ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຈນສະລັດໂຊມາເລຍ ຈີ້ກຳປັ່ນບັນທຸກນ້ຳມັນຂ ຂະໜາດຍັກຂອງກຣິສ(ເກັຣກ)


ໂຊ​ມາ​ເລຍ-​ໂຈນ​ສະ​ລັດ: ບັນດາ​ເຈົ້າໜ້າ​ທີ່​ຝ່າຍ​ເດີນ​ທະ​ເລ​ກ່າວ​ວ່າ ພວກ​ໂຈນ​ສະ​ລັດ​ໂຊ​ມາ​ເລຍ​ໄດ້ຈີ້ເອົາ​ກຳປັ່ນບັນທຸກ​ນ້ຳມັນ​ລຳນື່ງ​ໄປ ຢູ່​ໃກຈາກ​ຝັ່ງ​ທະ​ເລ​ໂຊ​ມາ​ເລຍ ອອກ​ໄປປະມານ 1100 ຫລັກ ​ແລະ​ວ່າ ກຳ​ປັ່ນ​ລຳ​ທີ່​ຖືກ​ຍຶດ ຊື່ວ່າ Maran Centaurus ​ເປັນ​ຂອງ​ປະ​ເທດ Greece ມີ​ລູກ​ເຮືອ​ທັງ​ໝົດ 28 ຄົນ​. ກຳ​ປັ່ນ​ລຳ​ນີ້ ທີ່​ສາມາດ​ບັນທຸກ​ນ້ຳມັນ​ໄດ້​ຫລາຍ​ກ່ວາ 2 ລ້ານ​ຖັງ ກຳລັງ​ແລ່ນຈາກ​ພາກ​ຕາ​ເວັນ​ອອກ​ກາງ ​ມາຍັງ​ສະຫະລັດ ​ເວລາຖືກ​ຈີ້​ແລະ​ຍຶດ​ເອົາ​ໄປ​ໃນ​ວັນ​ເສົາ​ຜ່ານ​ມາ. ທ່ານ Andrew Mwangura ​ເຈົ້າໜ້າ​ທີ່​ຝ່າຍ​ເດີນ​ທະ​ເລ​ຂອງປະ​ເທດ Kenya ກ່າວ​ວ່າ ການ​ຈີ້​ເອົາ​ກຳ​ປັ່ນ​ລຳ​ນີ້​ໄປ​ໄດ້ຂອງ​ພວກ​ໂຈນ​ສະ​ລັດ ​ເທົ່າ ກັບໄດ້​ແຈ໊ກພອ໊ຕ ​ເພາະວ່າ​ນ້ຳມັນ​ທີ່​ກຳ​ປັ່ນ​ລຳ​ນັ້ນບັນທຸກ​ໄປ​ເຕັມ​ລຳ​ນັ້ນ ມີ​ມູນ​ຄ່າ​ຫລາຍ​ລ້ານ$. ນອກ​ນັ້ນ​ແລ້ວ ກໍ​ຍັງ​ສາມາດ​ເປັນ​ໄພ​ອັນຕະລາຍ​ຢ່າງ​ໃຫຍ່​ທາງ​ດ້ານ​ຄວາມ​ປອດ​ໄພ ກັບ​ສະພາບ​ແວດ​ລ້ອມ​ນຳ. ພວກ​ໂຈນ​ທະ​ເລ​ໂຊ​ມາ​ເລຍ ​ໄດ້​ຈີ້​ກຳ​ປັ່ນ​ໄປ​ຫລາຍ​ສິບ​ລຳ​ ໃນ​ໄລຍະ​ສອງ​ປີຜ່ານມາ​ນີ້ ​ໂດຍ​ໄດ້​ຮຽກ​ເອົາຄ່າ​ໄຖ່​ແລະ​ກໍ​ໄດ້​ຮັບເງິນ​ຄ່າ​ໄຖໄປ ຫລາຍ​ລ້ານ$ ຈາກ​ພວກ​ເຈົ້າຂອງ​ກຳ​ປັ່ນ.

ຮອນ​ດູຣັສ: ປາກົດ​ວ່າ​ເສດຖີ​ເຈົ້າຂອງ ranch ຫລື​ຟາ​ມລ້ຽງສັດ ທ່ານ Porfirio “Pepe” Lobo ​ໄດ້​ຮັບ​ໄຊຊະນະຢ່າງ​ແໜ້ນໜາ ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ ຫລັງການ​ກໍ່​ລັດຖະປະຫານ ທີ່​ປະ​ເທດ​ຮອນ​ດູ ຣັສ ມື້ວານນີ້. ທ່ານ​ໂລ​ໂບ ​ຜູ້​ສະມັກ​ແຂ່ງຂັນ​ຈາກ​ພັກ​ຝ່າຍ​ຄ້ານ ຫົວນິຍົມ​ແນວທາງ​ເດີມ ໄດ້ຮັບຄະ​ແນນ​ສຽງ 56% ​ລື່ນ​ຄູ່​ແຂ່ງ ທ່ານ Elvin Santos ຈາກ​ພັກ​ເສຣີນິຍົມຂອງ​ລັດຖະບານ​ນັ້ນ ຢ່າງ​ຫລວງຫລາຍ. ທ່ານ​ຊານ​ຕົສ ​ເປັນ​ອະດີດ​ຮອງ​ປະທານາທິບໍດີ ​ໃນ​ຄະນະ​ລັດຖະບານ​ຂອງ​ປະທານາທິບໍດີ Manuel Zelaya ທີ່​ຖືກໂຄ່ນ​ລົ້ມ​ ເມື່ອ​ເດືອນ​ມີ​ຖຸນາ​ຜ່ານ​ມາ. ບັນດາ​ເຈົ້າໜ້າ​ທີ່​ເລືອກ​ຕັ້ງພາກັນ​ຊົມ​ເຊີຍ​ການ​ປ່ອນ​ບັດ ທີ່​ ​ໂດຍ​ສ່ວນ​ໃຫຍ່​ແລ້ວ ​ແມ່ນໄດ້​ດຳ​ເນີນ​ໄປຢ່າງ​ລາບ​ລື່ນ ​ໂດຍ​ມີ​ປະມານ 62 ສ່ວນ​ຮ້ອຍ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ພາກັນ​ອອກ​ໄປ​ໃຊ້​ສິດ​ຂອງ​ເຂົາ​ເຈົ້າ. ມີ​ເຫດການ​ປະ​ທະ​ກັນ​ເລັກ​ນ້ອຍ ຢູ່​ໃນ​ເມືອງ San Pedro Sula ບ່ອນ​ທີ່​ປະຊາຊົນ​ຈຳນວນນື່ງ​ ໄດ້​ພາກັນເດີນຂະ​ບວນປະ​ທ້ວງ ສະ​ນັບ​ສະ​ນູນທ່ານ Zelaya ທີ່​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ຂ້ວາ​ມບາດ​ການ​ເລືອກ​ຕັ້ງ. ຕຳຫລວດ​ໄດ້​ຍິງ​ລະ​ເບີດ​ນ້ຳຕາ ຂັບ​ໄລ່​ພວກ​ປະ​ທ້ວງ​ໃຫ້​ສະຫລາຍ​ໂຕ. ທັງ​ທ່ານ Zelaya ​ແລະ​ທ່ານ Roberto Micheletti ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ພວກ​ທະ​ຫານ ​ແລະ​ຂື້ນ​ດຳລົງ​ຕຳ​ແໜ່​ງ​ແທນ​ທ່ານ Zelaya ນັ້ນ ຕ່າງ​ກໍ​ບໍ່​ໄດ້​ເຂົ້າ​ແຂ່ງຂັນ ​ໃນ​ການ​ເລືອກ​ຕັ້ງ​ຄັ້ງນີ້.

ຢູຣູກວາ​ຍ: ສ່ວນ​ຢູ່​ທີ່​ປະ​ເທດ​ Uruguay ນັ້ນ ກໍ​ປາກົດ​ວ່າ ອະດີດ​ຫົວໜ້າ​ກອງ​ໂຈນ ທີ່​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ ບົນ​ນະ​ໂຍບາຍ​ທີ່​ວ່າ ຈະ​ສືບ​ຕໍ່ແນວທາງ​ປານ​ກາງຂອງ​ພັກ​ລັດຖະບານ​ຕໍ່​ໄປ​ນັ້ນ ​ໄດ້ຮັບ​ໄຊຊະນະ​ ໃນ​ການ​ເລືອກ​ຕັ້ງຮອບ​ສອງ ຫລືຮອບ​ຕັດສິນ​ຊີ້​ຂາດ ​ໃນ​ມື້ວານ​ນີ້. ຜົນ​ການ​ເລື​ອກຕັ້ງຂັ້ນຕົ້ນ ສະ​ແດງ​ວ່າ ທ່​ານ Jose Mujica ອະດີດ​ກະບົດ​ອ່ຽງຊ້າຍ ທີ່​ໄດ້​ໃຊ້​ເວລາ 14 ປີ ຢູ່​ໃນ​ຄຸກ ​ໄດ້​ຮັບ​ຄະ​ແນນ​ສຽງ​ຫລາຍ​ກ່ວາ 50% ​ເລັກ​ນ້ອຍ ​ແລະ​ຄູ່​ແຂ່ງ​ຂອງ​ທ່ານ ຄື​ປະທານາທິບໍດີ Luis Alberto Lacalle ​ໄດ້​ປະກາ​ດ ຍອມຮັບ​ເອົາ​ຄວາມ​ປາ​ໄຊ. ທ່ານ Mujica ຈະ​ຂື້ນ​ດຳລົງ​ຕຳ​ແໜ່​ງ​ແທນ​ປະທານາທິບໍດີ Tabare Vazquez ທີ່​ບໍ່​ສາມາດ​ເຂົ້າ​ແຂ່ງ​ຍາດ​ເອົາ​ຕຳ​ແໜ່​ງ​ເປັນ​ສະ​ໄໝ​ທີ​ສອງໄດ້ ຍ້ອນ​ກົດໝາຍ​ລັດຖະທຳ​ມະນູນ​ຫ້າມ. ​ໄຊຊະນະ​ຂອງ​ທ່ານ Mujica ​ເຮັດ​ໃຫ້​ພັກ​ແນວ​ໂຮມ​ປະສົມ Broad Front ທີ່​ອ່ຽງຊ້າຍ​ກາງ​ນັ້ນ ຄອງ​ອຳນາດ​ຕື່ມ​ອີກ 5 ປີ ​ໃນ Uruguay.

ອິຣ່ານ-ນິວ​ເຄລຍ: ລັດຖະບານ​ອິຣ່ານກ່າວ​ວ່າ ຕົນ​ມີ​ແຜນການ​ທີ່​ຈະ​ກໍ່ສ້າງ​ໂຮງງານ​ກັ່ນ​ທາດ​ຢູ​ເຣນຽມ​ໃໝ່ ​ເພື່ອ​ຍົກ​ລະດັບ​ເກຣດເສີມ​ສະມັດ​ຕະພາບນັ້ນ 10 ​ແຫ່ງ ທີ່​ຄ້າຍຄື​ກັນ​ກັບ​ໂຮງງານ​ເສີມ​ສະມັດ​ຕະພາບ​ແຫ່ງ​ໃຫຍ່ ທີ່​ Natanz. ສື່​ມວນ​ຊົນ​ຂອງ​ລັດ​ລາຍ​ງານ​ວ່າ ​ໄດ້​ມີ​ການ​ອະນຸມັດ​ຫ້າ​ສະຖານ​ທີ່​ແລ້ວ ສຳ​ລັບກໍ່ສ້າງ​ໂຮງງານໃໝ່​ດັ່ງກ່າວ ​ແລະ​ອົງການ​ພລັງ​ງານ​ປາລະ​ມະນູ​ຂອງ​ປະ​ເທດ ກໍໄດ້ຮັບ​ຄຳ​ສັ່ງ​ໃຫ້​ຊອກ​ຫາ​ຕື່ມ​ອີກ 5 ບ່ອນ. ຫົວໜ້າ​ນິວ​ເຄລຍຂອງ​ອິຣ່ານ ທ່ານ Ali Akbar Salehi ກ່າວ​ວ່າ ສະຖານ​ທີ່​ແຫ່ງ​ໃໝ່​ແມ່ນ​ຈະ​ສ້າງ​ເລິກ​ເຂົ້າ​ໄປ​ໃນ​ໂຕ​ພູ​ເຂົາ ​ເພື່ອ​ປົກ​ປ້ອງ​ໂຮງງານ​ຈາກ​ການ​ຖືກ​ໂຈມ​ຕີ ​ແລະ​ໂຮງງານ​ໃໝ່​ກໍຈະນຳໃຊ້​ເຕົາກັ່ນ​ແບບໃໝ່​ ທີ່​ມີ​ປະສິດທິພາບ​ຫລາຍ​ກ່ວາ​ເກົ່າ. ຄຳ​ປະກາດ​ຂອງ​ລັດຖະບານ​ອິຣ່ານ ກ່ຽວ​ກັບ​ການ​ເສີມ​ຂະຫຍາຍ​ໂຄງການ​ນິວ​ເຄລຍຂອງ​ຕົນ​ອອກ​ໄປ​ນັ້ນ ມີ​ຂື້ນ​ໃນ​ຂະນະ​ທີ່​ມະຫາ​ອຳນາດ​ຕ່າງ​ໆ ແລະ​ອົງ ການ​ພະລັງປາລະ​ມະນູ​ສາກົນ​ຂອງ​ສະຫະ​ປະຊາ​ຊາດ ພະຍາຍາມ​ທີ່​ຈະ​ຈຳກັດ ​ກິດຈະກຳ​ເສີມ​ສະມັດ​ຕະ ພາບ​ທາດ​ຢູ​ເຣນຽມ​ຂອງ​ອິຣ່ານ. ໂຄສົກ​ທຳນຽບຂາວ ທ່ານ Robert Gibbs ກ່າວ​ວ່າ ​ໃນການ​ກໍ່ສ້າງ​ໂຮງງານ​ເສີມ​ສະມັດ​ຕະພາບ​ທາດ​ຢູ​ເຣນຽມ​ໃໝ່​ນັ້ນ ​ແມ່ນອິຣ່ານຈະ​ກະທຳໃນ​ອັນທີ່ ​ເປັນ​ການ​ຝ່າຝືນ​ຕໍ່​ພັນ ທະ​ຂອງ​ຕົນ ທີ່​ມີ​ຕໍ່​ນາໆ​ຊາດ​ນັ້ນຢ່າງ​ຮ້າຍ​ແຮງ​ທີ່​ສຸດ ​ໂດຍ​ທ່ານກ່າວ​ຕື່ມ​ວ່າ ​ແລະນັ້ນ​ກໍແມ່ນ “ອີກ​ໂຕ​ຢ່າງ​ນື່ງ ຂອງ​ການ​ເລືອກ​ໂດດດ່ຽວ​ຕົນ​ເອງ ຂອງ​ອິຣ່າ.” ສະຫລູ​ບຂ່າວ: ເຈົ້າໜ້າ​ທີ່​ຂັ້ນສູງ​ທ່ານ​ນື່ງຂອງ​ອິຣ່ານ ກ່າວ​ວ່າ ການ​ຕັດສິນ​ໃຈສ້າງ​ໂຮງງານ​ເສີມ​ສະມັດ​ຕະພາບ​ທາດ​ຢູ​ເຣນຽມ 10 ​ແຫ່ງນັ້ນ ​ແມ່ນ​ມີ​ຂື້ນ​ເພື່ອ​ເປັນ​ການ​ຕອບ​ໂຕ້ ຕໍ່​ການ​ປະນາມ​ອິຣ່ານ ​ໂດຍ​ອົງ ການ​ພະລັງ​ປາລະ​ມະນູ​ສາກົນ ຂອງ​ສະຫະ​ປະຊາ​ຊາດ.

ດູ​ບາຍ: ຕະຫລາດ​ຮຸ້ນ​ທີ່ Dubai ​ແລະ​ສະຫະລັດ​ອາຫຣັບ Emirates ຕົກ​ລາຄາ​ຢ່າງ​ໃຫ່ຍ ​ໃນ​ລະ​ວ່າງ 6 ຫາ 7% ​ໃນ​ການ​ຊື້​ຂາຍ​ກັນ​ໃນ​ເຊົ້າວັນ​ຈັນ​ມື້​ນີ້. ສອງ​ຕະຫລາດ​ຮຸ້ນນີ້ ​ໄດ້​ໄຂ​ຂື້ນ​ເປັນ​ເທື່ອ​ທຳ​ອິດ​ໃນ​ມື້​ນີ ຫລັງ​ຈາກທີ່​ບໍລິສັດ​ຊັບ​ສິນ​ທີ່​ດິນ Dubai World ທີ່​ເປັນ​ຂອງ​ລັດ ​ໄດ້ຂໍ​ເລື່ອນເວລາ​ໃນການຊຳລະ​ໜີ້​ຂອງ​ຕົນ​ອອກ​ໄປ ທີ່​ໄດ້​ສົ່ງ​ຜົນ​ໃຫ້​ຮຸ້ນ​ຕົກລົງ​ຢ່າງ​ໃຫຍ່ ​ໃນ​ວັນພຸດຜ່ານ​ມາ ​ແລະ​ຕະຫລາດ​ຮຸ້ນ​ໄດ້​ອັດ​ລົງ​ ຍ້ອນເທດສະການສະຫລອງ​ບຸນ Eid al-Adha ສີ່​ມື້ ຂອງ​ຊາວ​ມຸສລິ​ມ. ໃນ​ວັນ​ອາທິດ​ວານ​ນີ້ ທະນາຄານ​ກາງ ຂອງ​ສະຫະລັດ​ອາຫຣັບ Emirates ຫລື UAE ກ່າວ​ວ່າ ຕົນ​ຕັ້ງ​ໃຈ​ທີ່​ຈະປ້ອນ​ເງິນ​ ເຂົ້າ​ໃສ່​ພາກສ່ວນ​ການ​ທະນາຄານ​ຂອງຕົນ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ຈຳກັດ​ຂອບ​ເຂດ​ຂອງ​ຜົນ​ກະທົບ​ຈາກ​ວິ​ກິດ​ການ​ນີ້. ອົງການ​ IMF ຫລື​ກອງ​ທືນສາກົນ​ໄດ້​ອອກ​ຄຳ​ຖະ​ແຫລ​ງສະ​ແດງ​ຄວາມ​ຍິນ​ດີ​ນຳ ຄຳ​ປະກາດ​ຂອງ​ທະນາຄານ​ກາງ ຂອງ UAE. ຕະຫລາດ​ຮຸ້ນ​ໃນ​ທົ່​ວ​ໂລກ​ຕົກ​ລາຄາ​ຢ່າງ​ໃຫຍ່​ໃນ​ອາທິດ​ແລ້ວ​ນີ້ ຍ້ອນ​ພວກ​ລົງ​ທືນພາກັນ​ຂາຍ​ອອກ ​ເພາະ​ຢ້ານ​ວ່າ​ວິ​ກິດ​ການ​ສິນ​ເຊື່ອ​ຂອງ Dubai ອາດສາ ມາດ​ສົ່ງ​ຜົນ​ກະທົບ​ຕໍ່​ພວກ​ເສ​ດຖະກິດ ທີ່​ກຳລັງໂຜ່​ໂຕ​ຂື້ນ​ມາ ​ແລະ​ພວກ​ທະນາຄານ​ໃນ​ຢູ​ໂຣບ ທີ່​ເອົາ​ເງິນ​ໃຫ້​ດູ​ບາຍ ກູ້​ຢືມ​ນັ້ນ.

ປະ​ເທດ​ໄທ: ສຳນັກພະລາດ​ຊະ​ວັງ​ໄດ້​ອອກ​ມາປະກາດ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ການ​ໃຫ້​ພະລາດ​ໂຊ​ວາດ​ຂອງ​ກະສັດ​ພູມີ​ພົນ ອະດຸນ​ຍະ​ເດດ ​ໃນ​ຄ່ຳ​ຄືນກ່ອນ​ວັນຄ້າຍ​ວັນ​ປະສູດຂອງ​ພະ​ອົງ ຕາມ​ທີ່​ພະ​ອົງ​ຊົງ​ໄດ້​ປະຕິບັດ​ມາ​ເປັນ​ປະ​ເພນີ​ ຊື່​ງປີ​ນີ້ໄດ້​ກຳໜົດ​ໃສ່ວັນ​ສຸກ​ຈະ​ມາ​ນີ້ ​ໄດ້​ຖືກ​ເລື່ອນ​ອອກ​ໄປ​ຢ່າງ​ບໍ່​ມີ​ກຳໜົດ. ​ເລຂາ​ສ່ວນ​ພະ​ອົງ​ຂອງ​ກະສັດ​ໄທ ​ໃຫ້​ຮູ້​ອີກ​ວ່າ ການ​ເດີນ​ສວນສະໜາມ​ຂອງ​ກອງ​ກຽດຕິຍົດ ​ເພື່ອ​ເປັນ​ກຽດ​ແກ່​ພະ​ອົງ ທີ່​ໄດ້​ກຳໜົດ​ຈະຈັດ​ຂື້ນ​ໃນ​ວັນ​ພຸດ​ມື້​ຮື້​ນັ້ນ ກໍ​ໄດ້​ຖືກເລື່ອນ​ອອກ​ໄປ​ເຊ່ນ​ກັນ ​ແຕ່​ວ່າ​ ພະ​ອົງ​ຈະ​ຍັງ​ຊົງ​ສະ​ເດັດ​ໄປ​ເປັນ​ປະທານ​ໃນ​ພະລາດ​ຊະພິທີ ຢູ່ທີ່​ພະລາດ​ຊະ​ວັງ​ໃນ​ມື້​ວັນ​ເສົາ ອັນ​ເປັນ​ວັນ​ຄ້າຍວັນ​ປະສູດ​ຂອງ​ພະ​ອົງ​ນັ້ນ ຊື່​ງຈະ​ມີ​ຄອບຄົວເຊື້ອ​ພະ​ວົງ​ ກັບ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ໄທ​ເຂົ້າຮ່ວມຖວາຍ​ພະ​ພອນ​ແກ່​ພະ​ອົງ. ກະສັດ​ພູມີ​ພົນ ຊື່​ງ​ເປັນ​ກະສັດ​ທີ່​ຄອງ​ບັນ ລັງ​ດົນ​ທີ່​ສຸດ​ຂອງ​ໂລກ ຈະ​ຊົງ​ມີ​ພະ​ຊົນ ມາ​ຍຸ 82 ພັນ​ສາ ​ໃນ​ວັນ​ທີ 5 ທັນວາ​ນີ້. ພະ​ອົງ​ໄດ້​ຊົງເຂົ້າ​ໄປ​ຮັບ​ການ​ປິ່ນປົວ ຢູ່​ໂຮງພະຍາບານ​ ເມື່ອ​ວັນ​ທີ 19 ກັນ​ຍາ​ຜ່ານ​ມາ ຍ້ອນ​ອາການ​ປອດ​ອັກ​ເສບ​ແລະ​ເປັນ​ໄຂ້ ຊື່​ງການລົ້ມປ່ວຍ​ຂອງ​ພະ​ອົງ​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ​ຢ່າງ​ແຜ່ ຫລາຍ​ ໃນໝູ່​ປະຊາຊົນ​ໄທ​ທີ່​ເບິ່ງ​ເຫັນພະ​ອົງ​ວ່າ​ ເປັນ​ອົງ​ປະມຸກ​ທີ່ຊົງ​ເຮັດ​ໃຫ້​ປະເທດ​ທີ່​ແຕກ​ແຍກ​ກັນ​ໃນ​ທາງ​ການ​ ເມືອງນັ້ນ ຍັງ​ປຸ້ມລຸ​ມສາມັກຄີ​ກັນ​ຢູ່.

ຟີ​ລິບ​ປິນ: ພວກ​ນັກ​ຂ່າວ​ກັບ​ນັກ​ເຄື່ອນ​ໄຫວ ຫລາຍ​ຮ້ອຍ​ຄົນ ພາກັນ​ເດີນ​ຂະ​ບວນ​ໃນ​ນະຄອນຫລວງ​ມະນີ​ລາ ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ປະ​ທ້ວງ​ຕໍ່​ການ​ສັງຫານ​ໝູ່​ພົນລະ​ເຮືອນ 57 ຄົນ ຢູ່​ໃນ​ເກາ​ະດອນ​ທາງ​ພາກ​ໃຕ້ ທີ່​ວຸ້ນວາຍ​ຂອງ​ປະ​ເທດ ເມື່ອ​ວັນ​ຈັນ​ອາທິດ​ແລ້ວ​ນີ້. ພວກ​ປະ​ທ້ວງ​ທີ່​ນຸ່ງ​ເສື້ອ​ສີດຳ​ເປັນ​ສ່ວນ​ໃຫຍ່ ພາກັນ​ສົ່ງ​ສຽງ​ຮ້ອງ​ໂຮ ຂັດຄໍ​ເລ​ຂາ​ນຸການ​ຝ່າຍ​ຂ່າວ​ຂອງ​ປະທານາທິບໍດີ Arroyo ທີ່​ໄດ້​ຜ່ານ​ດ່ານກັ້ນຂອງຕຳຫລວດ ຢູ່​ໄກ້ໆ​ກັບ​ທຳນຽບປະທານາທິບໍດີ ອອກ​ມາ ພົບ​ກັບ​ພວກ​ປະທ້ວງ​ເພື່ອ​ໃຫ້ຄວາມໝັ້ນ​ໃຈ​ແກ່​ພວກ​ເຂົາ​ເຈົ້າ ວ່າ ລັດຖະບານ​ກຳລັງ​ພະຍາຍາມ​ນຳ​ເອົາ​ພວກ​ຮັບຜິດຊອບ ມາ​ລົງ​ໂທດ​ເພື່ອ​ຄວາມ​ຍຸດຕິ​ທຳ​ຢູ່. ໃນ​ວັນ​ສຸກ​ແລ້ວ​ນີ້ ທາງ​ການ​ຟີ​ລິບ​ປິນ​ໄດ້​ທຳ​ການ​ກ່າວ​ຫາ​ຢ່າງ​ເປັນ​ທາງການຕໍ່ ນາຍ Andal Ampatuan Jr. ​ເຈົ້າ​ເມືອງ​ໆ​ນື່ງ​ໃນ​ແຂວງ Maguindanao ​ໃນ​ຂໍ້​ຫາ​ຄາດ​ຕະກຳ​ໝູ່. ​ເຈົ້າໜ້າ​ທີ່​ໄດ້​ນຳ​ເອົາ​ໂຕ​ຜູ້ກ່ຽວ ​ໄປ​ຍັງ​ນະຄອນຫລວງ​ມະນີ​ລາ ຈາກ​ພາກ​ໃຕ້​ຂອງ​ຟີ​ລິບ​ປິນ ບ່ອນ​ທີ່​ຜູ້ກ່ຽວ​ໄດ້​ເຂົ້າມອບ​ໂຕ​ໃນ​ວັນ​ພະຫັດ. ທາງ​ການ​ສົງ​ໃສ​ວ່າ ນາຍ Ampatuan ​ເປັນ​ຜູ້ວາງ​ແຜນການ​ໂຈມ​ຕີ​ຂະ​ບວນລົດ ຂອງ​ຄູ່​ແຂ່ງ​ທາງ​ການ​ເມືອງ ຂອງເຂົາ ຄືທ່ານ Ismael Mangudadatu ທີ່​ບັນທຸກ​ຍາດ​ມິດ ​ແລະ​ພວກ​ສະ​ນັບ​ສະ​ນູນ ​ແລະ​ນັກ​ຂ່າ​ວ ສິບ​ກ່ວາ​ຄົນ ​ໄປ​ຈົດ​ທະບຽນ​ເລືອກຕັ້ງເປັນ​ເຈົ້າ​ແຂວງ ໃຫ້ທ່ານ Mangudadatu ນັ້ນ.

ສະຫລູ​ບຂ່າວ: ປະທານາທິບໍດີ​ຟີ​ລິບ​ປິນ ທ່ານ​ນາງ Gloria Arroyo ປະກາດ ​ໃຫ້​ຮູ້​ໃນ​ວັນ​ຈັນ​ມື້​ນີ້​ວ່າ ທ່ານ​ນາງ​ຈະ​ສະມັກ​ເລືອກ​ຕັ້ງ​ເປັນ​ຜູ້​ແທນ​ລັດຖະສະພາ​ແຫ່ງ​ຊາດ ​ໃນ​ປີໜ້າ ຫລັງ​ຈາກ​ສະ​ໄໝການ​ດຳລົງ​ຕຳ​ແໜ່​ງຂອງທ່ານ​ນາງສີ້​ນສຸດ​ລົງ. ກົດໝາຍ​ລັດຖະທຳ​ມະນຸ​ນຫ້າມ​ທ່ານ​ນາງ ບໍ່​ໃຫ້​ສະມັກ​ເລືອກ​ຕັ້ງ​ປະທາ ນາ​ທິບໍດີ ​ເປັນ​ສະ​ໄໝ​ທີ​ສອງ.

XS
SM
MD
LG