ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມເຫັນແຕກຕ່າງກັນຫລາຍຂຶ້ນເລື້ອຍໆ ອາດຈະເຮັດໃຫ້ກອງປະຊຸມວ່າດ້ວຍໂລກຮ້ອນປະສົບກັບຄວາມລົ້ມແຫລວໄດ້


​ຂ່າວ​ຄືບ​ໜ້າກ່ຽວ​ກັບ​ກອງ​ປະຊຸມ​ວ່າ​ດ້ວຍ​ສະພາວະ​ໂລກ​ຮ້ອນ:ມີ​ຄວາມ​ເປັນ​ຫ່ວງຫລາຍ ​ຂຶ້ນ​ເລື້ອຍໆ​ທ່ີ​ວ່າຄວາມ​ພະຍາຍາມ​ຕ່າງໆ​ເພື່ອຕໍ້​ສູ້​ກັສະພາວະໂລກ​ຮ້ອນ​ຈະ​ປະສົບ​ກັບ​ຄວາມ​ລົ້ມ​ແຫລວ ນອກຈາກ​ວ່າ​ການປະຊຸມ​ກັນ​ໃນ​ນະຄອນ Copenhagen ຈະ​ເພ່ີມ​ຄວາມເຮັ່ງ​ຮ້ອນ​ຂຶ້ນ. ບັນດາ​ນັກ​ເຈຣະຈາ​ຈາກ​ທົ່ວ​ໂລກ ກ່າວ​ວ່າ ຄວາມ​ເຫັນແຕກ​ຕ່າງ​ ກັນ​ທ່ີ​ສຳຄັນ​ຍັງ​ມີ​ຢູ່​ໃນ​ຂະນະ​ທ່ີ​ການ​ໂອ້​ລົມ​ສົນທະນາ​ກັນຈະເລີ່​ມຄືນ​ອີກ​ ໃນ​ວັນ​ອັງຄານ​ມື້​ນີ້ ຊຶ່ງ​ພວກ​ຜູ້ນຳ​ຫລາຍ​ປະ​ເທດ​ກຳນົດ​ຈະ​ເດີນທາງ​ໄປ​ຮອດ​ນະຄອນ Copenhagen ​ໃນ​ທ້າຍ​ສັບປະດາ​ນີ້ໃນຄວາມ​ຫວັງ​ວ່າ ຈະ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຂັ້ນ​ສຸດ​ທ້າຍ​ກັນ​.
​ເຈົ້າ​ໜ້າ​ທ່ີ​ທ່ານ​ນຶ່ງ​ຈາກປະ​ເທດ ​ໄນ​ເຈ​ເຣັຍ​ໃນ​ອະ​ຟຣິກາ ຮອດ​ໄດ້ສົມ​ທຽບກອງ​ປະຊຸມທ່ີ​ກຳລັງ​ດຳ​ເນີນ​ໄປ​ຢູ່​ນີ້ ​ໃສ່​ກັບອຸບັດ​ຕິ​ເຫດລົດ​ໄຟຕຳ​ກັນ ທ່ີ​ກຳລັງລໍຖ້າ​ຈະ​ເກີດ​ຂຶ້ນ. ​ໃນ​ຂະນະ​ດຽວ​ກັນ ຈີນ​ກ່າວ​ຫາ​ພວກ ​ປະ​ເທດ​ທ່ີ​ພັດທະນາ​ແລ້ວ​ວ່າ ຕ່າວ​ປິ້ນໃນ​ການ​ໃຫ້​ຄຳ​ໝັ້ນ​ສັນຍາ​ທ່ີ​ຈະ​ຊ່ອຍ​ພວກ​ປະເທດ​ທຸກ​ຍາກ​ ​ຕໍ່ສູ້​ກັບ​ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ນັ້ນ. ກ່ອນ​ເດີນທາງ​ໄປ​ຮ່ວມ​ກອງ​ປະຊຸມ​ທ່ີ​ນະຄອນ Copenhagen ​ໃນ​ວັນ​ຈັນ​ວານ​ນີ້ ທ່ານ Ban Ki-moon ​ເລຂາທິການ​ໃຫຍ່​ສະຫະ​ປະຊາ ຊາດກ່າວ​ວ່າ ທ່ານ​ຍັງ​ມີຄວາມ​ໝັ້ນ​ໃຈ​ຢູ່. ​ແຕ່​ທ່ານ​ກໍ​ໄດ້​ກ່າວ​ເຕືອນ​ເຊັ່ນ​ກັນ​ວ່າ ຖ້າ​ການ​ໂອ້​ລົມ​ສົນທະນາ​ກັນ​ລົ້ມ​ແຫລວ​ລົງ ມັນ​ຈະ​ເປັນຄວາມ​ລົ້ມ​ແຫລວທີ່​ມີຜົນ​ສະທ້ອນ​ທີ່​ສາມາດເປັນຄວາມຫາ​ຍະ​ນະ​ອັນໃຫຍ່​ຫລວງ.
ກ່ຽວ​ກັບ​ນະ​ໂຍບາຍ​ເຣື່ອງສິດທິ​ມະນຸດ​ຂອງ​ສະຫະຣັດ:ທ່ານ​ນາງ Hillary Clinton ຣັຖມຸນຕີ ການ​ຕ່າງປະ​ເທດ​ສະຫະຣັດກ່າວວ່າ ຣັຖບານ​ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ ຈະ​ດຳ​ເນີນ​ນະ​ໂຍບາຍທີ່ ​ ປະຕິບັດ​ໄດ້​ໃນ​ພາກ​ໂຕ​ຈິງ​ແລະ​ຄ່ອງ​ແຄ້ວ ​ເພື່ອສນັບ​ສນຸນສິດທິ​ມະນຸດ​ໃນ​ທົ່ວ​ໂລກ.
​ໃນ​ຄຳ​ປາ​ໄສ​ທ່ີ​ມະຫາວິທຍາ​ໄລ​ແຫ່ງ​ນຶ່ງ​ໃນ​ກຸງ​ວໍ​ຊິງ​ຕັນ​ດີ​ຊີ ​ໃນ​ວັນ​ຈັນ
ມື້ວານ​ນີ້ ທ່ານ​ນາງຄລິນ​ຕັນ ກ່າວ​ວ່າ ສະຫະຣັດຈະ​ທຳ​ຄວາມ​ພະຍາ ຍາມ​ ເພື່ອ​ສົ່ງ​ເສີມ​ສິທິມະນຸດ​ ທ່່ີ​ສລາດ ມີ​ຍຸດ​ທະ​ສາດ ​ເດັດດ່ຽວ​ແລະ​ໄລຍະ​ຍາວ​. ທ່າ​ນນາງຄລິ​ນຕັນ​ກ່າວ​ຕື່ມ​ວ່າ ຄຳ​ໝັ້ນ​ໝາຍ​ຂອງຣັຖ ບານ ​ທ່ານ​ໂອ​ບາ​ມາ​ຕໍ່​ສິດທິ​ມະນຸດ ຈະລິເລີ້ມ​ໂດຍ​ການເຮັດ​ໃຫ້​ທຸກ​ປະ​ເທດ ຮວມທັງ​ສະຫະຣັດນຳ ປະຕິບັດມາດຕະຖານ​ສາກົນ ອັນດຽວ​ກັນ. ທ່ານ​ນາງ​ບໍ່​ຍອມຮັບ​ເອົາແນວ​ຄິດທ່ີ​ວ່າ ສະຫະຣັດຕ້ອງ​ເລືອກ ເອົາ​ໃນ ລະ​ຫວ່າງ​ການ​ປະຕິບັດສິດທິ​ມະນຸດ​ ແລະ​ຜົນ​ປະ​ໂຫຍ​ດແຫ່ງ​ຊາດ​ຂອງ ​ຕົນ​ໃນ​ການ​ຮັບ​ມື​ກັບ​ພວກ​ປະ​ເທດ​ຕ່າງໆ​ ເຊັ່ນ​ຈີນ​ແລະຣັດ​ເຊັຍ​ນັ້ນ.
ຈີນ​ເຕືອນ​ສະຫະຣັດ​ແລະ​ສະຫະພາບ​ຢູ​ໂຣບ: ຈີນ​ເຕືອນ​ສະຫະພາບ​ຢູ​ໂຣບ​ແລະ​ສະຫະຣັດ ອະ​ເມຣິກາ ບໍ່​ໃຫ້​ເຂົ້າ​ແຊກ​ແຊງ​ໃນເຣື່ອງທ່ານ Liu Xiaobo ຜູ່​ຄັດຄ້ານຣັຖບານ​ທຈີນ​ທ່ີ​ມີ​ຊື່​ສຽງ ໂດ​ງດັງ​ນັ້ນ. ຄຳ​ເຕືອນ​ດັ່ງກ່າວ​ມີ​ຂຶ້ນ​ຫລັງ​ຈາກ​ສະ ຫະພາບ​ຢູ​ໂຣບ​ແລະ​ສະຫະຣັດທັງ​ສອງ​ຮຽກຮ້ອງ​ໃຫ້​ຈີນ​ປ່ອຍ​ໂຕ​ຜູ້​ຄັດຄ້ານຣັຖບານ​ຄົນ​ນີ້​ໂດຍ​ທັນທີ​ແລະ​ບໍ່ມີ​ເງື່ອນ​ໄຂ. ສະຫະຣັດ​ແລະ​ສະຫະພາບ ​ຢູ​ໂຣບ ຍັງ​ຮຽກຮ້ອງ​ໃຫ້​ຈີນເຄົາຣົບນັບຖື​ສິດທິ​ຂອງພົນລະ​ເມືອງ​ຈີນ ​ທັງ​ປວງ​ ​ໃນ​ການ​ສະ​ແດງ​ຄວາມປາດ​ຖະໜາ​ເພື່ອ​ເສຣີພາບ ​ທ່ີ​ຮັບ​ຮູ້​ຈາກ​ນາໆ​ຊາດ​ນັ້ນ. ນາງ Jiang Yu ​ໂຄສົກ​ປະຈຳ​ກະຊວງ​ການ​ຕ່າງປະ​ ເທດ​ຈີນ ກ່າວ​ວ່າ ຄຳ​ຮຽກຮ້ອງ​ເຫົລ່າ​ນີ້​ເປັນ​ທ່ີ​ຮັບ​ເອົາ​ບໍ່​ໄດ້ ​ແລະເທົ່າ​ກັບເປັນ​ການ​ແຊກ​ແຊງເຂົ້າໃນ​ຂະ​ບວນການ​ຍຸຕິ​ທັມ​ຂອງ​ຈີນ.
ຕຳຫລວດ​ໄດ້​ຈັບ​ກຸມ​ທ່ານ Liu Xiaobo ອະດີດ​ອາຈານ​ສອນ​ມະຫາ ວິທຍາ​ໄລ ​ໃນ​ເດືອນ​ທັນວາ​ປີ 2008 ​ໃນ​ຂໍ້​ຫາ​ເປັນ​ຜູ້​ຮ່ວມ​ຂຽນ​ຄຳຮ້ອງ​ຮຽນເພື່ອ​ປະຊາທິປະ​ໄຕ​ໃນ​ຈີນ​ ​ທ່ີ​ເອີ້ນ​ວ່າ ກົດ​ບັດ​ເລກທີ 08 ຊຶ່ງ​ຮຽກ ຮ້ອງ​ໃຫ້​ມີ​ການ​ປະຕິ​ຮູບ​ດ້ານ​ການ​ເມືອງ​ໃນ​ປະ​ເທດຈີນ ​ທ່ີ​ຢູ່​ໃຕ້ການ​ຄວບ​ຄຸມ​ຢ່າງ​ເຄັ່ງ​ຄັດ​ນັ້ນ. ຈີນ​ໄດ້​ຕັ້ງ​ຂໍ້​ຫາ​ໃສ່​ຜູ້ກ່ຽວ ​ວ່າ ຍຸຍົງ​ໃຫ້​ມີ​ການ​ໂຄ່ນ​ລົ້ມ​ອຳນາດຣັດ. ຖ້າ​ຜູ້ກ່ຽວ​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ແທ້ ທ່ານ Liu ສາມາດ​ປະ​ເຊີນ​ກັນ​ການຕິດ​ໂທດ​ຈຳ​ຄຸກ​ເຖິງ 15 ປີ​ໄດ້.
ກ່ຽວ​ກັບ​ພວກ​ກໍ່​ການ​ຮ້າຍ​ທີ່ຖືກ​ຄຸມ​ຂັງ​ໃນ​ຄຸກ​ອ່າວGuantanamo:
ບັນດາ​ເຈົ້າ​ໜ້າ​ທ່ີ​ປະຈຳ​ທຳນຽບຂາວ ກ່າວ​ວ່າ ປະທານາທິບໍດີ​ສະຫະຣັດ ທ່ານ​ບາຣັກ​ໂອ​ບາ​ມາ ​ໄດ້​ສັ່ງ​ໃຫ້ຣັຖບານ​ກາງ​ຊື້​ເອົາ​ຄຸກ
​ແຫ່ງ​ນຶ່ງ​ຂອງຣັດ Illinois ​ເພື່ອ​ເປັນ​ບ່ອນ​ກັກ​ຂັງ​ພວກ​ຜູ້ຕ້ອງ​ສົງ​ໄສ
​ເປັນ​ຜູ້​ກໍ່​ການ​ຮ້າຍ​ປະມານ100 ຄົນ​ຊຶ່ງ​ເວລາ​ພວມ​ຖືກ​ກັກ​ຂັງ​ໄວ້​ໃນ​ຄຸກອ່າວ Guantanamo ຂອງ​ຄີວບາ.ຄຸກ​ແຫ່ງ​ນີ້​ຕັ້ງ​ຢູ່​ໃນ​ ເມືອງ Thomson ຊຶ່ງ​ເປັນ​ເມືອງ​ຊົນນະບົດ ຫ່າງ ​ຈາກ​ນະຄອນ Chicago ອອກ​ໄປ​ທາງ​ທິດຕາ​ເວັນ​ຕົກ ປະມານ 240 ຫລັກ​ກິ​ໂລ​ແມັດ. ຄຸກ​ແຫ່ງ​ນີ້​ ມີ​ຫ້ອງ​ຂັງ 1600 ຫ້ອງ ​ແລະສ້າງ​ຂຶ້ນ​ມາໃນ​ປີ 2001 ​ເພື່ອກັກ​ຂັງ​ພວກ​ຄົນ​ໂທດ​ຮ້າຍ​ແຮງ ພາຍ​ໃຕ້​ການ​ຮັກ ສາ​ຄວາມປອດ​ໄພ​ທ່ີ​ເຄັ່ງ​ຄັດ​ທ່ີ​ສຸດ ແຕ່​ເວລາ​ນີຫວ່າງ​ເປົ່າ.
ທ່ານ Pat Quinn ຜູ້​ວ່າການຣັດ Illinois ​ແລະ​ທ່ານ Richard Durbin ສະມາຊິກ​ສະພາ​ສູງ​ສະຫະຣັດຈາກຣັດ Illinois ​ທີ່ໄດ້​ຊຸກ​ຍູ້ໃຫ້ຣັຖບານ​ກາງ​ຊື້​ເອົາ​ຄຸກ​ແຫ່ງ​ນີ້​ມາ​ເປັນ​ເວລາ​ຫລາຍ​ເດືອນ​ແລ້ວ​ກ່າວ​ວ່າ ການ​ຊື້​ເອົາ​ຄຸກ​ແຫ່ງ​ນີ້ ຈະ​ສ້າງ​ໜ້າ​ວຽກ​ຫລາຍ​ພັນວຽກ​ທ່ີຂົງ​ເຂດ​ດັ່ງກ່າວ​ຕ້ອງການ​ ​ຢ່າງ​ຫລວງຫລາຍ​ນັ້ນ. ຄຳ​ປະກາດ​ຢ່າງ​ເປັນ​ທາງ​ ການ​ກ່ຽວ​ກັບ​ການ​ຕົກລົງ​ຊື້​ຂາຍ​ຄຸກ​ແຫ່ງ​ນີ້​ກຳນົດຈະ​ແຈ້ງ​ໃຫ້​ຊາບ​ໃນ​ວັນ​ອັງຄານ​ມື້​ນີ້. ປະທານາທິບໍດີ​ໄດ້​ລົງ​ນາມ​ ໃນ​ຄຳ​ສັ່ງ​ໃຫ້​ອັດ​ຄຸກ​ທີ່ອ່າວ Guantanamo ພາຍ​ໃນ 1 ປີ ​ໃນ​ເວລາ​ບໍ່ເທົ່າ​ໃດ​ມື້​ຫລັງ​ຈາກ​ທ່ານ​ຂຶ້ນ​ດຳຣົງຕຳ​ແໜ່​ງ​ ໃນ​ເດືອນ​ມັງກອນ​ຕົ້ນ​ປີ​ນີ້
ທີ່ອັຟກາ​ນີສຖານ: ບັນດາ​ເຈົ້າ​ໜ້າ​ທ່ີ​ອັຟກາ​ນີສຖານ​ກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍ​ການວາງລະ​ເບີດ​ສະລະ ​ຊີບ​ໃນ​ລົດ​ໃນ​ກຸງ​ຄາ​ບູລ ​ໄດ້​ສັງຫານ​ຜູ້​ຄົນ​ໄປ​ຢ່າງ​ນ້ອຍ 8 ຄົນ​ແລະ​ບາດ​ເຈັບ​ອີກ​ 40 ​ຄົນ. ທາງ​ການ​ກ່າວ​ວ່າ ຜູ້​ຮ້າຍ​ໄດ້​ລະ​ເບີດ​ໂຕ​ຕາຍ​ໃນ​ວັນ​ອັງຄານ​ມື້​ນີ້ ຢູ່​ຕໍ່ໜ້າ​ໂຮງ​ແຮມ Heetal ​ແລະ​ບ້ານ​ພັກ​ຂອງ​ອະດີດຮອງ​ປະທານາທິບໍດີ Ahmad Zia Massoud ໃນ​ຄຸ້ມ Wazir Akbar Khan ​ໃນ​ກຸງ​ຄາ​ບູລນັ້ນ. ​ເຫດລະ​ເບີດດັ່ງກ່າວ​ໄດ້​ທຳ​ຄວາມ​ເສັຍ​ຫາຍ​ໃຫ້​ແກ່ໂຮງ​ແຮມ​ຫລັງ​ນີ້​ແລະ​ພວກ​ອາຄານ​ອື່ນໆ​ໃນ​ເຂດ​ອ້ອມ​ແອ້ມ.
​ໂຮງ​ແຮມ Heetal Hotel ​ເປັນ​ບ່ອນ​ທ່ີ​ພວກ​ຊາວ​ຕ່າງປະ​ເທດ​ມັກ​ໄປ​ພັກ​ເຊົາ. ຍັງ​ບໍ່​ເປັນ​ທ່ີ​ແຈ້ງ​ຂາວ​ເທື່ອ​ວ່າ ຜູ້​ວາງ​ລະ​ເບີດ​ໄດ້​ແນ​ເປົ້າ​ໝາຍ​ໃສ່​ໂຮງ​ແຮມ ຫລື​ວ່າອະດີດ​ຮອງ​ປະທານາ​ທິບໍດີ​ Mahsoud?ການລະເບີດ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ຂະນະ ​ທ່ີ​ບັນດາ​ສະມາຊິກ​ສະພາ​ນິຕິບັນຍັດ ບັນດາ​ເຈົ້າ​ໜ້າ​ທ່ີຣັຖບານ ​ແລະ​ພວກ​ເອກອັກຄະຣັດຖະທູດ​ຕ່າງປະ​ເທດໄປເຕົ້າ​ໂຮມ​ກັນ​ຢູ່​ໃນ​ເມືອງ​ດັ່ງກ່າວ​ ​ເພື່ອ​ປະຊຸມ​ກັນ​ເຣື່ອງການ​ຕໍ່ຕ້ານ​ການສສໍ້ຣາດບັງ​ຫລວງ​ພາຍ​ໃນວົງ​ການຣັຖບານ​ ທ່ີ​ກຳລັງແຜ່​ລະບາດ ອອກ​ຢູ່​ນັ້ນ.

ກ່ຽວກັບກີລາ SEA GAMES ທີ່ນະຄອນຫລວງວຽງຈັນ: ເທົ່າເຖິງວັນນີ້ປະເທດທ່ີໄດ້ຮັບຫລຽນຄຳແລະ

ໄດ້ຫລຽມລວມຫລາຍກວ່າໝູ່ໄດ້ແກ່:

XS
SM
MD
LG