ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

English in a Minute: ບົດທີ 6, ສໍານວນ A Piece of Cake ແປ່ວ່າ “ງ່າຍປານປອກກ້ວຍ”


English in a Minute: A Piece of Cake
please wait

No media source currently available

0:00 0:01:01 0:00

English in a Minute: ສໍານວນ A Piece of Cake ຊຶ່ງແປວ່າ ງ່າຍປານປອກກ້ວຍ

Welcome to English in a Minute.


ຂໍຕ້ອນຮັບເຂົ້າສູ່ລາຍການ ຮຽນພາສາອັງກິດໃນນຶ່ງນາທີ. Do you find American idioms hard to understand? It's our goal to make learning them “a piece of cake.” ທ່ານພົບວ່າ ສໍານວນພາສາອັງກິດອາເມຣິກັນ ເຂົ້າໃຈຍາກບໍ່? ເປົ້າໝາຍຂອງເຮົາ ກໍຄືເຮັດໃຫ້ການຮຽນ ສໍານວນເຫລົ່ານີ້ ​ເປັນ “a piece of cake.” Everyone in America knows this
idiom because it's so easy.

Let's listen: ທຸກໆຄົນໃນອາເມຣິກາຮູ້ຈັກສໍານວນນີ້ກັນທັງນັ້ນ ເພາະວ່າມັນງ່າຍ. ໄປຟັງເຂົາເຈົ້າລົມກັນເບິ່ງ ເພື່ອທ່ານຈະເຂົ້າໃຈ:

TALENT 1: Hey! How did you do on the exam?
ເອີ! ເປັນ​ແນວ​ໃດ ເຈົ້າ​ເຮັດບົດສອບ ​ໄດ້​ດີ​ບໍ່?

TALENT 2: I got an A. The exam was a pieceof cake.
ຂ້ອຍໄດ້​ຄະ​ແນນ A. ບົດສອບ​ນັ້ນ​ງ່າຍ​ຫລາຍ.

TED: In American English, when you say something is a “piece of cake,” means it is very easy to do.
ໃນ​ສໍານວນ​ພາສາ​ອັງກິດ​ອາ​ເມຣິກັນ ​ເວລາ​ທ່ານ​ເວົ້າ​ວ່າສິ່ງ​ໃດ​ສິ່ງ​ນຶ່ງ​ເປັນ “piece of cake,” ຫລືຕ່ອນເຂົ້າໜົມ​ເຄັກ​ ມັນ​ໝາຍ​ຄວາມ​ວ່າ ສິ່ງ​ນັ້ນເຮັດໄດ້​ງ່າຍ​ຫລາຍ.

​In the 19th and early 20th centuries, African Americans started in “cake walks.” They walked or danced around a cake in pairs, and the best couple won the cake. ​
ໃນ​ສັດຕະວັດ​ທີ 19 ​ແລະ​ຕົ້ນ​ສັດຕະວັດ​ທີ 20 ພວກ​ຄົນ​ອາ​ເມຣິກັນເຊື້ອສາຍ​ອາ​ຟຣິກາ ​ໄດ້ເລີ້ມ​ພາກັນເຕ້ນ​ລໍາທີ່​ເອີ້ນ​ວ່າ “cake walks.” ຄື​ເຂົາເຈົ້າ​ຈັບ​ຄູ່​ກັນຍ່າງ​ແລະ​ເຕ້ນ​ລໍາອ້ອມ​ເຂົ້າໜົມ​ເຄັກ ​ແລະ​ຄູ່​ໃດ​ທີ່​ເຕ້ນ​ໄດ້​ດີທີ່ສຸດກໍ​ໄດ້​ເຄັກ​ໄປເປັນລາງວັນ.

This is how the idioms “cake walk” and "piece of cake” came about --both meaning that something is very easy to do.

​ນັ້ນ​ກໍຄືທີ່​ມາ​ຂອງ​ຄໍາວ່າ “cake walk” ​ແລະ "piece of cake” ຊຶ່ງ​ທັງ​ສອງ
​ສໍານວນນີ້ ໝາຍ​ເຖິງສິ່ງ​ໃດສິ່ງ​ນຶ່ງ​ທີ່​ງ່າຍໆ ຫລື​ຖ້າ​ຈະ​ເວົ້າ​ຕາມ​ສໍານວນ​ລາວ​ແລ້ວ ກໍ​ຄົງ​ຈະແມ່ນ “ງ່າຍ​ປານ​ປອກກ້ວຍ”​ .

And that’s English in a Minutes.

ແລະ​ນັ້ນ​ກໍ​ຄື​ລາຍການຮຽນ​ພາສາ​ອັງກິດໃນນຶ່ງນາທີຂອງເຮົາ.

ກ່ຽວຂ້ອງກັນ

XS
SM
MD
LG