ໂຣກໄຂ້ມະເລເຣຍ ຫລື ໄຂ້ຍຸງຍັງສືບຕໍ່ຄຸກ ຄາມຢູ່ໃນທົ່ວໂລກ ແລະ ພວກນັກວິທະຍາ ສາດ ຍັງພາກັນສືບຕໍ່ຄົ້ນຄວ້າ ເພື່ອຊອກຫາ ວິທີທາງຕໍ່ຕ້ານກັບໂຣກນີ້ຢູ່.
ພວກນັກວິທະຍາສາດກຳລັງພາກັນສືບຕໍ່ຄົ້ນ ຄວ້າເພື່ອຊອກຫາອາວຸດຕໍ່ຕ້ານ ກັບໂຣກ ໄຂ້ມະເລເຣຍ ຫລື ໄຂ້ປ່າ. ໃນແຕ່ລະປີ ມີຄົນທີ່ເປັນໄຂ້ນີ້ຫລາຍຮ້ອຍລ້ານຄົນໃນທົ່ວໂລກ, ແລະ ໃນນັ້ນ ມີປະມານ 1 ລ້ານຄົນ ເສຍຊີວິດໄປ, ເຊິ່ງສ່ວນໃຫຍ່ ແມ່ນຢູ່ໃນທະ ວີບອາຟຣິກ ກາ. ການສູນເສຍ ຫລື ສິ້ນ ເປືອງທາງ ເສດຖະກິດຍ້ອນໂຣກນີ້ຕົກເປັນເງິນປະມານ 1% ຂອງມູນຄ່າເສດຖະກິດທັງໝົດຂອງ ທະວີບອາຟຣິກກາໃນແຕ່ລະປີ.
ທ່ານ George Dimopoulos ເຊິ່ງເປັນອາຈານອາວຸໂສ
ທີ່ສະຖາບັນຄົ້ນຄວ້າ ດ້ານພະ ຍາດມາເລເຣຍ ຂອງມະຫາວິທະຍາໄລ Johns Hopkins ທີ່ Baltimore,
ລັດ Maryland ເວົ້າວ່າ:
"42% ຂອງປະຊາກອນໂລກ ດຳລົງຊີວິດຢູ່ເຂດທີ່ມີຍຸງທີ່ນຳເຊື້ອມາເລເຣຍໄປແຜ່ຜາຍຢ່າງຫລວງຫລາຍ.
ປະຊາຊົນທັງໝົດ ຢູ່ໃນເຂດນີ້ ມີຄວາມສ່ຽງຕໍ່ການຕິດເຊື້ອໄຂ້ມາເລເຣຍ. ແຕ່ສິ່ງທີ່ໜ້າເສົ້າໃຈ
ກໍຄືວ່າ ຄົນສ່ວນໃຫຍ່ທີ່ເສຍຊີວິດໄປ ຍ້ອນມາເລເຣຍນັ້ນ ແມ່ນເດັກນ້ອຍ
ເພາະວ່າລະບົບພູມຕ້ານທານຂອງພວກເຂົາບໍ່ເຂັ້ມແຂງພຽງພໍ ທີ່ຈະຕ້ານທານກັບການຕິດເຊື້ອໂຣກນີ້ໄດ້.”
ໄຂ້ມາເລເຣຍເກີດຂຶ້ນຈາກເຊື້ອກາຝາກທີ່ມີຊື່ວ່າ Plasmodium. ເຊື້ອຈຸລິນຊີ ດັ່ງກ່າວນີ້ ໄດ້ຖືກສີດເຂົ້າໄປໃນຮ່າງກາຍຂອງຄົນ ໃນເວລາຍຸງກັດ. ພະຍາດມາເລເຣຍສາມາດປົວໄດ້ ແຕ່ວ່າ ຢູ່ບາງຂົງເຂດເຊື້ອກາຝາກຊະນິດນີ້ ສາມາດມີຄວາມຕ້ານທານກັບຢາຫລາຍໆ ຊະນິດແຕກຕ່າງກັນໄດ້.
ທ່ານອາຈານ George Dimopoulos ແລະ ທິມງານຂອງເພິ່ນ ກຳລັງສຶກສາເບິ່ງວິທີທາງ ທີ່ຈະເຮັດໃຫ້ຍຸງຕ້ານທານຕໍ່ການຕິດເຊື້ອກາຝາກປະເພດນີ້.
ມີຍຸງຢູ່ຫລາຍຮ້ອຍຊະນິດຢູ່ໃນໂລກ ແລະ ສ່ວນໃຫຍ່ພວກຍຸງເຫລົ່ານີ້ ບໍ່ນຳເອົາເຊື້ອມະເລເຣຍໄປແຜ່ຜາຍ
ແລະ ມີຍຸງບາງຈຳພວກທີ່ມີລະບົບພູມຕ້ານທານຂອງຮ່າງກາຍທີ່ສາມາດຂ້າເຊື້ອກາຝາກ
Plasmodium ໄດ້.
ພວກນັກຄົ້ນຄວ້າກຸ່ມນີ້ໄດ້ພັດທະນາ ວິທີນຶ່ງທີ່ປ່ຽນກຳມະພັນຂອງຍຸງ 3
ຊະນິດທີ່ຮູ້ວ່ານຳເອົາເຊື້ອມະເລເຣຍໄປແຜ່ຜາຍ. ການປ່ຽນແປງນີ້ ເຮັດໃຫ້ລະບົບພູມຕ້ານທານຮ່າງກາຍຂອງພວກເຂົາໂຈມຕີເຊື້ອກາຝາກ
ແລະ ຕ້ານບໍ່ໃຫ້ເຊື້ອພະຍາດນີ້ຂະຫຍາຍໂຕ. ພວກນັກ ຄົ້ນຄວ້າກຸ່ມອື່ນອີກ ກໍກຳລັງພາກັນຄົ້ນຄວ້າເພື່ອຊອກຫາ
ວິທີທີ່ຈະເອົາພວກໂຕຍຸງທີ່ຖືກປັບປ່ຽນກຳມະພັນເຫລົ່ານີ້ ເຂົ້າໄປປະປົນຢູ່ໃນໝູ່ຝູງຍຸງທົ່ວໄປ.
ທ່ານອາຈານ Dimopoulos ກ່າວວ່າ ການເຮັດແບບນັ້ນ ຍັງໄກຫລາຍທີ່ຈະປະສົບຜົນສຳເລັດ ແຕ່ວ່າ ການຄົ້ນຄວ້າກ່ຽວກັບພະຍາດມາເລເຣຍ ມີຄວາມເປັນໄປໄດ້ສູງຫລາຍ.
ຢາວັກຊິນຊະໜິດໃໝ່ສຳລັບປ້ອງກັນມາເລເຣຍ ກຳລັງຢູ່ໃນການທົດລອງຂັ້ນສຸດທ້າຍ. ຜ່ານມາຢານີ້ໄດ້ພິສູດໃຫ້ເຫັນແລ້ວວ່າ ມີປະສິດທິພາບໃນການປ້ອງກັນໂຣກນີ້ ໂດຍມັນ ສາມາດປ້ອງກັນ ພວກທີ່ໄດ້ຮັບການສັກຢາວັກຊິນຊະນິດນີ້ໄວ້ໄດ້ເຖິງເຄິ່ງນຶ່ງຂອງຈຳນວນ ທັງໝົດ ເຊິ່ງແມ່ນຫລາຍກວ່າເມື່ອກອ່ນ.
ແລະ ຢູ່ສະຖາບັນຄົ້ນຄວ້າພະຍາດມາເລເຣຍ ທີ່ເມືອງ Macha ໃນປະເທດ Zambia ພວກນັກຄົ້ນຄວ້າ ກໍກຳລັງພາກັນພັດທະນາ ປັບປຸງວິທີກວດຫາພະຍາດມາເລເຣຍ ທີ່ງ່າຍຂຶ້ນກວ່າເກົ່າ. ການທົດລອງໂດຍໃຊ້ທາດນ້ຳລາຍ,ແທນໃຫ້ການໃຊ້ເລືອດເພື່ອກວດເບິ່ງວ່າ ຜູ້ປ່ວຍມີການຕິດເຊື້ອພະຍາດມາເລເຣຍ ຫລື ບໍ່.
ຄວາມພະຍາຍາມໃນການຄວບຄຸມການຂະ ຫຍາຍໂຕຂອງພະຍາດມາເລເຣຍ ໃນປັດຈຸ ບັນ ສ່ວນຫລາຍແມ່ນອີງໃສ່ ການໃຊ້ຢາຂ້າ ແມງໄມ້ ແລະ ມຸ້ງຍ້ອມນ້ຳຢາ. ແຕ່ທ່ານ George Dimopoulos ໃຫ້ຄຳເຫັນວ່າ ມາເລເຣຍ ຄວນຈະຖືກກຳຈັດໂດຍການໃຊ້ທັງ ຢາປົວ, ຢາວັກຊິນປ້ອງກັນ, ໃຊ້ມຸ້ງກາງ ນອນ, ແລະ ອັນໃດກໍໄດ້ທີ່ນັກຄົ້ນຄວ້າຊອກຫາໄດ້.
ສະນັ້ນ ທ່ານອາຈານ George Dimopoulos ກ່າວສະຫລຸບເພີ້ມເຕີມວ່າ ພະຍາດມາເລເຣຍຄວນຈະຖືກຕໍ່ຕ້ານໂດຍການໃຊ້ອາວຸດຫລາຍຊະນິດພ້ອມກັນ ເພາະ ວ່າ ບໍ່ມີລູກປືນວິເສດອັນນຶ່ງອັນດຽວເພື່ອຄວບຄຸມພະຍາດນີ້ໄດ້.