ສະຫະລັດ ແລະ ຍີ່ປຸ່ນ ເປັນປະເທດພັນທະມິດທີ່ໃກ້ຊິດ ແລະຍາວນານ, ໃນດ້ານການພົວພັນ ພ້ອມທັງການຊ່ວຍເຫຼືອເຊິ່ງກັນ ແລະກັນ ຈຶ່ງມີຂຶ້ນໃນທຸກໆປີ ໂດຍຜ່ານໂຄງການຕ່າງໆ ເຊັ່ນ ການເມືອງ, ການກຸສົນ ແລະວຽກງານອື່ນໆ. ໃນນັ້ນ, ໂຄງການ JET ກໍເປັນນຶ່ງໃນໂຄງການສໍາລັບວຽກງານການພົວພັນ ແລະແລກປ່ຽນດັ່ງກ່າວ, ເຊິ່ງ ທິບສຸດາ ຈະນໍາເອົາການສໍາພາດກັບ ທ້າວຄຣິສຕຽນ ນັກສຶກສາອາເມຣິກັນເຊື້ອສາຍລາວ ທີ່ເປັນອາສາສະໝັກສອນພາສາອັງກິດ ໃນປະເທດຍີ່ປຸ່ນ.
JET ເປັນຊື່ຫຍໍ້ມາຈາກ Japan Exchange and Teaching Program, ເປັນໂຄງການທີ່ກໍ່ຕັ້ງຂຶ້ນມາໃນປີ 1987 ເຊິ່ງໄດ້ຮັບການສະໜັບສະໜູນໂດຍລັດຖະບານຍີ່ປຸ່ນ. ໂຄງການດັ່ງກ່າວ ໄດ້ມີຜູ້ເຂົ້າຮ່ວມມາແລ້ວຈໍານວນຫຼາຍກວ່າ 77,000 ຄົນ ຈາກຫຼາຍກວ່າ 75 ປະເທດທົ່ວໂລກ. ໃນນັ້ນ ມີນັກສຶກສາຈາກສະຫະລັດເຂົ້າຮ່ວມຫຼາຍກວ່າ 35,800 ຄົນ, ແລະໃນແຕ່ລະປີ ມີຜູ້ທີ່ຈົບການສຶກສາຈາກສະຫະລັດ ໄດ້ຖືກເລືອກເອົາ ໃນລະຫວ່າງ 1,000 ຫາ 1,100 ຄົນ.
ທ້າວຄຣິສຕຽນ ພັນທະສີ ອາຍຸ 28 ປີ, ເປັນຊາວອາເມຣິກັນເຊື້ອສາຍລາວລຸ້ນທີ 2. ລາວເກີດ ແລະເຕີບໃຫຍ່ຢູ່ເມືອງຈອນສັນຊິຕີ້ ລັດນິວຢອກ, ພໍເຂົ້າໂຮງຮຽນຊັ້ນມັດທະຍົມຕົ້ນ ແມ່ຂອງລາວໄດ້ພາຍ້າຍມາຢູ່ເມືອງ ໂຄລໍາເບຍ ລັດແມຣີແລນ, ລາວຈົບການສຶກສາດ້ານ ການອອກແບບດ້ານຮູບແຕ້ມ ຫຼື ກຣາບຟິກດິໄຊນ໌ (graphic design) ຈາກມະຫາວິທະຍາໄລ ບາລຕິມໍ ລັດແມຣີແລນ, ພ້ອມທັງໄດ້ຮັບການຝຶກອົບຮົມກ່ຽວກັບການຕັດຕໍ່ວີດີໂອ.
ຫຼັງຈາກຮຽນຈົບ ແລະເຮັດວຽກມາໄດ້ 1 ປີ, ຄຣິສຕຽນ ໄດ້ຕັດສິນໃຈເຂົ້າຮ່ວມໂຄງການ JET ເພື່ອໄປຕາມຄວາມຝັນທີ່ຕົນເອງປາດຖະໜາ, ປັດຈຸບັນ ຄຣິສຕຽນ ສອນຢູ່ທີ່ເມືອງມີເນະ, ແຂວງຢາມາກູຊິ, ປະເທດຍີ່ປຸ່ນ:
“ຕອນຂະນ້ອຍຍັງນ້ອຍ ຂະນ້ອຍມັກວັດທະນະທໍາຂອງຍີ່ປຸ່ນຫຼາຍ ເມື່ອຂະນ້ອຍໃຫຍ່ຂຶ້ນ ຂະນ້ອຍຍັງຈື່ໄດ້ວ່າເວລາທີ່ຂະນ້ອຍກັບມາເຮືອນຈາກໂຮງຮຽນ ເຮັດວຽກບ້ານຂອງຂະນ້ອຍ ເບິ່ງໂທລະພາບກ່ຽວກັບ ອະນິເມະ, ໂຕກະຕູນຍີ່ປຸ່ນຈໍານວນຫຼາຍ, ຫລິ້ນເກມຍີ່ປຸ່ນ, ຊ່ວງເວລາຕອນທີ່ຂະນ້ອຍຍັງນ້ອຍ ສ່ວນຫຼາຍແມ່ນເຕັມໄປດ້ວຍ ອະນິເມະ ແລະຂະນ້ອຍກະວົນວຽນຢູ່ກັບແຕ່ວັດທະນະທໍາຂອງຍີ່ປຸ່ນ ເມື່ອຂະນ້ອຍຍັງນ້ອຍ, ແລະເມື່ອຂະນ້ອຍເຂົ້າຮຽນຊັ້ນມັດທະຍົມປາຍ ຂະນ້ອຍພົບວ່າ ມັນມີຄວາມສະດວກຫຼາຍທີ່ເຮົາຈະໄປສອນຢູ່ຍີ່ປຸ່ນ ແລະຂະນ້ອຍກໍຈື່ໄດ້ວ່າ ຫົວຂໍ້ດັ່ງກ່າວນັ້ນມັນຍັງຕິດໂຕຂະນ້ອຍຢູ່ ທີ່ມັນງ່າຍຫຼາຍທີ່ເຮົາຈະໄປສອນບົດຮຽນຢູ່ຍີ່ປຸ່ນໃນຊ່ວງເວລາປະມານ 1 ປີ ແລະກໍກັບຄືນບ້ານ ແລະຂະນ້ອຍກໍຄິດວ່າ ‘ໂອ່...ງ່າຍແທ້’, ແລະເມື່ອຂະນ້ອຍຮຽນຈົບມະຫາວິທະຍາໄລ ຂະນ້ອຍກໍສະໝັກເຂົ້າໂຄງການ JET ແລະໂອກາດກໍມາກັບໂຄງການ JET ແລະຂະນ້ອຍກໍເລີຍຄິດວ່າ ໂອເຄ ຂະນ້ອຍຊິໄປຍີ່ປຸ່ນ.”
ໂດຍທົ່ວໄປແລ້ວ, ໂຄງການດັ່ງກ່າວ ຈະມີກໍານົດໃຫ້ແຕ່ລະອາສາສະໝັກເປັນໄລຍະເວລານຶ່ງປີ ເຊິ່ງໃນນຶ່ງປີທໍາອິດນີ້ ຜູ້ເຂົ້າຮ່ວມຈະຮຽນຮູ້ ແລະເບິ່ງວ່າ ຈະປັບໂຕຕົນເອງເຂົ້າກັບສະພາບແວດລ້ອມ ໄດ້ຫຼືບໍ່ ສາມາດປັບຕົນເອງໃຫ້ເຂົ້າກັບສັງຄົມ ແລະຜູ້ຄົນອ້ອມໂຕ ໄດ້ຫຼືບໍ່, ທີ່ສໍາຄັນສຸດ ຕົນຈະເຮັດວຽກນີ້ ໄດ້ຕໍ່ໄປຫຼືບໍ່ ຈາກນັ້ນ ຈຶ່ງຕັດສິນໃຈວ່າ ຈະສືບຕໍ່ ຫຼື ຍຸຕິວຽກງານດັ່ງກ່າວ. ສໍາລັບ ຄຣິສຕຽນ, ລາວສອນມາໄດ້ຫຼາຍປີ ປີນີ້ເປັນປີທີ 5 ແລ້ວ, ແລະໃນເດືອນ ສິງຫາ ທີ່ຈະມາເຖິງນີ້ ຈະສິ້ນສຸດການເປັນຄູສອນພາສາອັງກິດຂອງລາວຢູ່ ຍີ່ປຸ່ນ.
“ຂະນ້ຍຄິດວ່າ ຖ້າພວກເຮົາຈະເຂົ້າຮ່ວມໂຄງການ JET ພວກເຮົາຄວນເອົາປະລິນຍາກ່ອນ, ແລະມັນກໍມີຫຼາຍທິດທາງໃນການເຮັດວຽກໃນຍີ່ປຸ່ນໃນໂຄງການອື່ນໆ, ແຕ່ໂຄງການ JET ເປັນໂຄງການທີ່ມີຄ່າຈ້າງສົມເຫດສົມຜົນ ແລະກໍຂຶ້ນຢູ່ກັບຂົງເຂດທີ່ພວກເຈົ້າອາໄສຢູ່ ແລະເຈົ້າເອງກໍໄດ້ຮັບເວລາພັກສ່ວນໃຫຍ່, ເຊິ່ງມັນກໍມີຫຼາຍທາງເລືອກ ແຕ່ສໍາລັບຂະນ້ອຍແລ້ວ ໂຄງການຂອງ JET ແມ່ນທາງເລືອກທີ່ດີທີ່ສຸດ ຖ້າມັນຫາກມັນເໝາະສົມສໍາລັບພວກເຈົ້າ.”
ປັດຈຸບັນ, ຄຣິສຕຽນ ສອນພາສາອັງກິດຈາກຫ້ອງຊັ້ນທີ 3 ຫາ ຫ້ອງຊັ້ນທີ 5 ລວມທັງໝົດ 5 ໂຮງຮຽນທີ່ແຕກຕ່າງກັນ. ລາວໄດ້ສອນນັກຮຽນຊາວຍີ່ປຸ່ນ ແລະ ເຮັດວຽກຮ່ວມກັບຄູຊາວຍີ່ປຸ່ນຫຼາຍໆຄົນ, ດັ່ງນັ້ນ ມັນເຮັດໃຫ້ລາວ ໄດ້ເຫັນວ່າ ຄວາມສໍາຄັນໃນການຖ່າຍທອດພາສາອັງກິດ ເພື່ອເຮັດໃຫ້ນັກຮຽນມີຄວາມຕື່ນເຕັ້ນ ແລະສົນໃຈທີ່ຈະຮຽນຮູ້ເພື່ອແລກປ່ຽນຄວາມຮູ້, ພ້ອມກັນນັ້ນ ມັນກໍເຮັດໃຫ້ລາວເຫັນວ່າ ການເປັນຄູສອນພາສາອັງກິດຢູ່ຍີ່ປຸ່ນ ມັນໄດ້ຊ່ວຍໃຫ້ນັກຮຽນຂອງລາວ ມີມຸມມອງທີ່ກວ້າງຂຶ້ນ:
“ຢູ່ໂຮງຮຽນທີ່ຂະນ້ອຍສອນ ຂະນ້ອຍເຮັດວຽກກັບຄູສອນພາສາອັງກິດຊາວຍີ່ປຸ່ນ ຜູ້ທີ່ຮຽນພາສາອັງກິດ ແລະສາມາດເວົ້າພາສາອັງກິດນໍາຂະນ້ອຍໄດ້, ສ່ວນໃຫຍ່ໃນການສອນແລ້ວ ແມ່ນຂຶ້ນຢູ່ກັບພວກເຂົາເຈົ້າ ເຊິ່ງຂະນ້ອຍຈະເປັນຜູ້ສະໜອງການຊ່ວຍເຫຼືອ, ສະໜອງການແນະນໍາ ແລະສິ່ງອື່ນໆທັງຫຼາຍ. ຂະນ້ອຍຢາກເວົ້າວ່າ ການມີຄວາມໝັ້ນໃຈໃນຊ່ວງເວລາເຮັດວຽກຢູ່ທີ່ນີ້ມາ 5 ປີ, ມັນເປັນການຖ່າຍທອດ ແລະສະແດງໃຫ້ເຫັນໃນສິ່ງທີ່ອາຈານ ແລະນັກຮຽນຄາດຫວັງໃນໂຕຂອງຂະນ້ອຍ, ໂດຍສະເພາະໃນລັກສະນະທີ່ວ່າ ພາສາຄືສິ່ງທີ່ເປັນຂໍ້ຈໍາກັດ.”
ທ້າວ ຄຣິສຕຽນ ຍັງໄດ້ກ່າວຕື່ມວ່າ ມັນບໍ່ງ່າຍທີ່ຈະຈາກບ້ານ ແລະໄປເຮັດວຽກຢູ່ໃນຂົງເຂດ ຫຼືຕ່າງປະເທດທີ່ມີສະພາບແວດລ້ອມທາງສັງຄົມທີ່ບໍ່ຄືກັນ, ແຕ່ການຮຽນຮູ້ ແລະກຽມໂຕ ດ້ວຍການສຶກສາຄົ້ນຄວ້າຢ່າງລະອຽດ ແມ່ນປັດໄຈອັນສໍາຄັນຫຼັກ ໂດຍສະເພາະ ຄວາມແຕກຕ່າງກ່ຽວກັບຊີວິດປະຈໍາວັນໃນການເຮັດວຽກ ລະຫວ່າງຊາວຕ່າງປະເທດ ແລະຄູອາຈານຢູ່ໃນປະເທດ ຍີ່ປຸ່ນ.
“ແມ່ນລະ ຂະນ້ອຍເຫັນເພື່ອນຮ່ວມງານຂອງຂະນ້ອຍຫຼາຍຄົນ ຜູ້ທີ່...ໂດຍສະເພາະແມ່ນອໍານວຍການໂຮງຮຽນ ຫຼືຮອງອໍານວຍການ ພວກເຂົາຈະບໍ່ກັບບ້ານເຮືອນເລີຍ...ໂດຍສະເພາະແລ້ວແມ່ນໂຮງຮຽນຊັ້ນມັດທະຍົມປາຍ ພວກເຂົາເຈົ້າຈະບໍ່ກັບເມືອເຮືອເທື່ອຈົນກວ່າຈະເປັນ 8,9 ຫຼື 10 ໂມງແລງ ແລະຮອດເຮືອກະເດິກ ກິນເຂົ້າໃນເວລາປະມານ 10:30-11:00 ແລງ. ພວກເຮົາໃນຖານະຄູຊາວຕ່າງປະເທດ ພວກເຮົາບໍ່ໄດ້ຖືກຄາດໝາຍຕ້ອງມາເປັນແບບພວກເຂົາເຈົ້າ.”
ນອກຈາກການເປັນອາສາສະໝັກໃນຕ່າງປະເທດແລ້ວ ລາວຍັງຊ່ວຍເປັນການສ້າງສາຍພົວພັນ ແລະແລກປ່ຽນວັດທະນະທໍານຳກັນ, ບາງຄັ້ງ ການອອກສູ່ໂລກກວ້າງ ໃນສັງຄົມທີ່ແຕກຕ່າງ ຍັງເປັນການເປີດວິໄສທັດ ແລະຈິດໃຈຂອງຕົນ ເພື່ອຮັບຮູ້ ແລະຮຽນຮູ້ສິ່ງໃໝ່ໆດ້ວຍເຊັ່ນກັນ, ດັ່ງທີ່ ຄຣິສຕຽນ ກ່າວວ່າ:
“ໂລກໃນປະເທດຍີ່ປຸ່ນ ກໍເປັນລັກສະນະວົງກວ້າງຢູ່ໃນຍີ່ປຸ່ນ, ຢ່າງໜ້ອຍ ເມື່ອຂະນ້ອຍໃຫຍ່ຂຶ້ນມາ ຂະນ້ອຍຮຽນໜ້ອຍນຶ່ງກ່ຽວກັບວັດທະນະທໍາຍີ່ປຸ່ນ, ແຕ່ວ່າເຮົາກໍຍັງຮຽນກ່ຽວກັບວັດທະນະທໍາລາວ, ວັດທະນະທໍາຫວຽດນາມ, ອາຫານທີ່ແຕກຕ່າງ, ຮ້ານອາຫານທີ່ຫຼາກຫຼາຍ, ແຕ່ເມື່ອເຈົ້າຢູ່ໃນຍີ່ປຸ່ນ ທຸກໆຢ່າງແມ່ນຍີ່ປຸ່ນເປັນສ່ວຍຫຼາຍ, ມັນເປັນສ່ວນນຶ່ງທີ່ດີ ທີ່ນໍາເອົາຊາວຕ່າງປະເທດເຂົ້າໄປເຮັດວຽກໃນຍີ່ປຸ່ນ ເພື່ອໃຫ້ມັນມີລັກສະນະຂະຫຍາຍໂລກຂອງບັນດານັກຮຽນ ແລະຜູ້ຄົນຈໍານວນຫຼາຍເຫຼົ່ານີ້ ເພື່ອໃຫ້ພວກເຂົາເຈົ້າໄດ້ເຫັນໂລກພາຍນອກຂອງຍີ່ປຸ່ນນັ້ນ ກວ້າງອອກໄປຕື່ມ.”
ເວົ້າລວມແລ້ວ, ການເປັນອາສາສະໝັກໂຄງການ JET ຂອງຄຣິສຕຽນ ນອກຈາກຈະຊ່ວຍໃຫ້ລາວ ໄດ້ເປີດມຸມມອງ ແລະຮຽນຮູ້ເຖິງການໃຫ້, ມັນກໍຍັງເປັນການສ້າງຄຸນນະພາບໃນການເປັນຄູສອນ ຫຼືຝຶກຝົນລາວ ໃຫ້ໄດ້ຮຽນຮູ້ທີ່ຈະປັບປ່ຽນ ແລະວາງແບບແຜນຕ່າງໆໃນສະພາບແວດລ້ອມທີ່ເຄັ່ງຕຶງໄດ້, ແຕ່ວ່າ ການສຶກສາຄົ້ນຄວ້າກ່ຽວກັບຂໍ້ມູນ ຫຼືລາຍລະອຽດອື່ນໆ ໃນໜ້າທີ່ວຽກງານຂອງຕົນໃຫ້ລະອຽດ ກ່ອນການລົງມືປະຕິບັດ ກໍເປັນປັດໄຈຫຼັກ ແລະເປັນສິ່ງສໍາຄັນເຊັ່ນດຽວກັນ, ໂດຍສະເພາະ ການວາງແຜນໄວ້ລ່ວງໜ້າ.
ຟໍຣັມສະແດງຄວາມຄິດເຫັນ