຳນຽບຫ້າແຈ
ເປີດເຜີຍບົດລາຍງານສະບັບໃໝ່ ທີ່ສະແດງ ໃຫ້ເຫັນວ່າ ບັນຫານີ້ກຳລັງຮ້າຍແຮງ
ຫຼາຍຂຶ້ນນັບມື້.

“ຄັນຈະເວົ້າແບບກົງໄປກົງມາ ພວກເຮົາບໍ່ໄດ້ປະຕິບັດຕາມມາດຕະຖານ ແລະ
ຕາມຄວາມຄາດໝາຍທີ່ພວກເຮົາ ໄດ້ກຳນົດໄວ້ໃຫ້ແກ່ພວກເຮົາເອງ ຫຼື ໃຫ້ແກ່ກັນ
ແລະກັນ”
ນັ້ນແມ່ນຂໍ້ຄວາມທີ່ທ່ານແຊນນາແຮນ ໄດ້ຂຽນໃສ່​ຈົດ​ໝາຍບັນທຶກທີ່ສົ່ງໄປ
ໃຫ້ບັນດາເຈົ້າໜ້າທີ່ສະດັບສູງຂອງກອງທັບ ໃນວັນພຸດ ຜ່ານມາ ຊຶ່ງທຳນຽບຫ້າແຈ
ໄດ້ນຳອອກເຜີຍແຜ່ ໃນວັນພະຫັດວານນີ້. ທ່ານໄດ້ກ່າວອີກວ່າ “ອັນນີ້ເປັນ​ເລື້ອງ​
ທີ່ຍອມຮັບບໍ່ໄດ້.”

ບົດລາຍງານທຸກສອງປີ ດັ່ງກ່າວນີ້ ໄດ້ສຳຫຼວດ ພວກພະນັກງານທະຫານຈາກເຫຼົ່າທັບ
ເຊັ່ນ ກອງທັບບົກ ກອງທັບເຮືອ ກອງທັບອາກາດ ແລະນາວິກະໂຍທິນ ໃນປີ 2018.
ອີງຕາມການສຳຫຼວດນີ້ ມີ​ປະ​ມານ20,500 ກໍລະນີ ທີ່ພົບວ່າ ມີການລວນລາມທາງເພດ
ໂດຍສະເລ່ຍແລ້ວມີອັດຕາທີ່ເພີ້ມຂຶ້ນເຖິງ 40 ເປີເຊັນ ຈາກຈຳນວນປະ​ມານ 14,900
ກໍລະນີ ທີ່ພົບຢູ່ໃນປີ 2016. ການລວນລາມທາງເພດ ທີ່ບໍ່​ສົມ​ຍອມທີ່​ມີ​ຂຶ້ນ ແມ່ນນັບ​
ແຕ່ການແຕະເນື້ອຕ້ອງ ໂຕ ຈົນໄປເຖິງຂັ້ນການຂົ່ມຂືນຊຳເລົາ.

ສຳນັກງານໃຫຍ່ຂອງທຳນຽບຫ້າແຈ ຫຼື Pentagon ເຫັນໄດ້ຢູ່ໃນນະຄອນຫຼວງ ວໍຊິງຕັນ.
ສຳນັກງານໃຫຍ່ຂອງທຳນຽບຫ້າແຈ ຫຼື Pentagon ເຫັນໄດ້ຢູ່ໃນນະຄອນຫຼວງ ວໍຊິງຕັນ.

ພວກທະຫານເພດຍິງທີ່ເຂົ້າເປັນສະມາຊິກໃນເຫຼົ່າທັບ ໃນລະຫວ່າງອາຍຸ 17 ຫາ 24 ປີ
ແມ່ນເປັນຜູ້ທີ່ມີຄວາມສ່ຽງສູງສຸດຕໍ່ການຖືກລວນລາມທາງເພດ ອີງຕາມການສຳຫຼວດ
ທີ່ໄດ້ກ່າວໄວ້ນັ້ນ.

ທ່ານເນເຕັນ ກາລບຣີດຕ໌ ຮອງອຳ​ນວຍ​ການຫ້ອງການປ້ອງກັນ ແລະການຮັບມື ກັບ
ການລວນລາມທາງເພດ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ທີ່ທຳນຽບຫ້າແຈ ໃນວັນພະຫັດ
ວານນີ້ວ່າ “ບົດລາຍງານສະບັບນີ້ ແມ່ນເປັນຮູ້​ສຶກທໍ້ແທ້ໃຈ ແລະ ໂດຍສ່ວນຕົວແລ້ວ
ມັນເຮັດໃຫ້ຂ້າພະເຈົ້າໃຈຮ້າຍຫລາຍ.”

ຢູ່ໃນບົດຈົດ​ໝາຍ​ບັນທຶກນັ້ນ ທ່ານແຊນນາແຮນ ໄດ້ກ່າວວ່າ ການລວນລາມທາງເພດ
ຄວນຖືກພິຈາລະນາໃຫ້ເປັນອາຊະຍາກຳ ໃນຕົວມັນເອງ ຢູ່ໃນ ກອງທັບ ແລະທ່ານໄດ້
ແນະນຳໃຫ້ລິເລີ້ມໂຄງການອັນນຶ່ງຂຶ້ນມາ ເພື່ອຈັບພວກ ຜູ້ຮ້າຍທີ່ເຮັດຊ້ຳແລ້ວຊ້ຳອີກ
ທີ່ນອກເໜືອ​ໄປຈາກການຝຶກອົບຮົມໃນເລື້ອງ ການລ່ວງລະເມີດທາງເພດ ໃຫ້ແກ່ພວກ
ພົນທະຫານນາຍຮ້ອຍ ແລະພວກຜູ້ນຳ ທະຫານເກນທັງ​ຫລາຍນັ້ນ​ແລ້ວ.

ທ່ານນາງ ເອລີສ ແວນ ວິງໂກລ ຜູ້ອຳນວຍການບໍລິຫານ ຂອງສຳນັກງານ ກຳລັງ
ທະ​ຫານ​ທີ່​ໜຽວ​ແໜ້ນໄດ້ກ່າວວ່າ ຜົນຂອງການເຮັດ​ເຊັ່ນນັ້ນ “ເປັນ​ທີ່ຮັບບໍ່ໄດ້ ບໍ່​ວ່າ​
ຈະ​ໃນມາດຕະຖານໃດກໍຕາມ.”

ທະຫານນາວິກະໂຍທິນສະຫະລັດ ແມ່ນມີອັດຕາການລວນລາມທາງເພດ ຕໍ່ພວກ
ແມ່ຍິງ ຫລາຍທີ່ສຸດ ເຖິງ 10.7 ເປີເຊັນ. ບັນດາເຈົ້າໜ້າທີ່ ຂອງ ທຳນຽບຫ້າແຈ ໄດ້
ອະທິບາຍວ່າ ໃນຂະນະທີ່ກຳລັງທະຫານນາວິກະໂຍທິນ ຫຼື ມາຣີນແມ່ນມີແມ່ຍິງ
ໜ້ອຍທີ່ສຸດໃນກອງທັບ ຊຶ່ງເກືອບວ່າ 2 ສ່ວນ 3 ຂອງ ພວກແມ່ຍິງທະຫານມາຣີນ
ທີ່ມີອາຍຸ ລະຫວ່າງ 17 ຫາ 25 ປີ ຊຶ່ງເປັນອາຍຸ ທີ່ຖືວ່າມີຄວາມສ່ຽງສູງສຸດ ແມ່ນຖືກ
ລວນລາມທາງເພດ.

ສ່ວນກອງທັບອາກາດ ແມ່ນມີອັດ​ຕາຕ່ຳທີ່ສຸດ ໃນລະ​ດັບສະເລ່ຍຢູ່ 4 ເປີເຊັນ.

ພວກສະມາຊິກທະຫານ ທີ່ເປັນເພດຊາຍ ທີ່ເປັນຜູ້ເຄາະຮ້າຍຂອງການຖືກລວນລາມ
ທາງເພດ ຍັງຄົງຢູ່ໃນລະດັບຕ່ຳຢູ່ຄືເກົ່າ ໃນອັດຕາສະເລ່ຍ 1 ເປີເຊັນ ໃນປີ 2018.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG