ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

80 ເປີເຊັນ ຂອງຢາເສບຕິດທັງໝົດ ໃນໄທ ຜະລິດມາຈາກ ເຂດສາມຫຼ່ຽມຄຳ


ເຈົ້າໜ້າທີ່ໄທ ກວດພົບ ຢາເສບຕິດ ທີ່ຊຸກເຊື່ອງໄວ້ ພາຍໃນລົດກະບະຄັນນີ້
ເຈົ້າໜ້າທີ່ໄທ ກວດພົບ ຢາເສບຕິດ ທີ່ຊຸກເຊື່ອງໄວ້ ພາຍໃນລົດກະບະຄັນນີ້

ຫົວໜ້າຝ່າຍປາບປາມຢາເສບຕິດຂອງໄທ ຢືນຢັນວ່າ 80 ເປີເຊັນ ຂອງຢາເສບຕິດ
ທັງໝົດໃນໄທ ແລະທີ່ຜ່ານໄທ ໄປຕ່າງປະເທດນັ້ນ ເປັນຢາເສບຕິດ ທີ່ຜະລິດ ແລະ
ລັກລອບຂົນສົ່ງຈາກເຂດສາມຫຼ່ຽມຄຳ.

ທ່ານສິຣິນຍາ ສິດທິໄຊ ເລຂາທິການຄະນະກຳມະການປ້ອງກັນ ແລະປາບປາມຢາ
ເສບຕິດ ແຫ່ງຊາດໄທ ຢືນຢັນວ່າ ຂະບວນການຄ້າຢາເສບຕິດຂ້າມຊາດ ໄດ້ລັກລອບ
ຂົນສົ່ງຢາເສບຕິດເຂົ້າມາໃນໄທ ເພີ້ມຂຶ້ນຢ່າງຕໍ່ເນື່ອງ ທັງຍັງເປັນການລັກລອບຂົນສົ່ງ
ຢາເສບຕິດ ທີ່ມີປະລິມານຫຼາຍຂຶ້ນດ້ວຍ ຊຶ່ງຈະເຫັນໄດ້ຈາກການຍຶດຢາບ້າໄດ້ຫຼາຍ
ລ້ານເມັດ ໃນການຈັບກຸມ ໃນແຕ່ລະກໍລະນີ ໂດຍສະເພາະແມ່ນການລັກລອບຂົນສົ່ງ
ຢາເສບຕິດຈາກເຂດສາມຫຼ່ຽມຄຳນັ້ນ ຄິດເປັນສັດສ່ວນເກີນກວ່າ 80 ເປີເຊັນ ຂອງ
ຢາເສບຕິດ ທັງໝົດທີ່ລັກລອບຂົນສົ່ງເຂົ້າມາໃນໄທ ດັ່ງທີ່ ທ່ານສິຣິນຍາ ໄດ້ໃຫ້ການ
ຢືນຢັນວ່າ:

“ຢາເສບຕິດ ທີ່ເຂົ້າມາມີບັນຫາໃນປະເທດໄທ ນັ້ນ 80 ເປີເຊັນ ເປັນຢາເສບຕິດ
ທີ່ຜະລິດໃນສາມຫຼ່ຽມຄຳ ສາມຫຼ່ຽມຄຳນັ້ນ ຈະຜະລິດຢາເສບຕິດຢູ່ໃນ 2 ປະເພດ
ໃຫຍ່ໆ ປະເພດແລກ ຄືເຮໂຣອິນ ທີ່ຜະລິດມາຈາກຝິ່ນ ອີກປະເພດນຶ່ງ ກໍເປັນຢາ
ເສບຕິດປະເພດ ທີ່ເປັນສານສັງເຄາະ ໄດ້ແກ່ Meth-Amphetamine ເຮັດອອກ
ມາໃນຮູບຂອງທີ່ເປັນເກັດ ຄື ໄອສ໌ (Ice) ອີກໂຕນຶ່ງກໍເອົາໄປເຮັດເປັນເມັດ ເອີ້ນວ່າ
ຢາບ້າ ໂຕນີ້ມີປະລິມານການຜະລິດສູງ ຕະຫຼອດທັງປີ 2560 ເຮົາຍຶດຢາບ້າໄດ້
214 ລ້ານເມັດ.”

ທ່ານສິຣິນຍາ ສິດທິໄຊ ເລຂາທິການຄະນະກຳມະການປ້ອງກັນ ແລະປາບປາມຢາເສບຕິດ ແຫ່ງຊາດໄທ, ຄົນທີນຶ່ງຈາກຂວາ, ເຂົ້າຮ່ວມ ກອງປະຊຸມຖະແຫລງຂ່າວ ການຍຶດຢາເສບຕິດໄດ້ ຈຳນວນຫຼວງຫຼາຍ
ທ່ານສິຣິນຍາ ສິດທິໄຊ ເລຂາທິການຄະນະກຳມະການປ້ອງກັນ ແລະປາບປາມຢາເສບຕິດ ແຫ່ງຊາດໄທ, ຄົນທີນຶ່ງຈາກຂວາ, ເຂົ້າຮ່ວມ ກອງປະຊຸມຖະແຫລງຂ່າວ ການຍຶດຢາເສບຕິດໄດ້ ຈຳນວນຫຼວງຫຼາຍ

ທ່ານສິຣິນຍາ ຢືນຢັນດ້ວຍວ່າ ໄທເປັນຕະຫຼາດຂະໜາດໃຫຍ່ ທີ່ຮອງຮັບຢາບ້າ ຈາກ
ເຂດສາມຫຼ່ຽມຄຳ ທັງຍັງເປັນເຂດຜ່ານ ຂອງການລັກລອບຂົນສົ່ງຢາໄອສ໌ ຕໍ່ໄປຍັງ
ຕ່າງປະເທດ ອີກດ້ວຍ ໂດຍສະເພາະ ແມ່ນບາງກອກນັ້ນ ຂະບວນການຄ້າຢາເສບຕິດ
ຂ້າມຊາດ ໃຫ້ເປັນສູນກາງ ໃນການກະຈາຍຢາເສບຕິດໃນທົ່ວພາກກາງຂອງໄທ ແລະ
ຂົນສົ່ງຕໍ່ໄປຍັງປະເທດມາເລເຊຍ ແລະສິງກະໂປ ອີກດ້ວຍ.

ທາງດ້ານທ່ານສົມແກ້ວ ສິລາວົງ ລັດຖະມົນຕີວ່າການ ກະຊວງປ້ອງກັນຄວາມສະຫງົບ
ພາຍໃນ ຍອມຮັບວ່າ ເຄື່ອຂ່າຍການຄ້າຢາເສບຕິດ ຢູ່ໃນລາວ ທີ່ມີລັກສະນະຂ້າມຊາດ
ແລະເປັນກຸ່ມແກັ້ງຄ້າຢາເສບຕິດ ທີ່ມີການນຳໃຊ້ເທັກນິກຂັ້ນສູງ ແລະຍາກຕໍ່ການຕິດ
ຕາມກວດກາ ແລະຈັບກຸມ ທັງຍັງເຮັດໃຫ້ຂະບວນການນີ້ ສາມາດລັກລອບຂົນສົ່ງຢາ
ເສບຕິດ ຈາກເຂດສາມຫຼ່ຽມຄຳ ຜ່ານລາວ ໄປຕ່າງປະເທດໄດ້ຫຼາຍຂຶ້ນ ດ້ວຍການໃຊ້
ຖະໜົນ ເລກ 13 ແລະຖະໜົນເລກ 9 ເປັນເສັ້ນທາງຫລັກ ໃນການລັກລອບຂົນສົ່ງ
ດັ່ງກ່າວ ທັງຍັງເຮັດໃຫ້ສັງຄົມລາວ ປະເຊີນກັບອາຊະຍາກຳ ກ່ຽວກັບຢາເສບຕິດເພີ້ມ
ຂຶ້ນດ້ວຍ ໂດຍສານປະຊາຊົນລາວ ໄດ້ຕັດສິນຄວາມຜິດໄປແລ້ວ 28,475 ຄະດີ ຈາກ
ທັງໝົດ 29,780 ຄະດີ ໃນຊ່ວງ 5 ປີ ທີ່ຜ່ານມາ.

ພາຍໃຕ້ສະພາບການດັ່ງກ່າວນີ້ ຍັງເຮັດໃຫ້ມີຄວາມຈຳເປັນຢ່າງຍິ່ງ ທີ່ໜ່ວຍປາບປາມ
ຢາເສບຕິດຂອງລາວ ຈະຕ້ອງໄດ້ຮັບການສະໜັບສະໜຸນໃນທຸກໆດ້ານ ທັງຈາກລັດ
ຖະບານ ລາວ ແລະຕ່າງຊາດອີກດ້ວຍ ໂດຍສະເພາະ ແມ່ນການສະໜັບສະໜຸນດ້ານ
ເທັກນິກຂັ້ນສູງ ເພາະເຄື່ອງໄມ້ເຄື່ອງມື ທີ່ທາງການລາວ ມີຢູ່ໃນເວລານີ້ ບໍ່ເທົ່າທັນກັບ
ເຄື່ອງມື ທີ່ທັນສະໄໝຂອງຂະບວນການຄ້າຢາເສບຕິດຂ້າມຊາດໄດ້ເລີຍ ນັ້ນເອງ.

ແຕ່ຢ່າງໃດກໍຕາມ ຄະນະກຳມະການປ້ອງກັນ ແລະປາບປາມຢາເສບຕິດແຫ່ງຊາດໄທ
ລາຍງານວ່າ ການຮ່ວມມືລະຫວ່າງທາງການຈີນ ມຽນມາ ລາວ ໄທ ກຳປູເຈຍ ແລະ
ຫວຽດນາມ ພາຍໃຕ້ປະຕິບັດການແມ່ນ້ຳຂອງ ປອດໄພຈາກບັນຫາຢາເສບຕິດ ທີ່ໄດ້
ຈັດຕັ້ງປະຕິບັດຮ່ວມກັນ ໃນຊ່ວງປີ 2013-2017 ຜ່ານມາ ສາມາດປາບປາມການຄ້າ
ຢາເສບຕິດໄດ້ 125,274 ກໍລະນີ ຈັບຜູ້ຕ້ອງຫາໄດ້ 160,000 ກວ່າຄົນ ຍຶດຢາບ້າ
363 ລ້ານກວ່າເມັດ ສານເຄມີ 270 ໂຕນ ຢາໄອສ໌ ກວ່າ 13 ໂຕນ ເຮໂຣອິນ 7,553
ກິໂລກຣາມ ຝິ່ນ ກວ່າ 14 ໂຕນ ກັນຊາແຫ້ງ 20 ໂຕນ ອາວຸດ ແລະອຸປະກອນສື່ສານ
ທີ່ທັນສະໄໝ ອີກໝື່ນກວ່າລາຍການ.

ສ່ວນອົງການຄວບຄຸມຢາເສບຕິດ ແລະອາຊະຍາກຳແຫ່ງສະຫະປະຊາຊາດ (UNODC)
ຄາດການວ່າ ການລັກລອບປູກຝິ່ນ ໃນເຂດສາມຫຼ່ຽມຄຳ ໃນປີ 2018 ຈະຢູ່ໃນລະດັບ
ດຽວກັນກັບປີ 2017 ກໍຄື 6 ໝື່ນກວ່າເຮັກຕາ ໃນມຽນມາ ກັບ 1 ໝື່ນກວ່າເຮັກຕາ ໃນ
ລາວ ແລະ 1,500 ກວ່າເຮັກຕາ ໃນໄທ ທີ່ຈະມີຜົນຜະລິດຝິ່ນດິບລວມ 215 ກວ່າໂຕນ
ແລະໃຊ້ເປັນສ່ວນປະສົມຂອງຢາບ້າໄດ້ເກີນກວ່າ 2,150 ໂຕນ.

XS
SM
MD
LG