ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັດລາວ ຢູ່ໃນລັດຄາໂຣໄລນາເໜືອ ໄດ້ຖືກພວກຄົນຮ້າຍ ຈຳນວນນຶ່ງ ມ້າງປະຕູເຂົ້າໄປຄົ້ນເຄື່ອງຂອງພາຍໃນວັດ


ວັດລາວພຣະແກ້ວຣັຕນະຣາມ ຫຼື Wat Lao American Buddhist Center ຢູ່ໃນເມືອງ ອາຣຈເດລ (Archdale) ລັດຄາໂຣໄລນາເໜືອ,
ວັດລາວພຣະແກ້ວຣັຕນະຣາມ ຫຼື Wat Lao American Buddhist Center ຢູ່ໃນເມືອງ ອາຣຈເດລ (Archdale) ລັດຄາໂຣໄລນາເໜືອ,

ເມື່ອທ້າຍເດືອນຕຸລາ ວັນທີ 30 ຜ່ານມານີ້ ວັດລາວ ອາເມຣິກັນ ພຸດທະວົງ ຫຼື Wat Lao American Buddhist Center ຕັ້ງຢູ່ຖະໜົນ ເຄີຊີ ວາເລ (Kersey Valley) ເມືອງອາຣຈເດລ (Archdale) ຊຶ່ງເປັນເມືອງນ້ອຍ ຕັ້ງຢູ່ພາກກາງຫ່າງຈາກເມືອງໃຫຍ່ກຣີນສໂບໂຣ ປະມານ 24 ກິໂລແມັດ ຂອງລັດຄາໂຣໄລນາເໜືອ ຖືກກຸ່ມຜູ້ຊາຍ ຈຳນວນ 5 ຄົນ ບໍ່ຊາບວ່າ ເປັນຄົນຊາດໃດ ຊຶ່ງຜູ້ນຶ່ງເຫັນໄດ້ວ່າ ຖືງ້າວຢູ່ມືຂວາ ພວກເຂົາພາກັນມ້າງປະຕູເຂົ້າໄປໃນວັດ ເພື່ອຄົ້ນຫາບາງສິ່ງບາງຢ່າງຢູ່ພາຍໃນ ດັ່ງທີ່ພາບວີດີໂອວົງຈອນປິດໄດ້ບັນທຶກເອົາໄວ້. ອີງຕາມການບອກເລົ່າຂອງສັງກະລີວັດ ທີ່ໄດ້ກ່າວວ່າ ໃນມື້ວັນທີ່ເກີດເຫດນັ້ນ ພະສອງອົງທີ່ຈຳສິນຢູ່ວັດແຫ່ງນີ້ ອົງນຶ່ງກໍໄດ້ຖືກນິມົນໄປຕ່າງລັດ ສ່ວນອີກອົງນຶ່ງ ໄດ້ຖືກນິມົນໄປວັດອື່ນພາຍໃນລັດ ເນື່ອງຈາກວ່າ ເປັນວັນບຸນອອກພັນສາ ເມື່ອພະອົງນຶ່ງໄດ້ກັບຄືນມາວັດພ້ອມກັບຄະນະກຳມະການຄົນນຶ່ງ ຈຶ່ງໄດ້ພົບເຫັນສະພາບວັດຖືກຄົ້ນທົ່ວທຸກແຫ່ງ ໂດຍເຄື່ອງຂອງພາຍໃນວັດຖືກໂຍນສະຊາຍກະຈາຍໄປທົ່ວພື້ນ ຊຶ່ງບໍ່ໜ້າເຊື່ອເລີຍວ່າ ສິ່ງດັ່ງກ່າວຈະເກີດຂຶ້ນໄດ້ ຢູ່ພາຍໃນວັດວາອາຮາມ ທີ່ຊາວພຸດທັງຫຼາຍສັກກາລັກແລະນົບໄຫວ້ເປັນປະຈຳ.

ພາບພາຍໃນວັດລາວພຣະແກ້ວຣັຕນະຣາມ ໃນເມືອງອາຣຈເດລ ລັດຄາໂຣໄລນາເໜືອ ຂອງສະຫະລັດ.
ພາບພາຍໃນວັດລາວພຣະແກ້ວຣັຕນະຣາມ ໃນເມືອງອາຣຈເດລ ລັດຄາໂຣໄລນາເໜືອ ຂອງສະຫະລັດ.

ປະຊາຊົນທ່ານນຶ່ງທີ່ອາໄສຢູ່ໃນລັດຄາໂຣໄລນາເໜືອ ຜູ້ທີ່ມີນາມແຝງວ່າ ເພັດ ໄດ້ກ່າວໃຫ້ວີໂອເອລາວ ຟັງໂດຍສັນນິຖານແລະໃຫ້ເຫດຜົນວ່າ:

“ຫຼັກຖານດີທີ່ສຸດແມ່ນວີດີໂອ ມີໝໍນຶ່ງຖືງ້າວແລະສອງຄົນຖືປືນ ມີສາມສີ່ຄົນມານຳຫຼັງ ໂຕນັ້ນລະມັນເຮັດໃຫ້ເຮົາເຂົ້າໃຈວ່າ ຄັນມັນຊິມາປຸ້ນກະບໍ່ແມ່ນ ຄັນມັນຊິມາປຸ້ນນີ້ ນຶ່ງມັນກະບໍ່ມາກາງເວັນ ສອງມັນກະບໍ່ເອົາອາວຸດມາ ຫຼາຍປານນັ້ນ ຫຼືວ່າ ມາຫຼາຍຄົນປານນັ້ນ ເປັນໄປບໍ່ໄດ້ ສາມມັນກະຮູ້ແລ້ວວ່າ ພະບໍ່ຢູ່ຫັ້ນໃນມື້ນັ້ນ.”

ທ່ານເພັດກ່າວອີກວ່າ ມີຄົນຜູ້ທີ່ຢູ່ໃກ້ກັບວັດນັ້ນ ເວົ້າວ່າ ພະສອງອົງດັ່ງກ່າວຢ້ານຫຼາຍວ່າ ພວກຄົນດັ່ງກ່າວຈະກັບຄືນມາອີກ ດັ່ງນັ້ນເພິ່ນຈະບໍ່ນອນຢູ່ວັດເລີຍ ພຽງແຕ່ໄປເຮັດກິດຈະວັດ ໃນຕອນເຊົ້າຈົນຮອດບ່າຍ ເມື່ອເສັດສິ້ນແລ້ວ ກໍອອກໄປຈາກວັດ ໃນປັດຈຸບັນນີ້ ພະສອງອົງດັ່ງກ່າວ ໄດ້ໄປພັກຢູ່ທີ່ໂຮງແຮມ. ຊຸມຊົນກໍບໍ່ຮູ້ວ່າ ຈະເຮັດແນວໃດ ແລະເຈົ້າໜ້າທີ່ຕຳຫຼວດໃນທ້ອງ ຖິ່ນ ກໍຍັງບໍ່ສາມາດຈັບພວກຄົນຮ້າຍໄດ້ເທື່ອ.

ພາບພາຍໃນວັດລາວພຣະແກ້ວຣັຕນະຣາມ ໃນເມືອງອາຣຈເດລ ລັດຄາໂຣໄລນາເໜືອ ຂອງສະຫະລັດ.
ພາບພາຍໃນວັດລາວພຣະແກ້ວຣັຕນະຣາມ ໃນເມືອງອາຣຈເດລ ລັດຄາໂຣໄລນາເໜືອ ຂອງສະຫະລັດ.

ເຊີນຊົມວີດີໂອ ຂອງພວກຄົນຮ້າຍບຸກເຂົ້າໄປໃນວັດລາວຢູ່ລັດຄາໂຣໄລນາເໜືອ

Security Video Footage 1 of the Lao Temple in North Carolina
please wait

No media source currently available

0:00 0:01:39 0:00
Security Video Footage 2 of the Lao Temple in North Carolina
please wait

No media source currently available

0:00 0:01:00 0:00

XS
SM
MD
LG