ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ການໄດ້ຮັບເຮືອບິນລົບອາຍພົ່ນ ທີ່ທັນສະໄໝ ອາດເປັນກຸນແຈສຳຄັນ ຕໍ່ການບຸກໂຈມຕີຕອບໂຕ້ ໃນລະດູບານໃໝ່ ຂອງຢູເຄຣນ


ແຟ້ມພາບ - ຝຸງເຮືອບິນລົບ MiG-29 ຂອງກອງທັບອາກາດ ສະໂລວາເກຍ ກຳລັງບິນໃນລະຫວ່າງ ງານສະແດງທາງອາກາດ ໃນເມືອງມາລັກກີ ຂອງສະໂລວາເກຍ, ວັນທີ 27 ສິງຫາ 2022.
ແຟ້ມພາບ - ຝຸງເຮືອບິນລົບ MiG-29 ຂອງກອງທັບອາກາດ ສະໂລວາເກຍ ກຳລັງບິນໃນລະຫວ່າງ ງານສະແດງທາງອາກາດ ໃນເມືອງມາລັກກີ ຂອງສະໂລວາເກຍ, ວັນທີ 27 ສິງຫາ 2022.

ຢູເຄຣນ ພວມຕຽມການຄັ້ງສຸດທ້າຍສຳລັບ ຄວາມຄາດໝາຍໃນການບຸກໂຈມຕີຕອບໂຕ້ຣັດເຊຍ ໃນລະດູບານໃໝ່ ແລະປະທານາທິບໍດີໂວໂລດີເມຍ ເຊເລັນສກີ ກ່າວວ່າ ປະເທດຂອງທ່ານ ຈະສູ້ດ້ວຍເຮືອບິນລົບອາຍພົ່ນຂອງຕາເວັນຕົກ ຫຼືປາດສະຈາກມັນ.

ຄວາມຄືບໜ້າ ໃນສະໜາມລົບຂອງຢູເຄຣນ ຂຶ້ນຢູ່ກັບການສະໜອງຍຸດໂທປະກອນຢ່າງຫຼວງຫຼາຍຈາກຕາເວັນຕົກ. ບັນດານັກຊ່ຽວຊານດ້ານການທະຫານ ກ່າວວ່າ ປາດສະຈາກເຮືອບິນລົບອາຍພົນທີ່ທັນສະໄໝ ຈາກບັນດາປະເທດພັນທະມິດອົງການເນໂຕ້ຂອງກີຢິບ ແລ້ວ ການບຸກໂຈມຕີຕອບໂຕ້ ເປັນໄປໄດ້ສູງຈະປະກອບດ້ວຍການຕໍ່ສູ້ແບບບໍ່​ຢຸດ​ເຊົ​າທີ່ມີຄ່າໃຊ້ຈ່າຍສູງ.

ໃນບໍ່ເທົ່າໃດວັນມໍ່ໆມານີ້ ເລຂາທິການໃຫຍ່ອົງການເນໂຕ້ ທ່ານເຈັນສ໌ ສະໂຕລເທັນເບີກ ແມ່ນລວມຢູ່ໃນບັນດາຜູ້ນຳຂອງປະເທດຕາເວັນຕົກ ຜູ້ທີ່ໄດ້ຈັດກອງປະຊຸມກັບການນຳ ແລະກອງບັນຊາການກອງທັບຂອງຢູເຄຣນ. ທ່ານໄດ້ເນັ້ນ ຢ້ຳວ່າ ໂດຍຜ່ານກຸ່ມຕິດຕໍ່ ນຳພາໂດຍສະຫະລັດ ບັນດາພັນທະມິດເນໂຕ້ ແລະຄູ່ພາຄີທັງຫຼາຍ ໄດ້ສະໜອງຍານພາຫະນະລົບຫຼາຍກວ່າ 98 ເປີເຊັນ ທີ່ໄດ້ສັນຍາໃຫ້ແກ່ຢູເຄຣນ ທີ່ລວມທັງ ລົດຫຸ້ມເກາະ 1,550 ຄົນ ລົດຖັງ 230 ຄົນ ແລະລູກກະສຸນຈຳນວນຫຼວງຫຼາຍ.

“ໃນທັງໝົດ ພວກເຮົາໄດ້ຝຶກແອບແລະປະກອບອາວຸດໃຫ້ຫຼາຍກວ່າ 9 ກອງ ພັນລົດຫຸ້ມເກາະຂອງຢູເຄຣນ. ອັນນີ້ ຈະເຮັດໃຫ້ຢູເຄຣນ ຢູ່ໃນທ່າທີທີ່ແຂງແກ່ນເພື່ອສືບຕໍ່ຢຶດເອົາດິນແດນທີ່ຖືກຄອບຄອງກັບຄືນມາ” ເລຂາທິການໃຫຍ່ເນໂຕ້ ໄດ້ກ່າວເມື່ອອາທິດແລ້ວນີ້ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ.

Ukraine is finalizing preparations for its anticipated spring counteroffensive against Russia, and President Volodymyr Zelenskyy says his country will fight with or without Western military jets.

Ukraine’s battlefield progress depends heavily on military supplies from the West. Military experts say, without advanced jets from Kyiv’s NATO allies, the counteroffensive will likely consist of costly battles of attrition.

In recent days, NATO Secretary-General Jens Stoltenberg was among Western leaders who held meetings with Ukraine's leadership and military command. He emphasized that through the Contact Group led by the United States, NATO allies and partners have provided more than 98% of the combat vehicles promised to Ukraine, including over 1,550 armored vehicles, 230 tanks and vast amounts of ammunition.

“In total, we have trained and equipped more than nine new Ukrainian armored brigades. This will put Ukraine in a strong position to continue to retake occupied territory,” said the NATO secretary general last week during a press conference.

XS
SM
MD
LG