ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປະມານ 18,000 ຄົນ ຈະຖືກເນລະເທດ ເມື່ອໃດລາວຫາກ ເຊັນຂໍ້ຕົກລົງກັບ ສຫລ ຮັບເອົາ ເຂົາເຈົ້າກັບໄປ


ທ່ານນາງ ຈັນພອນ ສິນລະປະ-ໄຊ ໂອຄາມູຣາ, ທະນາຍຄວາມທີ່ຊ່ຽວຊານໃນການວິໄຈດ້ານການກໍ່ອາຊະຍາກໍາ ແລະຊ່ວຍຜູ້ໄດ້ຮັບເຄາະຮ້າຍທີ່ກໍາລັງຢູ່ໃນຂັ້ນຕອນການຖືກເນລະເທດ ແລະເປັນເຈົ້າຂອງຮ່ວມ ບໍລິສັດທີ່ປຶກສາດ້ານກົດໝາຍ ມາແຣນດັສ ສິນລະປະໄຊ ກາເຊຍ ທີ່ຕັ້ງຢູ່ໃນລັດອໍເຣກອນ
ທ່ານນາງ ຈັນພອນ ສິນລະປະ-ໄຊ ໂອຄາມູຣາ, ທະນາຍຄວາມທີ່ຊ່ຽວຊານໃນການວິໄຈດ້ານການກໍ່ອາຊະຍາກໍາ ແລະຊ່ວຍຜູ້ໄດ້ຮັບເຄາະຮ້າຍທີ່ກໍາລັງຢູ່ໃນຂັ້ນຕອນການຖືກເນລະເທດ ແລະເປັນເຈົ້າຂອງຮ່ວມ ບໍລິສັດທີ່ປຶກສາດ້ານກົດໝາຍ ມາແຣນດັສ ສິນລະປະໄຊ ກາເຊຍ ທີ່ຕັ້ງຢູ່ໃນລັດອໍເຣກອນ

ຄົນລາວປະມານ 18 ພັນຄົນທີ່ບໍ່ແມ່ນສັນຊາດອາເມຣິກາ ໄດ້ຮັບຄໍາສັ່ງ ຂັ້ນສຸດທ້າຍກໍາລັງລໍຖ້າການເນລະເທດ ອອກຈາກສະຫະລັດ ເມື່ອໃດ ຫາກມີ ການເຊັນສົນທິສັນຍານໍາກັນລະຫວ່າງສະຫະລັດກັບລັດຖະບານລາວ. ບົວສະຫວັນ ມີການສໍາພາດ ກັບທະນາຍຄວາມດ້ານຄົນເຂົ້າເມືອງ ຈັນພອນ ສິນລະ- ປະໄຊ ໂອຄາມູຣາ (Chanpone Sinlapasai-Okamura) ທີ່ຈະໃຫ້ລາຍລະ ອຽດກ່ຽວກັບເລື້ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.

ນອກຈາກປະເຊີນກັບຄວາມບໍ່ແນ່ນອນຂອງຊີວິດ ແລະຄວາມເປັນຫ່ວງ ນໍາຜົນ ກະທົບຈາກການລະບາດທີ່ນັບມື້ ນັບຮ້າຍແຮງຂຶ້ນຂອງພະຍາດໂຄວິດ-19 ໃນຫລາຍພາກຂອງ ສະຫະ ລັດແລ້ວ ຄົນລາວປະມານ 18,000 ຄົນ ຢູ່ທົ່ວປະເທດນີ້ ທີ່ບໍ່ແມ່ນສັນຊາດອາ ເມຣິກາ ຍັງດໍາລົງຊີວິດ ຢູ່ກັບຄວາມບໍ່ແນ່ ນອນຂອງອະນາຄົດ ຍ້ອນໄດ້ຮັບຄໍາ ສັ່ງຂັ້ນສຸດທ້າຍ ໃຫ້ຖືກເນລະເທດ, ອີງຕາມ ທ່ານນາງ ຈັນພອນ ສິນລະປະ-ໄຊ ໂອຄາມູຣາ (Chanpone Sinlapasai-Okamura) ທະນາຍຄວາມດ້ານຄົນເຂົ້າເມືອງ ແລະເຈົ້າຂອງຮ່ວມ ບໍລິສັດທີ່ປຶກສາດ້ານກົດໝາຍ ມາແຣນດັສ ສິນລະປະໄຊ ກາເຊຍ (Marandas Sinlapasai Garcia) ໃນນະຄອນປອດ ແລນ, ລັດອໍເຣກອນ. ທ່ານນາງບອກວ່າ ຕົວເລກນີ້ແມ່ນເປີດເຜີຍອອກມາໂດຍຫ້ອງປະຕິບັດກົດໝາຍດ້ານຄົນເຂົ້າເມືອງ ແລະພາສີ ຫລື ICE ໃນເດືອນມີນາຜ່ານມາ ຊຶ່ງໃນນັ້ນບໍ່ເອົາພວກທີ່ຖືກຈັດເຂົ້າ ໄປຢູ່ໃນຂັ້ນຕອນຖືກພິຈາລະນາໃຫ້ສົ່ງກັບປະເທດ ຊຶ່ງອາດຈະມີອີກ ຫລາຍໆພັນຄົນ ແລະ ກຸ່ມຄົນທີ່ຢູ່ໃນຂັ້ນທີ່ວ່ານີ້ ມີບາງຄົນກໍຢູ່ໃນຂັ້ນຕອນ ການຂຶ້ນສານ ເພື່ອຕໍ່ສູ້ຄະດີຢູ່ຂຶ້ນກັບວ່າ ຜູ້ໃດມີເງິນຈ້າງທະນາຍຄວາມ ຫລືບໍ່. ແລະ ຂັ້ນຕອນນີ້ອາດຈະແກ່ຍາວເປັນເວລາ 3 ຫາ 10 ປີ. ສໍາລັບພວກທີ່ກໍາລັງລໍຖ້າການເນລະເທດນັ້ນທ່ານນາງອະທິບາຍວ່າ:

“ທຸກຄົນທີ່ບໍ່ມີສັນຊາດອາເທຣິກາ. ທຸກຄົນທີ່ໄດ້ຮັບຄໍາສັ່ງສຸດທ້າຍໃຫ້ເນລະເທດ. ຖ້າເຈົ້າໄດ້ຮັບຄໍາສັ່ງຂັ້ນສຸດທ້າຍໃຫ້ຖືກເນລະເທດ ກໍໝາຍຄວາມວ່າ ເຈົ້າໄດ້ໄປຜ່ານການຮັບຟັງຄະດີດ້ານຄົນເຂົ້າເມືອງຢູ່ໃນສານ ຫລືເຈົ້າເຊັນບອກວ່າ ເຈົ້າ ບໍ່ ຢາກຕໍ່ສູ້ໃນຄະດີຂອງເຈົ້າແລ້ວ, ເຈົ້າຍິນດີທີ່ຈະກັບປະເທດ. ແລະເຂົາເຈົ້າບໍ່ ສາ ມາດເອົາເຈົ້າອອກປະເທດໄດ້ ເພາະວ່າ ລາວຈະບໍ່ເອົາຄົນກັບໄປ.ເມື່ອເຈົ້າມີສິ່ງທີ່ ເອີ້ນວ່າ ຄໍາສັ່ງສຸດຂັ້ນທ້າຍໃນການເນລະເທດແລ້ວ ເມື່ອໃດເຂົາ ເຈົ້າ ທໍາການ ຕັດສິນໃຈວ່າ ຢາກເອົາຄົນກັບປະເທດ ແລະມີການເຊັນຂໍ້ຕົກລົງກັນ ແລ້ວ ພວກເຂົາເຈົ້າກໍສາມາດເລີ້ມສົ່ງຄົນກັບໄດ້ໂລດ.”

ທ່ານນາງກ່າວເຖິງເລື້ອງຄວາມເປັນໄປໄດ້ໃນການເນລະເທດນີ້ອີກວ່າ ປັດຈຸບັນນີ້ທາງການລາວ ແລະສະຫະລັດ ຍັງບໍ່ທັນໄດ້ເຊັນສົນທິສັນຍາກັນເທື່ອ ມີແຕ່ການຕົກລົງນໍາກັນແບບປາກເປົ່າ ຊຶ່ງທ່ານບາງຊີ້ແຈງວ່າ: “ອັນນັ້ນແມ່ນ ຄົນສົນທະນາກັນຫລາຍ ແລະອັນນັ້ນຫລະເຮັດໃຫ້ຄົນຢ້ານກົວ.”

ໃນເລື້ອງສິດທິໃນການເຮັດວຽກງານ ແລະຂັບລົດຢູ່ໃນສະຫະລັດ ຂອງພວກທີ່ ໄດ້ຮັບຄໍາສັ່ງຂັ້ນສຸດທ້າຍ ທີ່ລໍຖ້າການເນລະເທດຢູ່ນີ້ ທ່ານນາງໃຫ້ຄໍາເຫັນວ່າ ບໍ່ແມນຄົນໃດກໍຈະສາມາດມີສິດເຮັດເຊັ່ນນັ້ນໄດ້ ມັນຂຶ້ນກັບກໍລະນີໂທດໃນສະ ຖານໜັກຫລືເບົາຂອງແຕ່ລະຄົນ ຊຶ່ງທ່ານນາງອະທິບາຍດັ່ງນີ້:

“ເມື່ອເຈົ້າ ໄດ້ຮັບຄໍາສັ່ງຂັ້ນສຸດທ້າຍໃນການເນລະເທດແລ້ວ ແລະເຂົາເຈົ້າບໍ່ສາມາດເອົາເຈົ້າ ອອກປະເທດໄດ້, ເຂົາເຈົ້າປົກກະຕິແລ້ວ, ຈະໃຫ້ສິດແກ່ເຈົ້າ ແລະປົກກະຕິແລ້ວ, ຄົນຜູ້ນັ້ນ ສາມາດລົມນໍາພວກເຈົ້າໜ້າທີ່ ທີ່ເອີ້ນວ່າ ICE ຊຶ່ງແປ ວ່າ ເຈົ້າໜ້າທີ່ປະຕິບັດກົດໝາຍດ້ານຄົນເຂົ້າເມືອງ ແລະພາສີ ຢູ່ໃນລັດຂອງ ເຂົາເຈົ້າ. ແລະເຈົ້າໜ້າທີ່ມີອໍານາດທີ່ຈະມອບສິດໃຫ້ເຂົາເຈົ້າຢູ່ຕໍ່ໄປ ແລະເຮັດວຽກໄດ້. ສະນັ້ນ, ແຕ່ລະຄົນຕ້ອງໄດ້ລົມນໍາເຈົ້າໜ້າທີ່ໂດຍກົງ.”

ເມື່ອຖາມວ່າທຸກຄົນທີ່ມີຄໍາສັ່ງສຸດທ້າຍໃຫ້ເນລະເທດລ້ວນແຕ່ໄດ້ຮັບອະນຸຍາດ ໃຫ້ເຮັດວຽກຢູ່ໃນສະຫະລັດໄດ້ບໍ່, ທ່ານນາງຕອບວ່າ:

“ທຸກຢ່າງມັນຂຶ້ນກັບວ່າເຂົາເຈົ້າມາທີ່ນີ້ແບບໃດ. ຖ້າຫາກວ່າເຂົາເຈົ້າມີບັດຂຽວ ແຕ່ວ່າຖືກຢຶດໄປ, ຫລືເຈົ້າກໍ່ອາດຊະຍາກໍາບໍ່. ແຕ່ວ່າ ສິ່ງເຫລົ່ານີ້ ເປັນປະ ເດັນຫລາຍຢ່າງທີ່ແຕກຕ່າງກັນ ແລະ ທີ່ພວກເຈົ້າໜ້າທີ່ ICE ຈະນໍາເອົາ ມາພິຈາລະນາ. ແຕ່ເນື່ອງ ຈາກວ່າ ເຂົາເຈົ້າບໍ່ສາມາດເນລະເທດພວກນີ້ໄດ້, ປົກກະຕິແລ້ວ, ເກືອບໝົດທຸກກໍລະນີ ພວກເຂົາເຈົ້າໄດ້ຮັບໃບອະນຸຍາດ ໃຫ້ເຮັດວຽກ ແລະໂດຍທີ່ມີໃບອະນຸຍາດເຮັດວຽກທີ່ເຮັດໃຫ້ລາວສາມາດມີ ນໍ້າເບີ ປະກັນໄພສັງຄົມ ຫລື Social Security ທີ່ເຊື່ອມໂຍງໃສ່ກັບ ບັດອະນຸຍາດ ເຮັດວຽກເບີ Social Security ນີ້ແມ່ນສາມາດໃຊ້ໄດ້ແຕ່ໃນການເຮັດວຽກ ເທົ່ານັ້ນ. ສະນັ້ນ, ຖ້າໃບອະນຸຍາດ ບອກວ່າປີດຽວ ມັນກໍໃຊ້ໄດ້ແຕ່ປີດຽວເທົ່ານັ້ນ. ແລະ ຢູ່ໃນໄລຍະນັ້ນ ໂດຍທີ່ວ່າບັດອະນຸຍາດນັ້ນ ແມ່ນເອົາໃຫ້ຢູ່ພາຍໃຕ້ ກົດ ໝາຍ ບັດປະຈໍາຕົວແທ້ ຊຶ່ງເປັນກົດໝາຍຂອງລັດຖະບານກາງ ຫລື ເປັນບັດ ປະຈໍາຕົວ ສະ ນັ້ນ ເຂົາເຈົ້າຈະໄດ້ຮັບອະນຸຍາດໃຫ້ໄປເອົາໃບຂັບຂີ່ໄດ້. ແຕ່ວ່າມັນກໍຂຶ້ນກັບ ກໍລະນີຂອງແຕ່ລະຄົນອີກ.”

ສໍາລັບພວກທີ່ມີໃບຂັບຂີ່ນັ້ນ ກໍຖືວ່າມີບັດປະຈໍາຕົວ ສະນັ້ນ ທ່ານນາງເວົ້້າວ່າ:

“ພວກເຂົາເຈົ້າສາມາດເດີນທາງໄດ້ ແຕ່ຢູ່ພາຍໃນສະຫະລັດເທົ່ານັ້ນ. ຖ້າຫາກ ຜູ້ກ່ຽວອອກຈາກຊາຍແດນຂອງສະຫະລັດໄປ ຕົວຢ່າງເຊັ່ນຂ້າມຊາຍແດນໄປ ຍັງການາດາ ແມ່ນແຕ່ 1 ວິນາທີ ກໍໝາຍຄວາມວ່າ ຜູ້ກ່ຽວສະໝັກໃຈເນລະ ເທດຕົນເອງໂລດ ແລະກໍບໍ່ສາມາດກັບເຂົ້າມາໄດ້. ຖ້າຜູ້ໃດອອກຈາກສະຫະ ລັດໄປ ຈະດ້ວຍຄວາມສະໝັກໃຈ ຫລືືຖືກສົ່ງກັບປະເທດຂອງຕົນ ກໍຕາມ ການ ທີ່ຈະໄດ້ກັບເຂົ້າມາສະຫະລັດໄດ້ອີກນັ້ນ ທ່ານນາງບອກວ່າມັນຂຶ້ນກັບປະຫວັດ ດ້ານການກະທໍາຜິດທາງອາຍາຂອງແຕ່ລະຄົນ ເຊັ່ນວ່າ ຄົນຜູ້ນັ້ນ ກໍ່ອາດ ຊະຍາ ກໍາອັນຮ້າຍແຮງບໍ່ ຫລືວ່າ ມີຄວາມຜິດຖານຢູ່ເກີນກໍານົດວີຊາເທົ່ານັ້ນບໍ. ສ່ວນຫລາຍແລ້ວ ຜູ້ໃດຖືກເນລະເທດຫລື ອອກຈາກປະ ເທດໄປ ກໍຕ້ອງລໍຖ້າ ຫລາຍກວ່າສິບປີ ຈຶ່ງກັບເຂົາມາໄດ້ ແຕ່ວ່າ ໃນກໍລະນີ ທີ່ ເຄີຍມີໂທດ ອັນຮ້າຍແຮງ ຫລືຫລອກລວງເຊັ່ນຕົວະວ່າ ຕົນມີສັນຊາດອາເມຣິກາ ແຕ່ທີ່ຈິງ ແລ້ວຕົນເອງບໍ່ມີ ດັ່ງນີ້ ແມ່ນອາດຖືກຫ້າມບໍ່ໃຫ້ເຂົ້າມາ ສະຫະລັດຕະຫລອດຊີວິດເລີຍ.”

ທ່ານນາງອະທິບາຍອີກວ່າ ໃນກຸ່ມຄົນທີ່ໄດ້ຮັບຄໍາສັ່ງສຸດທ້າຍໃຫ້ຖືກ ເນລະ ເທດນັ້ນ ບໍ່ແມ່ນຈະເປັນຜູ້ກະທໍາຜິດທາງອາດຍາແບບໜັກ ຫລື ຮ້າຍແຮງ ສະເໝີໄປ. ຄົນລາວຜູ້ໃດທີ່ມາຢ້ຽມຢາມພີ່ນ້ອງແລ້ວ ຢູ່ເກີນກໍານົດເວລາ ໃນວີຊາກໍອາດຈະຕົກໃນກໍລະນີຖືກເນລະເທດເຊັ່ນກັນ ເພາະຖືວ່າ ເຂົາເຈົ້າ ຢູ່ໃນສະຫະລັດແບບບໍ່ຖືກກົດໝາຍ. ແຕ່ທ່ານນາງກໍອະທິບາຍວ່າ:

“ກໍລະນີສ່ວນໃຫຍ່ແລ້ວອົງການຕ່າງໆ ແມ່ນຊອກຫາຈັບ ໃນສິ່ງທີ່ເອີ້ນວ່າ ‘ໂຄງການຄົນຕ່າງດ້າວທີ່ກໍ່ອາດຊະຍາກໍາ’ ຊຶ່ງເປັນຄົນທີ່ກໍ່ອາດຊະຍາກໍາ ຫລື ກະທໍາແບບໃດແບບນຶ່ງ ທີ່ພາໃຫ້ຕົນຕົກໄປຢູ່ໃນຂັ້ນຕອນພິຈາລະນາໃຫ້ຖືກເນ ລະເທດ ເຊັ່ນວ່າ ຂັບລົດໃນຂະນະມືນເມົາບໍ ຫລື ກະທໍາຮຸນແຮງຢູ່ໃນຄອບຄົວ, ຫລື ເຂົາເຈົ້າໄປບາ ແລະບັງເອີນມີເຈົ້າໜ້າທີ່ ICE ເຂົ້າໄປຫັ້ນ ສະນັ້ນ ໃນເກືອບ ທຸກກໍ ລະນີແລ້ວ ແມ່ນໄດ້ມີການພົວພັນກັບເຈົ້າໜ້າທີ່ປະຕິບັດກົດໝາຍ.”

ສໍາລັບພວກທີ່ຢູ່ເກີນກໍານົດຂອງວີຊານັ້ນແລະບໍ່ຖືກຈັບໄດ້ນັ້ນ ກໍຍັງມີຄວາມສ່ຽງຢູ່ ແຕ່ວ່າ ໃນປັດຈຸບັນນີ້ທາງເຈົ້າໜ້າທີ່ຍັງບໍ່ທັນໄດ້ຊອກຫາເຂົາເຈົ້າເທື່ອ.

ທ່ານນາງຈັນພອນໄດ້ເຮັດວຽກເປັນທະນາຍຄວາມດ້ານຄົນເຂົ້າເມືອງມາໄດ້ 19 ປີແລ້ວ ແລະ ໄດ້ຮັບອະນຸຍາດໃຫ້ເປັນທະນາຍຄວາມດ້ານຄົນເຂົ້າເມືອງມາໄດ້ 13 ປີແລ້ວ. ທ່ານນາງບອກວ່າ ທ່ານນາງເຮັດວຽກໃນທຸກປະເພດ ທີ່ກ່ຽວຂ້ອງ ກັບເລື້ອງຄົນເຂົ້າເມືອງ ແຕ່ວ່າທ່ານນາງ ມີຄວາມຊ່ຽວຊານເປັນພິເສດໃນການວິໄຈດ້ານການກໍ່ອາຊະຍາກໍາ ແລະຊ່ວຍຜູ້ໄດ້ຮັບເຄາະຮ້າຍທີ່ກໍາລັງຢູ່ໃນຂັ້ນຕອນການຖືກເນລະເທດ ຊຶ່ງກ່ຽວພັນກັບກໍລະນີຂອງພວກທີ່ຕົກເປັນເຫຍື່ອ ຂອງການ ຄ້າມະນຸດ ຫລື ພວກຄົນເຂົ້າເມືອງທີ່ຖືກທາລຸນຂົ່ມເຫັງ ຫລືລວນລາມ ທາງເພດ ແລ້ວຖືກຈັບ ແລະຖືກພິຈາລະນາໃຫ້ເນລະເທດນັ້ນ. ສະນັ້ນທ່ານນາງ ຈຶ່ງມີ ຄວາມເປັນຫ່ວງ ແລະເຂົ້າໃຈດີ ກ່ຽວກັບເລື້ອງເນລະເທດຄົນ ໂດຍສະເພາະ ແມ່ນຄົນລາວອອກຈາກສະຫະລັດ.

XS
SM
MD
LG