ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳຝ່າຍຄ້ານອິຣ່ານເຖິງແກ່ມໍຣະນະກັມ


​ຂ່າວມໍຣະນະກັມ​ຂອງຜູ້ນຳຝ່າຍ​ຄ້ານຣັຖບານ​ອິຣ່ານ: ​ສື່​ມວນ​ຊົນ​ອິຣ່ານກ່າວ​ວ່າ ນັກບວດ Grand Ayatollah Hossein Ali Montazeri ຜູ້ຄັດຄ້ານຣັຖບານທີ່​ອາວຸ​ໂສໄດ້​ເຖິງແກ່​ມໍຣະນະ​ກັມ ໄປ​ແລ້ວ. ລາຍ​ງານ​ເວົ້າ​ວ່າ ນັກບວດ​ທ່ີ​ກ້າ​ປາກກ້າ​ເວົ້າ​ທ່ານ​ນີ້ໄດ້ເສັຍ ​ຊີວິດໄປ​ທ່ີ​ບ້ານ​ພັກ​ຂອງ​ທ່ານ​ໃນ​ເມືອງQom​ເມືອງ​ສາສະໜາ​ນິກາຍ​ຊີ​ໄອ​ໃນ​ຄືນ​ຜ່ານ​ມາ​ນີ້ ຮວມອາຍຸ​ໄດ້ 87ປີ. ທ່ານ​ໄດ້​ເປັນ​ຜູ້ນຳ​ການ​ປະ​ຕິວັດ​ອິສລາມ​ໃນ​ປີ1979 ​ແລະ​ຄັ້ງ​ນຶ່ງ ມີ ​ການ​ຄາດ​ກັນ​ວ່າ​ຜູ້ກ່ຽວ​ຈະ​ເປັນ​ຜູ້​ຂຶ້ນ​ດຳຣົງຕຳ​ແໜ່​ງ​ແທນ Ayatollah Ruhollah Khomeini ມື້​ລາງ​ຜູ້​ຕັ້ງ​ການ​ປະຕິວັດ​ ໃນ​ຖານະ​ເປັນ​ຜູ້ນຳ​ສູງ​ສຸດ​ຂອງ​ອິຣ່ານ. ​ແຕ່​ວ່າ ຜູ້ນຳ​ທັງ​ສອງ​ທ່ານ​ນີ້ໄດ້​ແຕກແຍກ​ກັນ. ນອກ​ນັ້ນ ທ່ານ Montazeri ຍັງ​ໄດ້ມີ​ຄວາມ​ເຫັນ​ຂັດ​ແຍ່ງ​ກັນ​ຢ່າງ​ໃຫຍ່​ ​ກັບ​ຄະນະ​ນຳພາ​ຂອງ​ອິຣ່ານ​ໃນ​ປັດຈຸບັນ ​ແລະ​ທ່ານ​ໄດ້​ຕົກຢູ່ໃຕ້​ການ​ຖືກກັກບໍລິ​ເວນໃນບ້ານ​ເຮືອ​ນ ມາ​ເປັນ​ເວລາ​ດົນ​ນານ.
ນັກບວດ​ຫົວ​ປະຕິ​ຮູບ​ທ່ານ​ນີ້​ໄດ້​ກ່າວ​ຫາ​ຄນະ​ນຳພາ​ອິສລາມ​ຂອງ​ປະ​ເທດ​ ຊ້ຳ​ແລ້ວ​ຊ້ຳ​ອີກ ​ວ່າ​ປົກຄອງ​ປະ​ເທດ​ແບບ​ຜະ​ເດັດ​ການໃນ​ນາມ​ ສາ​ສະໜາອິ​ສລາມ​. ທ່ານ Montazeri ​ໄດ້ຕຳ​ໜິຕິຕຽນ​ຢ່າງ​ແຮງ​ຕໍ່​ການ​ປະຕິບັດ​ຢ່າງ​ໂຫດ​ຫ້ຽມຂອງຣັຖບານ​ຕໍ່​ພວກ​ປະ​ທ້ວງ ຫລັງ​ຈາກ​ການ​ເລືອກ​ຕັ້ງທ່ີ​ເປັນ​ບັນ ຫາ​ໂຕ້​ແຍ່ງ​ກັນ ທີ່​ເອົາປະທານາທິບໍດີ Mahmoud Ahmadinejad ກັບ​ຄືນມາ​ດຳຣົງຕຳ​ແໜ່​ງອີກ​ສະ​ໄໝ​ນຶ່ງ​ນັ້ນ.
ອິຣັກແລະອິຣ່ານ: ທາງການອີຣັກກ່າວວ່າ ກຳລັງທະຫານອິຣ່ານໄດ້ຖອນອອກຈາກ ບໍ່ນ້ຳມັນທີ່ ​ເປັນ​ຫົວ​ຂໍ້ຂັດແຍ່ງກັນ ຢູ່​ໃນເຂດຊາຍແດນລະວ່າງສອງ ປະເທດນັ້ນ. ໂຄສົກລັດຖະບານ​ເວົ້າວ່າ ທະຫານອິຣ່ານ ໄດ້ໜີອອກ ຈາກເຂດດັ່ງກ່າວ​ໄປ ໃນຕອນກາງຄືນວານ​ນີ້. ທາງການອີຣັກກ່າວວ່າ ທະຫານອີຣ່ານ 11 ຄົນໄດ້ບຸກຍຶດເອົາບໍ່ນ້ຳ ມັນໝາຍເລກ 4 ໃນເຂດບໍ່ນ້ຳມັນ Al-Fahhah ໃນແຂວງ Mayson ເມື່ອວັນສຸກ ຜ່ານມານີ້ ແລະພວກທະຫານອີຣ່ານຍັງຢູ່ທີ່ນັ້ນເມື່ອວັນເສົາ ວານນີ້. ອິຣ່ານຖະ​ແຫລ​ງວ່າ ບໍ່ນ້ຳມັນດັ່ງກ່າວ ແມ່ນຢູ່ໃນເຂດຂອງຕົນ. ໂຄສົກກະຊວງຕ່າງປະເທດອິຣ່ານ ບອກກັບສື່​ມວນ​ຊົນຂອງລັດວ່າ ລາຍງານທີ່ ວ່າອິຣ່ານບຸກລຸກ​ເຂົ້າ​ໄປໃນ​ອິຣັກນັ້ນ ເປັນຄວາມ​ພະຍາຍາມ​ເພື່ອທຳລາຍສາຍສຳພັນລະວ່າງອິຣ່ານແລະອິຣັກ. ໂຄສົກກ່າວຕໍ່ໄປວ່າ ທັງສອງປະເທດຈະຫາ​ທາງແກ້ໄຂບັນຫານີ້ ​ໂດຍທາງການທູດ.ຄະນະກຳມະການ ຮ່ວມລະວ່າງອິຣັກ ແລະອິຣ່ານ ຈະກວດສອບເບິ່ງ ການ​ປັກ​ປັນຊາຍແດນ ​ໃນ​ບໍລິ​ເວນທີ່​ເປັນ​ຈຸດຂັດແຍ່ງກັນນັ້ນ.
ທີ່ເນ​ປານ: ພວກ​ນິຍົມ​ລັດທິ​ເໝົາ​ເຈີ​ຕຸ​ງ ​ໃນ​ເນ​ປານ​ ​ໄດ້ເລີ້ມ​ທຳ​ການນັດ​ຢຸດ​ງານ​ເປັນ​ເວລາ3ມື້​ໃນ​ວັນ​ອາທິດ​ມື້​ນີ້
​ເຮັດ​ໃຫ້​ພວກ​ຮ້ານ​ຄ້າ​ແລະ​ທຸຣະກິດ​ຕ່າງໆ​ຕ້ອງ​ປິດລົງ​ ແລະ​ຕັນຖນົນ​ຫົນທາງ​ແລະ​ທາງ​ຫລວງ​ຫລາຍສາຍ​ ​ໃນ​ທົ່ວ​ປະ​ເທດ. ພວກ​ອະດີດ​ກະບົດ​ພາກັນ​ທຳ​ການ​ປະ​ທ້ວງ​ອັນ​ທ່ີ​ເຂົາ​ເຈົ້າ​ເອີ້ນວ່າ ການ​ກະທຳ​ທ່ີ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍຣັຖທັມມະ​ນູນຂອງ​ປະທານາທິບໍດີ​ເນ​ປານ​ ໃນ​ການ​ຕ່າວ​ປີ້ນ​ການ​ຕັດສິນ​ໃຈ​ຂອງ​ພວກ​ເຂົາ​ເຈົ້າ​ທີ່​ຂັບ​ໄລ່​ຫົວໜ້າ​ກອງທັບ​ອອກ​ຈາກ​ໜ້າ​ທ່ີ​ນັ້ນ. ການ​ປະ​ທ້ວງ​ດັ່ງກ່າວ​ສ່ວນ​ໃຫຍ່​ແລ້ວ​ດຳ​ເນີນ​ໄປ​ຢ່າງ​ສັນຕິ ​ເຖິງ​ຢ່າງ​ໃດກໍ​ດີ​ຕຳຫລວດ​ກ່າວ​ວ່າ ຍານພາຫະນະ​ບາງ​ຄັນ​ຖືກ​ທຳລາຍ ​ແລະ​ພວກປະ​ທ້ວງ​ບາງ​ຄົນ​ຖືກ​ຈັບ​ກຸມ.
ຄວາມ​ເຄັ່ງ​ຕຶງ​ໄດ້​ເພ່ີມ​ຂຶ້ນ​ໃນ​ເນ​ປານ ນັບ​ແຕ່​ຄນະຣັຖບານ​ພາຍ​ໃຕ້​ການ​ນຳພາ​ຂອງ​ພວກ​ນິຍົມ​ລັດທິ​ເໝົາ​ເຈີ​ຕຸ​ງລາ​ອອກ​ຈາກ​ຕຳ​ແໜ່​ງ​ໃນ​ເດືອນ ພຶດສະພາ ​ທ່າມກາງ​ບັນຫາ​ຂັດ​ແຍ່ງ​ກັນ​ກັບ​ປະທານາທິບໍດີ Ram Baran Yadav ກ່ຽວ​ກັບ​ຫົວໜ້າ​ກອງທັບ​ນັ້ນ. ນັບ​ແຕ່​ນັ້ນ​ມາ ພວກ​ອະດີດ​ກະບົດ​ໄດ້​ນຳພາ​ການ​ປະ​ທ້ວງ​ຕິດ​ຕໍ່​ກັນ​ມາ​ຫລາຍ​ຄັ້ງ.
ທີ່ອັຟການີສຖານ: ສະພາຕ່ຳຂອງອັຟການີສຖານ ໄດ້ເລີ່ມຕົ້ນການອະພິປາຍກ່ຽວ​ກັບ​ວ່າ​ຈະຮັບຮອງເອົາ ພວກທີ່ຖືກສະເໜີຊື່ໃຫ້ເປັນຄະນະລັດຖະບານຈຳນວນ 23 ຄົນ ຂອງປະທານາທິບໍດີ Hamid Karzai ຫລືບໍ່.
ພວກທີ່ຖືກສະເໜີຊື່ດັ່ງກ່າວ ມີໜ້າໃໝ່ 8 ຄົນ ແຕ່ພວກທີ່ກຳ​ຕຳ​ແໜ່​ງ ສຳຄັນສ່ວນໃຫຍ່ແມ່ນຢູ່ໃນລັດຖະບານ ຊຸດກ່ອນຂອງທ່ານກາຊາຍມາ ແລ້ວ. ​ໃນ​ນັ້ນ ມີແມ່ຍິງພຽງຄົນດຽວ ສຳຫລັບຕຳແນ່ງລັດຖະມົນຕຣີ ກິດຈະການສະຕຣີ. ລາຍຊື່ຄະນະລັດຖະບານຂອງທ່ານກາຊາຍຄັ້ງນີ້ ຖືກ​ເບິ່ງເຫັນວ່າ ເປັນການທົດສອບ ຄວາມໝັ້ນໝາຍຂອງທ່ານເພື່ອ ກຳຈັດການສໍ້ລາດ ບັງຫລວງໃນລັດຖະບານຂອງທ່ານ.
ອົງການເນໂຕ້ ໄດ້ສະແດງຄວາມຍິນດີຕໍ່ພວກທີ່ຖືກສະເໜີຊື່ຂອງປະ ທານາທິບໍດີກາຊາຍ ແລະໄດ້ຮຽກຮ້ອງໃຫ້ທ່ານປະກອບລັດຖະບານ ບົນພື້ນຖານແຫ່ງຄວາມຊື່ສັດສຸດຈະລິດ ແລະຢ່າງມືອາຊີບ.ພວກນັກວິຈານກ່າວວ່າ ບໍ່ມີສະມາ ຊິກພັກຝ່າຍຄ້ານຈັກຄົນຢູ່ໃນລາ​ຍ ຊື່​ຄະນະ​ລັດຖະບານ​ໃໝ່ນັ້ນ ເຖິງແມ່ນທ່ານກາຊາຍໄດ້ໃຫ້ຄຳໝັ້ນສັນຍາ ວ່າຈະປະຕິບັດງານຢ່າງ ໄກ້ຊິດກັບພວກຝ່າຍຄ້ານທາງ ການເມືອງ.​ແຕ່ປະທານາທິບໍດີ ກາຊາຍ ​ໄດ້ປະຕິເສດສຽງວິພາກວິຈານ ທີ່ວ່າ ລາຍຊື່ຄະນະລັດຖະບານ ທີ່ທ່ານສະເໜີຂຶ້ນມານັ້ນ ແມ່ນຈະບໍ່ສາມາດ ແກ້ໄຂຫລາຍໆບັນຫາຂອງປະເທດໄດ້ ຊຶ່ງໂຮມທັງບັນຫາການ ສໍ້ລາດ ບັງຫລວງ​ໃນ​ວົງ​ການລັດຖະບານທີ່ມີຢູ່ ຢ່າງກວ້າງຂວາງນັ້ນ.
ທີ່ເຢເມນ: ໜັງສືພິມ New York Times ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ເສົາ​ວານ​ນີ້ວ່າ ສະຫະຣັດ​ໄດ້​ສະໜອງ​ອາວຸດ​ຍຸດ​ໂທ​ປະກອນ ພ້ອມ​ທັງ​ໃຫ້​ຂ່າວ​ລັບ ແລະ​ການ​ສະໜັບສະໜຸນ​ອື່ນໆ​ ແກ່ Yemen ​ໃນ​ການ​ບຸກ​ໂຈມ​ຕີ​ຕໍ່​ເປົ້າ​ໝາຍ​ແຫ່ງ​ຕ່າງໆ​ທ່ີ​ສົງ​ໄສ​ວ່າເປັນ​ຂອງ​ກຸ່ມ​ອານ​ກາ​ອິດາ​ໃນ​ສັບປະດາ​ນີ້. ໜັງສືພິມ​ສະບັບ​ນີ້​ໄດ້​ອ້າງ​ຄຳ​ເວົ້າ​ ຂອງ​ບັນດາ​ເຈົ້າ​ໜ້າ​ທ່ີ​ຈຸ​ນຶ່ງ​ທ່ີ​ບໍ່​ປະສົງ​ອອກ​ຊື່​ທ່ີ​ກ່າວ​ວ່າ ການ​ສະໜັບສະໜຸນ​ຂອງ​ອະ​ເມຣິກັນ​ນີ້​ແມ່ນ​ໄດ້​ຮັບ​ການອະນຸມັດ​ຈາກ​ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ ​ແລະ​ສະໜອງ​ໃຫ້ ຕາມຄຳ​ຮ້ອງ​ຂໍ​ຈາກຣັຖບານ​ເຢ​ເມນ.
ກຳລັງ​ຂອງ​ເຢ​ເມນ​ໄດ້​ເຣີ່ມການ​ບຸກ​ໂຈມ​ຕີທາງອາກາດ​ ​ຕໍ່​ເປົ້າ​ໝາຍ​ແຫ່ງ​ຕ່າງໆ​ທ່ີ​ສົງ​ໄສ​ວ່າ​ແມ່ນ​ຂອງ​ພວກ al-Qaida ​ໃນັວນພະຫັດຜ່ານ​ ມາ ​ໂດຍ​ໄດ້​ສັງຫານ​ພວກ​ຫົວ​ຮຸນ​ແຮງ 34 ຄົນ​ແລະ​ຈັບ​ໄດ້​ອີກ 17 ຄົນ. ​ເຢ​ເມນ ກ່າວ​ວ່າ ຕົນ​ໄດ້​ທຳ​ການ​ໂຈມ​ຕີ​ຫລັງ​ຈາກ​ໄດ້​ຮູ້​ມາ​ວ່າ ພວກal-Qaida ກຳລັງ​ວາງ​ແຜນ​ທ່ີ​ຈະ​ໃຊ້​ພວກ​ວາງ​ລະ​ເບີດ​ສະລະຊີບ​ ທຳ​ການໂຈມ​ຕີ​ໂຮງຮຽນ​ແລະ​ເປົ້າ​ໝາຍ​ຕ່າງໆ​ທ່ີ​ເປັນ​ຂອງຊາວຕ່າງປະ​ເທດ​ເນັ້ນ.
​ໃນ​ລາຍ​ງານ​ສະບັບ​ນຶ່ງ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ອົງການ​ຂ່າວ ABC ກ່າວ​ວ່າ ການ​ໂຈມ​ຕີ​ຄັ້ງ​ນີ້​ຮວມທັງ​ການ​ໃຊ້​ລູກ​ສອນ​ໄຟ​ຂອງ​ສະຫະຣັດນຳ ​ແຕ່​ບັນດາ​ເຈົ້າ​ໜ້າ​ທ່ີ​ສະຫະຣັດບໍ່​ຍອມ​ອອກ​ຄວາມ​ເຫັນ​ໃດໆ​ ກ່ຽວ​ກັບ​ລາຍ​ງານ​ຂ່າວ​ຂອງ ABC.

XS
SM
MD
LG