ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແຜ່ນດິນໄຫວ ທີ່ເທີກກີ ທຳລາຍບ້ານເຮືອນຫລາຍຫລັງ ແລະ 57 ຄົນເສັຍຊີວິດ


ຂ່າວ​ແຜ່ນດິນ ໄຫວ​ທີ່ປະ​ເທດ ເທີກກີ: ​ແຜ່ນດິນ​ໄຫວ​ທ່ີ​ມີ​ຄວາມ​ແຮງ​ ໄດ້​ສັ່ນ​ສະ​ເທືອ​ນຫລາຍ​ໝູ່​ບ້ານ​ໃນ​ພາກ ຕາ​ເວັນ​ອອກ​ຂອງ​ເທີ​ກກີ ທຳລາຍ​ບ້ານ​ເຮືອນ​ຫລາຍ​ຫລັງ​ແລະ​ເຮັດ​ໃຫ້ ປະຊາຊົນ​ຢ່າງ​ນ້ອຍ 57 ຄົນ​ເສັຍ​ຊີວິດ​ໄປ. ຫໍ​ຄວບ​ຄຸມ​ແຜ່ນດິນ​ໄຫວ Kandili ຂອງ​ເທີ​ກກີ ກ່າວ​ວ່າ ແຜ່ນດິນ​ໄຫວ ​ທີ່ມີຄວາມ​ແຮງ 6.0 ​ໄດ້​ປະ​ທະ​ແຂວງ Elazig ​ໃນຕອນ​ເຊົ້າມືດ​ວັນ​ຈັນ​ມື້​ນີ້​ ເວລາ 4:23 ​ໂມງ​ຕາມ​ເວລາ​ໃນ​ທ້ອງ​ຖິ່ນ​ແລະ​ມີຈຸດ​ໃຈກາງ​ຢູ່ໃກ້ໆ​ ກັບເມືອງ Karakocan. ​ແຜ່ນດິນ​ໄຫວ​ໄດ້​ເຮັດ​ໃຫ້​ພວກ​ບ້ານ​ເຮືອນ​ທ່ີ​ກໍ່ສ້າງ​ດ້ວຍ​ກ່ອນ​ຫິນ​ພູ​ແລະ ດິນ​ຈີ່​ເຮັດ​ດ້ວຍ​ຂີ້​ຕົມ ​ເພພງັລົງ ​ແລະ​ເຮັດ​ໃຫ້​ຫໍ​ຍອດ​ແຫລມ​ຂອງ​ໂບດ ອີສລາມ​ຫລາຍ​ແຫ່ງ​ໃນ​ຫລາຍ​ໝູ່​ບ້ານ​ຫັກ​ພັງ​ລົງ. ພວກ​ຊ່ອຍ​ກູ້​ໄພ​ໄດ້​ພະຍາຍາມ​ຊ່ອຍ​ກູ້​ຊີວິດ​ພວກ​ຜູ້​ຄົນ​ທ່ີ​ຕົກ​ຄ້າງ​ໃນ​ກ້ອງ​ສິ່ງ​ທີ່ຫັກ​ພັງ​ລົງ​ທັບນັ້ນ. ປະຊາຊົນ​ຫລາຍ​ກວ່າ 70 ຄົນ​ໄດ້​ຮັບ​ບາດ​ເຈັບ​ແລະ​ຖືກ​ສົ່ງ​ໄປ​ຍັງໂຮງໝໍ​ແຫ່ງ​ຕ່າງໆ​ ດ້ວຍ​ຍວດ​ຍານພາຫະນະ​ທັມມະ​ດາ​ແລະ​ລົດ ໂຮງໝໍ. ພວກ​ພນັກ​ງານ​ຊ່ອຍ​ບັນ​ເທົາ​ທຸກ​ເທີ​ກກີໄດ້ເອົາເຄື່ອງ​ບັນ​ເທົາ​ທຸກຕ່າງໆ​ ​ໄປແຈກ​ຢາຍ​ໃຫ້​ພວກ​ຊາວ​ເມືອງ​.
ທີ່ປາ​ກີ​ສຖານ: ຕຳຫລວດ​ປາ​ກີ​ສຖານ​ກ່າວ​ວ່າ ການ​ໂຈມ​ຕີສະລະ​ຊີບດ້ວຍ​ລະ​ເບີດ​ລົດ ພລັງ​ແຮງ ​ໄດ້​ສັ່ນ​ສະ​ເທືອ​ນ​ເມືອງ Lahore ​ໃນ​ພາກຕາ​ເວັນ​ອອກ​ຂອງ ​ປາ​ກີ​ສຖານ ໂດຍ​ໄດ້​ສັງຫານ​ຜູ້​ຄົນ​ ຢ່າງ​ນ້ອຍ 11 ຄົນ​ແລະ​ເຮັດ​ໃຫ້ ບາດ​ເຈັບ​ອີກ ຢ່າງ​ນ້ອຍ 60 ຄົນ. ບັນດາ​ເຈົ້າ​ໜ້າ​ທ່ີ​ໂຮງໝໍ ກ່າວ​ວ່າ ​ແມ່ຍິງ​ຄົນ​ນຶ່ງແລະເດັກນ້ອຍ​ຄົນ​ນຶ່ງ ແມ່ນ​ຮວມຢູ່ໃນ​ຈຳນວນ​ພວກ​ທ່ີ​ເສັຍ​ຊີວິດໃນການ​ໂຈມ​ຕີ​ຄັ້ງ​ນີ້. ການວາງ​ລະ​ເບີດໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້​ ​ໃນ​ຊ່ວງເວລາ​ຜູ້ຄົນ​ໄປ​ລ້າ​ໄປ​ການ ​ໄດ້ສົ່ງ​ຜົນ​ໃຫ້​ພື້ນ​ດິນ​ຫຍຸບ​ລົງ​ເປັນ​ຂຸມ​ກວ້າງ​ໃຫຍ່ ຢູ້ທາງນອກ​ອົງ ການ​ສືບສວນຂອງຣັຖບານ​ກາງ​ ຊ່ຶງເປັນ​ສຳນັກງານໃຫຍ່​ຂອງຝ່າຍຕຳ ຫລວດສືບສວນ​. ​ ຍັງ​ບໍ່​ທັນ​ມີ​ຜູ້​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນການ​ໂຈມ​ຕີ​ຄັ້ງ​ນີ້ເທື່ອ. ເຈົ້າ​ໜ້າ​ທ່ີ​ປາ​ກີ​ສຖານ​ກ່າວ​ວ່າ ມີ​ອາຄານ​ຕື່ມ​ອີກຫລາຍ​ຫລັງ​ ໄດ້ຮັບ​ຄວາມເສັຍ​ຫາຍ​ຈາກ​ແຮງ ລະ​ເບີດ​ຄັ້ງ​ນີ້.
ສະຫະຣັດ​ແລະ​ອັຟກາ​ນີສຖານ: ທ່ານ Robert Gates ຣັຖມຸນຕີ​ປ້ອງ​ກັນ​ປະ​ເທດ​ສະຫະຣັດ​ ເດີນທາງ ໄປ​ຮອດນະຄອນ ຫລວງຄາ​ບູລ ​ໃນ​ວັນ​ຈັນ​ມື້​ນີ້ ບ່ອນ​ທ່ີ​ທ່ານ​ມີ​ໝາຍ​ກຳ ນົດ​ທ່ີ​ຈະ​ທຳການ​ພົບ​ປະ​ຫາລື​ ກັບ​ບັນດາ​ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ ຂອງ​ທ່ານ​ແລະບັນດາ​ເຈົ້າ​ໜ້າ​ທ່ີ​ຂັ້ນ​ສູງ​ຂອງ​ອັຟກາ​ນີສຖານ​. ການ​ເດີນທາງ​ໄປ​ຍັງ​ອັຟກາ​ນີສຖານ​ຄັ້ງ​ນີ້​ ນັບ​ວ່າ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ Gates ນັບ​ແຕ່​ການ​ສົ່ງທະຫານ​ອາ​ເມຣິກັນອີກ 3 ໝື່ນຄົນ​ໄປ​ເສີມ​ກຳລັງໃນ​ອັຟກາ​ນີສຖານ ຂອງ​ປະທານາທິບໍດີ​ບາຣັກ​ໂອ​ບາ​ມາໄດ້ ເລີ້ມ​ຕົ້ນ​ຂຶ້ນ. ທ່ານ Gates ​ໄດ້​ສະ​ແດງ​ການຮັບ​ຮູ້​ຕໍ່ຄວາມ​ກ້າວໜ້າ​ທີ່ ໄດ້​ຮັບ ຫວ່າງ​ໄວໆມານີ້​ ໃນ​ການ​ຕໍ່ຕ້ານ​ກັບ​ກຸ່ມ​ຕາ​ລີ​ບັນ ຮວມທັງ​ການ​ບຸກ​ໂຈມ​ຕີເພື່ອ​ເຂົ້າ​ຄວມຄຸມ​ເອົາ ​ທ່ີ​ໝັ້ນ​ຂອງ​ກຸ່ມ​ຕາ​ລີ​ບັນ​ໃນ​ເຂດ​ເມືອງ Marjah ນຳນັ້ນ​. ​ເຖິງ​ຢ່າງ​ໃດ​ກໍ​ດີ ຣັຖມຸນຕີ​ປ້ອງ​ກັນ​ປະ​ເທດສະຫະຣັດ​ໄດ້ລະມັດລະວັງທ່ີ​ຈະບໍ່​ສະ​ແດງ​ຄວາມ​ເຫັນ​ໃນ​ແງ່​ດີ​ຫລາຍ​ເກີນ​ໄປ​ ກ່ຽວ​ກັບເຫດການ​ທີ່ ຜັນຂະຫຍາຍ​ອອກໃນ​ທາງ​ບວກ​ຫວ່າງ​ໄວໆ​ມາ​ນີ້ ​ໂດຍ​ກ່າວ​ວ່າຍັງມີມື້​ວັນ​ທີ່​ຫຍຸ້ງຍາກ​ ລໍຖ້າ​ຢູ່​ຂ້າງ​ໜ້າ​ຢູ່ ​ໃນ​ການ​ສູ້ຣົບກັບ​ກຸ່ມ​ຕາ​ລີ​ບັນ​ນັ້ນ. ນອກ​ນັ້ນ ທ່ານ Gates ຍັງ​ໄດ້​ກ່າວ​ເຕືອນ​ອິຣ່ານ​ເຊັ່ນ​ກັນ​ ຕໍ່ການ​ໃຫ້ ການ​ຊ່ອຍ​ເຫລືອແກ່​ກຸ່ມ​ຕາ​ລີ​ບັນ​ນັ້ນ ຊຶ່ງ​ທ່ານ Gates ກ່າວ​ວ່າອິຣ່ານ ຄວນ​ຈະ​ເຂົ້າ​ໃຈດີ​ວ່າ ປະຕິກິຣິຍາ​ຂອງ​ສະຫະຣັດຕໍ່​ເຣື່ອງນີ້ ຈະ​ບໍ່​ເປັນສິ່ງ​ທ່ີ​ອິຣ່ານຢາກ​ຈະຄິດເຖິງ.
ຄວາມ​ວຸ້ນວາຍ​ໃນ​ໄນ​ຈີ​ເຣັຍ: ພວກ​ທ່ີ​ເຫັນ​ເຫດການ​ເກີດ​ຂຶ້ນ​ ໃນ​ພາກ​ກາງຂອງໄນ​ຈີເຣັຍ ກ່າວ​ວ່າ
ຢ່າງນ້ອຍ​ມີ​ຜູ້​ຄົນ​ເສັຍ​ຊີວິດ​ 200 ຄົນ​ໃນ​ວັນ​ອາທິດ​ວານ​ນີ້​ໃນ​ເຫດ​ການ ວຸ້ນ​ວານ​ ທີ່​ເກີດຂຶ້ນລະຫວ່າງ​ຊາວ​ມຸສລິ​ມ​ແລະ​ຊາມ​ຄຣີສຕຽນ. ແຕ່​ວ່າ ທ່ີ​ປຶກສາ​ປະຈຳ​ເຈົ້າ​ແຂວງ ​ແຂວງ​ນຶ່ງ​ຂອງ​ໄນຈີເຣັຍ ກ່າວ​ວ່າ ຢ່າງ​ນ້ອຍ​ປະຊາຊົນ 500 ຄົນ​ເສັຍ​ຊີວິດ​ໄປ. ໃນ​ການ​ໃຫ້​ສັມພາດ​ທາງ​ໂທຣະສັບ ທ່ານ Dan Manjang ທ່ີ​ປຶກສາ
ປະຈຳຣັຖບານ​ແຂວງ Plateau ຍັງ​ກ່າວ​ຕື່ມ​ວ່າ ​ໄດ້​ມີ​ການ​ຈັບ​ກຸມ​ຜູ້​ຄົນ 95 ຄົນ ​ນັບ​ແຕ່​ເກີດ​ຄວາມ​ວຸ້ນວາຍ​ຂຶ້ນ​. ບັນດາ​ເຈົ້າ​ໜ້າ​ທ່ີ​ກ່າວ​ວ່າ ພວກ​ຄົນ​ລ້ຽງສັດ​ທ່ີ​ຍ້າຍ​ຖ່ິນ​ໄປ​ເລື້ອຍໆ ​ໄດ້ທຳ​ການ​ໂຈມ​ຕີ 3 ໝູ່ບ້ານ​ຢູ່ໃກ້ໆ ​ກັບ​ເມືອງ Jos ​ໃນ​ເວລາ​ປະມານ 3 ​ໂມງ​ຕອນ​ເຊົ້າຕາມ​ເວລາ​ໃນ​ທ້ອງ​ຖ່ິນ​ໃນ​ວັນ​ອາທິດ​ວານ​ນີ້ ​ໂດຍ​ໄດ້​ພາ ກັນ​ເອົາ​ໄຟ​ຈູດ​ບ້ານເຜົາເຮືອນ​ແລະ​ໂຈມ​ຕີ​ພວກຊາວບ້ານ​ດ້ວຍ​ມີດ​ພ້າ.​ໃນ​ເວລາ​ຕໍ່​ມາ ພວກ​ນັກ​ຂ່າວໄດ້ ​ນັບ​ສົບ​ວ່າ​ມີ​ຫລາຍ​ກວ່າ 100 ສົບ​ໃນໝູ່​ບ້ານ Dogo Hahawa ​ໃນ​ຂະນະ​ດຽວ​ກັນ​ໄດ້​ມີ​ການ​ນຳ​ສົບ 18 ສົບ​ໄປ​ໄວ້​ໃນ​ໂຮງ​ເກັບ​ສົບ​ທ່ີ​ເມືອງ Jos. ຜູ້​ທ່ີ​ເຫັນ​ເຫດການ​ກ່າວ​ວ່າ ພວກ​ທ່ີ​ເສັຍ​ຊີວິດ​ໄປ​ນັ້ນ​ ສ່ວນ​ຫລາຍເປັນ ​ພວກ​ແມ່ຍິງ​ແລະ​ເດັກນ້ອຍ.
ການ​ຊ້ອມ​ຣົບຮ່ວມ​ລະຫວ່າງ​ສະຫະຣັດ​ແລະ​ເກົາຫລີ​ໃຕ້: ສະຫະຣັດ​ແລະ​ເກົາຫລີ​ໃຕ້​ໄດ້​ເລີ້ມ​ທຳ​ການ​ຊ້ອມຣົບຮ່ວມ​ກັນ ນຶ່ງ​ມື້​ຫລັງ ຈາກ​ເກົາຫລີ​ເໜືອ​ປະນາມ​ການ​ຊ້ອມຣົບດັ່ງກ່າວ​ວ່າ​ ເປັນ​ການກະກຽມ​ທຳການ​ໂຈມ​ຕີ​ ແລະ​ເຕືອນ​ວ່າຕົນ​ຈະ​ເສີມ​ຄັງ​ອາວຸດ​ນີວ​ເຄລັຍ​ຂອງ​ຕົນ​ເພື່ອເປັນ​ການ​ຕອບ​ໂຕ້.ກອງ​ບັນຊາ​ການ​ຮ່ວມ​ກຳລັງ ​ສະຫະຣັດ​ແລະ​ເກົາຫລີ​ໃຕ້​ກ່າວ​ໃນ​ວັນ​ຈັນມື້​ນີ້​ວ່າ ທະຫານ​ສະຫະຣັດປະມານ 18 ພັນ​ຄົນ​ແລະ​ທະຫານ​ເກົາຫລີ​ໃຕ້​ຫລາຍ​ກວ່າ 20 ພັນ​ຄົນ​ ກຳລັງ​ປະກອບສ່ວນ​ໃນ​ການ​ຊ້ອມຣົບປະຈຳ​ປີ​ຄັ້ງ​ນີ້ ຊຶ່ງ​ບັນ​ລະ​ຍາຍ​ວ່າ​ເປັນ​ການ​ຊ້ອມ​ເພື່ອ​ປ້ອງ​ກັນ​ໂຕ​ເທົ່າ​ນັ້ນ. ​ໃນ​ວັນ​ອາທິດ​ວານ​ນີ້ ອົງການ​ຂ່າວ​ກາງຂອງທາງ​ການ​ເກົາຫລີ​ເໜືອ​ໄດ້​ອ້າງ​ ຄຳ​ເວົ້າຂອງນາຍ​ທະຫານ​ຂັ້ນ​ອາວຸ​ໂສ​ທ່ານ​ນຶ່ງ​ ທີ່ເວົ້າວ່າການ​ຊ້ອມ ຣົບດັ່ງກ່າວ​ຈະ​ເຮັດ​ໃຫ້ການ​ດຳ​ເນີນ​ຂັ້ນ​ຕອນ​ເພື່ອ​ເຮັດ​ໃຫ້​ແຫລມ​ເກົາຫລີ​ເປັນ​ເຂດ​ປອດ​ອາວຸດ​ນີວເຄລັຍ​ນັ້ນ ​ຕົກ​ຢູ່​ໃນ​ສະພາບບໍ່​ໄປ​ບໍ່​ມາ. ນອກ​ນັ້ນ ​ເກົາຫລີ​ເໜືອ​ຍັງ​ກ່າວ​ຕື່ມ​ວ່າ ຕົນ​ຈະ​ບໍ່​ປະຕິບັດ​ຕາມສັນຍາ​ສະ​ງົບ​ເສິກ ທີ່​ໄດ້ເຮັດ​ໃຫ້​ສົງຄາມ​ເກົາຫລີໃນ​ລະຫວ່າງ​ປີ 1950 ຫາ 53 ຍຸດຕິ​ລົງນັ້ນ ອີກ​ຕໍ່​ໄປ. ຄຳ​ເຕືອນ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ມີ​ການ​ສືບ​ຕໍ່ດຳ​ເນີນຄວາມ​ພະຍາ ຍາມທາງ​ການ​ທູດ​ ​ເພື່ອ​ຮື້​ຟື້ນ​ການ​ເຈຣະຈາ​ທ່ີ​ຕົກ​ຢູ່​ໃນ​ສະພາບ​ບໍ່​ຄືບ​ໜ້າກ່ຽວ​ກັບ​ການ​ຢຸດ​ໂຄງການ​ນີວ​ເຄລັຍ​ຂອງ​ເກົາຫລີ​ເໜືອ​ນັ້ນ.
ການ​ເມືອງ​ທີ່ໄທ: ຣັຖບານ​ໄທ​ກ່າວ​ວ່າ ຕົນ​ວາງ​ແຜນ​ທ່ີ​ຈະ​ໃຊ້​ມາດ​ຕະການ​ຮັກສາ​ຄວາມ​ປອດ​ໄພ​ທ່ີ​ເຂັ້ມ​ງວດ​ ໂດຍ​ອະນຸມັດ​ໃຫ້​ພວກ​ທະຫານ​ມີ​ອຳນາດ​ຢ່າງ​ກວ້າງຂວາງ​ ເພື່ອ​ຮັບ​ມື​ກັບ​ການ​ໂຮມ​ຊຸມນຸມປະ​ທ້ວງ ທີ່ກຳນົດ​ຈະ​ມີ​ຂຶ້ນ ໃນ​ວັນ​ອາທິດ​ໜ້າ​ນີ້​ ຂອງ​ພວກ​ສະໜັບສະໜຸນອະດີດ​ນາຍົກຣັຖມຸນຕີ​ທັກສິນ ​ຊິນນະ​ວັດ ​ທ່ີ​ກຳລັງໜີ​ໂທດຢູ່​ຕ່າງປະ​ເທດ​ນັ້ນ. ຮອງ​ນາຍົກຣັຖມຸນຕີໄທ ທ່ານສຸ​ເທບ​ ທອກ​ສຸບັນ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ທ່ານ​ຈະຂໍ​ຮ້ອງ​ຄນະຣັຖບານ​ໃນ​ວັນ​ອັງຄານ​ມື້​ອື່ນ​ນີ້ ​ໃຫ້​ນຳ​ໃຊ້​ກົດໝາຍ​ເພື່ອ​ຄວາມ​ປອດ​ໄພ​ພາຍ​ໃນ​ປະ​ເທດ ຊຶ່ງ​ຈະ​ອະນຸຍາດ​ໃຫ້​ພວກ​ທະຫານ​ຊ່ອຍ​ຕຳຫລວດຮັກສາ​ຄວາມ​ສະ​ງົບ​ໄດ້ ​ແລະ​ໃຫ້ອຳນາດ​ແກ່​ພວກ​ເຈົ້າ​ໜ້າ​ທ່ີ ມີສິດຫ້າມ​ຜູ້​ຄົນສັນຈອນ​ໄປມາ​ໃນ​ຍາມ​ກາງຄືນ​ແລະ​ຫ້າມປະຊາ ຊົນ​ທຳ​ການ​ໂຮມ​ຊຸມນຸມ​ກັນ​.
ການ​ໂຮມ​ຊຸມນຸມ​ປະ​ທ້ວງ ທ່ີ​ກຳນົດ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ14 ມີນາ​ນີ້​ ຈະ​ຢູ່​ພາຍ​ໃຕ້ການ​ນຳພາ​ຂອງແນວ​ຮ່ວມ​ເພື່ອ​ປະຊາທິປະ​ໄຕ​ຕໍ່ຕ້ານ​ອຳນາດ​ຜະ​ເດັດ​ການ​ຫລືກຸ່ມ UDD ທ່ີ​ນິຍົມ​ທັກສິນ ຫລື​ພວກ​ເສື້ອ​ແດງ​ນັ້ນ.
ທ່ານ​ທັກສິນໄດ້​ຂຽນ​ຂໍ້ຄວາມ​ອອກທາງ​ຄອມ​ພີ​ວ​ເຕີ​ໃນ​ວັນ​ເສົາ​ຜ່ານ​ມາ ​ ​ຮຽກຮ້ອງພວກ​ສະໜັບສະໜຸນ​ທ່ານ​ໃຫ້​ໄປ​ຮ່ວມ​ໃນ​ການ​ໂຮມ​ຊຸມນຸມ​ປະ​ທ້ວງ ແລະ​ຮຽກຮ້ອງ​ໃຫ້​ພວກ​ສະໜັບສະໜຸນ​ທ່ານ ​ດຳ​ເນີນ​ງານ​ເພື່ອ​ປະຊາທິປະ​ໄຕ ຄວາມ​ຍຸຕິ​ທັມ​ແລະ​ຄວາມ​ສະ​ເໝີ​ພາບ​ໃນ​ໄທ.
ການ​ເລືອກ​ຕັ້ງ​ທີ່​ອິຣັກ: ປະຊາຊົນ​ອິຣັກ​ບໍ່​ໄດ້​ເອົາ​ຫົວຊາ​ຕໍ່​ການ​ໂຈມ​ຕີ​ຂອງ​ພວກ​ກະບົດ​ ທ່ີ​ໄດ້​ສັງຫານ​ຜູ້​ຄົນ 38 ຄົນ​ໃນ​ວັນ​ອາທິດ​ວານ​ນີ້​ ​ແລະ​ພາກັນ​ອອກໄປ​ລົງ​ ຄະ​ແນນ​ສຽງ​ປ່ອນ​ບັດເອົາ​ສະມາຊິກສະພາ ​ໃນ​ການ​ເລືອກ​ຕັ້ງທີ່​ສະຫະ ຣັດ​ເອີ້ນ​ວ່າ ​ເປັນ​ເຫດການ​ສຳຄັນ​ທາງ​ປວັດ​ສາດ​ຂອງອິຣັກ. ການປ່ອນ​ບັດຄັ້ງນີ້ເປັນ​ການ ​ເລືອກ​ຕັ້ງ​ແຫ່ງ​ຊາດ​ຄັ້ງ​ທີ​ສອງ​ໃນ​ອິຣັກ ນັບ​ແຕ່​ກຳລັງ​ຂອງ​ປະ​ເທດ​ພັນທະ​ມິດ​ ພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະຣັດ ເຂົ້າ​ຮຸກ​ຮານ​ເພື່ອ​ຂົບ​ໄລ່ Saddam Hussein ອະດີດຈອມ​ຜະ​ເດັດ
ການ​ອິຣັກ​ ໃນ​ປີ2003 ​ເປັນ​ຕົ້ນ​ມາ. ຍັງ​ອີກ​ຫລາຍ​ມື້​ຈຶ່ງ​ຈະ​ຮູ້ຈັກ​ຜົນ​ຂອງ​ການ​ເລືອກ​ຂັ້ນ​ຕົ້ນ​ນັ້ນ.
ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ ກ່າວ​ວ່າ ປະຊາຊົນ​ອິຣັກ​ໄດ້​ກ້າວ​ໄປ​ຂ້າງໜ້າ​ ເພື່ອ​ສ້າງສາ​ປະ​ເທດ​ຂອງ​ເຂ​ົາ​ເຈົ້າ ​ເຖິງ​ແມ່ນ​ປະ​ເຊີນ​ກັບໄພ ​ຂົ່ມຂູ່ແຫ່ງ​ຄວາມ​ຮຸນ​ແຮງ​ ​ກໍ​ຕາມ. ທ່ານ​ໂອ​ບາ​ມາ​ໄດ້​ກ່າວ​ຍ້ອງຍໍກຳລັງ​ ຮັກສາ​ຄວາມ​ປອດ​ໄພ​ຂອງ​ອິຣັກ ທ່ີ​ໄດ້​ປົກ​ປັກ​ຮັກສາ​ພວກ​ປະຊາຊົນທີ່​ ໄປ​ໃຊ້​ສິດ​ຂອງ​ເຂົາ​ເຈົ້າ ຢູ່ໜ່ວຍ​ປ່ອນ​ບັດ​ນັ້ນ. ທ່ານ Nouri al-Maliki ນາຍົກຣັຖມຸນ​ຕີ ນິກາຍ Shi’ite ປະ​ເຊີນ​ກັບ
ການ​ແຂ່ງຂັນ​ທ່ີຍຸ່ງຍາກ ​ຈາກ​ພວກ​ພັນທະ​ມິດ​ເກົ່າ​ ທ່ີ​ນິຍົມ​ນິກາຍ Shi’ite ຕລອດ​ທັງ​ພວກ​ນັກ​ການ​ເມືອງ​ນິກາຍຊຸນ​ນີ​ ແລະຊາວ Kurds. ຄາດ​ວ່າ​ຈະ​ບໍ່​ມີ​ພັກ​ການ​ເມືອງ​ໃດ​ຈະ​ໄດ້​ຮັບ​ໄຊຊະນະ​ຢ່າງ​ຂາດ​ຮອຍ
​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ດັ່ງ​ນັ້ນ ຈຶ່ງ​ເບິ່ງ​ຄື​ວ່າ ຣັຖບານ​ຊຸດ​ໃໝ່ຂອງ​ອິຣັກ ຈະ​ເປັນຣັຖບານ​ປະສົມ.

XS
SM
MD
LG