ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໂຣກອ້ວນພີເກີນໄປຂອງເດັກນ້ອຍກາຍເປັນບັນຫາທີ່ແຜ່ຫລາຍ ໃນທົ່ວໂລກ


ອົງການອະນາໄມໂລກ ຫລື WHO ເວົ້າ ວ່າການມີຮ່າງກາຍ​ອ້ວນພີເກີນໄປຂອງ ເດັກນ້ອຍໄດ້ເປັນບັນຫາທີ່ກຳລັງແຜ່ຫລາຍ ຂຶ້ນນັບມື້ຊຶ່ງໄດ້ເກີດຂຶ້ນບໍ່ພຽງ ແຕ່ຢູ່ໃນບັນ ດາປະເທດຈະເລີນ ຫລື ອຸດສະຫະກຳເທົ່າ ນັ້ນ. ອົງການ WHO ໄດ້ລາຍງານວ່າທີ່ ຈິງແລ້ວ ອັດຕາເພີ້ມຂຶ້ນຂອງຈຳນວນເດັກ ນ້ອຍທີ່ອ້ວນພີເກີນໄປນັ້ນໄດ້ຖີບຕົວ​ສູງຂຶ້ນ ໃນພວກປະເທດກຳລັງພັດທະນາຫລາຍ ກວ່າໃນປະເທດພັດທະນາແລ້ວ.

ຢູ່ສະຫະຣັດເວລານີ້ກຳລັງມີການກະກຽມ​

ໂຄງການລິເລີ້ມເພື່ອຕໍ່ສູ້ຕ້ານຄວາມຕຸ້ຍຫລື​ການມີຮ່າງກາຍອ້ວນພີເກີນໄປຂອງເດັກນ້ອຍ. ທ່ານນາງ ມີ​ແຊລ ໂອບາມາ ພັນ​ລະ​ຍາ​ຂອງ​ປະທານາທິບໍດີສະຫະລັດ ໄດ້ເປັນຜູ້ນຳໜ້າ ພາທາງໂຄງການນີ້ ເພາະທ່ານນາງຄິດວ່າ ການມີ​ຮ່າງກາຍອ້ວນພີເກີນໄປຂອງເດັກນ້ອຍ ຢູ່ໃນປະເທດນີ້ບໍ່ແມ່ນເລື້ອງອື່ນໄກ ແຕ່ມັນເປັນສະພາບວິກິດການດ້ານສາທາລະນະສຸກ ຂອງປະເທດນີ້.

ອີງຕາມທ່ານ​ແພດ​ໃຫຍ່ຂອງກະຊວງ​ສາທາລະນະ​ສຸກ​ຂອງສະຫະລັດ, ເດັກນ້ອຍອາເມຣິ ກັນ 1​ ໃນ 3 ຄົນ​ໃດ ແມ່ນມີນ້ຳໜັກຫລືຕຸ້ຍພີ​ຫລາຍເກີນໄປ​ຊຶ່ງ​ໄດ້​ເຮັດ​ໃຫ້ເດັກນ້ອຍ​ອາ ເມຣິກັນ ສ່ຽງຕໍ່ການມີສະພາບຮ່າງກາຍທີ່ເປັນບັນຫາຮ້າຍແຮງ. ທ່ານນາງ ເວົ້າວ່າ "ມັນ ກຳລັງເປັນໄພຄຸກຄາມທັງພວກເດັກນ້ອຍ ແລະ ຄອບຄົວພວກເຮົາ, ແລະ ຍິ່ງສຳຄັນໄປ ກວ່ານັ້ນກໍຄືມັນເປັນໄພຂົ່ມຂູ່ ອານາຄົດຂອງປະເທດເຮົານຳ.

ນັບຕັ້ງແຕ່ ປີ 1980 ເປັນຕົ້ນມາ ອັດຕາເດັກນ້ອຍອາເມຣິກັນທີ່ຕຸ້ຍເກີນໄປຢູ່ໃນອາເມຣິ ກາໄດ້ເພີ້ມຂຶ້ນສອງເທົ່າ ແລະ ອັດຕາໄວໜຸ່ມ ທີ່ຕຸ້ຍເກີນໄປຢູ່ໃນອາເມລິການັ້ນໄດ້ເພີ້ມ ຂຶ້ນສາມເທົ່າ.

ທ່ານດຣ. Benjamin Caballero ທີ່ມະຫາວິທະຍາໄລ Johns Hopkins ໄດ້ເວົ້າວ່າ ການມີຮ່າງກາຍອ້ວນພີເກີນໄປເປັນປະເດັນສ່ຽງຕົ້ນຕໍທີ່ນຳໄປສູ່ການເປັນໂຣກຊ້ຳເຮື້ອ.

ໃນທົ່ວໂລກປະມານ 22 ລ້ານຄົນທີ່ມີ ອາຍຸຕໍ່າກວ່າ 5 ປີຄາດຄະເນວ່າມີນ້ຳ ໜັກຫລາຍເກີນໄປ. ແລະ ສຳລັບຄົນ ບາງຄົນການກິນອາຫານ ທີ່ຂາດທາດ ບຳລຸງແຕ່ຍັງນ້ອຍອາດ ເປັນສາເຫດ ເຮັດໃຫ້ເກີດພະຍາດນີ້. ມີຫລັກຖານພິ ສູດໃຫ້ເຫັນຢ່າງຫລວງຫລາຍແລ້ວວ່າ ການທີ່ບໍ່ໄດ້ກິນອາຫານທີ່ມີທາດບຳລຸງ ແຕ່ຍັງເຍົາໄວໄດ້ເຮັດໃຫ້ຄົນມີຄວາມ ສ່ຽງຕໍ່ການເປັນໂຣກຕຸ້ຍພີ ເກີນໄປ, ມີ ໂຣກເບົາ ຫວານ, ຫລື ໂຣກຫົວໃຈເມື່ອ ໄດ້ເປັນຜູ້ໃຫຍ່.

ການໃຫ້ເດັກນ້ອຍກິນອາຫານທີ່ມີໃຍແລະທາດໄຂມັນຕໍ່າ ແລະ ໃຫ້ພວກເຂົາອອກກຳ ລັງກາຍອາດຈະບໍ່ພຽງພໍທີ່ຈະແກ້ໄຂບັນຫານີ້ໄດ້.

ອີງຕາມອົງການອະນາໄມໂລກຄວາມທັນສະໃໝ ແລະ ສະພາບໂລກາພິວັດເປັນສອງປະ ເດັນທີ່ມີສ່ວນພາໃຫ້ເກີດມີການແຜ່ລະບາດຂອງໂຣກອ້ວນພີເກີນໄປ.

ຢູ່ໃນປະເທດກຳລັງພັດທະນາຫລາຍປະເທດ ໄດ້ມີການບໍລິໂພກອາຫານທີ່ມີທາດບຳ ລຸງໜ້ອຍ, ມີລະດັບນ້ຳຕານ ແລະ ທາດໄຂມັນທີ່ອີ່ມຕົວສູງ.

ທັງຍັງຂາດຂໍ້ມູນກ່ຽວກັບວ່າ ແມ່ນຫຍັງທີ່ພາໃຫ້ມີການກິນອາຫານທີ່ດີ ແລະ ແບບແຜນ ດຳລົງຊີວິດທີ່ມີສຸຂະພາບສົມບູນດີ.

ຢູ່ໃນສະຫະຣັດ ໂຄງການລິເລີ້ມເພື່ອຕໍ່ສູ້ຕ້ານຄວາມຕຸ້ຍ ຫລື​ ການມີ​ຮ່າງກາຍ​ອ້ວນພີ ເກີນໄປຂອງເດັກນ້ອຍຂອງທ່ານນາງ ມີ​ແຊລ ໂອບາມາ ແມ່ນແນໃສ່ການສຶກສາແກ່ ປວງຊົນທັງຫລາຍ.

ທີ່ຜ່ານມາ, ກໍໄດ້ມີການໃຊ້ຄວາມພະຍາຍາມແບບດຽວກັນນີ້ ໂດຍສະເພາະແມ່ນການ ຕ້ານການສູບຢາຊຶ່ງວ່າໄດ້ຜົນດີມາແລ້ວ.

ດຣ. Caballero ເວົ້າວ່າ ທ່ານນາງ ມີ​ແຊລ ໂອບາມາ ຄວນຈັດຕັ້ງພັນທະມິດຮ່ວມມື ກັນລະຫວ່າງບັນດາພັນລະຍາຂອງປະທານາທິບໍດີທັງຫລາຍ ເພື່ອຕ້ານກັບຄວາມຕຸ້ຍ ຫລື​ ການມີ​ຮ່າງກາຍ​ອ້ວນພີເກີນໄປຂອງເດັກນ້ອຍຢູ່ທົ່ວໂລກ.

XS
SM
MD
LG