ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການ​ໃຊ້​ແປ້ງ​​ດູດ​ຊັບເອົາຄວາມຊຸ່ມ ຈາກ ອາກາດສາ​ມາດ​ເຮັດ​ໃຫ້​ເກີດ​ ການ​ປ່ຽນ​ແປງ​ ຢ່າງໃຫຍ່ຫຼວງ​ຕໍ່​ປະ​ສິດ​ທິ​ພາບ ການ​ທຳ​ງານ​ ຂອງ​ແອ​ເຢັນ​ໄດ້


LogOn: Absorbent Powder Could Revolutionize Air Conditioning
please wait

No media source currently available

0:00 0:02:00 0:00

ເຊີນ​ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ການ​ໃຊ້​ແປ້ ງ​ຫລື​ຝຸ່ນ​ດູດ​ຊັບເອົາຄວາມຊຸ່ມຈາກອາກາດສາ​ມາດ​ເຮັດ​ໃຫ້​ເກີດ​ການ​ປ່ຽນ​ແປງ​ຢ່າງໃຫຍ່​ຫລວງ​ຕໍ່​ປະ​ສິດ​ທິ​ພາບ​ການ​ທຳ​ງານຂອງ​ແອ​ເຢັນ​ໄດ້

ເມື່ອອຸນຫະພູມເພີ້ມ​ຂຶ້ນເຖິງລະດັບສູງໃນທົ່ວໂລກ, ເຄື່ອງປັບອາກາດ ຫລື​ແອ​ເຢນໄດ້​ກາຍ​ມາເປັນສິ່ງທີ່ ຈໍາເປັນຫຼາຍ​ຂຶ້ນ. Matt Dibble ມີລາຍງານຈາກ ເມືອງ​ຊຳ​ເມີ​ວິ​ລ (Somerville), ລັດ​ແມ​ສ​ຊາ​ຈູ​ແຊັ​ສ ກ່ຽວ​ກັບເລື້ອງ​ລາວ​ຂອງບໍລິສັດທີ່ຫວັງວ່າ ຈະເຮັດໃຫ້ແອເຢັນມີປະສິດທິພາບຫຼາຍຂຶ້ນ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ໃນໂລກທີ່ຮ້ອນເກີນໄປ ເຄື່ອງປັບອາກາດ ຫລື​ແອ​ເຢັນໄດ້ກາຍເປັນສິ່ງ ຈໍາເປັນ ສໍາລັບຫຼາຍໆຄົນ. ແຕ່ຢ່າງໃດກໍຕາມ ມັນຍັງເປັນສ່ວນນຶ່ງຂອງບັນຫາຢູ່.

​ທ່ານ​ຣອ​ສ ບອນ​ເນີ (Ross Bonner), ຫົວຫນ້າຝ່າຍເທັກໂນໂລຈີຂອງບໍ​ລິ​ສັດແທ​ຣນ​ສ​ແອ​ຣາ (Transaera) ກ່າວ​ວ່າ:
"ເຄື່ອງປັບອາກາດແມ່ນກວມ​ເອົາປະມານ 4 ​ເປີ​ເຊັນ ຂອງການປ່ອຍອາຍຄາບອນອອກ​ມາໃນທົ່ວໂລກ, ແລະນັ້ນ ມັນ​ເທົ່າ​ກັບປະມານສອງເທົ່າ ຂອງຂະ ຫນາດອຸດສາຫະກໍາການບິນທັງຫມົດ."

ບໍ​ລິ​ສັດແທ​ຣນ​ສ​ແອ​ຣາ (Transaera), ຊຶ່ງ​ເປັນ​ບໍ​ລິ​ສັດເລີ້ມຕົ້ນໃໝ່ ທີ່ມີຮາກ ເຫງົ້າ​ມາ​ແຕ່ສະຖາ ບັນເທັກໂນໂລຈີ ຂອງ​ລັດ​ແມ​ສ​ຊາ​ຈູ​ແຊັ​ສ ຫລື MIT ກໍາລັງອອກແບບເຄື່ອງປັບອາກາດ ທີ່ມີປະສິດທິພາບສູງໂດຍໃຊ້ຝຸ່ນທີ່ມີຄຸນລັກ​ສະ​ນະພິເສດ.

ທ່ານ​ຣອ​ສ ບອນ​ເນີ ຫົວຫນ້າດ້ານເທັກໂນໂລຈີຂອງບໍ​ລິ​ສັດແທ​ຣນ​ສ​ແອ​ຣາ ຜູ້ທີ່ ກໍາລັງອອກແບບເຄື່ອງປັບອາກາດທີ່ມີປະສິດທິພາບສູງໂດຍໃຊ້ຝຸ່ນທີ່ມີຄຸນສົມບັດພິເສດ ກ່າວ​ວ່າ:
"ພຽງແຕ່ສອງສາມກຼາມຂອງວັດສະດຸນີ້ ກໍມີພື້ນທີ່ໃນ​ຂະ​ໜາດເທົ່າກັບສະຫນາມກິລາບານເຕະແລ້ວ."

ມັນເປັນອະນຸ​ພາກ​ນາ​ໂນ ຫລື nanoparticle ສັງ​ເຄາປະເພດໃຫມ່ ທີ່ເອີ້ນວ່າ ໂຄງຮ່າງສານ​ອິນ​ຊີໂລຫະ, ຫຼື MOFs, ທີ່ທ່ານ​ເມຍ​ຣ໌​ຊາ ດິນ​ກາ (Mircea Dincă) ໄດ້ຄົ້ນຄ້ວາຢູ່ໃນຫ້ອງທົດລອງຂອງທ່ານຢູ່ທີ່ MIT.

ທ່ານ​ເມຍ​ຣ໌​ຊາ ດິນ​ກາ (Mircea Dincă), ສາດສະດາຈານທີ່ MIT ໄດ້ໂອ້ລົມກັບ VOA ຜ່ານທາງ Skype ວ່າ:
"ສະນັ້ນ ແທ້ໆ​ແລ້ວ ສິ່ງທີ່ເຫຼົ່ານີ້ ແມ່ນການປະສົມປະສານຂອງໂລຫະຕ່າງໆ ແລະໂມເລກຸນສານອິນຊີທີ່ຮວມກັນເຂົ້າເປັນສ້າງໂຄງສ້າງທີ່ມີລັກສະນະຄ້າຍຄືຟອງ​ນ້ຳບໍ່​ມີ​ຜິດ​ເລີຍ."

ແນວຄວາມຄິດແມ່ນການນໍາໃຊ້ MOFs ເພື່ອດູດ​ຊັບເອົາຄວາມຊຸ່ມຊື່ນຈາກອາກາດຊຸ່ມທີ່ເຂົ້າໄປໃນເຄື່ອງປັບອາກາດ. ອາກາດທີ່ແຫ້ງແມ່ນໃຊ້ ພະລັງງານໃນການເຮັດຄວາມເຢັນໜ້ອຍກວ່າ​ຫລາຍ, ອີງ​ຕາມ​ທ່ານຊໍ​ຣິນ ແກ​ຣມາ (Sorin Grama) ຫົວ​ໜ້າ​ຜູ້​ບໍ​ລິ​ຫານ ຫລື CEO ຂອງບໍ​ລິ​ສັດ Transaera.

​ທ່ານ​ກ່າວ​ວ່າ: "ສະນັ້ນ ນີ້ແມ່ນຫ້ອງທົດລອງເຄື່ອງປັບອາກາດຂອງພວກເຮົາ, ແລະພວກເຮົາ ວັດແທກການນຳໃຊ້ພະລັງງານ, ອຸນຫະພູມ, ຄວາມຊຸ່ມ. ໃນການອອກແບບ ຂອງ Transaera ນັ້ນ ເຄື່ອງປັບອາກາດເຫຼົ່ານີ້ຈະຖືກເຄືອບດ້ວຍວັດສະດຸ MOF."

ທ່ານແກ​ຣມາ ກ່າວ​ຕໍ່​ໄປ​ວ່າ: "ພວກເຮົາສາມາດບັນລຸປະສິດທິພາບພະລັງງານໄດ້ຢ່າງຫນ້ອຍ 35 ​ເປີ​ເຊັນ ແລະ ໃນບາງກໍລະນີແມ່ນ​ມີປະສິດທິພາບສູງກ່ວາເຄື່ອງປັບອາກາດທໍາມະດາ 50 ​ເປີ​ເຊັນ."

ຈຳ​ນວນເຄື່ອງປັບອາກາດໃນທົ່ວໂລກຄາດວ່າຈະເພີ່ມຂຶ້ນສາມເທົ່າໃນປີ 2050, ອີງຕາມອົງການພະລັງງານສາກົນ.

ການແຂ່ງຂັນແມ່ນເພື່ອຊ່ວຍຄົ​ນໃນ​ການເຮັດໃຫ້ເຮືອນຂອງເຂົາເຈົ້າ ເຢັນໂດຍ ປາດ​ສະ​ຈາກການເຮັດໃຫ້ໂລກຮ້ອນເອົ້າຂຶ້ນ.

ອ່ານ​ລາຍ​ງານນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້:

As temperatures reach record highs worldwide, air conditioning is becoming more of a necessity. From Somerville, Massachusetts, Matt Dibble has this story of a company hoping to make AC units more efficient.

In an overheating world, air conditioning is becoming a necessity for many. It is also part of the problem, however.

Ross Bonner, Transaera Chief Technology Officer:
“Air conditioning is about 4% of global carbon emissions, and that’s about twice the size of the entire aviation industry.”

Transaera, a startup with roots at the Massachusetts Institute of Technology, is designing a highly efficient air conditioner using a powder with extraordinary properties.

Ross Bonner is chief technology officer of Transaera, a startup with roots at the Massachusetts Institute of Technology, who is designing a highly efficient air conditioner using a powder with extraordinary properties.

Ross Bonner, Transaera Chief Technology Officer:
“Just a couple grams of this material has the same amount of surface area as a football field.”

It’s a new class of synthetic nanoparticles called metal organic frameworks, or MOFs, that Mircea Dincă [Said: MEER-cha DEEN-ka] researches in his lab at MIT.

Mircea Dincă, MIT Professor spoke with VOA via Skype that “So what these are, really, are combinations of various metals and organic molecules that together make a structure such that it literally looks like a sponge.”

The idea is to use MOFs to absorb moisture from the humid air entering the air conditioner. The resulting dry air takes far less energy to cool, says Transaera CEO Sorin Grama.

“So this is our air conditioner test chamber, and we measure the energy consumption, temperature, humidity. In the Transaera design, these air conditioners would be coated with the MOF material.”

Sorin Grama, Transaera CEO: “We can achieve at least 35% energy efficiency and in some cases 50% more efficient than a conventional air conditioner.”

The number of air conditioning units worldwide is expected to triple by 2050, according to the International Energy Agency.

The race is on to help people cool their homes without warming the planet.

XS
SM
MD
LG