ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນັກວິຊາການ ສະເໜີ ໃຫ້ລັດຖະບານລາວ ພັດທະນາ ພະລັງງານທາງເລືອກ ທີ່ຍືນຍົງ


ໂຮງງານພະລັງໄຟຟ້າ ຈາກແສງອາທິດ ແຫ່ງນຶ່ງ ໃນລາວ
ໂຮງງານພະລັງໄຟຟ້າ ຈາກແສງອາທິດ ແຫ່ງນຶ່ງ ໃນລາວ

ນັກວິຊາການດ້ານສິ່ງແວດລ້ອມທຳມະຊາດສະເໜີວ່າ ລັດຖະບານລາວ ຄວນຈະຫັນ
ປ່ຽນແຜນການພັດທະນາ ດ້ານພະລັງງານ ຈາກການກໍ່ສ້າງເຂື່ອນ ມາເປັນການສົ່ງເສີມ
ແຫລ່ງຜະລິດພະລັງງານທາງເລືອກທີ່ຍືນຍົງ.

ທ່ານນາງຢູກະ ດິກູຊິ ຜູ້ອຳນວຍການອົງການ Mekong Watch ແຫ່ງປະເທດຍີ່ປຸ່ນ
ຊຶ່ງເປັນອົງການອະນຸລັກສິ່ງແວດລ້ອມທຳມະຊາດ ໃນລຸ່ມແມ່ນ້ຳຂອງ ໄດ້ສະເໜີ
ຄວາມເຫັນວ່າ ລັດຖະບານລາວ ຄວນທີ່ຈະມີການທົບທວນແຜນການພັດທະນາ
ທາງດ້ານພະລັງງານ ຈາກການທີ່ໄດ້ເນັ້ນໜັກໃນດ້ານການສົ່ງເສີມການລົງທຶນ
ເພື່ອກໍ່ສ້າງເຂື່ອນໄຟຟ້າທັງໃນລາວ ແລະເທິງແນວແມ່ນ້ຳຂອງນັ້ນ ໂດຍຫັນປ່ຽນ
ມາເປັນການພັດທະນາ ແລະສົ່ງເສີມແຫລ່ງຜະລິດພະລັງງານທາງເລືອກ ເຊັ່ນ
ພະລັງງານລົມ ພະລັງງານແສງອາທິດ ແລະພະລັງງານຊີວະມວນ ທີ່ເປັນມິດຕໍ່
ສິ່ງແວດລ້ອມທຳມະຊາດເປັນດ້າຫລັກ.

ທັງນີ້ທ່ານນາງຢູກະ ດິກູຊິ ໄດ້ໃຫ້ເຫດຜົນວ່າ ການກໍ່ສ້າງເຂື່ອນໄຟຟ້າ ໃນໄລຍະ
ຜ່ານມາ ໂດຍສະເພາະແມ່ນການກໍ່ສ້າງເຂື່ອນໄຟຟ້າເທິງແນວແມ່ນ້ຳຂອງໃນລາວ
ແລະ ຈີນ ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ປະຊາຊົນ ທີ່ຢູ່ໃນເຂດ
ຕອນລຸ່ມຂອງແມ່ນ້ຳຂອງ ຢ່າງກວ້າງຂວາງໃນປັດຈຸບັນນີ້ ໂດຍຈະເຫັນໄດ້ຈາກຜົນ
ກະທົບຕໍ່ປາ ແລະສັດນ້ຳ ຊຶ່ງກໍເຮັດໃຫ້ຈຳເປັນຕ້ອງທຳການສຶກສາວິໄຈຢ່າງຮອບດ້ານ
ແລະໄດ້ມາດຕະຖານສາກົນ ຢ່າງແທ້ຈິງເສຍກ່ອນ ດັ່ງທີ່ທ່ານນາງໄດ້ໃຫ້ການຢືນຢັນ
ວ່າ:

“ຄວນຈະມີການສຶກສາທັງລຸ່ມນ້ຳຂອງໃຫ້ຊັດເຈນໃຫ້ອອກມາໃຫ້ໄດ້ ຖ້າບໍ່ມີອັນ
ນີ້ແລ້ວ ບໍ່ຄວນຈະສ້າງຫຍັງອີກເລີຍ ຕອນນີ້ກໍຮູ້ສຶກວ່າ ຈະວິກິດແລ້ວ ໃນເລື່ອງ
ຂອງປາ ແຕ່ກໍຍັງມີການພັດທະນາດ້ານເສດຖະກິດຢ່າງດຽວໄປກ່ອນ ແລ້ວທີ່ນີ້
ໄຟຟ້ານີ້ໃຊ້ວິທີໃດກໍໄດ້ ຈະຜະລິດໄດ້ຫຼາຍໆ ວິທີໃຊ້ໃໝ່ ແຕ່ປານີ້ຫາຍໄປແລ້ວ
ເອົາຄືນມາບໍ່ໄດ້ ອັນນີ້ໜ້າຈະຄິດເລື່ອງນີ້ດ້ວຍ.”

ກອງປະຊຸມ ເພື່ອປຶກສາຫາລື ເລື່ອງການກໍ່ສ້າງເຂື່ອນປາກແບງ ຢູ່ເທິງລຳແມ່ນ້ຳຂອງ ທີ່ຕັ້ງຢູ່ລະຫວ່າງເມືອງເງິນ ແຂວງ ໄຊຍະບູຣີ ກັບເມືອງປາກແບງ ແຂວງອຸດົມໄຊຢູ່ ໂດຍມີທຸກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມ ເພື່ອປຶກສາຫາລື ເລື່ອງການກໍ່ສ້າງເຂື່ອນປາກແບງ ຢູ່ເທິງລຳແມ່ນ້ຳຂອງ ທີ່ຕັ້ງຢູ່ລະຫວ່າງເມືອງເງິນ ແຂວງ ໄຊຍະບູຣີ ກັບເມືອງປາກແບງ ແຂວງອຸດົມໄຊຢູ່ ໂດຍມີທຸກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກ່ອນໜ້ານີ້ ທ່ານນິວັດ ຮ້ອຍແກ້ວ ແກນນຳເຄືອຂ່າຍປະຊາຊົນໄທ ເພື່ອການອະນຸລັກ
ສິ່ງແວດລ້ອມທຳມະຊາດໃນລຸ່ມແມ່ນ້ຳຂອງ ໄດ້ຢືນຢັນວ່າ ເຄືອຂ່າຍປະຊາຊົນໄທ
ແລະບັນດາອົງການອະນຸລັກສິ່ງແວດລ້ອມທຳມະຊາດ ທັງໃນອາຊ່ຽນ ແລະ ສາກົນ
ຍັງຈະສືບຕໍ່ເຄື່ອນໄຫວຄັດຄ້ານການກໍ່ສ້າງເຂື່ອນໄຟຟ້າເທິງແນວແມ່ນ້ຳຂອງ ໂດຍ
ສະເພາະແມ່ນໂຄງການກໍ່ສ້າງເຂື່ອນເທິງແມ່ນ້ຳຂອງໃນລາວນັ້ນ ທັງນີ້ກໍເນື່ອງຈາກ
ວ່າ ໂຄງການກໍ່ສ້າງເຂື່ອນເທິງແນວແມ່ນ້ຳຂອງໃນລາວນັ້ນ ຈະສົ່ງຜົນກະທົບ ຕໍ່
ການອົບພະຍົບຂອງປາ ທັງຍັງຈະສົ່ງຜົນກະທົບຕໍ່ລະບົບນິເວດທຳມະຊາດ ໃນ
ແມ່ນ້ຳຂອງ ຕະຫຼອດທັງສາຍ ໃນເຂດລຸ່ມແມ່ນ້ຳອີກດ້ວຍ.

ແຕ່ຢ່າງໃດກໍຕາມ ກຸ່ມບໍລິສັດຕ້າຖັງຈາກຈີນ ທີ່ເປັນຜູ້ລົງທຶນໃນໂຄງການກໍ່ສ້າງ
ເຂື່ອນປາກແບງ ເທິງແນວແມ່ນ້ຳຂອງ ກໍໄດ້ວາງເປົ້າໝາຍ ທີ່ຈະເລີ່ມລົງມືກໍ່ສ້າງ
ເຂື່ອນໃນພາກຕົວຈິງໃຫ້ໄດ້ພາຍໃນປີ 2017 ນີ້ ໂດຍໃນປັດຈຸບັນ ທາງບໍລິສັດ
ກຳລັງສຸມໃສ່ການສຶກສາ ແລະສຳຫລວດໃນຂັ້ນສຸດທ້າຍເພື່ອນຳສະເໜີ ເອກ
ກະສານ ສຳຄັນຕ່າງໆ ທີ່ກ່ຽວຂ້ອງໄປຍັງປະເທດສະມາຊິກ ຂອງຄະນະກຳມາ
ທິການແມ່ນ້ຳຂອງ (MRC) ຮ່ວມກັບລາວ ກໍຄື ກຳປູເຈຍ ໄທ ແລະຫວຽດນາມນັ້ນ
ໃຫ້ຮັບຊາບເຖິງລາຍລະອຽດຂອງແຜນການດ້ານຕ່າງໆ ຂອງໂຄງການໃນມໍ່ໆນີ້.

ໂຄງການເຂື່ອນປາກແບງເທິງແນວແມ່ນ້ຳຂອງ ທີ່ຕັ້ງຢູ່ລະຫວ່າງເມືອງເງິນ ແຂວງ
ໄຊຍະບູຣີ ກັບເມືອງປາກແບງ ແຂວງອຸດົມໄຊ ຈະມີຕົວເຂື່ອນຍາວ 1,000 ແມັດ
ສັນເຂື່ອນສູງ 64 ແມັດ ປະກອບມີຈັກປັ່ນໄຟຟ້າ ຈຳນວນ 16 ເຄື່ອງ ມີກຳລັງຕິດຕັ້ງ
ລວມ 912 ເມກາວັດ ມີລະບົບປ່ອຍຂີ້ຕົມຮອດພື້ນອັດໂຕໂນມັດ ມີຊ່ອງທາງເດີນ
ເຮືອແບບ LIFT ຍົກນ້ຳໜັກໄດ້ປະມານ 500 ໂຕນ ທັງກໍຍັງຈະມີຊ່ອງທາງສຳລັບ
ປາ ຂຶ້ນ-ລົງ ຢູ່ດ້ານຂ້າງຂອງເຂື່ອນທີ່ກວ້າງປະມານ 15 ແມັດ ແລະຍາວ 1,000
ແມັດ ເຮັດໃຫ້ປາສາມາດຂຶ້ນ-ລົງໄດ້ຢ່າງສະດວກອີກດ້ວຍ ຈຶ່ງເຮັດໃຫ້ຈະຕ້ອງ
ໃຊ້ເງິນລົງງທຶນກໍ່ສ້າງຫຼາຍກວ່າ 2,000 ລ້ານໂດລາ.

ກຸ່ມບໍລິສັດຈາກ ຈີນ ຍັງໄດ້ລົງທຶນກໍ່ສ້າງເຂື່ອນເທິງລຳແມ່ນ້ຳອູ ອີກ 7 ໂຄງການ ຊຶ່ງເປັນ ການລົງ ທຶນຂອງກຸ່ມບໍລິສັດ Power China ຈຳກັດ.
ກຸ່ມບໍລິສັດຈາກ ຈີນ ຍັງໄດ້ລົງທຶນກໍ່ສ້າງເຂື່ອນເທິງລຳແມ່ນ້ຳອູ ອີກ 7 ໂຄງການ ຊຶ່ງເປັນ ການລົງ ທຶນຂອງກຸ່ມບໍລິສັດ Power China ຈຳກັດ.

ນອກຈາກໂຄງການເຂື່ອນປາກແບງເທິງແນວແມ່ນ້ຳຂອງດັ່ງກ່າວ ກຸ່ມບໍລິສັດຈາກ
ຈີນ ຍັງໄດ້ລົງທຶນກໍ່ສ້າງເຂື່ອນເທິງແນວແມ່ນ້ຳອູ ອີກ 7 ໂຄງການ ຊຶ່ງເປັນ ການລົງ
ທຶນຂອງກຸ່ມບໍລິສັດ Power China ຈຳກັດ ທີ່ໄດ້ວາງເປົ້າໝາຍໄວ້ວ່າ ຈະກໍ່ສ້າງ
ເຂື່ອນນ້ຳອູ ທັງ 7 ໂຄງການໃຫ້ແລ້ວເສັດ ພາຍໃນປີ 2020 ດ້ວຍເງິນລົງທຶນລວມ
2,800 ລ້ານໂດລາ ມີກຳລັງຕິດຕັ້ງລວມ 1,272 ເມກາວັດ ໂດຍຈະຂາຍໃຫ້ລັດ
ວິສາຫະກິດ ໄຟຟ້າລາວ (EDL) ໃນຕະຫຼອດສຳປະທານ 29 ປີ ໂດຍໄລຍະທີ 1
ທີ່ໄດ້ເລີ່ມການກໍ່ສ້າງໃນປີ 2012 ແລະມາເຖິງປັດຈຸບັນນີ້ ກໍໄດ້ກໍ່ສ້າງເສັດແລ້ວ 3
ໂຄງການ ຄືເຂື່ອນໄຟຟ້ານ້ຳອູ 2, 5 ແລະ 6 ທີ່ມີກຳລັງຕິດຕັ້ງ ລວມ 540 ເມກາວັດ
ສ່ວນໄລຍະທີ 2 ຊຶ່ງກຳລັງກໍ່ສ້າງຢູ່ໃນເວລານີ້ ກໍຄືເຂື່ອນໄຟຟ້າ ນ້ຳອູ 1, 3, 4 ແລະ
7 ກໍຄືບໜ້າໄປແລ້ວເກີນກວ່າ 40​ ເປີເຊັນ.

XS
SM
MD
LG