ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທເລີ້ມສົ່ງອົບພະຍົບມົ້ງ ກັບຄືນ ປະເທດລາວ


ໄທ​ສົ່ງ​ພວກ​ອົບ​ພະຍົບມົ້ງລາວ​ກັບ​ຄືນ​ປະ​ເທດ :​ໃນ​ວັນ​ຈັນ​ມື້​ນີ້ ພວກ​ທະຫານ​ໄທ​ ໄດ້​ເລີ້ມ​ທຳ​ການ​ສົ່ງ​ພວກ​ລາວ​ເຜົ່າ​ມົ້ງປະມານ 4 ພັນ​ຄົນ​ທ່ີ​ກຳລັງ​ລີ້​ໄພ​ຢູ່​ໃນ​ໄທ​ກັບ​ຄືນ​ປະ​ເທດ ​ເຖິງ​ແມ່ນນາໆ​ຊາດມີ​ຄວາມ​ເປັນ​ຫ່ວງ​ກັງ ວົນກໍ​ຕາມ​ທີ ​ວ່າ​ພວກ​ມົ້ງ​ເຫລົ່າ​ນີ້ຈະ​ປະ​ເຊີນ​ກັບ​ການ​ຖືກປະ​ຫັດ​ປະຫານ​ຢູ່​ໃນບ້ານ ​ເກີດ​ເມືອງ​ນອນ​ຂອງເຂົາ​ເຈົ້າ​. ກະຊວງ​ການ​ຕ່າງປະ​ເທດ​ສະ ຫະຣັດ​ໄດ້​ອອກ​ຄຳ​ຖະ​ແຫລ​ງສະບັບ​ນຶ່ງ​ໃນ​ຕອນ​ແລງ​ວັນ​ອາທິດ​ວານ ​ນີ້ ​ເອີ້ນ​ການ​ບັງຄັບ​ຈົດ​ສົ່ງ​ພວກ​ອົບ​ພະຍົບມົ້ງກັບ​ຄືນ​ປະ​ເທດ​ລາວ​ນັ້ນ​ວ່າ ​ເປັນ​ງການ​ລະ​ເມີດ​ຢ່າງ​ຮ້າຍແຮງ​ຕໍ່​ຫລັກການ​ດ້ານ​ມະນຸດສະ​ທັມ ​ຂອງ​ສາກົນ​.” ຄຳ​ຖະ​ແຫລ​ງຍັງ​ໄດ້ຮຽກຮ້ອງ​ໃຫ້​ພວກ​ເຈົ້າ​ໜ້າ​ທ່ີ​ໄທ ​ໂຈະ​ການ​ປະຕິບັດ​ງານ​ດັ່ງກ່າວ​ໄວ້ ​ແລະ​ຮຽກຮ້ອງ​ໄປ​ຍັງ​ປະ​ເທດ​ລາວ​ໃຫ້ ປະຕິບັດ​ຕໍ່​ພວກ​ທ່ີ​ບໍ່​ໄດ້​ສມັກ​ໃຈກັບ​ຄືນ​ປະ​ເທດ​ໄປ​ນັ້ນ ຢ່າງ​ ມີ​ມະນຸດສະ​ທັມ. ​ໂຄສົກຣັຖບານ​ໄທ​ໄດ້​ອອກ​ມາ​ປະຕິ​ເສດ​ວ່າ ພວກ​ມົ້ງບໍ່​ໄດ້​ຖືກ​ບັງຄັບ​ໃຫ້​ກັບ​ຄືນ​ໄປ ​ແລະ​ວ່າ ພາຍ​ໃຕ້​ກົດໝາຍ​ຂອງ​ໄທ ພວກ​ມົ້ງ​ເຫລົ່າ​ນັ້ນ​ເປັນ​ຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍ ​ແລະ​ໄດ້​ຮັບ​ການ​ປະຕິບັດ​ຕໍ່​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ໄທ. ຜູ້​ແທນ​ອົງການ​ສິດທິ​ມະນຸດ Human Rights Watch ທ່ີ​ປະ​ເທດ​ໄທ ​ໄດ້​ເອີ້ນ​ການ​ສົ່ງ​ຊາວ​ອົບ​ພະຍົບມົ້ງກັບ​ຄືນ​ປະ​ເທດ​ນັ້ນ​ວ່າ ​ເປັນ​ການລະ​ເມີດ​ມາດຕະຖານ​ສາກົນ​ຢ່າງ​ຮ້າຍ​ແຮງ.
ພວກ​ມົ້ງ ທ່ີ​ໄດ້​ພາກັນ​ອາ​ໄສ​ຢູ່​ໃນ​ສູນ​ອົບ​ພະຍົບ​ໃນ​ຈັງຫວັດ​ເພັ​ດສະ​ບຸນ
​ໃນ​ພາກ​ເໜືອ​ຂອງ​ໄທ​ມານັ້ນ ກ່າວ​ວ່າ ​ເຂົາ​ເຈົ້າ​ຈະ​ຖືກ​ແກ້​ແຄ້ນ​ຄືນຈາກ ຣັຖບານ​ຄອມມີ​ວນິດ​ລາວ. ຝ່າຍຣັຖບານ​ລາວ ກໍ​ໄດ້​ປະຕິ​ເສດ​ຕໍ່​ຄຳ​ກ່າວຫາ​ທ່ີ​ວ່າ ຊາວ​ມົ້ງຈະ​ປະ​ເຊີນ​ກັບ​ການ​ແກ້​ແຄ້ນ​ນັ້ນ. ​
​ທີ່ອິຣ່ານ: ຜູ້ນຳ​ອະ​ວຸ​ໂສ​ຝ່າຍ​ຄ້ານ​ທ່ານ​ນຶ່ງ​ໃນ​ອິຣ່ານ​ໄດ້​ຕຳ​ໜິຕິຕຽນ​ການ​ປາບ​ປາມ
ຂອງຣັຖບານ​ຕໍ່​ພວກ​ປະ​ທ້ວງ​ຂອງ​ຝ່າຍ​ຄ້ານ​ໃນ​ທົ່ວ​ປະ​ເທດ ທ່ີ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປຢ່າງ​ນ້ອຍ 8 ຄົນ​ໃນ​ວັນ​ອາທິດ​ວານ​ນີ້. ນັກບວດ​ຫົວ​ປະຕິ​ຮູບ​ຂອງ​ອິຣ່ານທ່ານ Mahdi Karroubi ອອກ​ຖະ​ແຫລ​ງ ການ​ສະບັບ​ນຶ່ງ​ໃນ​ວັນ​ຈັນ​ມື້​ນີ້ ​ໂດຍ​ຕັ້ງ​ຄຳ​ຖາມ​ຂຶ້ນ​ມາ​ວ່າ ​ເຮັດ​ແນວ​ໃດ​ອຳນາດ​ປົກຄອງ​ທາງສາດສະໜາ​ຂອງ​ອິຣ່ານຈຶ່ງສາມາດ​ອອກ​ຄຳ​ສັ່ງ​ໃຫ້​ເຂັ່ນຂ້າ​ປະຊາຊົນ​ຂອງ​ຕົນ​ເອງ​ໄດ້​ໃນ​ຍາມ​ບຸນ Ashura ນີ້.
ຂ່າວ​ໂທຣະພາບ​ທາງ​ການ​ຂອງ​ອິຣ່ານກ່າວ​ວ່າ ປະຊາຊົນ 8 ຄົນ​ເສັຍ​ຊີວິດ​ໃນ​ວັນ​ອາທິດ​ວານ​ນີ້​ໃນ​ການ​ປະ​ທ້ວງ​ຕໍ່ຕ້ານຣັຖບານທ່ີ​ມີ​ຂຶ້ນ​ໃນ​ຍາມ​ບຸນAshura ທ່ີ​ກຳລັງ​ດຳ​ເນີນ​ໄປ​ຢ່າງ​ເຕັມ​ສ່ວນ ຊຶ່ງ​ເປັນບຸນ​ມະ ​ໂຫລານ​ຂອງ​ຊາວ​ມຸສລິ​ມນິກາຍ Shi’ite ນັ້ນ. ​ແຕ່​ຂ່າວ​ໂທຣະພາບ​ທ່ີ​ວ່າ​ນີ້​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ເພີ່ມ​ຕື່ມ. ບາງ​ແຫ​ລ່ງຂ່າວ​ເວົ້າ​ວ່າ ຈຳນວນ​ຜູ້​ເສັຍ​ຊີວິດ​ແມ່ນ​ຫລາຍ​ກວ່າ 8 ຄົນ​.
ບັນດາ​ກຸ່ມ​ຝ່າຍ​ຄ້ານ​ກ່າວ​ວ່າ ຕຳຫລວດ​ໄດ້​ຍິງ​ພວກ​ປະ​ທ້ວງ​ຕາຍ​ໃນ​ກຸງ Tehran ​ແລະ​ເຂັ່ນຂ້າ​ຕື່ມ​ອີກ 4 ຄົນ​ໃນ​ເມືອງ Tabriz ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ອິຣ່ານ.
ພວກ​ຝ່າຍ​ຄ້ານ​ແຈ້ງ​ໃຫ້​ຊາບ​ເຊັ່ນ​ກັນ​ວ່າ ມີ​ການ​ປະ​ທະ​ກັນ​ຫລາຍ​ຄັ້ງ​ໃນ​ຫົວ​ເມືອງ​ໃຫຍ່​ແຫ່ງ​ຕ່າງໆ​ໃນ​ຂະນະ​ທ່ີ​ພວກ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານຫລາຍ​ພັນ​ຄົນ​ພາກັນ​ໂຮມ​ຊຸມນຸມ​ທຳ​ການ​ທ້າ​ທາຍ​ຕໍ່​ຄຳ​ເຕືອນ​ຂອງຣັຖ
ບານ​ທ່ີ​ວ່າ​ບໍ່​ໃຫ້​ໃຊ້​ຍາມ​ບຸນ Ashura ນີ້​ເປັນ​ຂໍ້​ແກ້ໂຕ​ເພື່ອ​ທຳ​ການ​ປະ​ທ້ວງ​ນັ້ນ. ຄວາມ​ວຸ້ນ​ວາ​ຍທ່ີ​ເກີດ​ຂຶ້ນ​ໃນ​ວັນ​ອາທິດ​ວານ​ນີ້ ນັບ​ວ່າ​ເປັນຄັ້ງ​ຮ້າຍ​ແຮງ​ທ່ີ​ສຸດ​ໃນ​ອິຣ່ານ​ໃນ​ຮອບ​ເຄິ່ງປິ​ຜ່ານ​ມາ.
ກ່ຽວ​ກັບ​ເຫດການ​ເກີດ​ຂຶ້ນ​ໃນ​ເຮືອບິນໂດຍສານ​ໃນ​ສະຫະຣັດ:ຜູ້​ຊາຍ ໄນເຈເຣັຍ ຄົນ​ນຶ່ງ​ທ່ີ​ຖືກ​ກ່າວ​ຫາ​ວ່າ​ພະຍາຍາມ​ທຳລາຍ​ເຮືອບິນ​ໂດຍສານ​ລຳ​ນຶ່ງ​ ໃນ​ສະຫະຣັດ​ໃນ​ວັນ​ຄຣີສມາສ ຄື​ວັນ​ສຸກ​ຜ່ານ​ມາ​ນັ້ນ ມີກຳນົດ​ຈະ​ໄປ​ປາກົດ​ໂຕ​ຢູ່​ໃນ​ສານ​ແຫ່ງ​ນຶ່ງ​ໃນຣັດ Michigan ​ໃນ​ວັນ​ຈັນ​ມື້​ນີ້. ​ວັນ​ອາທິດ​ວານ​ນີ້ ​ເຈົ້າ​ໜ້າ​ທ່ີ​ສະຫະຣັດ​ໄດ້​ຍົກຍ້າຍ​ນາຍ Umar Farook Abdulmutallah ​ໄປ​ຍັງ​ຄຸກຣັຖບານ​ກາງ​ແຫ່ງ​ນຶ່ງ​ຈາກ​ໂຮງໝໍ ບ່ອນ​ທ່ີ​ຜູ້ ກ່ຽວ​ໄດ້​ຮັບ​ການ​ປິ່ນປົວ​ຈາກ​ໄຟ​ໄໝ້.
ນາຍ Umar ຄົນ​ໄນ​ເຈ​ເຣັຍ ວັຍ23 ປີ​ອ້າງ​ວ່າ​ຜູ້ກ່ຽວ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ຈາກ​ພວກສາຍ​ລັບ al-Qaida ທ່ີ​ເຢ​ເມນ. ທາງ​ການ​ກ່າວ​ວ່າ ຜູ້ກ່ຽວ ພະຍາຍາມຈະ​ຈູດ​ຂະນວນ​ລະ​ເບີດ​ທ່ີ​ມັດ​ຕິດ​ຂາ​ໄວ້​ນັ້ນໃນ​ເວລາ​ ກ່ອນ​ໜ້າ ທ່ີ​ຖ້ຽວບິນ​ໂດຍສານ​ 253 ຂອງ​ສາຍ​ການບິນ Northwest Airlines ທ່ີ​ບິນ​ມາ​ຈາກ​ນະຄອນ Amsterdam ຈະລົງ​ຈອດ​ທ່ີສະ ໜາມ​ບິນ​ເມືອງ Detroit ທ່ີ​ບິນ​ມາ​ຈາກ​ນະຄອນ Amsterdam ​ໃນວັນ​ສຸກ​ຜ່ານ​ມາ. ລະ​ເບີດ​ບໍ່​ແຕກ​ຂຶ້ນ​ແຕ່​ໄຟ​ໄດ້​ໄໝ້​ຂາ​ຂອງ​ນາຍ Abdulmutallah ກ່ອນ​ທ່ີ​ພວກ​ຄົນ ໂດຍສານ​ອື່ນໆ​ແລະ​ພວກ​ລູກ​ເຮືອ​ໃນ​ຖ້ຽວ​ບິນ​ຄວບ​ຄຸມ​ໂຕ​ຜູ້ກ່ຽວ​ໄວ້. ຜູ້​ຕ້ອງ​ຫາ​ຄົນ​ນີ້​ມີ​ຊື່​ຢູ​ໃນຖານ​ຂໍ້​ມູນ​ ສືບ​ລັບ​ຂອງຣັຖບານ​ສະຫະຣັດ ​ແຕ່​ບໍ່​ໄດ້​ຢູ່​ໃນ​ບັນຊີ​ລາຍ​ຊື່​ຂອງ​ພວກ​ທ່ີ​ເອີ້ນ​ວ່າ ຫ້າມ​ບິນ . ​ເວລາ​ນີ້​ບັນດາ​ເຈົ້າ​ໜ້າ​ທ່ີ​ສະຫະຣັດກຳລັງ​ທົບ​ທວນເບິ່ງ​ການ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຕົນ ​ແລະ​ພະຍາຍາມ​ລົງ​ຄວາມ​ເຫັນ​ວ່າ ​ນາຍ Abdulmutallahສາມາດຂຶ້ນ​ເຮືອບິນ​ທ່ີ​ມຸ້ງ​ໜ້າ​ມາ​ຍັງ​ສະຫະຣັດໂດຍມີ​ວັດຖຸ​ລະ​ເບີດ​ຕິດ​ໂຕ​ມານັ້ນ​ໄດ້​ແນວ​ໃດ.
ອັງກິດ​ແລະ​ຈີນ: ລູກ​ອ້າຍ​ລູກ​ນ້ອງ​ກັນ 2 ຄົນ​ຂອງ​ພົນລະ​ເມືອງ​ອັງກິດ​ຄົນ​ນຶ່ງ​ທ່ີກຳລັງ​ປະ​ເຊີນ​ໜ້າ​ກັບ ການລົງ​ໂທດ​ປະຫານ​ຊີວິດ​ໃນ​ຈີນ​ໃນ​ຂໍ້​ຫາ​ຖານ​ທຳ​ການ​ລັກລອບ​ຄ້າຢາ​ເສບ​ຕິດ ​ໄດ້​ທຳ​ການ​ອຸທອນ​ຄັ້ງ​ສຸດ​ທ້າຍ​ຕໍ່​ສານເພື່ອ​ບໍ່​ ໃຫ້​ປະຫານ​ຊີວິດຜູ້ກ່ຽວ ​ແລະ​ໄດ້​ພາກັນ​ໄປ​ຢ້ຽມຢາມ​ຜູ້ກ່ຽວ​ໃນ​ວັນ​ຈັນ​ມື້​ນີ້.ນາຍ Akmal Shaik ວັຍ 53 ປີ ​ທ່ີ​ມີ​ລູກ 3 ຄົນ ​ໄດ້​ຖືກ
ສານ​ຕັດສິນ​ວ່າ​ມີ​ຄວາມ​ຜິດໃນ​ປີ2008 ​ໃນ​ຂໍ້ຫາ​ພະຍາຍາມ​ລັກລອບຢາ​ເຮ​ໂຣອິນ 4 ກິ​ໂລ​ເຂົ້າ​ໄປ​ໃນ​ເມືອງ Urumqi ໃນ​ ຂົງ​ເຂດຊິນ​ຈຽງ​ທາງພາກ​ຕາ​ເວັນ​ຕົກ​ສຸດຂອງ​ຈີນ. ຜູ້ກ່ຽວ​ກຳນົດ​ ຈະ​ຖືກ​ປະຫານ​ຊີວິດ​ ໃນ​ວັນ​ອັງຄານ​ມື້​ອື່ນ​ນີ້. ຄອບຄົວ​ຂອງ​ນາຍ Shaik ກ່າວ​ວ່າ ຜູ້ກ່ຽວ​ມີ​ບັນຫາ​ທາງ​ສຸກຂະພາບ​ຈິດ ​ແລະໄດ້​ຖືກ​ຫລອກ​ໃຫ້​ເຂົ້າ​ຮ່ວມ​ໃນ​ວົງ​ການ​ລັກລອບ​ຄ້າຢາ​ເສບ​ ຕິດ​ນີ້. ນາຍົກຣັຖມຸນຕີ​ອັງກິດ ທ່ານ Gordon Brown ກໍ​ເປັນ​ຄົນ​ນຶ່ງ​ທ່ີ​ຮວມຢູ່​ໃນ​ພວກ​ທ່ີ​ອຸທອນ​ໃຫ້​ຈີນ​ໃຫ້​ຄວາມ​ເມດ​ຕາ​ຜ່ອນ​ຜັນໂທດ​ນັ້ນ. ສານ​ສູງ​ສຸດ​ແຫ່ງ​ນຶ່ງ​ຂອງ​ຈີນ​ເຄີຍ​ປະຕິ​ເສດ​ຕໍ່ຄຳ​ອຸທອນ​ມາ​ຄັ້ງ​ນຶ່ງ​ແລ້ວ.
ໂຈນທະ​ເລ​ທີ່ໂຊ​ມາ​ເລັຍປ່ອຍ​ກຳ​ປັ່ນ​ຈີນ:ອົງການ​ຂ່າວ​ທາງ​ການ​ຈີນ ກ່າວ​ວ່າ ກຳ​ປັ່ນ ​ບັນທຸກ​ສິນຄ້າ​ຂອງ​ຈີນ​ລຳ​ນຶ່ງ​ທ່ີ​ຖືກ​ພວກ​ໂຈນ​ທະ​ເລ​ຍຶດ​ເອົາ​ຫວ່າງ 2 ​ເດືອນ​ຜ່ານ​ມາ​ຢູ່​ນອກ​ຝັ່ງທະ​ເລຂອງ​ໂຊ​ມາ​ເລັຍ​ນັ້ນ ​ໄດ້​ຖືກປ່ອຍ​ແລ້ວ​ພ້ອມ​ທັງ​ພວກ​ລູກ​ເຮືອ 25 ຄົນຢ່າງ​ປອດ​ໄພ.
ອົງການ​ຂ່າວ​ຊິນ​ຫົວ​ຂອງ​ຈີນ​ອ້າງ​ຄຳ​ເວົ້າ​ສູນ​ກາງ​ຊອກ​ຄົ້ນ​ແລະ​ຊ່ອຍ
ກູ້ໄພທາງ​ທະ​ເລ​ຂອງ​ຈີນ ວ່າ ກຳ​ປັ່ນ​ບັນທຸກ​ສິນຄ້າ​ລຳ​ນີ້​ແມ່ນ​ກຳລັງ​ຢູ່​ພາຍ​ໃຕ້​ການ​ອາຣັກຂາ​ຂອງ​ກອງທັບ​ເຮືອ​ຈີນ.
ລາຍ​ງານ​ສະບັບ​ນີ້​ບໍ່​ໄດ້​ກ່າວ​ເຖິງເຣື່ອງທ່ີ​ໄດ້​ມີ​ການ​ຈ່າຍ​ຄ່າ​ໄຖ່​ຈຳນວນ​ເກືອບ4 ລ້ານ​ດອນ​ລາ​ນັ້ນ. ກ່າວ​ກັນ​ວ່າ ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ລຳ​ນຶ່ງ​ໄດ້ເອົາ​ຄ່າ​ໄຖ່​ໄປຖິ້ມ​ລົງ ​ໃສ່​ດາດ​ຟ້າ​ຂອງ​ກຳ​ປັ່ນ​ລຳ​ນີ້​ໃຫ້​ພວກ​ໂຈນ​ສລັດ.
ທີ່ວຽດນາມ : ສານ​ແຫ່ງ​ນຶ່ງ​ຂອງ​ວຽດນາມ​ໄດ້​ຕັດສິນ​ໂທ​ດອະດີດ​ນາຍ​ທະຫານ​ທ່ານ​ນຶ່ງ​ໃຫ້​ຈຳ​ຄຸກ 5 ປີ​ເຄິ່ງ​ໃນ​ວັນ​ຈັນ​ມື້​ນີ້ ​ທ່ີ​ມີ​ຄວາມ​ຜິດ​ຖານ​ວາງ​ແຜນ​ໂຄ່ນ​ລົ້ມຣັຖບານ. ອະດີດ​ນາຍ​ພັນ​ໂທ​ Tran Anh Kim ຖືກ​ກ່າວ​ຫາ​ວ່າ ດຳ​ເນີນ​ການ​ເພື່ອ​ໂຄ່ນ​ລົ້ມຣັຖບານ​ຄອມ​ມີ​ວນິດ​ວຽດນາມ​ໂດຍ​ໄດ້​ ເຂົ້າ​ຮ່ວມ​ພັກ​ປະຊາທິປັດ​ວຽດນາມ​ແລະ​ພວກ​ອົງການທ່ີ​ເອີ້ນ​ວ່າ “Bloc 8406” ທ່ີ​ສົ່ງ​ເສີມ​ໃຫ້​ມີ​ຫລາຍ​ພັກ​ການ​ເມືອງໃນ​ວຽດນາມນັ້ນ.
ອະດີດ​ນາຍ​ທະຫານ​ວັຍ 60 ປີ ທ່ານ​ນີ້​ສາມາດ​ປະ​ເຊີນ​ກັບ​ການ​ລົງ​ໂທດ​ປະຫານ​ຊີວິດ​ໄດ້ ​ແຕ່​ພວກ​ໄອ​ຍະ​ການ​ຂໍ​ຮ້ອງ​ໃຫ້​ລົງ​ໂທດສະຖານ​ເບົາ​ກວ່າ​ນັ້ນ ​ໂດຍ​ອ້າງ​ເຖິງ​ປວັດ​ທ່ີ​ດີ​ຂອງ​ຜູ້​ກ່ຽວ​ໃນ​ກອງທັບ​.

XS
SM
MD
LG