ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ສອບ​ເສັງ ​ເຂົ້າ​ມະຫາວິທະຍາ​ໄລ ໃນເກົາຫລີໃຕ້ ຖືກຍົກເລີກ ຍ້ອນຂໍ້​ສອບ ​ຮົ່ວ​ໄຫລ.


ບັນດານັກຮຽນເກົາຫລີໃຕ້ ກຳລັງສອບເສັງເຂົ້າມະຫາວິທະຍາໄລ ຄືນໃໝ່ ທີ່ໂຮງຮຽນກິນນອນ Deung Yong Moon ໃນ Kwangju.
ບັນດານັກຮຽນເກົາຫລີໃຕ້ ກຳລັງສອບເສັງເຂົ້າມະຫາວິທະຍາໄລ ຄືນໃໝ່ ທີ່ໂຮງຮຽນກິນນອນ Deung Yong Moon ໃນ Kwangju.

ຄະນະ​ບໍລິຫານ​ການ​ສອບ​ເສັງ​ເຂົ້າ​ມະຫາວິທະຍາ​ໄລ ຫລື ACT ໃນ​ວັນ​ເສົາ​ມື້​ນີ້ ​ໄດ້​ຍົກ​ເລີກການສອບ​ເສັງ​ໃນ​ເກົາຫຼີໃຕ້ ​ແລະ​ຮົງ​ກົງທັງ​ໝົດ ຫລັງ​ຈາກ​ພວກ​ເຈົ້າ​ໜ້າ​ທີ່​ຢືນ​ຢັນ​ວ່າ ຂໍ້​ສອບ​ໄດ້​ມີ​ການ​ຮົ່ວ​ໄຫລ.

​ໂຄສົກຂອງ​ ACT ທ່ານ Edward Colby ກ່າວ​ວ່າ ທາງ​ບໍລິສັດໄດ້​ຍົກ​ເລີກ​ການ​ສອບ​ເສັງ​ໃນນາທີ​ສຸດ​ທ້າຍ​ ໃຫ້​ແກ່ຜູ້​ເຂົ້າສອບ​ເສັງປະມານ 5,500 ຄົນ​ຢູ່ ສະຖານ​ທີ່​ຕ່າງໆ 56 ​ແຫ່ງ​ ຫລັງ​ຈາກ​ໄດ້​ຮັບ “ຫລັກ​ຖານ​ທີ່​ໜ້າເຊື່ອ​ຖື” ກ່ຽວ​ກັບ​ການ​ຮົ່ວ​ໄຫລ​ຂອງ​ຂໍ້​ສອບ​ໃນ​ວັນ​ສຸກວານ​ນີ້.

ທ່ານ Colby ກ່າ​ວວ່າ ທ່ານ​ເຊື່ອ​ວ່າ ​ມັນ​ເປັນ​ເທື່ອ​ທຳ​ອິດ​ທີ່​ຮູ້​ວ່າ​ ​ໄດ້​ມີ​ການ​ຍົກ​ເລີກ​ການ​ສອບ​ເສັງ​ຢູ່ໃນທົ່ວ​ປະ​ເທດ.

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ມີ​ຄວາມ​ເປັນ​ຫ່ວງ​ທີ່ສຸດ​ກ່ຽວ​ກັບ​ກິດຈະການ​ໃດໆກໍ​ຕາມ ທີ່​ອາ​ດ​ເປັນ​ຜົນ​ກະ​ທົບ​ຕໍ່​ຄວາມເປັນ​ທຳແລະ​ຄວາມ​ໜ້າເຊື່ອ​ຖື​ຂອງ​ການສ​ອບ​ເສັງ. ​ເວລາ​ໃດສ່ວນ​ບຸກຄົນ​ພະຍາຍາມທີ່​ຈະ​ສ້າງ​ຜົນ​ປະກຳ​ໄລ​ໃນ​ການ​ລັກ​ຂະ​ໂມ​ຍ​ເອົາເອກ​ກະສາ​ນຂໍ້​ສອບ ​ແລະ​ນຳ​ໄປ​ຂາຍ​ແລ້ວ ມັນ​ສາມາ​ດສ້າງ​ຄວາມ​ເສຍ​ຫາຍ​ໃຫ້ ແກ່​ນັກຮຽນຫລາ​ຍພັນ​ຄົນ ຜູ້​ທີ່​ບໍ່​ໄດ້ເຮັດຫຍັງ​ຜິດ ດັ່ງ​ທີ່​ມີ​ຢູ່​ໃນ​ກໍລະ​ນີ​ດັ່ງກ່າວ​ນີ້.”

ທ່ານ Colby ບໍ່​ໄດ້​ກ່າວ​ວ່າ ມັນ​ເກີດ​ຂຶ້ນ​ໄດ້​ຢ່າງ​ໃດ ຫລື​ຂໍ້​ສອບ​ໄດ້​ຖືກ​ລັກ​ເອົາ​ຢູ່​ໃສ ​ແຕ່​ກໍໄດ້​ກ່າວ​ວ່າ ພວກ​ທີ່​ມີ​ກຳນົດ​ເຂົ້າ​ສອບ​ເສັງ​ນັ້ນ​ຈະ​ໄດ້​ຮັບ​ເງິນ​ຄືນ. ທ່ານ​ກ່າວ​ວ່າ ອົງການສອບ​ເສັງ ACT ຈະ​ບໍ່​ມີ​ຂຶ້ນ​ອີກ​ຈົນເທົ່າ​ເດືອນກັນຍາ.

​ເກົາຫລີ​ໃຕ້​ມີ​ປະຫວັດ​ການ​ປະ​ຕິ​ບັດທີ່​ບໍ່​ຖືກຕ້ອງ ​ເວລາ​ກ່າວ​ເຖິງການ​ສອບ​ເສັງທີ່ ມີ​ການ​ກະກຽມ​ໄວ້​ລ່ວງ​ໜ້າ. ​ໃນ​ປີ 2013 ຄະນະ​ກຳມະການ​ມະຫາວິທະຍາ​ໄລ ຊຶ່ງ​ເປັນ​ບໍລິສັດຄວບ​ຄຸມ​ການ​ສອບ​ເສັງ SAT ​ໄດ້​ຍົກ​ເລີກ​ການ​ສອບ​ເສັງ​ທີ່​ຄ້າຍ ຄື​ກັນນີ້ ຢູ່​ທົ່ວ​ປະ​ເທດ​ ຫລັງ​ຈາກຂໍ້ສອບ​ໄດ້​ມີ​ການ​ຮົ່ວ​ໄຫລ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG