ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຍັງບໍ່ທັນພ້ອມເທື່ອ ທີ່ຈະອະນຸຍາດໃຫ້ ອົງການສະຫະປະຊາ ຊາດ ເຂົ້າໄປຢ້ຽມຊາວມົ້ງ ທີ່ຖືກສົ່ງກັບ


ອີຣັກ: ຕຳຣວດອີຣັກ ກ່າວວ່າ ການໂຈມຕີ ດ້ວຍຣະເບີດ ສະລະຊີບ 2 ຄັ້ງ ທີ່ເມືອງ RAMADI ທາງພາກ ຕາເວັນຕົກ ຂອງອີຣັກ ເຮັດໃຫ້ ມີຜູ້ເສັຽຊີວິດ ຢ່າງນ້ອຍ 20 ຄົນ ແລະໄດ້ຮັບບາດເຈັບອີກ ຫລາຍກວ່າ 30 ຄົນ. ຕຳຣວດເວົ້າວ່າ ເປັນທີ່ປາກົດວ່າ ການໂຈມຕີ ດ້ວຍຣະເບີດ ສະລະຊີບ ໃນວັນພຸດມື້ນີ້ ແມ່ນ ແນເປົ້າໝາຍ ໃສ່ເຈົ້າໜ້າທີ່ອະວຸໂສ ໃນແຂວງ ANBAR ຊຶ່ງມີ ເມືອງ RAMADI ເປັນເມືອງ ເອກຫລືທີ່ວ່າ ການແຂວງນັ້ນ. ເຂົາເຈົ້າເວົ້າວ່າ ເຫດຮ້າຍເລີ້ມຂຶ້ນ ດ້ວຍການໂຈມຕີ ໂດຍຣົດຣະເບີດ ສະລະຊີບ ເທິງເສັ້ນທາງ ໃກ້ໆໂຮງການ ເຈົ້າແຂວງໆ ANBAR ຄືທ່ານ QASSIM MOHAMMED AL-FAHDAWI. ຕຳຣວດກ່າວວ່າ ຜູ້ໂຈມຕີ ດ້ວຍຣະເບີດ ສະລະຊີບອີກ​ຄົນ​ນຶ່ງ ທີ່ຍ່າງໄປ ໄດ້ບີບຄະນວນຣະເບີດ ໃຫ້ແຕກຂຶ້ນ ໃນ​ເວລາຕໍ່​ມາ ບໍ່ດົນ ຫລັງຈາກທ່ານ AL-FAHDAWI ໄດ້ອອກຈາກ ໂຮງການໄປ ເພື່ອໄປກວດເບິ່ງ ຄວາມເສັຽຫາຍ ຈາກເຫດຣະເບີດ ຄັ້ງທຳອິດ. ການໂຈມຕີຄັ້ງທີ 2 ເຮັດໃຫ້ເຈົ້າແຂວງ ໄດ້ຮັບບາດເຈັບ ແລະເຮັດໃຫ້ຜູ້ຊ່ອຍ ຜູ້ບັນຊາການຕຳຣວດ ຂອງທ່ານເສັຽຊີວິດ.

ສາຍການບິນ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ກ່າວວ່າຄວາມ ລົ້ມແຫລວ ຢ່າງເປັນຣະບົບ ຂອງບັນດາຜແນກ ການຮັກສາຄວາມປອດພັຍ ຂອງສະຫະຣັດ ​ໄດ້ເປີດໂອກາດ ໃຫ້ມີການພະຍາຍາມ ວາງຣະເບີດ ໃສ່ເຮືອບິນໂດຍສານ ທີ່ມຸ່ງໜ້າມາຍັງ ນະຄອນ DETROIT ໃນວັນບຸນຄຣິສຕ໌ມາສນັ້ນ. ໃນການຖແລງ ຈາກຣັດຮາວາຍ ໃນມື້ວານນີ້ ທ່ານ OBAMA ​ກ່າວວ່າ ຜແນກການຕ່າງໆ ບໍ່ໄດ້ແຈ້ງໃຫ້ກັນແລະກັນຊາບ ຢ່າງ​ຖືກຕ້ອງ ​ຕາມ​ກົດ​ລະບຽບ ກ່ຽວກັບຂໍ້ມູນຕ່າງໆ ຫລັງຈາກ ໄດ້ຮັບຄຳເຕືອນ ຈາກບິດາ ຂອງຜູ້ຊາຍ ຊາວໄນຈີເຣັຽ ທີ່ເປັນຜູ້ຕ້ອງສົງສັຍ ໃນການຈະບີບ ຄະນວນຣະເບີດ ໃຫ້ແຕກຂຶ້ນ ຢູ່ເທິງເຮືອບິນໂດຍສານ ຂອງສາຍການບິນ NORTHWEST ຫລື DELTA ນັ້ນ. ປະທານາທິບໍດີ OBAMA ເອີ້ນຄວາມບົກຜ່ອງ ໃນການຮັກສາ ຄວາມປອດພັຍ ດັ່ງກ່າວນີ້ວ່າ ເປັນສິ່ງທີ່ຮັບເອົາບໍ່ໄດ້ ແລະກ່າວວ່າ ສະຫະຣັດຕ້ອງໄດ້ແກ້ໄຂ ຂໍ້ຂາດຕົກບົກຜ່ອງ ໃນການຮັກສາ ຄວາມປອດພັຍປະ​ເທດ​ ຢ່າງໄວວາ.

ລາວ - ມົ້ງ - ໄທ: ຣັຖບານ​ລາວ ​ໄດ້​ປະຕິ​ເສດ​ ຕໍ່​ຄຳ​ຮ້ອງ​ຂໍ​ ຂອງ​ອົງການ​ ສະຫະ​ປະຊາ​ດ ທີ່​ຂໍ​ໄປ​ຢ້ຽມຢາມ​ຊາວ​ມົ້ງ ຈຳນວນ​ຫລາຍກ່ວາ 4500 ຄົນ​ ທີ່​ຖືກເຈົ້າໜ້າ​ທີ່​ໄທ ບັງຄັບ​ຈັດ​ສົ່ງ​ ກັບ​ຄືນ​ປະ​ເທດ​ລາວນັ້ນ. ​ໂຄສົກກະຊວງ​ ການ​ຕ່າງປະ​ເທດ​ລາວ​ທ່ານ​ນື່ງກ່າວ​ວ່າ​ ທາງ​ການ​ລາວ ​ຈະ​ຍິນ​ດີ​ຕ້ອນຮັບ​ພວກ​ສັງ​ເກດ​ການ​ນາໆ​ຊາດ ​ໃນ​ພາຍຫລັງ ຫລັງ​ຈາກ​ທີ່​ຂັ້ນຕອນ​ການ ຈັດຕັ້ງຖິ່ນ​ຖານ​ໃໝ່​ ໃຫ້​ພວກ​ຊາວ​ມົ້ງ​ເຫລົ່ານັ້ນ ສຳ​ເລັດເສັດ​ສີ້​ນລົງ​ແລ້ວ. ເຈົ້າໜ້າທີ່ໄທເວົ້າວ່າ ຕົນໄດ້ຈັດສົ່ງຊາວມົ້ງ 4 ພັນກວ່າຄົນກັບ ຄືນໄປລາວ ໃນມື້ວັນຈັນຜ່ານມາ. ໃນນັ້ນ ແມ່ນມີ​ຮວມທັງ ພວກຊາວມົ້ງ 158 ຄົນ ທີ່ທາງ ອົງການ ສະຫະປະຊາຊາດ ໄດ້ຮັບຮູ້ ຢ່າງເປັນທາງການວ່າ ເປັນອົພຍົບ. ການຈັດສົ່ງຊາວມົ້ງ ກັບຄືນໄປລາວ ໄດ້ພາໃຫ້ເກີດ ຄວາມວິຕົກກັງວົນຢ້ານວ່າ ພວກຊາວມົ້ງ ຈະຖືກລົງໂທດ ໂດຍເຈົ້າໜ້າທີ່ລາວ. ແຕ່ໄທເວົ້າວ່າ ຕົນໄດ້ຮັບ ການຄ້ຳປະກັນ ຈາກຣັຖບານລາວວ່າ ຊາວມົ້ງເຫລົ່ານີ້ ຈະບໍ່ຖືກລົງໂທດ. ອົງການອົພຍົບ ຂອງສະຫະປະຊາຊາດ ກ່າວວ່າ ຕົນໄດ້ຍື່ນຄຳຮ້ອງຂໍ ຢ່າງເປັນທາງການ​ ໄປ​ຍັງຣັຖບານລາວແລ້ວ ເພື່ອຂໍໄປຢ້ຽມຢາມຊາວມົ້ງ ຈຳນວນຫລາຍພັນຄົນ ທີ່ໄດ້ຖືກສົ່ງ ກັບຄືນໄປລາວ ຈາກປະເທດໄທນັ້ນ.

ຣັຖສະພາ - ມົ້ງ: ກ່ອນໜ້ານີ້ ສະມາຊິກສະ ພາຕ່ຳ ILLEANA ROS-LEHTINEN ຂອງ ພັກຣີພັບຣີກັນ ຈາກຣັດຟລໍຣິດາ ຊຶ່ງເປັນສະມາ ຊິກອະວຸໂສ ຂອງພັກຣີພັບຣີກັນ ໃນ ຄະນະກັມມະການ ກິຈການຕ່າງປະເທດ ຂອງສະພາຕ່ຳ ສະຫະຣັດ ແລະປະທານ ຄະນະກັມມະການ ທ່ານ HOWARD BERMAN ຊຶ່ງເປັນ ສະມາຊິກ ສະພາຕ່ຳຂອງພັກເດໂມແຄຣັທ ຈາກຣັດແຄ​ລິ​ຟໍ​ເນັຽ ກໍໄດ້ອອກ ຖແລງການສະບັບນຶ່ງ ຕອບຕໍ່ການບັງຄັບ ຈັດສົ່ງຊາວມົ້ງ ຈຳນວນຫລາຍພັນຄົນ ຈາກປະເທດໄທ ກັບຄືນໄປລາວນັ້ນ ຊຶ່ງມີໃຈຄວາມວ່າ: ການຕັດສິນໃຈ ຂອງຣັຖບານໄທ​ ໃນການຈັດສົ່ງ ຊາວລາວເຜົ່າມົ້ງ ຈຳນວນ 4 ພັນ 500 ກວ່າຄົນ ກັບຄືນໄປລາວນັ້ນ ໄດ້​ສ້າງ​ ຄວາມວິຕົກກັງວົົນ ​ເປັນທີ່ສຸດ. ຮວມຢູ່ໃນ ພວກທີ່ຖືກສົ່ງ ກັບຄືນໄປນັ້ນ ຈຳນວນນຶ່ງ ແມ່ນຍັງສືບຕໍ່ ປະເຊີນກັບ ການ​ຖືກ​ປະ​ຫັດ​ປະຫານ ທີ່​ເຂົາ​ເຈົ້າມີຄວາມຢ້ານກົວ ຢ່າງສົມເຫດສົມຜົນ ຍ້ອນການພົວພັນ ຂອງພວກເຂົາເຈົ້າ ກັບການຕໍ່ຕ້ານ ຝ່າຍປະເທດລາວ ທີ່ໄດ້ຮັບ ການສນັບສນຸນ ຈາກສະະຣັດ ເມື່ອຫລາຍໆທົສວັດ ຜ່ານມາແລ້ວນັ້ນ.

ຈີນ - ຖານທັບ: ເຈົ້າໜ້າທີ່ອະວຸໂສທາງດ້ານ ທະຫານ ຄົນນຶ່ງຂອງຈີນ ໄດ້ສເນີໃຫ້ມີການສ້າງ ຕັ້ງຖານທັບຖາວອນຂຶ້ນ ຢູ່ໃນຕ່າງປະເທດ ເພື່ອໃຫ້ການສນັບສນຸນ ແກ່ການປະຕິບັດງານ ຕໍ່ຕ້ານພວກໂຈນທະເລ ໃນບໍຣິເວນອ່າວເອເດັນ. ໃນການໃຫ້ສຳພາດ ທີ່ນຳອອກເຜີຍແຜ່ ໂດຍເວັບໄຊທ໌ ຂອງກະຊວງ ປ້ອງກັນປະເທດຈີນນັ້ນ ພົນເຮືອຕຣີ YIN ZHUO ກ່າວວ່າ ຖານທັບທີ່​ວ່ານີ້ ຈະຊ່ອຍກອງທັບຈີນ ໃນການປະຕິບັດ ພັນທະນາໆຊາດຂອງຕົນ ໃຫ້ຫລ້ອນໜ້າທີ່. ທ່ານ YIN ໃຫ້ຂໍ້ສັງເກດວ່າ ການຕັດສິນໃຈ ເພື່ອສ້າງຕັ້ງ ຖານທັບດັ່ງກ່າວ ຈະຕ້ອງໄດ້ຮັບ ການຕັດສິນໃຈ ໂດຍພັກຄອມມູນິສ ທີ່ປົກຄອງປະເທດ ແລະຄະນະ ກັມມາທິການສູນກາງ ດ້ານກອງທັບ. ຈີນໄດ້ທຳ​ການລາຕເວນ ມາເປັນເວລານຶ່ງປີແລ້ວ ໃນບໍຣິເວນອ່າວເອເດັນ ໂດຍໄດ້ໃຫ້ການຄຸ້ມຄອງ ກຳປັ່ນຈີນ ແລະຕ່າງປະເທດ ທີ່ແລ່ນໄປມາ ໃນເຂດນ່ານນ້ຳດັ່ງກ່າວ ບໍ່ໃຫ້ພວກໂຈນທະເລ ໂຊມາເລັຽ ຈີ້ເອົາໄປ. ການສເນີ ທີ່ວ່ານີ້ ໄດ້ມີຂຶ້ນບໍ່ເທົ່າໃດມື້ ຫລັງຈາກ ກຳປັນຂົນສົ່ງລຳນຶ່ງ ຂອງຈີນ ແລະລູກເຮືອ 25 ຄົນ ໄດ້ຖືກຊ່ອຍ ໃຫ້ລອດພົ້ນ ຈາກເງື້ອມມື ຂອງພວກໂຈນທະເລ ໂຊມາເລັຽ ໃນມື້ວັນຈັນ ຜ່ານມາ.

ເກົາຫລີເໜືອ - ເງິນ: ອົງການຂ່າວຂອງເກົາ ຫລີໃຕ້ ແລະຂອງຈີນລາຍງານວ່າ ເກົາຫຼີເໜືອ ຈະຫ້າມບໍ່ໃຫ້ ມີການນຳໃຊ້ ເງິນຕຣາຕ່າງປະ ເທດ ຢ່າງສິ້ນເຊີງ ເລີ້ມແຕ່ວັນທີ 1 ມັງກອນ ເປັນຕົ້ນໄປ. ອົງການຂ່າວຊິນຫວາ ຂອງທາງການຈີນ ໄດ້ອ້າງຄຳເວົ້າ ຢູ່ໃນຖແລງຂ່າວສະບັບນຶ່ງ ຂອງທາງ​ການເກົາຫລີເໜືອ ທີ່ຕິດຢູ່ຕາມຫ້າງຮ້ານ ແລະຕລາດແຫ່ງຕ່າງໆ ໃນເກົາຫລີເໜືອ. ຖແລງຂ່າວ ຊຶ່ງລົງວັນທີ 28 ທັນວາ ໄດ້ຫ້າມບໍ່ໃຫ້ ສ່ວນບຸກຄົນ ທຸຣະກິດ ແລະອົງການຈັດຕັ້ງຕ່າງໆ ນຳໃຊ້ເງິນຕຣາ ຕ່າງປະເທດ. ອົງການຂ່າວຊິນຫວາ ໄດ້ອ້າງຄຳເວົ້າ ຢູ່ໃນຖແລງຂ່າວ ທີ່ກ່າວວ່າ ຊາວຕ່າງປະເທດ ຈະຕ້ອງໄດ້ແລກປ່ຽນ ເງິນເຂົາເຈົ້າ ເປັນເງິນວອນ ຂອງເກົາຫລີເໜືອເສັຽກ່ອນ ເພື່ອໃຊ້ຈ່າຍ ແລະຊື້ສິ່ງຂອງຕ່າງໆ ໃນເກົາຫລີເໜືອ. ສ່ວນໜັງສືພິມລາຍວັນ JOONG-ANG ຂອງເກົາຫລີໃຕ້ ໄດ້ອ້າງຄຳເວົ້າ ຂອງເວັບໄຊທ໌ຂ່າວ ​ກ່ຽວກັບເກົາຫລີເໜືອ ທີ່​ມີສຳນັກງານ ຢູ່ກຸງໂຊລ ທີ່ກ່າວວ່າ ຣັຖບານເກົາຫຼີເໜືອ ຈະຢຶດເອົາ ເງິນຕຣາຕ່າງປະທດ ທີ່ປະຊາຊົນຂອງຕົນ ມີຢູ່ທັງໝົດ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG