ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີທາງອາກາດ ຂອງກຸ່ມເນໂຕ ສັງຫານພວກພົນລະເຮືອນຫລາຍຄົນໃນອັຟການີສຖານ


​ຂ່າວ ສະຖານະ​ການ​ໃນ​ອັຟກາ​ນີສຖານ: ຣັຖບານອັຟກາ​ນີສຖານ​ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ກຸ່ມ​ເນ​ໂຕ ​ໄດ້​ສັງຫານ​ພວກ​ພົນ​ລະ​ເຮືອນ​ ຢ່າງ​ນ້ອຍ 27 ຄົນ​ໃນ​ພາກໃຕ້​ຂອງ​ອັຟກາ​ນີສຖານ. ສະພາຣັຖມຸນຕີ ອອກ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ໃນ​ວັນ​ຈັນ​ມື້​ນີ້ ​ທຳ​ການ​ປະນາມ​ເຫດການ​ທ່ີ​ເກີດ​ຂຶ້ນ​ວ່າ ບໍ່​ມີເຫດຜົນ​ອັນ ໃດ​ ​ມາສະ​ໜັບສະ​ໜຸນ​ໄດ້​ເລີຍ. ຄຳ​ປະກາດ​ຂອງຣັຖບານ​ໄດ້​ຫລຸດ​ຈຳ ນວນ​ຄົນ​ຕາຍ​ລົງ ຈາກ 33 ຄົນ ທີ່​ໄດ້​ປະກາດ​ໄປ​ກ່ອນ​ໜ້າ​ນີ້.​ ທາງ​ຝ່າຍເນ​ໂຕ ​ກ່າວຢູ່ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງວ່າ ກຳລັງ​ຂອງ​ຕົນ​ໄດ້​ແນ​ເປົ້າ​ໝາຍ​ໃສ່​ພວກ​ກະບົດ​ໃນ​ແຂວງ Uruzgan ​ແລະ​ວ່າການໂຈມ​ຕີ​ທາງ​ອາກາດ​ບັ້ນນຶ່ງ ​ໄດ້​ສັງຫານ ແລະ​ເຮັດ​ໃຫ້ພວກ​ພົນ​ລະ​ເຮືອນຫລາຍ​ຄົນ​ເສັຍ​ຊີວິດ​ແລະ​ບາດ​ເຈັບ​ໂດຍ​ບັງ​ເອີນ ​ແຕ່​ບໍ່​ໄດ້​ບອກ​ຈຳນວນ​ພວກ​ເຄາະ​ຮ້າຍ​ໃຫ້​ຮູ້.
ນາຍ​ພົນ Stanley McChrystal ຜູ້​ບັນຊາ​ການ​ກຳລັງ​ນາໆ​ຊາດ​ທ່ີອັຟກາ​ນີສຖານ​ໄດ້​ສະ​ແດງ​ຄວາມ ເສັຍ​ໃຈ​ນຳ​ເຫດການ​ດັ່ງກ່າວ ​ໂດຍ​ກ່າວ​ວ່າ ການ​ເຮັດ​ໃຫ້ພວກ​ພົນລະ​ເຮືອນ​ບາດ​ເຈັບຫລື​ເສັຍ​ຊີວິດ ​ເປັ​ນ ການບ່ອນ​ທຳລາຍ​ຄວາມໄວ້​ວາງໃຈ​ຂອງ​ປະຊາຊົນ​ອັຟກາ​ນີສຖານ ​ໃນ​ ​ພາລະກິດ​ຂອງ​ກຸ່ມ​ເນ​ໂຕນັ້ນ. ​ແຂວງ Uruzgan ຕັ້ງ​ຢູ່​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ແຂວງHelmand ບ່ອນ​ທ່ີ​ກອງກຳລັງ​ຂອງ​ກຸ່ມ​ເນ​ໂຕ ​ແລະ​ອັຟກາ​ນີສຖານພວມ​ທຳ​ການກວດ​ລ້າງ​ຄັ້ງ​ໃຫຍ່ ​ຕໍ່​ພວກ​ກະບົດ​ຕາ​ລີ​ບັນ​.
​ເຣື່ອງນີວ​ເຄລັຍ​ຂອງ​ອິຣ່ານ: ອິຣ່ານກ່າວ​ວ່າ ຕົນ​ກຳລັງ​ວາງ​ແຜນ​ທ່ີ​ຈະ​ເລີ້ມ​ສ້າງ​ໂຮງ​ງານ​ກັ່ນທາດ ​ຢູ​ເຣນຽມ​ໃໝ່ເພື່ອ​ຍົກ​ລະດັບ​ຫລື​ເກຣດຂຶ້ນອີກ​ 2 ​ແຫ່ງ. ສື່​ມວນ​ຊົນ​ແຫ່ງ ຣັດອິຣ່ານ ອ້າງ​ຄຳ​ເວົ້າຂອງ​ທ່ານ Ali Akbar Salehi ຫົວໜ້າ​ໂຄງ ການ​ນີວ​ເຄລັຍ​ຂອງ​ອິຣ່ານ ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ການ​ກໍ່ສ້າງ​ໂຮງງານ​ກັ່ນ​ທາດ​ຢູ​ເຣນຽມ​ໃໝ່ ຈະ​ເລີ້ມ​ຂຶ້ນ​ໃນປີໜ້າ​ ຕາມ​ປະຕິທິນ​ຂອງ​ອິຣ່ານ ຊຶ່ງ​ ເລີ້ມຕົ້ນ​ຂຶ້ນ​ໃນ​ເດືອນ​ມີນາໜ້າ​ນີ້.
ອິຣ່ານ​ໄດ້ປະກາດ​ໃຫ້​ຮູ້​ໃນ​ເດືອນ​ພະຈິກ​ປີຜ່ານມາ​ນີ້​ ແຜນການ​ຈະ​ສ້າງ​ໂຮງ​ກັ່ນທາ​ດຢູ​ເຣນຽມ​ໃໝ່​ 10 ​ແຫ່ງ​ ​ເພິ່ມ​ໃສ່​ນຶ່ງແຫ່ງ​ທ່ີ​ຕົນມີ​ຢູ່ໃນ​ປັດ ຈຸບັນ​ທ່ີ​ເມືອງ Natanz ນັ້ນ ​ໃນ​ຂະນະ​ທ່ີ​ອິຣ່ານສືບ​ຕໍ່​ທ້າ​ທາຍ​ຕໍ່​ຄຳຮຽກ ຮ້ອງ​ຂອງ​ນາໆ​ຊາດ​ເພື່ອ​ໃຫ້​ຕົນ​ຢຸດ​ການ​ກັ່ນ​ທາດ​ຢູ​ເຣນຽມນັ້ນ.ສະຫະຣັດ​ແລະ​ພວກ​ປະ​ເທດ​ມະຫາ​ອຳນາດ​ອື່ນໆ​
ພາກັນ​ຢ້ານ​ກົວ​ວ່າ ການ​ຍົກ​ລະດັບ​ທາດ​ຢູ​ເຣນຽມ​ເພ່ີມ​ຂຶ້ນ​ຂອງ​ອິຣ່ານນີ້ ອາດ​ສາມາດ​ມີວັດ ຖຸ​ປະສົງ​ເພື່ອ​ຜລິດ​ອາວຸດ​ນີວ​ເຄລັຍ​ກໍໄດ້ ​ແຕ່​ທາງ​ກຸງ​ເຕຮິຣ່ານຢືນ​ຢັດ​ວ່າ ​ໂຄງການ​ນີວ​ເຄລັຍ​ຂອງ​ຕົນ​ແມ່ນ​ເພ່ືອ​ເປົ້າ​ໝາຍທາງ​ສັນຕິເທົ່າ​ນັ້ນ. ຣັຖບານ​ກຸງ​ວໍ​ຊິງ​ຕັນໄດ້ນຳ​ພາ ​ຄວາມພະຍາຍາມເພື່ອ​ໃຫ້​ມີ​ການ​ລົງ​ໂທດ​ຄັ້ງ​ທີສ່ີ​ຂອງ​ສະຫະ​ປະຊາ​ຊາດ​ຕໍ່​ອິຣ່ານ ​ຍ້ອນ​ກິດຈະກຳ​ດ້ານ​ນີວ​ເຄລັຍ​ຂອງ​ອິຣ່ານນັ້ນ.
​ໃນ​ວັນ​ອາທິດ​ວານ​ນີ້ ນາຍ​ພົນ David Petraeus ​ແຫ່ງ​ສະຫະຣັດ ກ່າວ​ວ່າ ສະຫະຣັດຈະ​ທຳ​ຄວາມ​ກົດ​ດັນເພີ່ມຂຶ້ນ​ອີກ​ຕໍ່​ອິຣ່ານ ​ໂດຍ​ກ່າວ​ວ່າ ຕົນ​ໄດ້​ໃຫ້​ໂອກາດ​ທຸກ​ຢ່າງ​ແກ່ຣັຖບານ​ກຸງ​ເຕຮິຣ່ານແລ້ວ ​ເພື່ອໃຫ້​ແກ້​ໄຂ​ບັນຫາຂັດ​ແຍ່ງ​ກັນນີ້​ໂດຍ​ຜ່ານ​ທາງ​ການ​ທູດ.
ຄວາມ​ວຸ້ນວາຍ​ທີ່ຟີ​ລິບ​ປິນ: ບັນດາ​ນາຍ​ທະຫານ​ຟີ​ລິບ​ປິນກ່າວ​ວ່າ ຜູ້​ບັນຊາ​ການ​ສູງ​ສຸດ​ຂອງກຸ່ມ Abu Sayyaf ທ່ີ​ມີ​ສາຍ​ພົວພັນ​ກັບ​ກຸ່ມ al-Qiada ​ໄດ້​ເສັຍ​ຊີວິດ​ໄປໃນ​ ການ​ສູ້ຣົບກັນ​ໃນ​ເຂດພາກ​ໃຕ້ທີ່ວຸ້ນ​ວາຍ​ ໃນ​ຕອນ​ເຊົ້າ​ວັນ​ອາທິດວານ​ນີ້.
ນາຍ​ພົນ​ໂທ Benjamin Dolorfino ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ທາງ ກອງທັບ​ໄດ້​ຢືນຢັນ​ວ່າ ນາຍ Albader Parad ​ແມ່ນຮວມຢູ່​ໃນພວກນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ 6 ຄົນ​ທ່ີ​ເສັຍ​ຊີວິດ​ໄປ​ໃນ​ການ​ຍິງ​ຕໍ່ສູ້​ ກັນເທິງ​ເກາະ Jolo ນັ້ນ. ນາຍ Parad ​ໄດ້​ເປັນ​ຜູ້ນຳ​ພາ​ໃນ​ ການ​ລັກພາ​ໂຕ ໃນ​ປີ​ແລ້ວ​ນີ້ ​ພວກ​ພນັກ​ງານ​ສະພາກາ​ແດງ 3 ຄົນ​ ທີ່ໄດ້​ຖືກ​ປ່ອຍ​ໂຕ​ເປັນ​ອິດສະຣະ​ໃນ ເວລາ​ຕໍ່​ມາ. ນາຍ​ພົນ Dolorfino ກ່າວ​ວ່າ ການ​ສັງຫານນາຍ Paradເປັນຄວາມ​ສຳ​ເຣັດອັນ​ຍິ່ງ ​ໃຫຍ່​ສຳລັບ​ກອງທັບ. ບັນດາ​ນາຍ​ທະຫານ​ອື່ນໆ​ອີກ​ເວົ້າ​ວ່າ ນ້ອງ​ຊາຍ​ຂອງ​ນາຍ Parad ຄື​ນາຍ Umbra Jumdail ຊຶ່ງ​ເປັນແກນ​ນຳ​ຂອງ​ກຸ່ມ Abu Sayyaf ກໍ​ໄດ້​ຖືກ​ຂ້າ​ຕາຍ​ເຊັ່ນ​ກັນ. ກອງທັບ​ຟີ​ລິບ​ປິນ ກ່າວ​ວ່າ ທະຫານຝ່າຍຣັຖ ບານ 3 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ປະ​ທະ​ກັນ​ຄັ້ງ​ນີ້.
​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ທາງ​ການ​ຟີ​ລິບ​ປິນ​ປະກາດ​ໃຫ້​ຊາບ​ວ່າ ເຂົາເຈົ້າ​ໄດ້​ຈັບ​ກຸມ​ຊາຍ​ຄົນ​ນຶ່ງ​ທ່ີ​ສົງ​ໄສ​ວ່າ​ເປັນ​ກະບົດ​ມຸສລິ​ມ ທ່ີ​ຖືກ​ກ່າວຫາ​ວ່າ ​ເປັນ​ຜູ້​ລັກພາ​ໂຕ​ນັກ​ທ່ອງ​ອາ​ເມຣິກັນ 3 ຄົນ​ໄປ​ເມື່ອ 9 ປີກ່ອນ​ນີ້ ​ແລະ​ວ່າ ນາຍ Jumadail Arad ​ໄດ້​ຖືກ​ຈັບ​ກຸມ​ໃນ​ວັນ​ພະຫັດ​ຜ່ານ​ມາ​ ທ່ີ​ທ່າ​ເຮືອແຫ່ງ​ນຶ່ງ​ໃນ​ກຸງ​ມາ​ນີລາ.
ສະຫະຣັດ​ແລະ​ໄຕ້​ຫວັນ: ລາຍ​ງານ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະຣັດສະບັບ​ນຶ່ງ​ກ່າວ​ວ່າ ຝຸງ​ເຮືອບິນຣົບ​ໄອ​ພົ່ນ​ຂອງ​ໄຕ້​ຫວັນ ​ບໍ່​ສາມາດ​ທ່ີ​ຈະຕໍ່ຕ້ານການ​ໂຈມ​ຕີ​ຈາກ​ຈີນ​ໄດ້​ ຍ້ອນວ່າ​ພວກ​ເຮືອບິນຣົບ​ເຫລົ່າ​ນີ້​ເກົ່າ​ແກ່​ລ້າ​ສະ​ໄໝ ​ແລະ​ມີ​ບັນຫາ​ໃນ​ການ​ບຳລຸງຮັກສາ. ລາຍ​ງານດັ່ງກ່າວ ທ່ີອົງການ​ສືບ​ລັບ​ຂອງ​ກະຊວງປ້ອງ​ກັນ​ປະ​ເທດ​ຂອງ ສະຫະຣັດ​ ນຳ​ອອກເປີດ​ເຜີຍ​ອອກ​ທ່ີ​ໄຕ້​ຫວັນ​ ກ່າວ​ວ່າເຖິງ​ແມ່ນ​ເກະໄຕ້​ ຫວັນ​ມີ​ເຮືອບິນຣົບເກືອບຮອດ 400 ລຳ​ຢູ່​ໃນ​ບັນຊີ​ຂອງ​ຕົນ​ກໍ​ຕາມ ​ແຕ່​ພວກ​ເຮືອບິນ​ທີ່​ສາມາດ​ໃຊ້​ປະ​ຕິ​ບັດ​ການ​ໄດ້​ແທ້ໆ​ນັ້ນ ​ແມ່ນ​ມີ​ໜ້ອຍ​ກ່ວານັ້ນຫລາຍ.
ການເປີດ​ເຜີຍລາຍ​ງານ​ສະບັບ​ນີ້ ຊຶ່ງເປັນ​ການ​ກະທຳ​ຕາມ​ຄຳ​ສັ່ງ​ຂອງ ຣັຖສະພາ​ສະຫະຣັດ ​ ​ແມ່ນມີ​ຂຶ້ນ​ໃນທ່າມກາງ​ທ່ີ​ໄຕ້​ຫວັນກຳລັງທຳ ຄວາມ​ພະຍາຍາມ​ສືບ​ຕໍ່​ມາ ​ເພື່ອຂໍ​ຊື້ເຮືອບິນຣົບຮຸ່ນ F-16 ທ່ີ​ທັນ​ສະ​ໄໝ​ຫລາຍ​ກ່ວາ​ລຸ້ນທີ່​ໄຕ້​ຫວັນ​ມີ​ຢູ່ນັ້ນ ​ຈາກສະຫະຣັດ 66 ລຳ.
ຈີນ​ໄດ້​ສະ​ແດງ​ປະຕິກິຣິຍາ​ຢ່າງໂກດ​ແຄ້ນ​ໃນ​ເດືອນ​ແລ້ວ​ນີ້ ຫລັງ​ຈາກ ຣັຖບານ​ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ ເປີດ​ເຜີຍ​ໂຄງການ​ຂາຍ​ອາວຸດ​ຊຸດ​ທຳ​ອິດ​ຂອງ​ຕົນ​ໃຫ້​ໄຕ້​ຫວັນ ​ແຕ່​ບໍ່​ມີ​ເຮືອບິນ F-16 ​ໂຮມ​ຢູ່​ນຳ​ນັ້ນ.
ທີ່ມຽນມ້າ: ມີ​ລາຍ​ງານ​ຂ່າວວ່າ ພວກອຳນາດ​ປົກຄອງ​ທະຫານ​ມຽນມ້າ ຕຽມ​ພ້ອມ ທ່ີ​ຈະ​ອອກ​ກົດ​ລະບຽບ​ໃໝ່ ​ທ່ີ​ຈະ​ຮັດ​ເຄັ່ງ​ການ​ຄວບ​ຄຸມ​ຂອງ​ຕົນ​ຕໍ່​ພວກ ພຣະສັງ​ສາດສະໜາ​ພຸດ​ຢູ່ໃນ​ປະ​ເທດ​ ລ່ວງໜ້າການ​ເລືອກ​ຕັ້ງ​ທົ່ວ​ໄປທ່ີ​ຈະ​ມີ​ຂຶ້ນ​ໃນ​ປີ​ນີ້. ໜັງສືພິມ​ ​Myanma Ahlin ຂອງທາງ​ການ ​ແຈ້ງ​ໃຫ້​ຊາບ​ວ່າ ທ່ານ Ashin Kumara ປະທານ​ຄນະ​ກັມມະການ​ຄວບ​ຄຸມ​ສົງ​ຂອງຣັຖບານ ຫລື​ຄນະກັມມະການ​ສົງ ຈະ​ຮຽກ​ກອງ​ປະຊຸມພວກ​ເຈົ້າ​ອາວາດ​ອາວຸ​ໂສ ຊຶ່ງ​ຈະ​ມີ​ການ​ປະກາດ​ຫລັກ​ຊີ​ນຳ​ໃໝ່​ຕ່າງໆ​ໃຫ້​ຮູ້ ຢູ່​ໃນກອງ​ປະຊຸມ​ນັ້ນ.
ນັບ​ແຕ່ມີການ​ເດີນ​ຂະ​ບວນປະ​ທ້ວງ​ຂອງພະສົງ​ຄັ້ງ​ໃຫຍ່​ໃນ​ເດືອນກັນຍາ ​ປີ2007​ເປັນ​ຕົ້ນ​ມາ ພວກ​ພຣະສົງ​ໃນ​ທົ່ວ​ປະ​ເທດ​ໄດ້​ຖືກ​ຄວບ​ຄຸມ​ຢ່າງ​ເຄັ່ງ​ຄັດ​ຈາກຣັຖບານ​ທະຫານ. ບັນດາ​ຜູ້​ສັງ​ເກດ​ການກ່າວ​ວ່າ ​ເປັນ​ທ່ີ ຈະແຈ້ງ​ວ່າ ຣັຖບານ​ທະຫານ​ມຽນມ້າ ກຳລັງ​ພະຍາຍາມຈະ​ຄວບ​ຄຸມ ການຄັດຄ້ານ​ຕໍ່​ການ​ເລືອກ​ຕັ້ງ​ທ່ີ​ອາດ​ຈະ​ມີ​ຂຶ້ນໄປໄດ້​ ຈາກ​ພວກ​ພຣະສົງ​ນັ້ນ. ຣັຖບານ​ມຽນມ້າໄດ້​ກ່າວວ່າ ການ​ເລືອກ​ຕັ້ງ​ຈະ​ມີ​ຂຶ້ນ​ໃນ​ທ້າຍ​ປີ​ນີ້ ​ເພື່ອ​ຫັນປ່ຽນ​ປະ​ເທດ​ໄປ​ສູ່​ລະບອບ​ປະຊາທິປະ​ໄຕ ​ແຕ່​ບໍ່​ໄດ້​ແຈ້ງ​ວັນ​ເວລາ​ໃຫ້​ຊາບ.
ກ່ຽວ​ກັບ​ເຮ​ຕີ: ປະທານາທິບໍດີ​ເຮ​ຕີ ກ່າວ​ວ່າ ຈຳນວນ​ຜູ້ເສັຍ​ຊີວິດຈາກ​ໄພ​ແຜ່ນດິນ​ໄຫວ​ຄັ້ງ​ຮ້າຍ​ແຮງ​ໃນ​ເດືອນ​ ແລ້ວ​ນີ້​ ສາມາດ​ມີ​ເຖິງ 3 ​ແສນ​ຄົນ​ໄດ້ ​ເວລາ​ໃດ​ໄດ້​ມີ​ການ​ກູ້​ເອົາຊາກ​ສົບຂອງ​ຜູ້​ເຄາະ​ຮ້າຍ​ທ່ີ​ຖືກຖົມຢູ່​ກ້ອງ​ສິ່ງ​ຫັກ​ພັງຂອງ​ອາຄານຕ່າງໆ​ ອອກ​ມາ​ໄດ້ໝົດ​ແລ້ວ. ທ່ານ Rene Preval ກ່າວ​ໃນ​ມື້ວານ​ນີ້​ວ່າ ​ໄດ້​ມີ​ການ ​ເກັບ​ກູ້​ເອົາ​ຊາກ​ສົບ ມາ​ຈາກ​ຖະໜົນ​ຫົນທາງ ​ໄດ້​ຫລາຍ​ກ່ວາສອງ​ແສນ​ສົບ ​ແຕ່​ກໍ​ເຊື່ອ​ວ່າ​ຍັງ​ມີ​ສົບ​ຄົນ​ອື່ນໆອີກ​ເປັນ​ຈຳນວນ​ຫລວງຫລາຍ ຕົກ​ຄ້າງ​ຢູ້​ໃຕ້​ຊາ​ກ ຫັກ​ພັງຕ່າງໆ.
​ທ່ານ Preval ​ໄດ້​ມີ​ຄວາມ​ເຫັ​ນດັ່ງກ່າວ ຕໍ່​ກອງ​ປະຊຸມ​ພວກ​ຜູ້ນຳ​ປະ​ເທດ​ໃນ​ເຂດອາ​ເມຣິກາ​ລາ​ຕິນ​ແລະ​ໃນ​ເຂດ​ທະ​ເລກາຣິບບຽນ ທ່ີ​ເມັກ​ຊິ​ໂກ ຊຶ່ງ​ທ່ານ​ໄດ້ກ່າວ​ຕື່ມວ່າ ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຮີບ​ດ່ວນ​ທ່ີ​ສຸດ​ຂອງ​ເຮ​ຕີ​ໃນ​ເວລາ​ນີ້ ​ແມ່ນ​ການ​ກໍ່ສ້າງບ່ອນຢູ່​ອາ​ໄສ​ສຸກ​ເສີນ​ໃຫ້​ແກ່ ພວກ​ທີ່​ໄດ້​ຮັບ​ເຄາະ​ທັງຫລາຍ.
​ເວລາ​ນີ້ ປະຊາຊົນ​ເຮ​ຕີ​ໃນ​ຈຳນວນ​ປະມານ 1 ລ້ານ 5 ​ແສນ​ຄົນ​ຍັງ​ພາກັນພັກ​ພາ​ອາ​ໄສຢູ່​ໃນຄ້າຍ​ຕູບ​ຜ້າ​ຕັ້ງ ທ່ີຢູ່​ກັນ​ຢ່າງ​ໜາ​ແໜ້ນ ​ແລະ
ພວກ​ພນັກ​ງານ​ຊ່ອຍ​ເຫລືອ​ບັນ​ເທົາ​ທຸກ ກ່າວ​ວ່າ ສະພາບ​ການ​ດັ່ງກ່າວ​ສາມາດ​ພາ​ໃຫ້​ເກີດ​ໂຣກລະບາດ​ຂຶ້ນ​ໄດ້ ​ເວລາ​ລະດູ​ຝົນ​ເລີ້ມ​ຂຶ້ນ​ໃນ​ເດືອນ​ມີນາ​ໜ້າ​ນີ້.
​ແຜ່ນ​ດີ​ນ​ໄຫວ​ທ່ີ​ເກີດ​ຂຶ້ນເມື່ອວັນ​ທີ 12 ມັງກອນ​ຜ່ານ​ມາ​ນີ້ ​ໄດ້​ເຮັດ​ໃຫ້
ນະຄອນຫລວງ Port-au-Prince ຂອງ​ເຮ​ຕີ​ແລະ​ພວກ​ຂົງ​ເຂດ​ອ້ອມ​ແອ້ມ​ ຢູ່​ໃນ​ສະພາບພັງ​ທະລາ​ຍ​ ​ເກືອ​ບວ່າ​ຢ່າງ​ສີ້​ນ​ເຊີງ.

XS
SM
MD
LG