ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ມີການໃຫ້ຄຳໝັ້ນສັນຍາ 140 ລ້ານໂດລາ ເພື່ອສົບທົບ ກອງທຶນໃໝ່ ໃນອັຟການິສຖານ


ອັຟການິສຖານ: ກອງປະຊຸມນາໆຊາດ ເພື່ອ ສ້າງສະເຖັຽຣະພາບ ໃນອັຟການິສຖານ ໄດ້ປິດ ລົງ ທີ່ກຸງລອນດອນ ໂດຍທີ່ ຄະນະຜູ້ຕາງໜ້າ ຂອງປະເທດຕ່າງໆ ໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະ ອອກເງິນສົມທົບຫລາຍກວ່າ 140 ລ້ານໂດລາ ເຂົ້າໃນກອງທຶນໃໝ່ ທີ່ແນໃສ່ເພື່ອນຳເອົາພວກ ຫົວຮຸນແຮງ ທາລີບານ ກັບຄືນເຂົ້າຮ່ວມຢູ່ໃນ ສັງຄົມ ຂອງຊາວ ອັຟການິສຖານ. ຣັຖມຸນຕຣີ ການຕ່າງປະເທດອັງກິດ ທ່ານ DAVID MILI BAND ໄດ້ປະກາດ ກ່ຽວກັບ ການໃຫ້ຄຳໝັ້ນ ສັນຍາ ດັ່ງກ່າວ ໃນວັນພະຫັດວານນີ້ ໃນຕອນ ທ້າຍ ຂອງກອງປະຊຸມ ເປັນເວລານຶ່ງມື້ ທີ່ມີຄະ ນະຜູ້ຕາງໜ້າ ຈາກປະມານ 70 ປະເທດ ເຂົ້າຮ່ວມ. ນາຍົກຣັຖມຸນຕຣີອັງກິດ ທ່ານ GORDON BROWN ກ່າວວ່າ ກອງທຶນໃໝ່ທີ່ວ່ານີ້ ຈະນຳໃຊ້ ໃນໂຄງການສ້າງຄວາມ ປອງດອງຊາດ ແລະໃຫ້ທາງເລືອກ ໃນດ້ານເສຖກິດ ສຳລັບພວກທີ່ ບໍ່ເຄີຍມີທາງເລືອກມາ ກ່ອນ. ສ່ວນປະທານາທິບໍດີ ອັຟການິສຖານ ທ່ານ HAMID KARZAI ກ່າວວ່າ ທ່ານ ຈະຮຽກໃຫ້ເປີດ ກອງປະຊຸມ ສັນຕິພາບ ຂອງພວກຜູ້ນຳ ຊົນເຜົ່າອະວຸໂສ ແລະເຊີນສະມາ ຊິກຂອງກຸ່ມທາລີບານ ໄປຮ່ວມ ເພື່ອປຶກສາຫາຣື ກ່ຽວກັບ ການສ້າງຄວາມປອງດອງຊາດ ໃນອັຟການິສຖານ.

ອິສຣາແອລ - ຮາມັສ: ກຸ່ມຫົວຮຸນແຮງ ປາແລສໄຕນ໌ຮາມັສ ກ່າວວ່າ ອິສຣາແອລ ໄດ້ສັງຫານ ຜູ້ບັນຊາການ ອະວຸໂສຄົນນຶ່ງ ຂອງຕົນ ແລະປະກາດວ່າ ກຸ່ມຮາມັສ ຈະ ແກ້ແຄ້ນ ກ່ຽວກັບ ການສັງຫານ ທີ່ວ່ານີ້. ກຸ່ມຮາມັສ ກ່າວວ່າ ນາຍ MAHMOUD AL-MABHOUH ໄດ້ຖືກຂ້າຕາຍ ທີ່ດູໄບ ຊຶ່ງເປັນສ່ວນນຶ່ງ ຂອງສະຫະຣັດ ອາຣັບ ເອເມີເຣັທສ໌ ໃນວັນທີ 20 ເດືອນນີ້. ໃນ ຖແລງຂ່າວສະບັບນຶ່ງທີ່ນຳອອກເຜີຍແຜ່ ໃນວັນສຸກມື້ນີ້ ກຸ່ມຮາມັສປະກາດວ່າ ຈະທຳການ ຕອບໂຕ້ ຕໍ່ການກໍ່ອາຊຍາກັມຂອງອິສຣາແອລ ໃນເວລາທີ່ເໝາະສົມ. ກຸ່ມຮາມັສ ບໍ່ໄດ້ໃຫ້ ລາຍລະອຽດໃດໆ ກ່ຽວກັບການເສັຽຊີວິດ ຂອງຜູ້ຊາຍຄົນນີ້ ແຕ່ເວົ້າວ່າ ຕົນກຳລັງດຳເນີນ ງານ ຮ່ວມກັບ ພວກເຈົ້າໜ້າທີ່ ສະຫະຣັດ ອາຣັບ ເອເມີເຣັທສ໌ ເພື່ອສືບສວນ ກ່ຽວກັບ ເຣື່ອງນີ້. ອິສຣາແອລ ບໍ່ໄດ້ໃຫ້ຄວາມເຫັນໃດໆ ກ່ຽວກັບເຣື່ອງດັ່ງກ່າວ. ກຸ່ມຮາມັສເວົ້າວ່າ ນາຍ MABHOUH ຊຶ່ງເປັນ ສະມາຊິກກໍ່ຕັ້ງ ທາງດ້ານທະຫານຂອງກຸ່ມຮາມັສ ເປັນຜູ້ຮັບ ຜິດຊອບ ໃນການໂຈມຕີ ແລະການໂຈມຕີ ສະລະຊີບ ດ້ວຍຣະເບີດ ຫຼາຍໆຮ້ອຍຄັ້ງ ຕໍ່ອິສຣາແອລນັ້ນ.

ອີຣ່ານ - ນິວເຄລັຽ: ສະພາສູງ ຂອງສະຫະ ຣັດ ໄດ້ໃຫ້ການອະນຸມັດ ຕໍ່ຮ່າງກົດໝາຍ ທີ່ຈະ ເສີມຂຍາຍ ການລົງໂທດ ທີ່ແນໃສ່ ເພື່ອກົດດັນ ໃຫ້ອີຣ່ານຢຸດເຊົາກິຈກັມ ດ້ານນິວເຄຼັຽທີ່ມີຄວາມ ຫລໍ່ແຫລມນັ້ນ. ຮ່າງກົດໝາຍ ການລົງໂທດຊຶ່ງ ໄດ້ຮັບຜ່ານດ້ວຍການລົງຄະແນນສຽງທາງປາກ ເປົ່າ ໃນວັນພະຫັດວານນີ້ ຈະແນເປົ້າໝາຍໃສ່ ເພື່ອຄວບຄຸມ ບັນດາບໍຣິສັດ ທີ່ສົ່ງອອກ ນຳມັນ ກັ່ນແລ້ວ ໄປຍັງອີຣ່ານ ຫລືຊ່ອຍອີຣ່ານໃນການ ເສີມສ້າງຄວາມສາມາດ ກ່ຽວກັບການກັ່ນນຳມັນ. ໃນດ້ານນຶ່ງນັ້ນ ບໍຣິສັດເຫລົ່ານີ້ ຈະຖືກປະຕິເສດ ໃນການຂໍເງິນກູ້ຢືມ ຫລືການຊ່ອຍເຫລືອອື່ນໆ ຈາກສະຖາບັນການເງິນ ຂອງສະຫະຣັດ. ອີຣ່ານ ຊຶ່ງເປັນປະເທດ ຜລິດນຳມັນດິບ ທີ່ສຳຄັນປະເທດນຶ່ງນັ້ນ ຕ້ອງໄດ້ນຳເຂົ້າ 40% ຂອງນຳມັນ ທີ່ກັ່ນແລ້ວ ຍ້ອນບໍ່ມີ ໂຮງກັ່ນນຳມັນ ພຽງພໍ. ສະພາຕຳ ຂອງສະຫະຣັດ ໄດ້ຮັບຮອງເອົາ ຮ່າງກົດໝາຍ ແບບດຽວກັນນີ້ແລ້ວ. ຄວາມແຕກຕ່າງ ລະຫວ່າງ ຮ່າງກົດໝາຍທັງສອງ ຈະຕ້ອງໄດ້ຮັບ ການແກ້ໄຂ ກ່ອນທີ່ປະທານາທິບໍດີ BARACK OBAMA ຈະລົງນາມ ໃຫ້ເປັນກົດໝາຍ.

ເກົາຫລີ - ຄວາມເຄັ່ງຕຶງ: ເກົາຫລີໃຕ້ກ່າວ ວ່າ ເກົາຫລີເໜືອ ໄດ້ຍິງປືນໃຫຍ່ໄປໃສ່ບໍຣິເວນ ຊາຍແດນທີ່ຍັງມີການຂັດແຍ້ງ ໃນທະເລເຫຼືອງ ເປັນມື້ທີ 3 ລຽນຕິດ ໃນວັນສຸກມື້ນີ້. ໂຄສົກຄົນ ນຶ່ງຂອງຄະນະເສນາທິການຮ່ວມ ຂອງກອງທັບ ເກົາຫລີໃຕ້ກ່າວວ່າ ເກົາຫຼີເໜືອໄດ້ຍິງປືນໃຫຍ່ ປະມານ 20 ລູກ ໄປໃສ່ເຂດນ່ານນຳ ຂອງເກົາ ຫລີເໜືອ ໃກ້ໆເກາະ YEONPYEONG ຂອງ ເກົາຫລີໃຕ້. ພຽງຢາງເວົ້າວ່າ ການຍິງປືນໃຫຍ່ ທີ່ວ່ານີ້ ແມ່ນພາກສ່ວນນຶ່ງ ໃນການຊ້ອມຣົບ ທາງທະຫານ ປະຈຳປີ. ເກົາຫລີໃຕ້ ໄດ້ຍິງປືນ ໃຫຍ່ຂອງຕົນ ເປັນການເຕືອນ ຫລັງຈາກເກົາຫລີເໜືອ ໄດ້ຍິງປືນໃຫຍ່ ຮອບທຳອິດ ໃນມື້ວັນພຸດຜ່ານມາ ແຕ່ຫຼັງຈາກນັ້ນ ກໍບໍ່ໄດ້ຍິງປືນໃຫຍ່ ຕອບໂຕ້ໃດໆ. ໃນການໃຫ້ສຳພາດ ແກ່ໂທຣະພາບ BBC ຂອງອັງກິດນັ້ນ ປະທານາທິບໍດີ ເກົາຫລີໃຕ້ ທ່ານ LEE MYUNG BAK ກ່າວວ່າ ມັນເປັນເຣື່ອງ ທີ່ບໍ່ເພິ່ງປາຖນາ ທີ່ເກົາຫລີເໜືອ ຈະທຳການຂົ່ມຂູ່ ໃນທຳນອງນີ້. ທ່ານ LEE ເວົ້າວ່າ ອຳນາດການປົກຄອງ ຂອງເກົາຫລີເໜືອ ອາດຈະພະຍາຍາມ ທີ່ຈະກົດດັນໃຫ້ ເກົາຫລີໃຕ້ ເປີດການເຈຣະຈາຄືນໃໝ່ ລະຫວ່າງ 2 ເກົາຫລີ ຫລືບີບບັງຄັບ ໃຫ້ສະຫະຣັດ ເຂົ້າຮ່ວມການເຈຣະຈາ ສັນຕິພາບ ຢ່າງເປັນທາງການ.

ອິນໂດເນເຊັຽ - ປະທ້ວງ: ຊາວອິນໂດເນເຊັຽ ຈຳນວນຫລາຍພັນຄົນ ໄດ້ພາກັນ ເດີນຂະບວນ ປະທ້ວງ ຢູ່ຕາມຫົວເມືອງໃຫຍ່ໆ ໃນທົ່ວປະເທດ ໃນວັນພະຫັດວານນີ້ ເພື່ອສະແດງ ຄວາມບໍ່ພໍໃຈ ຕໍ່ການ ດຳຣົງຕຳແໜ່ງ ຄົບ 100 ມື້ ໃນສມັຍທີ 2 ຂອງປະທານາທິບໍດີ SUSILO BAMBANG YUDHOYONO. ຢ່າງນ້ອຍມີບໍ່ຕຳກວ່າ 7 ພັນ ຄົນໄດ້ເຂົ້າຮ່ວມການໂຮມຊຸມນຸມປະທ້ວງທີ່ໃຫຍ່ ທີ່ສຸດ ຢູ່ທີ່ນະຄອນຫລວງຈາກາຕ້າ. ມີລາຍງານ ວ່າ ໄດ້ເກີດການປະທະກັນເລັກນ້ອຍ ລະຫວ່າງ ຕຳຣວດ ແລະພວກປະທ້ວງ. ປະທານາທິບໍດີ YUDHOYONO ໄດ້ຊະນະ ການເລືອກຕັ້ງ ເພື່ອເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີຕື່ມອີກ ໃນເດືອນກໍຣະກົດ ປີກາຍ ດ້ວຍຄະແນນ ສຽງຫລາຍກວ່າ 60% ໃນການໃຫ້ຄຳໝັ້ນສັນຍາວ່າ ຈະລຶບລ້າງ ການສໍ້ຣາດບັງຫຼວງ ແຕ່ ຫລັງຈາກນັ້ນ ທ່ານກໍໄດ້ສູນເສັຽ ການໃຫ້ຄວາມສນັບສນຸນ ຂອງປະຊາຊົນ ບາງສ່ວນ ຍ້ອນຂ່າວນອງນັນ ກ່ຽວກັບການສໍ້ຣາດບັງຫລວງ ທີ່ມີມາເປັນລຳດັບ ໃນຣັຖບານຂອງທ່ານ.

ສະຫະຣັດ - ການຄ້າ: ຜູ້ຕາງໜ້າທາງດ້ານ ການຄ້າ ຂອງສະຫະຣັດທ່ານ DEMETRIOS MARANTIS ເຕືອນວ່າ ສະຫະຣັດອາດຈະຖືກ ກີດກັນ ບໍ່ໃຫ້ມີສ່ວນ ໃນຕລາດເອເຊັຽ-ປາຊີຟິກ ຖ້າສະຫະຣັດຫາກບໍ່ເຄື່ອນໄຫວຫຍັງ ໃນຂະນະ ທີ່ປະເທດຕ່າງໆ ພວມທຳການ ເຈຣະຈາ ກ່ຽວ ກັບຂໍ້ຕົກລົງການຄ້າ ຢູ່ໃນຂົງເຂດ. ທ່ານ MARANTIS ກ່າວໃນວັນພະຫັດ ວານນີ້ວ່າ ຕລາດທີ່ກວ້າງໃຫຍ່ ໃນເຂດເອເຊັຽ ຕາເວັນ ອອກສຽງໃຕ້ ຂອງພູມີພາກ ເອເຊັຽ-ປາຊີຟິກ ແມ່ນປາຍທາງ ທີ່ສຳຄັນແຫ່ງນຶ່ງ ສຳລັບຜລິຕ ພັນສິນຄ້າ ຂອງສະຫະຣັດ. ທ່ານກ່າວວ່າ ໃນປີ 2008 ຜ່ານມາ ການສົ່ງອອກຂອງສະຫະ ຣັດ ໄປຍັງຂົງເຂດດັ່ງກ່າວ ມີມູນຄ່າທັງໝົດ 747 ພັນລ້ານໂດລາ ຊຶ່ງເພີ້ມຂຶ້ນ ຫລາຍກວ່າ 8% ຈາກໄລຍະດຽວກັນ ຂອງປີ 2007. ແຕ່ທ່ານເວົ້າວ່າ ສະຫະຣັດ ອາດຈະສູນເສັຽສ່ວນ ແບ່ງທີ່ສຳຄັນ ໃນຕລາດເຫລົ່ານີ້ ອັນເປັນຜົນ ເນື່ອງມາຈາກ ເຂດການຄ້າເສຣີໃໝ່ ໃນເອ ເຊັຽຕາເວັນອອກ ທີ່ສະຫະຣັດບໍ່ໄດ້ຮວມຢູ່ໃນນັ້ນ ແລະບັນດາຂໍ້ຕົກລົງ ໃນລັກສະນະທີ່ຄ້າຍ ຄືກັນ ຊຶ່ງພວມຈະ ມີຜົນບັງຄັບໃຊ້ ຫລືຈັດຕັ້ງປະຕິບັດ ໃນໄວໆນີ້.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG