ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານໂອບາມາ ຈະປະກາດກ່ຽວກັບຍຸທສາດໃນການເຮັດສົງຄາມ ຢູ່ອັຟການິສຖານ ໃນໄວໆນີ້


ອັຟການິສຖານ: ໂຄສົກຂອງທຳນຽບຂາວກ່າວ ວ່າ ປະທານາທິບໍດີ BARACK OBAMA ໄດ້ ສົນທະນາຫາຣື ຮອບສຸດທ້າຍກ່ຽວກັບເຣື່ອງສົງ ຄາມ ໃນອັຟ ການິສຖານ ກັບບັນດາສະມາຊິກ ໃນຄະນະທີ່ປຶກສາດ້ານຄວາມໝັ້ນຄົງ ແຫ່ງຊາດ ຂອງທ່ານ ແລະຈະປະກາດໃຫ້ຊາບກ່ຽວກັບຍຸທ ສາດ ທີ່ໄດ້ມີການດັດແປງແກ້ໄຂໃໝ່ ພາຍໃນບໍ່ ເທົ່າໃດມື້ຂ້າງໜ້ານີ້. ທ່ານ ROBERT GIBBS ກ່າວວ່າ ຫລັງຈາກ ໄດ້ປະຊຸມກັນ ໃນຕອນແລງ ຂອງວັນຈັນ ວານນີ້ແລ້ວ ປະທານາທິບໍດີ ໄດ້ມີຂໍ້ ມູນທັງໝົດ ຕາມທີ່ທ່ານຕ້ອງການ ແລະທີ່ຈຳເປັນ ສຳລັບ​ທຳການ ຕັດສິນໃຈ ກ່ຽວກັບວ່າ ທ່ານຄວນຈະສົ່ງ ທະຫານສະຫະຣັດ ຫລາຍເຖິງ 40 ພັນຄົນ ໄປຍັງ ອັຟການິສຖານຫລືບໍ່ ເພື່ອສູ້ຣົບ ກັບພວກກະບົດ ໃນປະເທດດັ່ງກ່າວ. ທ່ານ GIBBS ໃຫ້ການ ຄ້ຳປະກັນວ່າ ປະທານາທິບໍດີ OBAMA ຈະປະກາດ ກ່ຽວກັບການ ຕັດສິນໃຈຂອງທ່ານ ບາງທີ ອາດຈະແມ່ນ ໃນອາທິດໜ້ານີ້. ການປະຊຸມ ເປັນເວລາ 2 ຊົ່ວໂມງ ທີ່ທຳນຽບຂາວ ແມ່ນການພົບປະ ເທື່ອທີ 9 ເພື່ອທົບທວນເບິ່ງ ຍຸທສາດ ໃນອັຟການິສຖານ ທີ່​ໄດ້ເລີ້ມແຕ່ ເດືອນກັນຍາ ເປັນຕົ້ນມາ.

ສະຫະຣັດ - ອິນເດັຽ: ປະທານາທິບໍດີ ສະ ຫະຣັດ ທ່ານ BARACK OBAMA ຕ້ອນຮັບ ນາຍົກຣັຖມຸນຕຣີອິນເດັຽທ່ານ MANMOHAN SINGH ສູ່ທຳນຽບຂາວໃນວັນອັງຄານມື້ນີ້ ໃນ ລະຫວ່າງ ການຢ້ຽມຢາມ ຢ່າງເປັນທາງການ ເທື່ອທຳອິດ ຂອງນາຍົກ ຣັຖມຸນຕຣີອິນເດັຽ ແລະເປັນ​ການ ​ຕ້ອນຮັບ​ໃນ​ລະດັບ ປະມຸກ​ປະ​ເທດ​ ຢ່າງ​ເຕັມ​ອັດຕາ ​ເທື່ອ​ທຳ​ອິດ​ ນັບ​ແຕ່​ທ່ານ​ OBAMA ​ໄດ້​ເຂົ້າຮັບຕຳແໜ່ງ ປະທານາທິບໍດີ. ຈະມີການຈັດ ພິທີຕ້ອນຮັບ ແລະຈັດງານລ້ຽງ ອາຫານຄ່ຳຢ່າງເປັນທາງການ ໃຫ້ແກ່ທ່ານ SINGH ແຕ່ທຳນຽບຂາວໄດ້ຖແລງໃຫ້​ເປັນ ທີ່ ຈະແຈ້ງວ່າ ພວກຜູ້ນຳທັງສອງ ຈະໄດ້ສົນທະນາ ຫາຣືກັນ ຢ່າງຈິງຈັງ ກ່ຽວກັບເຣື່ອງ ຕໍ່ຕ້ານພວກກໍ່ການຮ້າຍ ການປ່ຽນແປງ ຂອງດິນຟ້າອາກາດ ແລະເຣື່ອງເສຖກິດ. ທ່ານ SINGH ໄດ້ເດີນທາງ ມາເຖິງນະຄອນຫຼວງ ວໍຊິງຕັນ ໃນມື້ວັນອາທິດ ຜ່ານມາ ເພື່ອຢ້ຽມຢາມ ສະຫະຣັດ ຢ່າງເປັນທາງການ ເປັນເວລາ 4 ມື້. ທ່ານໄດ້ກ່າວ ຕໍ່ກອງປະຊຸມ ພວກຜູ້ນຳ ທາງທຸຣະກິດ ໃນມື້ວານນີ້ວ່າ ອິນເດັຽ ແລະສະຫະຣັດ ມີແຜນການ ທີ່ຈະລົງນາມ ໃນບົດບັນທຶກ(ຄວາມເຂົ້າໃຈ) ກ່ຽວກັບ ຄວາມໝັ້ນຄົງ ທາງດ້ານ ພະລັງງານ ພະລັງງານ ທີ່ສະອາດ ແລະການປ່ຽນແປງ ຂອງດິນຟ້າອາກາດ.

ອີຣ່ານ - ນິວເຄລັຽ: ອີຣ່ານກ່າວວ່າຕົນບໍ່ໄດ້ ຄັດຄ້ານ ຕໍ່ການສົ່ງທາດ ຢູເຣນຽມ ທີ່ກັ່ນແລ້ວ ໃນມາຕຖານ ລະດັບຕ່ຳ ໄປກັ່ນຕື່ມອີກ ຢູ່ໃນຕ່າງ ປະເທດ ຕາບໃດທີ່ ຕົນຍັງໄດ້ຮັບເຊື້ອໄຟ ທີ່ຈຳເປັນ ສຳລັບໃຊ້ ກັບເຕົາແຍກນິວເຄລັ ຽເພື່ອການ ຄົ້ນຄວ້າຂອງ​ຕົນ. ທ່ານ RAMIN MEHMANPARAST ໂຄສົກ ກະຊວງການ ຕ່າງປະເທດ ອີຣ່ານ ກ່າວຕໍ່ ກອງປະຊຸມ ຖແລງຂ່າວ ໃນວັນອັງຄານ ມື້ນີ້ວ່າ ອີຣ່ານຢາກໃຫ້ມີ ການຄ້ຳປະກັນ 100% ວ່າ ຕົນຈະໄດ້ຮັບ ເຊື້ອໄຟນິວເຄລັຽ ​ເປັນການແລກປ່ຽນ ໃນເວລາ ພ້ອມໆກັນ. ອີຣ່ານ ແລະເຈົ້າໜ້າທີ່ ຈາກ 6 ປະເທດ ມະຫາອຳນາດ ຂອງໂລກ ຍັງບໍ່ສາມາດ ຕົກລົງກັນໄດ້ ກ່ຽວກັບສັນຍາ ເຊື້ອໄຟນິວເຄລັຽ ທີ່ອົງການ ສະຫະປະຊາຊາດ ​ໄດ້​ສ​ເນີ​ຂື້ນ​ມາ ທີ່ແນໃສ່ ເພື່ອຫລຸດຜ່ອນ ຄວາມວິຕົກກັງວົນ ຂອງປະເທດ ຕາເວັນຕົກ ກ່ຽວກັບ ໂຄງການນິວເຄລັຽ ຂອງອີຣ່ານ. ພາຍໃຕ້ແຜນການ ດັ່ງກ່າວ ຊຶ່ງໄດ້ມີການຮ່າງຂຶ້ນ ໃນເດືອນ​ແລ້ວນີ້ ອີຣ່ານຕ້ອງໄດ້ສົ່ງ ຫລາຍ​ກ່ວາ 70% ຂອງທາດຢູເຣນຽມ ທີ່ກັ່ນແລ້ວ ໃນລະດັບຕ່ຳຂອງຕົນ ໄປຍັງຣັດເຊັຽ ແລະຝຣັ່ງ ຊື່​ງຈະກັ່ນທາດດັ່ງກ່າວ ໃຫ້ກາຍເປັນ ເຊື້ອໄຟ ສຳລັບເຕົາແຍກ ນິວເຄລັຽ ເພື່ອການຄົ້ນຄວ້າ ດ້ານ​ການ​ແພດ ຂອງອີຣ່ານ.

ຟີລິບປິນ: ເຈົ້າໜ້າທີ່ ຟີລິບປິນກ່າວວ່າ ຈຳນວນຜູ້ ເສັຽຊີວິດ ຈາກການໂຈມຕີຂະບວນຣົດຂອງພວກທີ່ ໄປຍື່ນຄຳຮ້ອງ ເພື່ອສເນີຊື່​ ຜູ້ເຂົ້າ​ແຂ່ງຂັນ ໃນການ ເລືອກຕັ້ງ ໄດ້ເພີ້ມຂຶ້ນເປັນ 46 ຄົນ ຫຼັງຈາກຕຳຣວດ ໄດ້ພົບເຫັນ ສົບຄົນຕາຍ ຕື່ມອີກ 11 ສົບ ໃນຂຸມຝັງສົບ ລວມໝູ່ແຫ່ງນຶ່ງ ຊຶ່ງ​ກ່ອນ​ໜ້ານັ້ນ ໃນມື້ນີ້​ເຊັ່ນ​ກັນ ຕຳຣວດກໍໄດ້ພົບເຫັນ 15 ສົບ ຢູ່​ໃນອີີກຂຸມນຶ່ງ. ການພົບເຫັນສົບ ທີ່ວ່ານີ້ ມີຂຶ້ນຂະນະທີ່ ປະທານາທິບໍດີ ຟີລິບປິນ ທ່ານນາງ GLORIA ARROYO ໄດ້ປະກາດ ພາວະສຸກເສີນ ຢ່າງບໍ່ມີກຳນົດ ຢູ່ໃນເຂດພາກໃຕ້ ຂອງຟີລິບປິນ. ທ່ານ SERGE REMONDE ໂຄສົກ ຂອງປະທານາທິບໍດີ ກ່າວຕໍ່ພວກນັກຂ່າວ ໃນວັນອັງຄານ ມື້ນີ້ວ່າ ການປະກາດ ພາວະສຸກເສີນ ທີ່ວ່ານີ້ ແມ່ນໄດ້ກວມເອົາ ແຂວງ MAGUINDANAO ບ່ອນທີ່ ການສັງຫານໝູ່ ໄດ້ເກີດຂຶ້ນ ແລະອີກ 2 ​ເຂດໃກ້ຄຽງ. ການປະກາດ ພາວະສຸກເສີນ ແມ່ນອະນຸຍາດໃຫ້ ພວກທະຫານ ຫ້າມບໍ່ໃຫ້ ປະຊາຊົນ ອອກນອກເຮືອນ ຕັ້ງດ່ານກວດຂຶ້ນ ແລະທຳການຊອກຄົ້ນ ຢູ່ຕາມບ້ານເຮືອນ​ໄດ້.

ຈີນ: ຈີນໄດ້ປະຫານຊີວິດ 2 ຄົນ ຍ້ອນມີບົດ ບາດກ່ຽວກັບນົມພິດ ທີ່ໄດ້ກາຍເປັນ ຂ່າວນອງ ນັນ ແລະເຮັດໃຫ້ເດັກນ້ອຍທາຣົກ ຢ່າງນ້ອຍ 6 ຄົນເສັຽຊີວິດ ແລະອີກ 3 ​ແສນຄົນລົ້ມປ່ວຍນັ້ນ. ອົງການຂ່າວຊິນຫວາ ຂອງທາງການຈີນ ລາຍງານວ່າ ນາຍ ZHANG YUJUN ໄດ້ຖືກ ປະຫານຊີວິດ ຍ້ອນເຮັດໃຫ້ ຄວາມປອດພັຍ ຂອງສາທາຣະນະຊົນ ຕົກຢູ່ໃນ ອັນຕະລາຍ ແລະນາຍ GENG JINPING ໄດ້ຖືກ ປະຫານຊີວິດ ຍ້ອນໄດ້ຜລິດ ແລະຈຳໜ່າຍ ອາຫານທີ່ເປັນພິດ. ອົງການຂ່າວ ຊິນຫວາ ເວົ້າວ່າ ນາຍ ZHANG ໄດ້ຜລິດນົມ​ຝຸ່ນ ທີ່ມີສານ ເມລາມີນ ປະສົມຢູ່ ເກືອບ 800 ໂຕນ ຊຶ່ງຜູ້ກ່ຽວ ໄດ້ຂາຍ​ອອກ ຫຼາຍກວ່າ 600 ໂຕນ ໃນລະຫວ່າງ ເດືອນກໍຣະກົດ ປີ 2007 ຫາເດືອນສິງຫາ ປີ 2008. ​ສ່ວນນາຍ GENG ນັ້ນ ຊິນ​ຫວາ​ເວົ້າວ່າ ໄດ້ຈຳໜ່າຍ ນົມຝຸ່ນທີ່ເປັນພິດ ຫລາຍ​ກ່ວາ 900 ​ໂຕນ ໃຫ້ແກ່ກຸ່ມ SANLU ຊຶ່ງເຄີຍເປັນ ບໍຣິສັດ ຜລິດອາຫານ ປະ​ເພ​ດ ຜລິ​ຕພັນນົມ ທີ່ໃຫຍ່ທີ່ສຸດ ໃນຈີນ ແຕ່ເວລານີ້ ໄດ້ລົ້ມລະລາຍ ໄປແລ້ວ.

ໄທ: ຄະນະຣັຖບານຂອງໄທ ໄດ້ໃຫ້ການອະນຸ ມັດຕໍ່ການນຳໃຊ້ ກົດໝາຍຮັກສາຄວາມປອດ ພັຍ ຢ່າງເຄັ່ງຄັດ ໃນທົ່ວບາງກອກ ນະຄອນ ຫລວງຂອງໄທ ແຕ່ວັນທີ 28 ພະຈິກ ຫາວັນ ທີ 14 ທັນວາ ເພື່ອຄວບຄຸມ ການໂຮມຊຸມນຸມປະທ້ວງ ຢູ່ຕາມຖນົນຫົນທາງ ໂດຍພວກສນັບສນຸນ ທ່ານທັກສິນ ຊິນນະວັດ ອະດີດນາຍົກ ຣັຖມຸນຕຣີຂອງໄທ ທີ່ລີ້ພັຍຢູ່ຕ່າງປະເທດ. ກົດໝາຍ ວ່າດ້ວຍ ຄວາມໝັ້ນຄົງພາຍໃນ ອະນຸຍາດໃຫ້ ພວກທະຫານ ຫ້າມບໍ່ໃຫ້ປະຊາຊົນ ອອກນອກເຮືອນ ຕັ້ງດ່ານກວດ ຈຳກັດການເຄື່ອນໄຫວ ຂອງພວກປະທ້ວງ ແລະດຳເນີນການ ຢ່າງວ່ອງໄວ ຖ້າຫາກການ ໂຮມຊຸມນຸມ ຂອງພວກສມາ​ຊິກ ຂອງແນວໂຮມ ຕໍ່ຕ້ານຜະເດັດການ ກາຍເປັນ ຄວາມຮຸນແຮງ. ທ່ານສຸພະໄຊ ໃຈສມຸດ ໂຄສົກຣັຖບານໄທ ກ່າວໃນ ວັນອັງຄານ ມື້ນີ້ວ່າ ຣັຖບານໄດ້ນຳໃຊ້ ກົດໝາຍສະບັບນີ້ ກໍຍ້ອນ ມີຄວາມຢ້ານກົວວ່າ ພວກທີ່ໄປ ໂຮມຊຸມນຸມປະທ້ວງ ຈະແຍກຍ້າຍກັນ ອອກເປັນ ກຸ່ມເລັກກຸ່ມນ້ອຍ ໄປທົ່ວບາງກອກ. ນອກນັ້ນ ຍັງໄດ້ມີ ຄວາມວິຕົກ ກ່ຽວກັບເຣື່ອງ ຄວາມປອດພັຍ ໃນການເດີນທາງ ຂອງນາຍົກ ຣັຖມຸນຕຣີໄທ ທ່ານອະພິຊິດ ເວດຊາຊີວະ ໄປຍັງນະຄອນຊຽງໃໝ່ ບ້ານເກີດຂອງ ທ່ານທັກສິນ ເພື່ອເຂົ້າຮ່ວມ ກອງປະຊຸມ ທາງດ້ານ ທຸຣະກິດ ໃນມື້ວັນອາທິດຈະມາ ແຕ່ຍັງບໍ່ທັນມີ ການຕັດສິນໃຈ ທີ່ຈະນຳໃຊ້ ກົດໝາຍວ່າດ້ວຍ ຄວາມໝັ້ນຄົງ ພາຍໃນ ຢູ່ທີ່ນັ້ນ ຫລືບໍ່?

ສະມັກ: ອະດີດນາຍົກຣັຖມຸນຕຣີໄທທ່ານສະມັກ ສຸນທໍຣະເວດ ທີ່ໄດ້ຖືກບັງຄັບໃຫ້ອອກຈາກຕຳແໜ່ງ ໃນປີ 2008 ຍ້ອນຈັດລາຍການ ເຮັດອາຫານທາງ ໂທຣະພາບນັ້ນໄດ້ເຖິງແກ່ ມໍຣະນະກັມແລ້ວຮວມ ອາຍຸໄດ້ 74 ປີ. ໂຮງພະຍາບານ ບຳຣຸງຣາດ ທີ່ ບາງກອກ ໄດ້ໃຫ້ການຢືນຢັນ ກ່ຽວກັບການເຖິງແກ່ ມໍຣະນະກັມ ຂອງທ່ານສະມັກ ແຕ່ບໍ່ໄດ້ແຈ້ງໃຫ້ຊາບ ກ່ຽວກັບສາເຫດ ໃນການເສັຽຊີວິດ. ມີຂ່າວລືກັນວ່າ ທ່ານສະມັກ ໄດ້ເປັນ ໂຣກມະເຮັງໃນຕັບ. ທ່ານສະມັກ ເປັນຜູ້ນຳພາ ພັກພະລັງປະຊາຊົນ ໄປສູ່ໄຊຊະນະ ໃນການເລືອກຕັ້ງ ຄັ້ງເດືອນທັນວາ ປີ 2007 ຊຶ່ງເປັນການເລືອກຕັ້ງ ເທື່ອທຳອິດ ລຸນຫລັງ ການກໍ່ຣັຖປະຫານ ຂອງພວກ ທະຫານ ທີ່ຂັບໄລ່ ອະດີດນາຍົກ ຣັຖມຸນຕຣີທັກສິນ ຊິນນະວັດ ອອກຈາກຕຳແໜ່ງ ເມື່ອນຶ່ງປີກວ່າໆ ກ່ອນໜ້ານັ້ນ. ທ່ານໄດ້ອອກຈາກ ຕຳແໜ່ງນາຍົກ ຣັຖມຸນຕຣີ ກ່ອນກຳນົດ ໃນເດືອນກັນຍາ ປີ 2008 ເວລາສານສູງສຸດຂອງໄທ ຕັດສິນວ່າ ທ່ານໄດ້ ລະເມີດກົດໝາຍ ໂດຍຮັບເອົາ ເງິນຄ່າ​ຈ້າງ ໃນການຈັດ ລາຍການໂທຣະພາບ ເຮັດອາຫານ ແລະຕິຊົມ ອາຫານຕ່າງໆນັ້ນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG