ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສັດປ່າໃນລາວໄດ້ຫລຸດຈຳນວນລົງຢ່າງໄວວາແລະໃກ້ຈະສູນພັນ


ເຈົ້າໜ້າທີ່ຂັ້ນສູງຂອງລາວຍອມຮັບວ່າສັດປ່າ ໃນລາວໄດ້ຫລຸດຈຳນວນລົງຢ່າງໄວວາ ແລະ ຫຼາຍຊະໜິດກຳລັງປະເຊີນກັບສະພາວະທີ່ ໃກ້ຈະສູນພັນໄປເນື່ອງຈາກແຫລ່ງອາຫານ ແລະ ຖິ່ນທີ່ຢູ່ໄດ້ຖືກທຳລາຍໄປຢ່າງກວ້າງ ຂວາງ ໂດຍກຸ່ມນັກລ້າແລະຄ້າສັດປ່າຜິດກົດ ໝາຍ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳ-ປ່າໄມ້ ຂອງລາວທີ່ບໍ່ປະສົງຈະອອກຊື່ໄດ້ໃຫ້ການຍອມ ຮັບວ່າ ສັດປ່າແລະ ສັດນໍ້າທີ່ຫາຍາກ ຫຼາຍຊະນິດຢູ່ໃນລາວໄດ້ຫລຸດຈຳນວນປະຊາກອນລົງຢ່າງໄວວາ ແລະ ຫຼາຍຊະນິດ ກໍ່ກຳລັງປະເຊີນ ກັບສະພາວະສ່ຽງຢ່າງສູງຈົນໃກ້ຈະສູນພັນໃນໝໍ່ໆນີ້ ຖ້າຫາກວ່າບໍ່ໄດ້ຮັບ ການປົກປັກຮັກສາຢ່າງແທ້ຈິງ.

ທັງນີ້ໂດຍເຖິງແມ້ວ່າສັດປ່າ ແລະ ສັດນໍ້າທີ່ຫາຍາກຢູ່ໃນລາວຈະເປັນປັດໃຈສຳຄັນທີ່ ຊ່ວຍດຶງດູດໃຫ້ນັກທ່ອງທ່ຽວຊາວຕ່າງປະເທດ ເດີນທາງເຂົ້າລາວຫຼາຍຂຶ້ນນັບມື້ ກໍ່ຕາມ ຫາກແຕ່ວ່າໃນຂະນະດຽວກັນ ສັດປ່າ ແລະ ສັດນໍ້າທີ່ຫາຍາກຢູ່ໃນລາວກໍ່ເປັນທີ່ ຕ້ອງການຂອງບັນດານັກລ່າແລະ ຄ້າສັດປ່າຜິດ ກົດໝາຍຫລາຍຂຶ້ນອີກເຊັ່ນກັນຊຶ່ງ ກໍ່ເປັນຜົນທີ່ສືບເນື່ອງມາຈາກການທີ່ຍັງມີ ກຸ່ມຄົນທີ່ນິຍົມກັນ ບໍລິໂພກຊີ້ນ ສັດປ່າໃນ ຫຼາຍປະເທດຢູ່ຕະຫລອດມານັ້ນເອງ.

ຍິ່ງໄປກວ່ານັ້ນ ການຕັດໄມ້ທຳລາຍປ່າທັງທີ່ ຖືກຕ້ອງຕາມກົດໝາຍ ແລະທີ່ລັກລອບຕັດ ເພື່ອການຄ້າໄມ້ເຖື່ອນທີ່ເພີ່ມຫຼາຍຂຶ້ນ ນັບມື້ ໂດຍສະເພາະແມ່ນຢູ່ຕາມຊາຍແດນຕິດຕໍ່ລະ ຫວ່າງລາວກັບປະເທດເພື່ອນບ້ານຕົວຢ່າງເຊັ່ນ ຫວຽດນາມ, ຈີນ ແລະ ໄທນັ້ນ ກໍ່ຍັງໄດ້ສົ່ງ ຜົນກະທົບເຮັດໃຫ້ແຫລ່ງອາຫານ ແລະ ຖິ່ນ ທີ່ຢູ່ຂອງສັດປ່າ ຕ້ອງຖືກທຳລາຍໄປຢ່າງ ກວ້າງຂວາງອີກດ້ວຍ.

ໂດຍຈາກການສຳຫລວດແລະເກັບກຳຂໍ້ມູນຢູ່ໃນເຂດ ປ່າສະຫງວນແຫ່ງຊາດນໍ້າແອດພູ ເລີຍ ແຂວງຫົວພັນຊຶ່ງດຳເນີນການໂດຍອົງການອະນຸລັກສັດປ່າ Wildlife Conservation Society ຫຼື WCS ນັບຕັ້ງແຕ່ປີ 2006 ເປັນຕົ້ນມານັ້ນ ພົບວ່າສັດປ່າ ທີ່ກຳລັງປະເຊີນກັບສະພາວະສ່ຽງຢ່າງສູງຈົນໃກ້ຈະສູນພັນໃນໝໍ່ໆນີ້ ກໍ່ຄືເສືອໂຄ່ງ ເພາະຜົນຈາກການ ສຳຫລວດ ແລະ ເກັບກຳຂໍ້ມູນໃນໄລຍະ 4 ປີມານີ້ ພົບປະຊາກອນ ເສືອໂຄ່ງທີ່ຢູ່ໃນເຂດປ່າສະຫງວນດັ່ງກ່າວພຽງ 9 ໂຕ ແລະ ໃນຈຳນວນນີ້ກໍ່ເປັນໂຕແມ່ພຽງແຕ່ 2 ໂຕເທົ່ານັ້ນ.

ສະພາບທີ່ວ່າເສືອໂຄ່ງເຫຼືອບໍ່ເຖິງ 10 ໂຕ ດັ່ງກ່າວນີ້ຍັງໄດ້ສະທ້ອນໃຫ້ເຫັນເຖິງສະພາບ ເຊື່ອມໂຊມຂອງປ່າສະຫງວນແຫ່ງຊາດນໍ້າແອດ-ພູເລີຍໄດ້ຢ່າງຊັດເຈນອີກດ້ວຍ ເຊັ່ນກັນ. ທັງນີ້ກໍ່ເພາະວ່າປະຊາກອນເສືອໂຄ່ງ ຈະສາມາດດຳລົງຊີວິດໄດ້ຢ່າງໜາແໜ້ນກໍ່ຕໍ່ເມື່ອວ່າ ສະພາບປ່າໄມ້ທີ່ເປັນທັງແຫລ່ງອາຫານ ແລະ ຖິ່ນທີ່ຢູ່ນັ້ນຈະຕ້ອງຍັງຄົງມີຄວາມອຸດົມສົມ ບູນຢ່າງແທ້ຈິງນັ້ນເອງ.

ໂດຍສະຖານະການດຽວກັນນີ້ກໍກຳລັງສົ່ງ ຜົນກະທົບຕໍ່ປະຊາກອນຊ້າງຢູ່ໃນລາວ ຄືກັນເພາະຈາກການປະມານການໂດຍ ທາງການກະຊວງກະສິກຳປ່າໄມ້ລາວເອງ ກໍ່ເຊື່ອວ່າໃນປັດຈຸບັນນີ້ ຍັງຄົງເຫຼືອປະຊາ ກອນຊ້າງຢູ່ໃນລາວທັງໝົດ ເຖິງ 1.000 ໂຕ ນັບທັງຊ້າງບ້ານ ແລະຊ້າງປ່າ.

ເຂດທີ່ມີປະຊາກອນຊ້າງຫຼາຍທີ່ສຸດໃນລາວ ນັ້ນກໍ່ຄືແຂວງໄຊຍະບູລີ ຊຶ່ງໄດ້ມີການປະ ມານການວ່າຍັງຄົງມີປະຊາກອນຊ້າງເຫຼືອຢູ່ 500 ໂຕ ແລະ ໃນຈຳນວນນີ້ກໍ່ເປັນຊ້າງ ບ້ານຫຼາຍກວ່າ 300 ໂຕ. ນີ້ກໍ່ໝາຍຄວາມວ່າມີປະຊາກອນຊ້າງປ່າເຫຼືອຢູ່ພຽງບໍ່ເຖິງ 200 ໂຕ ເທົ່ານັ້ນ.

ສ່ວນປາຄ່າຫຼືປາໂລມານໍ້າຈືດຢູ່ຫຼີ່ຜີນັ້ນ ກໍ່ໃກ້ຈະສູນພັນໃນໝໍ່ໆນີ້ ເພາະໃນປັດຈຸບັນນີ້ ຍັງຄົງເຫຼືອ ຢູ່ພຽງ 70 ກວ່າໂຕເທົ່ານັ້ນ.

XS
SM
MD
LG