ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂໍ້ຕົກລົງ ສະພາບອາກາດ ຂັ້ນ​ສຸດທ້າຍ ບັນລຸກັນ ໃນກອງປະຊຸມສຸດຍອດ COP26


COP26 Final Agreement USAGM
please wait

No media source currently available

0:00 0:03:53 0:00

ເກືອບ 200 ປະເທດ ໄດ້ເຊັນຂໍຕົກລົງສະພາບອາກາດ ກລາສໂກ ໃນຕອນທ້າຍ ຂອງກອງປະຊຸມສຸດຍອດ COP26 ເມື່ອວັນເສົາທີ່ຜ່ານມາ, ໂດຍສັນຍາວ່າຈະເລັ່ງການດຳເນີນການເພື່ອແກ້ໄຂສະພາບອາກາດປ່ຽນແປງ. ແນວ ໃດກໍຕາມ, ການກົດດັນ ນາທີສຸດທ້າຍ ຂອງ ຈີນ ແລະ ອິນເດຍ ໄດ້ເຮັດໃຫ້ ສັນຍາທີ່ສຳຄັນ ກ່ຽວກັບ ການສິ້ນສຸດການນຳໃຊ້ນໍ້າເຊື້ອໄຟຟອສຊິລ ມີປະສິດ ທິພາບໜ້ອຍລົງ. ນັກຂ່າວວີໂອເອ ເຮັນຣີ ຣິດຈ໌ແວລ ມີລາຍງານຈາກກອງປະ ຊຸມສຸດຍອດ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ໄມ້ຄ້ອນໄດ້ເຄາະລົງ ໃນກອງປະຊຸມສອງອາທິດທີ່ເຄັ່ງຕຶງ ແລະ ການເຈລະຈາທີ່ບາງຄັ້ງສະເທືອນອາລົມນັ້ນ. 197 ປະເທດໃນທີ່ສຸດໄດ້ເຫັນດີໃນຂໍ້ຕົກລົງ ທີ່ເພັ່ງເລັງໃສ່ການປ້ອງກັນສະພາບອາ ກາດປ່ຽນແປງທີ່ຫາຍະນະ. ປະທານກອງປະຊຸມສຸດຍອດດັ່ງກ່າວໄດ້ອະທິບາຍມັນວ່າເປັນ “ໄຊຊະນະ ທີ່ແຕກຫັກໄດ້ງ່າຍ.”

ທ່ານ ອາລັອກ ຊາມາ, ປະທານກອງປະຊຸມສຸດຍອດ COP26 ໄດ້ກ່າວວ່າ “ປະຫວັດສາດແມ່ນໄດ້ຖືກສ້າງຂຶ້ນໃນເມືອງ ກລາສໂກ. ແລະສິ່ງທີ່ພວກເຮົາຕ້ອງການໃນເວລານີ້ກໍແມ່ນຮັບປະກັນວ່າ ຂັ້ນຕອນຕໍ່ໄປຈະເນັ້ນໃຫ້ເຫັນຄວາມສຳເລັດຂອງຄຳໝັ້ນສັນຍາທີ່ພວກເຮົາໄດ້ເຮັດນຳກັນຢ່າງຕັ້ງໃຈຈິງໃນຂໍ້ຕົກລົງສະພາບອາກາດ ກລາສໂກ.”

ເປົ້າໝາຍຂອງການຈຳກັດຄວາມອົບອຸ່ນຂອງໂລກທີ່ 1.5 ອົງສາແຊລຊຽດເໜືອລະດັບກ່ອນຍຸກອຸດສາຫະກຳ ທີ່ໄດ້ຖືກວາງອອກຄັ້ງທຳອິດ ໃນປີ 2015 ນັ້ນ ແມ່ນຈະຍັງເປັນເສົາຫຼັກທີ່ສຳຄັນຂອງຂໍ້ຕົກລົງ ກລາສໂກ.

ແລະເປັນຄັ້ງທຳອິິດ, ທີ່ຂໍ້ຕົກລົງສະພາບອາກາດໄດ້ລວມເອົາຂໍ້ອ້າງອີງເພື່ອສິ້ນສຸດການນໍາໃຊ້ນໍ້າ ມັນເຊື້ອໄຟ ຟອສຊິລ, ແຕ່ດ້ວຍຄວາມຜິດຫວັງຂອງບັນດາຜູ້ແທນຫຼາຍຄົນ, ການກົດດັນນາທີສຸດ ທ້າຍຈາກ ອິນເດຍ ແລະ ຈີນ ໄດ້ບັງຄັບໃຫ້ຄຳເວົ້າດັ່ງກ່າວ ມີປະສິດທິພາບໜ້ອຍລົງ.

ທ່ານ ບູເພັນເດີ ຢາດາຟ, ລັດຖະມົນຕີສິ່ງແວດລ້ອມຂອງ ອິນເດຍ ກ່າວວ່າ “ຈະມີໃຜສາມາດຄາດຫວັງວ່າບັນດາປະເທດທີ່ກຳລັງພັດທະນາຈະສາມາດໃຫ້ຄຳໝັ້ນສັນຍາ ກ່ຽວກັບ ການສິ້ນສຸດການນຳໃຊ້ຖ່ານຫີນ ແລະ ການໃຫ້ເງິນຊ່ວຍເຫຼືອນໍ້າມັນເຊື້ອໄຟ ຟອສຊິລ? ປະເທດທີ່ກຳລັງພັດທະນາຍັງຕ້ອງໄດ້ຮັບມືກັບແຜນການພັດທະນາຂອງເຂົາເຈົ້າ ແລະ ການລົບລ້າງຄວາມທຸກຍາກ.”

ສະນັ້ນແມ່ນຫຍັງທີ່ໄດ້ຖືກເຊັນໃນເອກະສານສະບັບສຸດທ້າຍນັ້ນ? ທຸກປະເທດໄດ້ຕົກລົງທີ່ຈະກັບມາອີກປີໜ້າ ດ້ວຍເປົ້າໝາຍທີ່ດີກວ່າເກົ່າ ໃນການຕັດແກັສພິດ, ເຊິ່ງໄວກວ່າວົງຈອນ​ໄລ​ຍະ 5 ປີ ເມື່ອຄັ້ງທີ່ຜ່ານມາຫຼາຍ.

ເຂົາເຈົ້າໄດ້ຕົກລົງທີ່ຈະຫຼຸດ ແລະ ທີ່ຈະສິ້ນສຸດການນຳໃຊ້ຖ່ານຫີນ ແລະ ນໍ້າມັນເຊື້ອໄຟ ຟອສຊິລ.

ບັນດາປະເທດທີ່ຮັ່ງມີ ໄດ້ຕົກລົງທີ່ຈະຂະຫຍາຍຄຳໝັ້ນສັນຍາ ກ່ຽວກັບ ການເງິນດ້ານສະພາບອາ ກາດ, ເງິນທີ່ເຂົາເຈົ້າຈະຈ່າຍໃຫ້ບັນດາປະເທດທີ່ທຸກຍາກ ເພື່ອປັບຕົວເຂົ້າກັບສະພາບອາກາດປ່ຽນແປງ ແລະ ຕັດການປ່ອຍອາຍຄາບັອນໃນເສດຖະກິດຂອງເຂົາເຈົ້າ.

ແລະ ມັນໄດ້ມີການຮັບຮູ້ໃໝ່ ກ່ຽວກັບ ຄວາມຕ້ອງການຂອງບັນດາປະເທດທີ່ຮັ່ງມີ ເພື່ອຊົດເຊີຍບັນດາປະເທດທີ່ທຸກຍາກ ສຳລັບການສູນເສຍ ແລະ ຄວາມເສຍຫາຍຈາກສະພາບອາກາດປ່ຽນ ແປງ.

ມັນໄດ້ມີການຕົກລົງ ກ່ຽວກັບ ຕະຫຼາດອາຍຄາບັອນສາກົນ, ເຊິ່ງໂຄຕ້າການປ່ອຍອາຍຄາບັອນ ຫຼື ໜ່ວຍກິດ ສາມາດຊື້ຂາຍກັນໄດ້ ລະຫວ່າງປະເທດຕ່າງໆ.

ແລະ ມັນມີຂໍ້ຕົກລົງຕ່າງຫາກ ກ່ຽວກັບ ການຫຼຸດຜ່ອນການຕັດໄມ້ທຳລາຍປ່າ ແລະ ການຕັດການປ່ອຍທາດເມເທນລົງ.

ຂໍ້ຕົກລົງດັ່ງກ່າວແມ່ນການປະນີປະນອມກັນ, ເຊິ່ງແມ່ນເອກະສານທີ່ທັງໝົດ 197 ຝ່າຍໄດ້ລົງ ນາມ, ທີ່ບາງຝ່າຍແມ່ນບໍ່ໄດ້ເຕັມໃຈເຮັດ. ມັນພຽງພໍຫຼືບໍ່? ຄວາມຄິດເຫັນແມ່ນແຕກຕ່າງກັນຢ່າງກວ້າງຂວາງ.

ທ່ານ ຈອນ ເຄີຣີ, ທູດພິເສດ ສະຫະລັດ ກ່ຽວກັບ ສະພາບອາກາດປ່ຽນແປງ ໄດ້ກ່າວວ່າ “ແທ້ຈິງແລ້ວພວກເຮົາແມ່ນໄດ້ຫຍັບຂົ້າໃກ້ກວ່າທີ່ພວກເຮົາໄດ້ເຮັດກ່ອນໜ້ານີ້ ເພື່ອທີ່ຈະຫຼີກລ່ຽງຄວາມວຸ້ນວາຍດ້ານສະພາບອາກາດ ແລະ ຮັກ ສາອາກາດທີ່ສະອາດ, ນໍ້າທີ່ສະອາດກວ່າເກົ່າ ແລະ ໂລກທີ່ແຂງແຮງກວ່າເກົ່າ.”

ທ່ານ ແອນໂຕນີໂອ ກູເຕເຣສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ກ່າວວ່າ “ເອກະ ສານທີ່ຖືກອະນຸມັດແມ່ນການປະນີປະນອມກັນ. ມັນສະທ້ອນເຖິງຜົນປະໂຫຍດ, ສະພາບການ, ຂໍ້ຂັດແຍ້ງ ແລະ ສະຖານະພາບຂອງຄວາມຍິນດີທາງການເມືອງໃນໂລກຂອງທຸກມື້ນີ້. ເຂົາເຈົ້າໄດ້ເອົາບາດກ້າວທີ່ສຳຄັນ, ແຕ່ບໍ່ເປັນຈັ່ງໂຊກ ຄວາມຍິນດີທາງການເມືອງໂດຍລວມແມ່ນບໍ່ພຽງພໍທີ່ຈະເອົາຊະນະຂໍ້ຂັດແຍ້ງທີ່ເລິກເຊິ່ງບາງອັນໄດ້.”

ທ່ານນາງ ເຈັນນິເຟີ ມໍແກັນ, ຜູ້ອຳນວຍການໃຫຍ່ອົງການ ກຣີນພີສ ສາກົນ ກ່າວວ່າ “ຂ້າພະເຈົ້າຄິດວ່າ ມັນແມ່ນຄວາມໃຈອ່ອນ ແລະ ມັນແມ່ນຄວາມອ່ອນແອ. ແຕ່ມັນໄດ້ສົ່ງສັນຍານ ກ່ຽວກັບ ການສິ້ນສຸດການນຳໃຊ້ຖ່ານຫີນ. ສະນັ້ນມັນແມ່ນສິ່ງທີ່ດີ. ແຕ່ມັນບໍ່ມີການຈຳກັດເວລາ.”

ຢູ່ນອກກອງປະຊຸມສຸດຍອດ, ບັນດານັກເຄື່ອນໄຫວສະພາບອາກາດໄດ້ສະແດງຄວາມຮູ້ສຶກຂອງເຂົາເຈົ້າຢ່າງຈະແຈ້ງ. ບາງຄົນໄດ້ຖືກຈັບໃນຂະນະທີ່ເຂົາເຈົ້າພະຍາຍາມທີ່ຈະໄຕ່ຂຶ້ນສິ່ງກີດຂວາງກອງປະຊຸມສຸດຍອດ.

ຫຼັງຈາກການເຈລະຈາທີ່ເຄັ່ງຕຶງສອງອາທິດ, ຕອນນີ້ບັນດາຜູ້ແທນແມ່ນກຳລັງເດີນທາງກັບບ້ານ. ຄວາມສຳເລັດທີ່ໃຫຍ່ໃນຄັ້ງຕໍ່ໄປແມ່ນກອງປະຊຸມສຸດຍອດສະພາບອາກາດ COP27 ທີ່ມີກຳນົດຈັດຂຶ້ນໃນເມືອງ ຊາມ-ແອລ-ຊີກ, ປະເທດ ອີຈິບ,​ ໃນປີ 2022.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG