ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນຶ່ງ​ທົດ​ສະ​ວັດ ຫຼັງ​ຈາກ​ການ​ເຖິງ​ແກ່​ອະ​ສັນ​ຍະ​ກຳ ຂອງ​ທ່ານ​ແມນ​ເດ​ລາ ອາ​ຟ​ຣິ​ກາ​ໃຕ້ ຕົກ​ຢູ່​ໃນ​ສະ​ພາບ​ທີ່​ຊຸດ​ໂຊມ


ແຟ້ມ - ຊາ​ຍ​ຄົນ​ນຶ່ງ ນັ່ງ​ຢູ່​ທາງ​ຍ່າງ ໃນ​ເມືອງ​ກາ​ເຢ​ລິ​ດ​ຊາ (Khayelitsha) ໃກ້​ກັບ​ນະ​ຄອນ​ເຄບ​ທາວ ເມື່ອ​ວັນ​ທີ 21 ເມ​ສາ 2022.
ແຟ້ມ - ຊາ​ຍ​ຄົນ​ນຶ່ງ ນັ່ງ​ຢູ່​ທາງ​ຍ່າງ ໃນ​ເມືອງ​ກາ​ເຢ​ລິ​ດ​ຊາ (Khayelitsha) ໃກ້​ກັບ​ນະ​ຄອນ​ເຄບ​ທາວ ເມື່ອ​ວັນ​ທີ 21 ເມ​ສາ 2022.

ທ່ານແນ​ລ​ສັນ ແມນ​ເດ​ລາ ແມ່ນ​ເປັນ​ບຸກ​ຄົນທີ່​ມີ​ຊື່​ສຽງ​ແລະ​ສັນ​ຍາ​ລັກ​ໃນ​ການ​ດົນ​ໃຈ ​ຂອງ​ຜູ້​ຄົນ​ຢູ່​ໃນ​ທົ່ວໂລກ ​ໂດຍ​ທີ່​ທ່ານ​ເອງ​ໄດ້​ໃຊ້​ເວ​ລາ 27 ປີ​ຢູ່​ໃນ​ຄຸກ ເພື່ອ​ຕໍ່​ສູ້​ຕ້ານ​ອຳ​ນາດ​ລະ​ບອບ​ແບ່ງ​ແຍກ​ເຊື້ອ​ຊາດ​ຜິວ​ພັນ​ອາ​ພາ​ເທ່​ຂອງ​ອາ​ຟ​ຣິ​ກາ​ໃຕ້​ ແລະ ​ກາຍ​ເປັນ ​ປະ​ທາ​ນາ​ທິ​ບໍ​ດີ​ຜິວ​ດຳ​ຄົນ​ທຳ​ອິດ ​ຂອງ​ປະ​ເທດ. Kate Bartlett ລາຍ​ງານ​ວ່າ 10 ຫຼັງ​ຈາກ​ທ່ານ​ໄດ້​ເຖິງ​ແກ່​ອະ​ສັນ​ຍະ​ກຳ​ແລ້ວ ອະ​ດີດ​ສະ​ຫາຍ ຄອບ​ຄົວ ແລະ​ພວກ​ນັກ​ວິ​ເຄາະ ​ຕ່າງ​ກໍ​ກ່າວ​ວ່າ ທ່ານ​ຈະ​ຮູ້​ສຶກ​ຜິດ​ຫວັງ​ເປັນ​ທີ່​ສຸດ ຕໍ່​ສະ​ຖາ​ນະ​ພາບ​ຂອງ​ອາ​ຟ​ຣິກ​າ​ໃຕ້​ໃນ​ເວ​ລານີ້. ​ໄພ​ສານ ມີ​ລາຍ​ລະ​ອຽດ ​ມາ​ສະ​ເໜີ​ທ່​ານ ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານ​ແນ​ລ​ສັນ ແມນ​ເດ​ລາ ອາດ​ເປັນ​ບຸກ​ຄົນ​ທີ່​ໂລກ​ຮູ້​ກັນ​ດີ ​ແລະ​ເປັນ​ບຸກ​ຄົນ​ທີ່ຊາວ​ອາ​ຟ​ຣິ​ກາ​ໃຕ້​ຮັກ​ຫອມ​ທີ່​ສຸດ ໄດ້ເຖິງ​ແກ່​ອະ​ສັນ​ຍະ​ກຳ​ເມື່ອ​ນຶ່ງ​ທົດ​ສະ​ວັດ​ກ່ອນ ຄື​ໃນ​ວັນ​ທີ 5 ທັນ​ວາ 2013 ຮວມ​ອາ​ຍຸ​ໄດ້ 95 ປີ.

ແຟ້ມ - ຜູ້​ນຳ​ຕໍ່​ຕ້ານ​ເຊື້ອ​ຊາດ​ຜິວ​ພັນ​ອາ​ພາ​ເທ່ ທ່ານ​ແນ​ລ​ສັນ ແມນ​ເດ​ລາ ຍົກ​ກຳ​ປັ້ນ​ຂຶ້ນ ໃນ​ຂະ​ນະ​ທີ່​ກ່າວ​ຖະແຫຼງ​ຕໍ່​ຝູງ​ຊົນ ທີ່​ຈະ​ຕຸ​ລັດ Phola Park ​ໃນ​ລະ​ຫວ່າງ​ທີ່​ທ່ານ​ໄປ​ຢ້ຽມ​ຢາມເມືອງດັ່ງ​ກ່າວ​ໃນ​ເຂດໂຕ​ໂກ​ຊາ (Tokoza) ເມື່ອ​ວັນ​ທີ 5 ກັນ​ຍາ 1990.
ແຟ້ມ - ຜູ້​ນຳ​ຕໍ່​ຕ້ານ​ເຊື້ອ​ຊາດ​ຜິວ​ພັນ​ອາ​ພາ​ເທ່ ທ່ານ​ແນ​ລ​ສັນ ແມນ​ເດ​ລາ ຍົກ​ກຳ​ປັ້ນ​ຂຶ້ນ ໃນ​ຂະ​ນະ​ທີ່​ກ່າວ​ຖະແຫຼງ​ຕໍ່​ຝູງ​ຊົນ ທີ່​ຈະ​ຕຸ​ລັດ Phola Park ​ໃນ​ລະ​ຫວ່າງ​ທີ່​ທ່ານ​ໄປ​ຢ້ຽມ​ຢາມເມືອງດັ່ງ​ກ່າວ​ໃນ​ເຂດໂຕ​ໂກ​ຊາ (Tokoza) ເມື່ອ​ວັນ​ທີ 5 ກັນ​ຍາ 1990.

ຜົນ​ສຳ​ເລັດ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ທ່ານ ແມ່ນ​ນຳ​ເອົາ​ອິດ​ສະ​ຫຼະ​ພາບ​ແລະ​ປະ​ຊາ​ທິ​ປະ​ໄຕ​ມາ​ສູ່​ອາ​ຟ​ຣິ​ກາ​ໃຕ້ ພ້ອມ​ດ້ວຍ​ພັກ African National Congress ທີ່​ເອີ້​ນ​ຫຍໍ້​ວ່າ ANC ຫຼັງ​ຈາກ​ການ​ປົກ​ຄອງ​ທີ່ ​ໂຫດ​ຫ້ຽມ ​ຂອງ​ຊາວ​ຜິດ​ຂາວກຸ່ມ​ນ້ອຍ ​ເປັນ​ເວ​ລາ​ຫຼາຍ​ທົດ​ສະ​ວັດ.

ທ່ານ​ໄດ້​ໃຫ້​ອະ​ໄພ​ຍະ​ໂທດ​ແກ່​ພວກ​ສັດ​ຕູ​ເກົ່າ​ແລະ​ໄດ້​ນຳ​ໃຊ້​ນຶ່ງ​ໃນ​ກົດ​ໝາຍ​ລັດ​ຖະ​ທຳ​ມະ​ນູນ​ທີ່ຫົວ​ກ້າວ​ໜ້າ​ທີ່​ສຸດ​ໃນ​ໂລກ. ອາ​ຟ​ຣິ​ກາ​ໃຕ້​ໄດ້​ຖືກມອງ​ກັນ​ວ່າ​ເປັນ​ຕົວ​ຢ່າງ​ຂອງສິນ​ທຳ​ ແລະ​ແສງ​ປະ​ທີບແຫ່ງ​ຄວາມ​ຫວັງ​ ຢູ່​ໃນ​ທົ່ວ​ໂລກ.

ທ່ານ​ແມນ​ເດ​ລາ​ເຂົ້າຮັບຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ​ພຽງ​ແຕ່​ສະ​ໄໝ​ດຽວ​ເທົ່າ​ນັ້ນ. ​ເຖິງ​ແມ່ນ​ກ່ອນທີ່​ທ່ານ ​ຈະ​ເຖິງ​ແກ່​ອະ​ສັນ​ຍະ​ກຳ ຂະ​ນະ​ທີ່​ທ່ານ​ ອອກ​ກິນ​ເບ້ຍ​ບຳ​ນານ​ຢູ່ນັ້ນ ພັກ ANC ຂອງ​ທ່ານ​ກໍ​ໄດ້​ພົວ​ພັນ​ໃນ​ຂ່າວນອງ​ນັນ​ກ່ຽວ​ກັບ​ການ​ຄໍ​ຣັບ​ຊັ່ນ ໂດຍ​ສະ​ເພາະ​ແລ້ວ ແມ່ນ​ພາຍ​ໃຕ້​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີເຈ​ກັບ​ ຊູ​ມາ ຜູ້​ທີ່​ຮັບ​ຕຳ​ແໜ່ງ​ຕໍ່​ຈາກ​ທ່ານ.

ໃນ​ທຸກມື້ນີ້ ພວກ​ຕ້ອງ​ຕິ​ໄດ້​ກ່າວ​ຫາ​ ພັກ​ດັ່ງ​ກ່າວນີ້​ວ່າ ມີ​ແຕ່​ສົນ​ໃຈ​ໃນ​ການ​ສ້າງ​ຮັ່ງ​ຄູນ​ມີ​ໃຫ້​ແກ່​ຕົນ​ເອງ​ແລະ​ຄອບ​ຄົວ ແລະ​ບໍ່​ສາ​ມາດ​ສ້າງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ດີ​ຂຶ້ນແກ່​ປະ​ຊາ​ຊົນ​ຊາວ​ອາ​ຟ​ຣິ​ກາ​ໃຕ້​ທີ່​ທຸກ​ຍາກ​ເປັນ​ສ່ວນ​ໃຫຍ່ນັ້ນ. ​ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ມາ​ດີ​ບາ ຊຶ່ງ​ເປັນ​ຊື່​ທີ່​ຜູ້​ຄົນ​ຮູ້​ຈັກ​ທ່ານ​ຢ່າງກວ້າງ​ຂວາງນັ້ນ ຈະ​ເສົ້າ​ເສຍ​ໃຈ​ເປັນ​ທີ່​ສຸດ.

“ທ່ານ​ຈະ​ຮູ້​ສຶກ​ຕື່ນ​ຕົກ​ໃຈ​ຢ່າງ​ແນ່ນອນ ຕໍ່​ການ​ເປື່ອຍ​ເຫຍື່ອຊຸດ​ໂຊມ​ຢູ່​ໃນ​ປ​ະ​ເທດ ການ​ສໍ້​ລາດ​ບັງ​ຫຼວງຢ່າງ​ແຜ່ກວ້າງ ຮວມ​ທັງ​ຄະ​ນະ​ລັດ​ຖະ​ມົນ​ຕີ​ບາງ​ຄົນ ຊຶ່ງ​ເປັນ​ສະ​ມາ​ຊິກຂອງ​ພັກ African National Congress ຊຶ່ງຄັ້ງ​ນຶ່ງ​ ເຄີຍ​ເປັນ​ພັກ​ທີ່​ພາກ​ພູມ​ໃຈ​ຂອງ​ທ່ານ."

ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ​ປີ​ເຕີ ເຮນ ເພື່ອນ​ຂອງ​ທ່ານ​ແມນ​ເດ​ລາ ແລະ​ເປັນ​ນັກ​ເຄື່ອນ​ໄຫວ ​ຕໍ່​ຕ້ານ​ການ​ແບ່ງ​ແຍກ​ເຊື້ອ​ຊາດ​ຜິວ​ພັນ​ອາ​ພາ​ເທ່ ຜູ້​ຊຶ່ງ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຂອງ​ອາ​ຟ​ຣິ​ກາ​ໃຕ້ ໄດ້​ພະ​ຍາ​ຍາມ​ລອບ​ສັງ​ຫານ​ດ້ວຍ​ຈົດ​ໝາຍ​ລະ​ເບີດ​ໃນ​ປີ 1972.

ສະ​ມາ​ຊິກ​ທີ່​ແຂງ​ຂັນ​ຫຼາຍໆ​ຄົນ​ຂອງ ANC ແລະ​ພວກ​ລຸ້ນ​ລາວ​ຄາວ​ດຽວ​ກັນ​ກັບ​ທ່ານ​ແມນ​ເດ​ລາ​ທີ່​ຍັງ​ມີ​ຊີ​ວິດ​ຢູ່ ບໍ່​ຍອມ​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ເລື້ອງນີ້.

ແຕ່​ແນວ​ໃດ​ກໍ​ຕາມ ນຶ່ງ​ໃນ​ຫຼານ​ຊາຍ​ ຂອງ​ລັດ​ຖະ​ບຸ​ລຸດ​ທ່ານນີ້ ທ້າວນ​ະ​ດາ​ລາ ແມນ​ເດ​ລາ ແມ່ນ​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ທັດ​ສະ​ນະ​ດັ່ງ​ກ່າວ ​ທີ່​ວ່າ ທ່ານ​ແມນ​ເດ​ລາ​ຜູ້​ອະ​ວຸ​ໂສ ຈະ​ຮູ້​ສຶກ​ເສົ້າ​ເສຍ​ໃຈ​ຫຼາຍ ຊຶ່ງ​ລາວ​ກ່າວ​ວ່າ:

“ແນ່ນອນ ພໍ່​ເຖົ້າ​ ​ມາ​ດີ​ບາ ຂອງ​ຂ້ອຍ ​ຢ່າງ​ໜ້ອຍ​ແລ້ວ ເພິ່ນຈະຮູ້​ສຶກ​ເສົ້າ​ເສຍ​ໃຈ​ຫຼາຍ ​ທີ່​ໄດ້​ເຫັນ​ໃນ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ພັກ ANC ໃນ​ເວ​ລານີ້ ຊຶ່ງ​ພັກ​ດັ່ງ​ກ່າວ​ເປັນ​ພັກ​ທີ່​ເພິ່ນ​ຮັກ​ຫຼາຍ​ທີ່​ສຸດ. ​ຂ້ອຍ​ຄວນຄິດ​ບໍ່​ວ່າ​ສະ​ມາ​ຊິກ​ບາງ​ຄົນ​ໄດ້​ປ່ອຍ​ໃຫ້​ພັກ ANC ຫຼົ້ມ​ຈົມ? ແນ່ນອນ ພວກ​ເຂົາ​ເຈົ້າ​ເຮັດ​ແບບນັ້ນ. ພວກ​ເຮົາ​ມີ​ລັດ​ຖະ​ມົນ​ຕີ ທີ່ຍາດ​ແຍ່ງ​ກັນ​ສໍ້​ໂກງ​ປະ​ເທດ​ຊາດ.”

ທ່ານ​ລິມ​ກາຍ ມອນ​ດີ ອາ​ຈານ​ສອນ​ເສດ​ຖະ​ສາດ​ທີ່​ມີ​ວິ​ທະ​ຍາ​ໄລ​ໄວ​ວາ​ເຕີ​ສ໌​ແຣນ ຢູ່​ນະ​ຄອນ​ໂ​ຈແຮນ​ແນັ​ສ​ເບີກ ອະ​ທິ​ບາຍ​ໃນ​ອັນ​ທີ່​ທ່ານ​ເວົ້າ​ວ່າ ເປັນ​ບັນ​ຫາ​ໃຫຍ່​ທີ່​ກຳ​ລັງ​ປະ​ເຊີນ​ໜ້າ​ອາ​ຟ​ຣິ​ກາ​ໃຕ້​ໃນ​ເວ​ລານີ້.

“ອັດ​ຕາ​ຂອງ​ການ​ຫວ່າງ​ງານ​ແມ່ນ​ສູງ​ຫຼາຍ ສູງ​ຫຼາຍ ປ​ະ​ມານ 32.5 ເປີ​ເຊັນ ທີ່​ສຳ​ຄັນ​ກວ່ານັ້ນ ຄວາມ​ບໍ່​ສະ​ເໝີ​ພາບ​ແມ່ນ​ຂະ​ຫຍາຍ​ວົງ​ກວ້າງ​ອອກ​ນຳ​ນັບ​ມື້ ດັ່ງ​ດຽວ​ກັນ​ກັບ​ຄວາມ​ທຸກ​ຍາກ. ພື້ນ​ຖານ​ໂຄ​ງ​ລ່າງ ບໍ່​ວ່າ​ຈະ​ເປັນ​ໃນ​ດ້ານ​ນ້ຳ​ກິນ​ນ້ຳ​ໃຊ້ ຖະ​ໜົນ​ຫົນ​ທາງ ພະ​ລັງ​ງານ ໄດ້​ພັງ​ທະ​ລາຍ​ລົງ.”

​ປີ​ໜ້າ​ແມ່ນ​ຂີດ​ໝາຍ​ຄົບ​ຮອບ 30 ປີ​ນັບ​ຕັ້ງ​ແຕ່​ໄດ້​ມີ​ການ​ເລືອກ​ຕັ້ງ​ແບບ​ປະ​ຊາ​ທິ​ປະ​ໄຕ​ຢູ່​ອາ​ຟ​ຣິ​ກາ​ໃຕ້ ແລະ​ບັນ​ດາ​ຜູ້​ມີ​ສິດ​ປ່ອນ​ບັດ​ຈະ​ພາ​ກັນ​ໄປ​ລົງ​ຄະ​ແນນ​ສຽງ​ຢູ່​ໜ່ວຍ​ປ່ອນ​ບັດ​ອີກ​ເທື່ອ​ນຶ່ງ. ການ​ຢັ່ງ​ຫາງ​ສຽງ​ຈຳ​ນວນ​ນຶ່ງ​ ສະ​ເໜີ​ແນະ​ວ່າ ພັກ ANC ຈະ​ສູນ​ເສຍ​ສຽງ​ສ່ວນ​ຫຼາຍ​ເປັນ​ເທື່ອ​ທຳ​ອິດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG