ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຊາວອິນໂດເນເຊຍ ເຊື້ອສາຍຈີນ ຈຳນວນຫຼາຍຂຶ້ນ ທີ່ໄດ້ຊະນະ ຕຳແໜ່ງທາງດ້ານການເມືອງ  


ທ່ານ ແດນນີລ ໂຈຮານ (Daniel Johan) ຢູ່ທີ່ການເດີນຂະບວນ ໃນເມືອງ ສິງກາວັງ (Singkawang), ແຂວງ ຄາລີມານຕາ ຕາເວັນຕົກ, ເມື່ອວັນທີ 5 ກຸມພາ 2023.
ທ່ານ ແດນນີລ ໂຈຮານ (Daniel Johan) ຢູ່ທີ່ການເດີນຂະບວນ ໃນເມືອງ ສິງກາວັງ (Singkawang), ແຂວງ ຄາລີມານຕາ ຕາເວັນຕົກ, ເມື່ອວັນທີ 5 ກຸມພາ 2023.

ໃນເດືອນຕຸລາທີ່ຈະມາເຖິງນີ້, ທ່ານແຄບວິນ ຫວູ ຈະເຂົ້າດຳລົງຕຳແໜ່ງສະມາຊິກສະພາຕ່ຳຂອງເຂດຈາກາຕເປັນຄັ້ງທຳອິດ, ໂດຍກາຍເປັນສ່ວນນຶ່ງຂອງເຈົ້າໜ້າທີ່ຊົນເຜົ່າກຸ່ມນ້ອຍເຊື້ອສາຍຈີນ ທີ່ໄດ້ຖືກເລືອກເຂົ້າໃນສະພານິຕິບັນຍັດຂອງອິນໂດເນເຊຍ. ທ່ານຫວູ ເປັນຜູ້ສະໜັບສະໜູນສິດທິຊາວອິດໂດເນເຊຍເຊື້ອສາຍຈີນຢ່າງແຂງຂັນ ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ ແລະໄດ້ຊ່ວຍຈັດຕັ້ງສະຖານທີ່ເພື່ອສັກກາລະຂອງຊາວພຸດ ຢູ່ໃນປະເທດທີ່ມີປະຊາກອນສ່ວນໃຫຍ່ເປັນຊາວມຸສລິມ. ປັດຈຸບັນ, ທ່ານເປັນນັກລົງທຶນທີ່ສະໜັບສະໜຸນບັນດາທຸລະກິດຂະໜາດນ້ອຍ.

ທ່ານກ່າວວ່າ “ຖ້າພວກເຮົາເຫັນເຫດການທີ່ບໍ່ຍຸຕິທຳ, ພວກເຮົາມີສອງທາງເລືອກ ໂດຍຮັບເອົາຊະຕາກຳຂອງພວກເຮົາ ຫຼື ບຸກບືນສູ້ຊົນ ແລ້ວມີຄວາມຫວັງເພື່ອການປ່ຽນແປງ. ຂ້າພະເຈົ້າເລືອກເອົາອັນສຸດທ້າຍ.”

ທ່ານຫວູ ກ່າວວ່າ ທ່ານໄດ້ຮັບແຮງບັນດານໃຈໃຫ້ຕໍ່ສູ້ເພື່ອສິດທິຂອງຊາວອິດໂດເນເຊຍເຊື້ອສາຍຈີນ ໂດຍ ມື້ລາງປະທານາທິບໍດີ ອັບດູຣາແມນ ວາຮີດ ຜູ້ທີ່ຮູ້ຈັກໃນນາມໃຫ້ການສະໜັບສະໜູນຂອງທ່ານ ເພື່ອໃຫ້ມີຄວາມອົດທົນຕໍ່ຊົນເຜົ່າ ແລະສາສະໜາ.

ໃນເດືອນກຸມພາທີ່ຜ່ານມາ, ຊາວອິນໂດເນເຊຍປະມານ 205 ລ້ານຄົນ ມີສິດປ່ອນບັດລົງຄະແນນສຽງຂອງພວກເຂົາເຈົ້າໃນການເລືອກຕັ້ງປະທານາທິບໍດີ ແລະສະມາຊິກສະພາຂອງປະເທດ. ອີງຕາມການສຳຫຼວດປະຊາກອນຄັ້ງສຸດທ້າຍ ໃນປີ 2010, 1.2 ເປີເຊັນຂອງປະຊາກອນອິນໂດເນເຊຍທັງໝົດ ເປັນຊົນເຜົ່າກຸ່ມນ້ອຍເຊື້ອສາຍຈີນ, ໂດຍມີຢູ່ເກີນກວ່າ 2 ລ້ານ 8 ແສນຄົນ.

ທ່ານໂຈຮາເນສ ເຮີລີຮານໂຕ (Johanes Herlijanto) ປະທານຂອງ Indonasian Sinology Forum ເຊິ່ງເປັນກຸ່ມທີ່ຊອກຫາທາງເພື່ອສົ່ງເສີມຄວາມສຳພັນລະຫວ່າງ ອິນໂດເນເຊຍ ແລະ ຈີນ, ໂດຍທ່ານກ່າວວ່າ ໃນການເລືອກຕັ້ງຄັ້ງນີ້ ທ່ານໄດ້ເຫັນຊື່ຂອງນັກການເມືອງຊາວອິນໂດເນເຊຍເຊື້ອສາຍຈີນ ທີ່ລົງແຂ່ງຂັນເອົາບ່ອນນັ່ງໃນສະພາແຫ່ງຊາດ ພ້ອມດ້ວຍສະພາຜູ້ແທນຂອງເມືອງ, ຂອງແຂວງ, ຂອງທ້ອງຖິ່ນ ນຳອີກດ້ວຍ, ເຊິ່ງມີຈໍານວນຫຼາຍຂຶ້ນກວ່າ ນັບຕັ້ງແຕ່ການເລືອກຕັ້ງສະພາໃນປີ 2019.

This October, 45-year-old Kevin Wu will serve in the Jakarta House of Regional Representatives for the first time, becoming part of a minority of ethnic Chinese elected officials in the Indonesian legislative body. Wu has been a staunch advocate for Chinese-Indonesian rights since 2008 and helped to establish a Buddhist house of worship in the predominantly Muslim country. Now, he is an entrepreneur who advocates for small businesses.

“If we witness injustice, we have two choices — to accept our fate or to strive and hope for change. I chose to do the latter,” he said.

Wu said he was inspired to fight for Chinese-Indonesian rights by late President Abdurrahman Wahid, who was known for his support for ethnic and religious tolerance.

In February, nearly 205 million Indonesians were eligible to cast their votes in the country’s presidential and parliamentary elections. According to the last census in 2010, 1.2% of Indonesia’s total population is of Chinese ethnicity, at over 2.8 million people.

Johanes Herlijanto, chairman of the Indonesian Sinology Forum, a group that seeks to promote Indonesia-China relations, said that in this election he saw more names of Chinese-Indonesian politicians vying for the 500 seats in the national Parliament as well as in the District Representative Council, Provincial Council and Local Council than there were during the parliamentary elections in 2019.

Daniel Johan greets Habib Ridho bin Yahya in Pontianak, West Kalimantan, on Feb. 20, 2023.
Daniel Johan greets Habib Ridho bin Yahya in Pontianak, West Kalimantan, on Feb. 20, 2023.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG